ບົດທີ 47
1
ດັ່ງນັ້ນ ໂຢເຊັບຈຶ່ງພາອ້າຍຫ້າຄົນຂອງຕົນໄປພົບກະສັດ. ເພິ່ນບອກກະສັດວ່າ, "ພໍ່ ແລະພວກອ້າຍນ້ອງຂອງຂ້ານ້ອຍ, ໄດ້ມາແຕ່ການາອານແລ້ວ, ພ້ອມກັບຝູງແກະ ແລະຝູງງົວ ຕະຫລອດທັງທຸກສິ່ງທີ່ພວກເຂົາມີຢູ່. ດຽວນີ້,ພວກເຂົາເຈົ້າອາໄສຢູ່ເຂດໂກເຊັນ."
2
ແລ້ວໂຢເຊັບກໍແນະນຳພວກອ້າຍຂອງຕົນຕໍ່ກະສັດ.
3
ກະສັດຖາມວ່າ, "ພວກເຈົ້າມີອາຊີບຫຍັງ?" ພວກເຂົາຕອບວ່າ, "ທ່ານເອີຍ ພວກຂ້ານ້ອຍມີອາຊີບເປັນຜູ້ລ້ຽງສັດ, ຄືກັບບັນພະບຸຣຸດຂອງພວກຂ້ານ້ອຍ."
4
ພວກຂ້ານ້ອຍມາຂໍອາໄສຢູ່ປະເທດນີ້, "ເພາະໃນການາອານເກີດການອຶດຢາກຢ່າງຮ້າຍແຮງ. ຈົນບໍ່ມີທົ່ງຫຍ້າສຳລັບລ້ຽງຝູງສັດ. ກະລຸນາໂຜດໃຫ້ພວກຂ້ານ້ອຍໄດ້ອາໄສຢູ່ໃນເຂດໂກເຊັນນັ້ນເຖີດ."
5
ກະສັດກ່າວແກ່ໂຢເຊັບວ່າ, "ບັດນີ້ ພໍ່ແລະພວກອ້າຍນ້ອງຂອງເຈົ້າໄດ້ມາຮອດແລ້ວ.
6
ດິນແດນຂອງປະເທດອີຢິບກໍເປັນຂອງພວກເຂົາຄືກັນ. ພວກເຂົາຕັ້ງຫລັກແຫລ່ງຢູ່ໃນເຂດໂກເຊັນໄດ້ ບ່ອນທີ່ມີດິນດີທີ່ສຸດໃນປະເທດນີ້. ນອກຈາກນີ້ ຖ້າເຈົ້າຮູ້ວ່າ ໃນພວກເຂົາຜູ້ຫນຶ່ງຜູ້ໃດມີຄວາມສາມາດ, ກໍໃຫ້ຮັບລ້ຽງຝູງສັດຂອງເຮົາດ້ວຍ."
7
ແລ້ວໂຢເຊັບກໍໄດ້ພາຢາໂຄບພໍ່ຂອງຕົນເຂົ້າໄປພົບກະສັດ. ຢາໂຄບອວຍພອນກະສັດ.
8
ແລະກະສັດໄດ້ຖາມຢາໂຄບວ່າ, "ເຈົ້າອາຍຸໄດ້ຈັກປີແລ້ວ?"
9
ຢາໂຄບຕອບວ່າ, "ຊີວິດທີ່ທ່ອງທ່ຽວໄປມາຂອງຂ້ານ້ອຍ ມີຢູ່ 130 ປີ. ເປັນເວລາສັ້ນ ແລະລຳບາກ. ບໍ່ຄືຊີວິດທີ່ທ່ອງທ່ຽວໄປມາຂອງບັນພະບຸຣຸດຂອງຂ້ານ້ອຍ."
10
ຢາໂຄບອວຍພອນກະສັດ ແລະອຳລາກັບໄປ.
