​ບົດ​ທີ 37

1 ຢາໂຄບ​ໄດ້​ອາໄສ​ຢູ່​ໃນແຜ່ນດິນ​​ທີ່​ພໍ່​ຂອງຕົນ​ເຄີຍ​ອາໄສ​ຢູ່​, ໃນແຜ່ນດິນການາອານ.

2 ປະຫວັດ​​ກ່ຽວຂ້ອງ​ກັບຢາໂຄບ. ໂຢເຊັບ​, ເປັນຊາຍຫນຸ່ມ​ອາຍຸ 17 ປີ, ເປັນຜູ້ດູແລຝູງສັດກັບອ້າຍຂອງເຂົາ. ​ເຂົາຢູ່ກັບພວກ​ລູກຊາຍ​ຂອງ​ນາງ​ບິນຮາ ແລະລູກຊາຍຂອງ​ນາງ​ຊີລະປາ,​ຜູ້​ເປັນ​ເມຍນ້ອຍ​ຂອງ​ພໍ່​ຕົນ. ໂຢເຊັບ​ໄດ້ນຳສິ່ງທີ່ບໍ່ດີກ່ຽວ​ກັບ​ພວກ​ເ​ຂົາມາບອກໃຫ້​ພໍ່ຂອງພວກເຂົາ​ຟັງ​. 3 ອິສະຣາເອນຈຶ່ງໄດ້​ຮັກ​ໂຢເຊັບ​ຫລາຍກວ່າ​ລູກຊາຍ​ທັງຫມົດຂອງເຂົາ ເພາະ​ວ່າເຂົາເປັນ​ລູຊາຍທີ່ເກີດມາໃນເວລາ​ທີ່ເພິ່ນ​ແກ່ຕົວ​ແລ້ວ. ເພິ່ນ​ໄດ້​ຕັດ​ເສື້ອຜ້າທີ່ສວຍງາມ​ໃຫ້​ເຂົາ. 4 ເມື່ອ​ພວກ​ອ້າຍ​ຂອງເຂົາໄດ້ເຫັນ​ວ່າ ພໍ່​ຂອງພວກຕົນ​ຮັກ​ເຂົາຫລາຍກວ່າ​ຮັກ​ພວກ​ຕົນ. ພວກເຂົາ​ກຽດຊັງ​ເຂົາ​ຫລາຍ ​ແລະ​ບໍ່​ເວົ້າ​ຢ່າງຈິງໃຈຕໍ່ເຂົາ.

5 ໂຢເຊັບໄດ້​ຝັນ, ເເລະເຂົາໄດ້​ເລົ່າ​ຄວາມຝັນ​ນັ້ນສູ່​ພວກ​ອ້າຍ​ຂອງເຂົາ. ພວກເຂົາ​ແຮງ​ກຽດຊັງ​ເຂົາ​ຫລາຍ​ຂຶ້ນ. 6 ເຂົາໄດ້​ເວົ້າ​ກັບພວກເຂົາວ່າ, "ຂໍຟັງ​ຄວາມຝັນ​ທີ່​ຂ້ອຍ​ໄດ້ຝັນ. 7 ເບິ່ງແມ, ພວກເຮົາ​ກຳລັງ​ມັດ​ຟ່ອນເຂົ້າ​ຢູ່​ທີ່​ທົ່ງນາ ເມື່ອ​ມັດ​ແລ້ວ, ຟ່ອນ​ເຂົ້າ​ຂອງຂ້ອຍ​ໄດ້ຕັ້ງ​ຂຶ້ນແລະຢືນຢູ່​, ແລະສ່ວນ​ຟ່ອນ​ເຂົ້າ​ຂອງ​ພວກເຈົ້າ​ໄດ້​ເຂົ້າມາ​ລ້ອມຮອບ, ແລະໄດ້ໂຄ້ງຄຳນັບໃຫ້ກັບ​ຟ່ອນ​ເຂົ້າ​ຂອງຂ້ອຍ." 8 ພວກ​ອ້າຍ​ໄດ້ເວົ້າກັບເຂົາ​ວ່າ, "ເຈົ້າ​​ຈະ​​ປົກຄອງ​ເຫນືອພວກເຮົາ​ຈິງໆບໍ? ເຈົ້າຈະປົກຄອງ ເຫນືອພວກເຮົາຈິງໆບໍ?" ພວກ​ອ້າຍ​ຈຶ່ງ​ກຽດຊັງ​ເຂົາ​ຫລາຍ​ຍິ່ງ​ຂຶ້ນ ເພາະ​ຄວາມຝັນ​ຂອງເຂົາແລະຄຳເວົ້າຂອງເຂົາ. 9 ເຂົາໄດ້​​ຝັນ​ອີກຄັ້ງ ແລະ​ເລົ່າ​ຄວາມຝັນ​ສູ່​ພວກ​ອ້າຍ. ​ເຂົາເວົ້າ​ວ່າ, "ຂ້ອຍໄດ້​ຝັນ​ອີກເລື່ອງຫນຶ່ງ. ຄື: ດວງ​ຕາເວັນ, ເດືອນ, ແລະ​ດວງດາວ​ສິບເອັດ​ດວງໄດ້​ກົ້ມຄຳນັບ​ຂ້ອຍ." 10 ເຂົາໄດ້​ເລົ່າ​ເລື່ອງນີ້ແກ່​ພໍ່ຂອງເຂົາເຫມືອນທີ່ໄດ້ເລົ່າກັບພວກ​ອ້າຍ​ຂອງເຂົາ, ແລະພໍ່ຂອງເຂົາໄດ້ຕຳນິເຂົາ. ໄດ້ເວົ້າກັບເຂົາວ່າ​,"ຄວາມຝັນທີ່ເຈົ້າ​ໄດ້​ຝັນ​ຄືຫຍັງ? ແມ່​ຂອງ​ເຈົ້າ ແລະ​ເຮົາ ແລະພວກອ້າຍຂອງເຈົ້າຈະເຂົ້າມາເພື່ອ​ກົ້ມຄຳນັບເຈົ້າ​ຊັ້ນບໍ?" 11 ພວກ​ອ້າຍ​ຂອງເຂົາອິດສາເຂົາ​, ແຕ່​ພໍ່​ຂອງເຂົາໄດ້​ເກັບ​ເລື່ອງ​ນີ້ໄວ້ໃນໃຈ.

