ບົດທີ 4
1
ອາດາມໄດ້ສົມສູ່ກັບເມຍຂອງເຂົາ. ນາງກໍໄດ້ຖືພາ ແລະ ໃຫ້ກຳເນີດກາອິນ. ນາງກ່າວວ່າ, "ນາງເກີດລູກຊາຍຜູ້ຫນຶ່ງໂດຍການຊ່ວຍເຫລືອຂອງພຣະຢາເວ"
2
ແລ້ວຈາກນັ້ນນາງກໍໄດ້ລູກຊາຍອີກຊື່ວ່າອາເບັນ ນ້ອງຊາຍຂອງເຂົາ. ສ່ວນອາເບັນກາຍເປັນຄົນລ້ຽງແກະ, ແຕ່ກາອິນນັ້ນເປັນຄົນປູກພືດຜັກ.
3
ຢູ່ມາວັນຫນຶ່ງ ກາອິນໄດ້ນຳຜົນແຫ່ງພື້ນດິນມາຖວາຍພຣະຢາເວ.
4
ສ່ວນອາເບັນນັ້ນ ລາວໄດ້ນຳເອົາລູກແກະຫົວປີຈາກຝູງແກະ ແລະໄຂມັນບາງສ່ວນມາຖວາຍ. ພຣະຢາເວໄດ້ຍອມຮັບອາເບັນ ແລະ ຂອງຖວາຍຂອງເຂົາ,
5
ແຕ່ກາອິນ ແລະ ຂອງຖວາຍຂອງເຂົານັ້ນພຣະອົງບໍ່ຍອມຮັບ. ດັ່ງນັ້ນກາອິນຈຶ່ງຄຽດຫລາຍ, ແລະ ເຂົາເຮັດຫນ້າບູດບຶ້ງ.
6
ພຣະຢາເວກາ່ວກັບກາອິນວ່າ, "ເຈົ້າເປັນຫຍັງຈຶ່ງຄຽດແຄ້ນ ແລະ ຫນ້າຕາບູດບຶ້ງ?
7
ຖ້າເຈົ້າເຮັດໃນສິ່ງທີ່ຖືກຕ້ອງ, ເຈົ້າຈະບໍ່ໄດ້ຮັບການຍອມຮັບບໍ? ແຕ່ຫາກເຈົ້າເຮັດໃນສິ່ງທີ່ບໍ່ຖືກຕ້ອງ, ຄວາມບາບກຳລັງລໍຢູ່ທີ່ປະຕູ ແລະ ປາຖະຫນາທີ່ຈະຄວບຄຸມເຈົ້າ, ແຕ່ເຈົ້າຕ້ອງເອົາຊະນະມັນ."
8
ກາອິນໄດ້ເວົ້າກັບອາເບັນນ້ອງຊາຍຂອງຕົນ. ໃນຂະນະທີ່ພວກເຂົາຢູ່ໃນທົ່ງນາ, ກາອິນໄດ້ລຸກຂຶ້ນທຳຮ້າຍອາເບັນ. ນ້ອງຊາຍຂອງຕົນ ແລະ ຂ້າລາວເສຍ.
9
ແລ້ວພຣະຢາເວໄດ້ຊົງຖາມກາອິນວ່າ, "ອາເບັນນ້ອງຊາຍຂອງເຈົ້າຢູ່ໃສ?" ລາວຈຶ່ງຕອບວ່າ, "ຂ້ານ້ອຍບໍ່ຮູ້. ຂ້ານ້ອຍເປັນຜູ້ດູແລນ້ອງຊາຍຂອງຂ້ານ້ອຍບໍ?"
10
ແລ້ວພຣະຢາເວກໍໍຖາມວ່າ, "ເຈົ້າໄດ້ເຮັດ ຫຍັງໂຫດຮ້າຍເຊັ່ນນີ້? ເລືອດ ຂອງນ້ອງຊາຍ ເຈົ້າຈາກພື້ນດິນຟ້ອງເຖິງເຮົາ.
11
ບັດນີ້ເຈົ້າ ໄດ້ຖືກສາບແຊ່ງຈາກແຜ່ນດິນຊຶ່ງອ້າປາກຮັບເລືອດນ້ອງຊາຍຂອງເຈົ້າ, ຈາກມືຂອງເຈົ້າຕັ້ງແຕ່ນີ້ໄປ.
12
ເມື່ອເຈົ້າໄຖພວນດິນປູກຝັງຈະບໍ່ເກີດຜົນຫຍັງ, ເຈົ້າຈະເປັນຜູ້ທີ່ຫລົບຫນີແລະພະເນຈອນໄປເທິງແຜ່ນດິນ."
13
ກາອິນທູນກັບພຣະຢາເວວ່າ, "ໂທດຂອງຂ້ານ້ອຍກໍໃຫຍ່ຫລວງຫນັກເກີນກວ່າທີ່ຂ້ານ້ອຍຈະຮັບໄດ້.
14
ຄວາມຈິງແລ້ວ, ວັນນີ້ ພຣະອົງໄດ້ຂັບໄລ່ຂ້ານ້ອຍອອກຈາກແຜ່ນດິນນີ້ ແລະ ຂ້ານ້ອຍຈະຫລົບຊ້ອນຈາກພຣະພັກພຣະອົງ. ຂ້ານ້ອຍຈະເປັນຜູ້ທີ່ຫລົບຫນີ ແລະ ພະເນຈອນໄປໃນແຜ່ນດິນ ແລະ ຜູ້ໃດກໍຕາມທີ່ພົບຂ້ານ້ອຍກໍຈະຂ້າ ຂ້ານ້ອຍເສຍ."