11
ໂຢເຊັບໄດ້ຈັດທີ່ດິນໃຫ້ພໍ່ກັບພວກອ້າຍຂອງຕົນຢູ່ໃນປະເທດອີຢິບ, ໂດຍເລືອກເອົາດິນຕອນດີທີ່ສຸດຢູ່ໃກ້ກັບເມືອງຣາມາເຊັດ, ໃຫ້ເປັນສົມບັດຂອງພວກເຂົາຕາມທີ່ກະສັດໄດ້ສັ່ງ.
12
ໂຢເຊັບໄດ້ຈັດຫາສະບຽງອາຫານໃຫ້ພໍ່, ບັນດາອ້າຍນ້ອງ, ແລະຄອບຄົວຂອງພວກເຂົາທຸກໆຄົນ, ຕະຫລອດທັງພວກເດັກນ້ອຍທີ່ໄດ້ຕິດຕາມມານຳນັ້ນ.
13
ການອຶດຢາກຄັ້ງນີ້ຮ້າຍແຮງທີ່ສຸດ; ຈົນວ່າຢູ່ໃນປະເທດອື່ນໆບໍ່ມີອາຫານກິນ ແລະປະຊາຊົນອີຢິບກັບຊາວການາອານກໍອ່ອນເພຍຍ້ອນການອຶດຢາກ.
14
ໂຢເຊັບທ້ອນໂຮມເອົາເງິນທັງຫມົດທີ່ໄດ້ມາຈາກການຂາຍເຂົ້າ, ນຳໄປຖອກທີ່ຄັງຂອງຣາຊວັງ.
15
ເມື່ອຊາວອີຢິບ ແລະຊາວການາອານຈ່າຍເງິນໝົດແລ້ວ, ຊາວເອຢິບຈຶ່ງຫຸ້ມກັນມາຫາໂຢເຊັບ ແລະເວົ້າວ່າ, "ຂໍອາຫານ! ໃຫ້ພວກຂ້ານ້ອຍກິນແດ່ທ້ອນ ຢ່າປະໃຫ້ພວກຂ້ານ້ອຍຕ້ອງຫິວຕາຍເລີຍ. ກະລຸນາຫາທາງຊ່ວຍພວກຂ້ານ້ອຍແດ່ທ້ອນ ເພາະເງິນຂອງພວກຂ້ານ້ອຍກໍໄດ້ຈ່າຍໄປຈົນຫມົດແລ້ວ."
16
ໂຢເຊັບຈຶ່ງຕອບວ່າ, "ຖ້າພວກເຈົ້າຫມົດເງິນແທ້, ໃຫ້ນຳສັດມາແລກປ່ຽນເອົາເຂົ້າ."
17
ດັ່ງນັ້ນ ພວກເຂົາຈຶ່ງເອົາສັດຂອງຕົນມາໃຫ້ໂຢເຊັບ. ແລະເພິ່ນກໍເອົາອາຫານແລກປ່ຽນເອົາສັດ ເປັນຕົ້ນ: ມ້າ, ແກະ, ແບ້, ງົວ, ແລະລໍ. ໃນປີນັ້ນ ເພິ່ນໄດ້ຈ່າຍອາຫານໃຫ້ແກ່ປະຊາຊົນ ໂດຍວິທີແລກປ່ຽນກັບສັດຕ່າງໆຂອງພວກເຂົາ.
18
ປີຕໍ່ມາ ພວກເຂົາກໍພາກັນມາຫາໂຢເຊັບອີກ, ແລະເວົ້າວ່າ, "ທ່ານເອີຍ ພວກຂ້ານ້ອຍຂໍເວົ້າຄວາມຈິງສູ່ທ່ານຟັງ, ໂດຍບໍ່ໄດ້ປິດບັງຫຍັງເລີຍຄື: ເງິນຂອງພວກຂ້ານ້ອຍກໍຫມົດແລ້ວ ແລະສັດຂອງພວກຂ້ານ້ອຍກໍເປັນຂອງທ່ານແລ້ວ. ດຽວນີ້ ພວກຂ້ານ້ອຍບໍ່ເຫລືອຫຍັງ, ພໍເອົາມາໃຫ້ທ່ານແລກປ່ຽນ ນອກຈາກພວກຂ້ານ້ອຍເອງກັບທີ່ດິນເທົ່ານັ້ນ.