12 ພວກ​ອ້າຍ​ຂອງເຂົາໄດ້​ໄປ​ລ້ຽງ​ສັດ​ຂອງ​ພໍ່​​ທີ່​ຊີເຄມ. 13 ອິສະຣາເອນໄດ້ເວົ້າ​ກັບ​ໂຢເຊັບ​ວ່າ, "ພວກອ້າຍຂອງເຈົ້າກຳລັງໄປລ້ຽງສັດຢູ່ຊີເຄມ ​ເຈົ້າ​ໄປ​ຫາ​ພວກ​ອ້າຍ​ຂອງ​ເຈົ້າ ທີ່​ກຳລັງ​ລ້ຽງ​ສັດ​ຢູ່​ທີ່​ຊີເຄມບໍ່ແມ່ນບໍ? ມານີ້ເທາະ, ແລະເຮົາຈະສົ່ງເຈົ້າໄປຫາພວກເຂົາ." ໂຢເຊັບ​ໄດ້ຕອບເພິ່ນ​ວ່າ, "ລູກ​ພ້ອມ​ທີ່​ຈະ​ໄປ." 14 ອິສະຣາເອນໄດ້ເວົ້າ​ກັບເຂົາ​ວ່າ,"ຈົ່ງໄປດຽວນີ້​, ໄປ​ເບິ່ງ​ດູວ່າ​ພວກ​ອ້າຍ​ຂອງ​ເຈົ້າ​ກັບພວກຝູງສັດ​ຢູ່​ດີ​ກັນບໍ່? ແລ້ວ​ກັບ​ມາ​ບອກ​ເຮົາ." ສະນັ້ນຢາໂຄບຈຶ່ງ​ໄດ້​ສົ່ງ​ເຂົາ​ອອກ​ໄປ​ຈາກ​ຮ່ອມພູ​ເຮັບໂຣນ, ແລະໂຢເຊບກໍ​ໄດ້ໄປ​ຍັງຊີເຄມ. 15 ມີ​ຊາຍ​ຄົນ​ຫນຶ່ງ​ໄດ້ພົບ​ໂຢເຊບ. ເບິ່ງເຖີດ, ໂຢເຊບກຳລັງເດີນໄປມາໃນທົ່ງນາ, ແລະຜູ້ຊາຍຄົນນັ້ນໄດ້​ຖາມ​ເຂົາວ່າ,"ເຈົ້າ​ຊອກ​ຫາ​ໃຜ?" 16 ໂຢເຊັບໄດ້​ຕອບ​ວ່າ,"ຂ້ອຍ​ຊອກ​ຫາ​ພວກ​ອ້າຍ​ຂອງຂ້ອຍ. ກະລຸນາ​, ບອກ​ຂ້ອຍ​ແດ່​ໄດ້​ບໍ່​ວ່າ​ພວກເຂົາກຳລັງລ້ຽງຝູງສັດ​ຢູ່​ໃສ?" 17 ຊາຍ​ຄົນ​ນັ້ນໄດ້​ຕອບ​ວ່າ,"ພວກເຂົາ​ຫາກໍໄປ​ຈາກ​ທີ່​ນີ້​, ຂ້ອຍ​ໄດ້ຍິນ​ພວກເຂົາ​ເວົ້າກັນວ່າ, ໃຫ້ພວກເຮົາໄປຍັງເມືອງ​ໂດທານກັນເທາະ."" ໂຢເຊັບ​ໄດ້​ໄປ ຕາມຫາພວກອ້າຍຂອງເຂົາ ແລະ​ໄດ້ພົບ​ພວກເຂົາ​ຢູ່​ທີ່​ເມືອງໂດທານ.