15
ພຣະຢາເວໄດ້ກ່າວກັບເຂົາວ່າ, "ຖ້າຜູ້ໃດຂ້າກາອິນ, ຜູ້ນັ້ນຈະໄດ້ຮັບໂທດເຈັດເທົ່າ, ເພື່ອເປັນການແກ້ແຄ້ນ." ຈາກນັ້ນພຣະຢາເວໄດ້ເຮັດເຄື່ອງຫມາຍໄວ້ໃນຕົວກາອິນ, ເຫດນັ້ນຖ້າຜູ້ໃດພົບລາວຜູ້ນັ້ນຈະບໍ່ໄດ້ທຳຮ້າຍລາວ.
16
ດັ່ງນັ້ນກາອິນຈຶ່ງໄດ້ອອກໄປພົ້ນ ພຣະພັກພຣະຢາເວ ແລະອາໄສຢູ່ໃນດິນແດນນົດ, ທາງທິດຕາເວັນອອກຂອງເອເດນ.
17
ກາອິນໄດ້ຫລັບນອນກັບເມຍຂອງລາວ ແລະ ນາງກໍຖືພານາງໄດ້ເກີດລູກຊາຍຊື່ວ່າເອນົກ. ລາວໄດ້ສ້າງເມືອງຫນຶ່ງຂຶ້ນ ແລະ ຕັ້ງຊື່ເມືອງນັ້ນຕາມຊື່ລູກຊາຍຂອງຕົນ ຄືເອນົກ.
18
ເອນົກມີລູກຊາຍຊື່ອີຣາດ. ອີຣາດຜູ້ທີ່ເປັນພໍ່ຂອງເມຮູຢາເອນ, ເມຮູຢາເອນເປັນພໍ່ຂອງເມທູຊາເອນ. ເມທູຊາເອນເປັນພໍ່ຂອງລາເມັກ.
19
ລາເມັກມີເມຍສອງຄົນ: ຄົນຫນຶ່ງຊື່ອາດາ ອີກຄົນຫນຶ່ງຊື່ຊິນລາ.
20
ອາດາໃຫ້ກຳເນີດລູກຊາຍຊື່ຢາບານ. ເຂົາເປັນບັນພະບຸຣຸດຂອງຄົນທັງຫລາຍທີ່ ອາໄສຢູ່ໃນຜ້າເຕັນຜູ້ຊຶ່ງເປັນຄົນລຽ້ງສັດ.
21
ນ້ອງຊາຍຂອງເຂົາຊື່ຢາບານ. ເຂົາເປັນບັນພະບຸຣຸດ ຂອງຄົນເຫລົ່ານັ້ນຄື: ນັກດີດພິນເຂົາຂູ່ ແລະເປົ່າປີ່.
22
ສຳລັບຊິນລາ, ນາງກໍເກີດ ຕູບາກາອິນ. ຜູ້ເປັນຊ່າງຕີເຄື່ອງມືເປັນທອງສຳຣິດ ແລະເຫລັກ. ນ້ອງສາວຂອງຕູບາກາອິນຊື່ວ່ານາອາມາ.
23
ລາເມັກໄດ້ເວົ້າກັບເມຍ ທັງສອງຂອງເຂົາວ່າ,"ອາດາ ແລະຊິນລາຈົ່ງຟັງສຽງຂອງເຮົາເຈົ້າຜູ້ເປັນເມຍຂອງລາເມັກ, ຈົ່ງຟັງໃນສິ່ງທີ່ເຮົາເລົ່າເພາະເຮົາໄດ້ຂ້າຜູ້ຊາຍຜູ້ຫນຶ່ງ ທີ່ເຮັດໃຫ້ ເຮົາບາດເຈັບຊາຍຫນຸ່ມຄົນຫນຶ່ງຜູ້ທີ່ເຮັດໃຫ້ເຮົາຊໍ້າບວມ.
24
ຖ້າຜູ້ໃດທີ່ເຮັດກັບກາອິນຈະຖືກແກ້ແຄ້ນເຈັດເທົ່າ, ດັ່ງນັ້ນຖ້າຜູ້ໃດເຮັດກັບລາເມັກກໍ ຈະຖືກແກ້ແຄ້ນຕອບແທນເຖິງເຈັດສິບເຈັດ ເທົ່າ."
25
ອາດາມໄດ້ຫລັບນອນກັບເມຍຂອງເຂົາແລະນາງໄດ້ເກີດລູກຊາຍອີກຜູ້ຫນຶ່ງ. ນາງເອີ້ນຊື່ເຂົາວ່າ ເຊດ, ແລະເວົ້າວ່າ"ພຣະເຈົ້າໄດ້ຊົງໃຫ້ ລູກຊາຍອີກຜູ້ຫນຶ່ງ, ໃຫ້ແກ່ຂ້ານ້ອຍແທນອາເບັນຜູ້ທີ່ກາອິນໄດ້ຂ້າ."
26
ເຊດມີລູກຊາຍ ແລະເຂົາໄດ້ເອີ້ນຊື່ວ່າເອໂນດ. ຕັ້ງແຕ່ນັ້ນ ມາຄົນທັງຫລາຍໄດ້ເລີ່ມຕົ້ນຮ້ອງທູນອອກພຣະນາມຂອງພຣະຢາເວ.