19
ຢ່າປ່ອຍໃຫ້ພວກຂ້ານ້ອຍຕ້ອງອຶດຕາຍເທາະ, ກະລຸນາຫາທາງຊ່ວຍພວກຂ້ານ້ອຍແດ່ຖ້ອນ ຢ່າປ່ອຍໃຫ້ທີ່ດິນຂອງພວກຂ້ານ້ອຍຫວ່າງເປົ່າລ້າໆເລີຍ. ຂໍທ່ານຈົ່ງຊື້ທີ່ດິນຂອງພວກຂ້ານ້ອຍເພື່ອແລກເອົາອາຫານ. ພວກຂ້ານ້ອຍຍິນດີຍອມເປັນຄົນຮັບໃຊ້ຂອງກະສັດ, ແລະທີ່ດິນຂອງພວກຂ້ານ້ອຍກໍໃຫ້ເປັນຂອງເພິ່ນດ້ວຍ. ຈົ່ງເອົາເຂົ້າໃຫ້ພວກຂ້ານ້ອຍເພື່ອພວກຂ້ານ້ອຍຈະບໍ່ອຶດຕາຍ, ແລະເອົາເຂົ້າປູກໃຫ້ພວກຂ້ານ້ອຍເພື່ອທີ່ດິນຈະບໍ່ຖືກປະປ່ອຍໃຫ້ວ່າງເປົ່າລ້າໆ."
20
ໂຢເຊັບໄດ້ຊື້ເອົາທີ່ດິນທັງຫມົດໃນປະເທດອີຢິບໃຫ້ກະສັດ. ຊາວອີຢິບທຸກຄົນຈຳເປັນຕ້ອງຂາຍທີ່ດິນຂອງຕົນ, ຍ້ອນວ່າການອຶດຢາກເທື່ອນີ້ຮ້າຍແຮງທີ່ສຸດ. ແລະທີ່ດິນທັງຫມົດ,ໃນປະເທດອີຢິບກໍກາຍເປັນຂອງກະສັດ.
21
ໂຢເຊັບໄດ້ນຳພາຊາວອີຢິບມາເປັນຄົນຮັບໃຊ້, ແລະເຂດແດນຈາກສົ້ນສຸດຂອງປະເທດເບື້ອງນີ້ຈຸເບື້ອງອື່ນ.
22
ຍັງແຕ່ທີ່ດິນຂອງພວກປະໂລຫິດເທົ່ານັ້ນທີ່ເພິ່ນບໍ່ໄດ້ຊື້ເອົາ. ພວກປະໂລຫິດບໍ່ໄດ້ຂາຍທີ່ດິນຂອງພວກຕົນ. ເພາະກະສັດໃຫ້ເງິນອຸດຫນູນແກ່ພວກເຂົາ.
23
ໂຢເຊັບກ່າວແກ່ປະຊາຊົນວ່າ, "ພວກເຈົ້າເຫັນແລ້ວວ່າ, ມື້ນີ້ຂ້ອຍໄດ້ຊື້ເອົາພວກເຈົ້າ ພ້ອມທີ່ດິນຂອງພວກເຈົ້າມາເປັນຂອງກະສັດ. ອັນນີ້ແມ່ນເຂົ້າປູກ, ເພື່ອໃຫ້ພວກເຈົ້າເອົາໄປຫວ່ານໃນນາ.