18 ພວກ​ອ້າຍ​ຫລຽວເຫັນເຂົາມາ​ແຕ່​ໄກ, ແລະ​ກ່ອນ​ທີ່ເຂົາຈະ​ເຂົ້າມາ​ໃກ້ພວກເຂົາ,​ ພວກເຂົາຈຶ່ງ​​ວາງແຜນ​ເພື່ອທີ່​ຈະ​ຂ້າ​​ເຂົາ. 19 ພວກອ້າຍຂອງເຂົາ​ໄດ້ເວົ້າ​ກັນ​ວ່າ, "ເບິ່ງແມ, ເຈົ້າຄົນ​ຊ່າງຝັນກຳລັງ​ມາ​. 20 ມາ​ດຽວນີ້, ໃຫ້​ພວກເຮົາ​ຂ້າ​ເຂົາ, ແລະ​ຖິ້ມເຂົາໄວ້ທີ່ບໍ່ເຫລົ່ານີ້ຈັກ​​ບໍ່​ຫນຶ່ງ. ພວກເຮົາຈະ​ເວົ້າ​ວ່າ​ສັດຮ້າຍ​ໄດ້ກັດ​ກິນ​ເຂົາ. ເຮົາ​​ຈະ​ໄດ້​ເຫັນ​ວ່າ ຄວາມຝັນ​ຂອງ​ເຂົາ​​ຈະ​ເປັນ​ຢ່າງ​ໃດ​." 21 ເມື່ອຣູເບັນໄດ້ຍິນພວກເຂົາເວົ້າດັ່ງນັ້ນ ກໍຊອກຫາວິທີຊ່ວຍໂຢເຊັບ. ລາວໄດ້​ເວົ້າ​ວ່າ, "ຢ່າ​ໃຫ້ເຮົາເອົາຊີວິດຂອງ​ລາວ​ເທາະ." 22 ຣູເບັນໄດ້ເວົ້າກັບພວກເຂົາວ່າ, "ຢ່າໃຫ້ເລືອດໄຫລເລີຍ.​ ໂຍນ​ເຂົາລົງ​ໃນ​ບໍ່ ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້​ກໍ​ພໍ, ແຕ່ຢ່າລົງມືຂ້າເຂົາເລີຍ ນັ້ນຄືລາວຈະ​ຊ່ວຍ​ໂຢເຊັບ​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ພວກເຂົາ ເພື່ອທີ່ຈະນຳເຂົາກັບໄປ​ຫາ​ພໍ່ຂອງເຂົາ. 23 ເມື່ອ​ໂຢເຊັບ​ມາ​ເຖິງ​ພວກອ້າຍຂອງເຂົາ​, ພວກເຂົາ​ໄດ້ຈັບເຂົາ​ແກ້​ເສື້ອຜ້າທີ່​ລາວນຸ່ງມາອອກ. 24 ແລ້ວ​ພວກເຂົາ​ກໍ​ຈັບ​ລາວ​ໂຍນ​ຖິ້ມ​ລົງ​ໃນ​ບໍ່​ ບໍ່ນັ້ນບໍ່ມີ​ນໍ້າ.