24
ເມື່ອຮອດລະດູເກັບກ່ຽວ, ພວກເຈົ້າຕ້ອງເອົາຜົນລະປູກຫນຶ່ງສ່ວນຫ້າໃຫ້ກະສັດ, ສ່ວນທີ່ເຫລືອນັ້ນ ໃຫ້ເປັນຂອງພວກເຈົ້າເພື່ອເປັນເຂົ້າປູກ ແລະສຳລັບກິນໃນຄອບຄົວ."
25
ພວກເຂົາຕອບວ່າ, "ທ່ານໄດ້ເຮັດດີ.ຕໍ່ພວກຂ້ານ້ອຍໂດຍຊ່ວຍເອົາຊີວິດຂອງພວກຂ້ານ້ອຍໄວ້. ພວກຂ້ານ້ອຍຍິນດີເປັນຄົນຮັບໃຊ້ຂອງກະສັດ."
26
ດັ່ງນັ້ນ ໂຢເຊັບຈຶ່ງໄດ້ແຕ່ງກົດຫມາຍປົກຄອງທີ່ດິນໄວ້ໃນປະເທດອີຢິບຄື: ຜົນລະປູກຫນຶ່ງສ່ວນຫ້າເປັນຂອງກະສັດ. ກົດຫມາຍນີ້ຍັງໃຊ້ກັນຈົນເຖິງທຸກວັນນີ້. ມີແຕ່ທີ່ດິນຂອງພວກປະໂລຫິດເທົ່ານັ້ນທີ່ບໍ່ເປັນຂອງກະສັດ.
27
ຊາວອິສະຣາເອນທີ່ອາໄສໃນປະເທດອີຢິບຢູ່ໃນເຂດໂກເຊັນ. ໄດ້ຮັ່ງມີເປັນດີຂຶ້ນພ້ອມທັງມີລູກຫລານຢ່າງຫລວງຫລາຍ.
28
ຢາໂຄບອາໄສຢູ່ໃນປະເທດອີຢິບສິບເຈັດປີ, ຈົນເພິ່ນມີອາຍຸຫນຶ່ງຮ້ອຍສີ່ສິບເຈັດປີ.
29
ເມື່ອຢາໂຄບຮູ້ສຶກວ່າຕົນເອງໃກ້ຈະຕາຍແລ້ວ, ເພິ່ນຈຶ່ງເອີ້ນເອົາໂຢເຊັບລູກຊາຍຂອງຕົນມາ ແລະເວົ້າວ່າ, "ຈົ່ງວາງມືໃສ່ວ່າງຂາຂອງພໍ່ ແລະສາບານຢ່າງຫນັກແຫນ້ນວ່າ, ເຈົ້າຈະບໍ່ຝັງພໍ່ໄວ້ໃນປະເທດອີຢິບນີ້.
30
ພໍ່ຕ້ອງການໃຫ້ລູກຝັງສົບຂອງພໍ່ໄວ້ຢູ່ໃນບ່ອນຝັງສົບຂອງປູ່ຍ່າຕາຍາຍຂອງພວກເຮົາ, ຈົ່ງເອົາຊາກສົບຂອງພໍ່ອອກຫນີຈາກປະເທດອີຢິບ ແລະຝັງໄວ້ຢູ່ໃນຖໍ້າຂອງບັນພະບຸຣຸດຂອງພວກເຮົາ." ໂຢເຊັບຕອບວ່າ, "ລູກຈະເຮັດຕາມທີ່ພໍ່ຕ້ອງການ."
31
ຢາໂຄບເວົ້າວ່າ, "ຈົ່ງສາບານຕໍ່ພໍ່ວ່າລູກຈະເຮັດດັ່ງນັ້ນ." ໂຢເຊັບໄດ້ສາບານ. ແລ້ວຢາໂຄບກໍໂມທະນາຂອບພຣະຄຸນ ໂດຍກົ້ມຂາບລົງເທິງທີ່ຫົວຕຽງນອນຂອງຕົນ.