25 ພວກເຂົາໄດ້ນັ່ງລົງເພື່ອຈະກິນອາຫານ.​ ພວກເຂົາ​ກໍໄດ້​ເຫັນ, ແລະມີຄາລະວານຂອງ​ພວກ​ອິຊະມາເອນກຳລັງ​ເດີນທາງ​ມາ​ຈາກ​ເມືອງ​ກີເລອາດ, ພ້ອມກັບຝູງອູດຂອງພວກເຂົາບັນທຸກເຄື່ອງເທດ ແລະນ້ຳມັນພືດທີ່ມີກິ່ນຫອມ ແລະຢາງໄມ້ຫອມ. ​ພວກເຂົາກຳລັງເດີນທາງບັນທຸກສິນຄ້າລົງໄປ​ອີຢິບ. 26 ຢູດາໄດ້​ເວົ້າ​ກັບພວກ​ອ້າຍ​ນ້ອງ​ຂອງຕົນ​ວ່າ,"ຈະມີປະໂຫຍດອັນໃດ ຖ້າ​ເຮົາ​ຈະຂ້າ​ນ້ອງຊາຍຂອງເຮົາ ແລະ​ປົກປິດເລືອດຂອງເຂົາ​? 27 ມາເທາະໃຫ້ເຮົາຂາຍ​ເຂົາໃຫ້​ພວກອິຊະມາເອນ​ສາ. ແລ້ວ​​ບໍ່​ຕ້ອງ​ທຳຮ້າຍ​ເຂົາ. ເພາະ​ເຂົາ​ຄືນ້ອງຂອງເຮົາເປັນ​ເລືອດເນື້ອຂອງເຮົາ." ພວກ​ອ້າຍ​ນ້ອງ​ທັງຫລາຍຂອງເຂົາກໍ່ໄດ້ຮັບຟັງເຂົາ. 28 ​ພໍ່ຄ້າ​ຊາວ​ມີດີອານ​ໄດ້ຜ່ານ​ມາ ພວກອ້າຍຂອງເຂົາ. ໄດ້​ດຶງ​​ໂຢເຊັບ​ຂຶ້ນ​ມາ​ ແລະຍົກເຂົາອອກມາຈາກບໍ່ນັ້ນ. ພວກເຂົາໄດ້ຂາຍ​ໂຢເຊບໃຫ້​ກັບ​ຊາວ​ອິຊະມາເອນ​ເປັນເງິນຊາວຫລຽນ. ຊາວອິຊະມາເອນໄດ້​ພາ​ໂຢເຊັບ​ໄປ​ຍັງອີຢິບ.

29 ​ຣູເບັນໄດ້​ກັບ​ໄປ​ທີ່​ບໍ່ນັ້ນ, ແລະ, ເ​ບິ່ງເຖີດ, ໂຢເຊັບ​ບໍ່ໄດ້ຢູ່​ໃ​ນບໍ່ນັ້ນ. ເຂົາໄດ້ຈີກ​ເສື້ອຜ້າຂອງເຂົາ. 30 ເຂົາໄດ້​ກັບ​ມາ​ຫາ​ພວກ​ນ້ອ​ງຂອງ​ເຂົາ ແລະ​ໄດ້ເວົ້າ​ວ່າ, "ເດັກນັ້ນ​ບໍ່ໄດ້​ຢູ່​ທີ່ນ​ັ້ນ! ແລະຂ້ອຍ​ຈະ​ເຮັດ​ແນວ​ໃດ​?" 31 ພວກເຂົາ​ໄດ້​ຂ້າ​ແບ້ໂຕຫນຶ່ງ ແລະຈາກນັ້ນໄດ້​ເອົາ​ເສື້ອຜ້າ​ຂອງ​ໂຢເຊັບ ແລະ​ຈຸ່ມ​ໃສ່​ໃນເລືອດ​ນັ້ນ. 32 ແລ້ວ​ພວກເຂົາ​​ໄດ້ນຳມັນ​ໄປໃຫ້​ພໍ່ຂອງພວກເຂົາ ແລະໄດ້​ເວົ້າ​ວ່າ, "ພວກ​ເຮົາໄດ້​ພົບສິ່ງນີ້ຂໍເບິ່ງດູວ່າມັນເປັນ​ເສື້ອ​ຜ້າ. ຂອງ​ລູກຊາຍ​ຂອງ​ພໍ່​ຫລື​ບໍ່." 33 ຢາໂຄບຈື່​ໄດ້ ແລະ​ເວົ້າ​ວ່າ, "ນີ້​ເປັນ​ເສື້ອ​ຜ້າຂອງ​ລູກຊາຍ​ເຮົາ. ສັດຮ້າຍ​ໄດ້​ກັດ​ກິນ​ເຂົາແນ່ນອນ. ໂຢເຊັບໄດ້​ຖືກ​ສັດຮ້າຍ​ຈີກ​​ເປັນ​ຊິ້ນໆ​." 34 ຢາໂຄບໄດ້​ຈີກ​ເສື້ອ​ຜ້າຂອງເຂົາ ແລະ​ນຸ່ງ​ເສື້ອ​​ຜ້າ​ກະສອບ​ເຂົ້າ. ເພິ່ນ​ໄວ້ທຸກ​ໃຫ້​ລູກຊາຍ​ຂອງຕົນ​ເປັນ​ເວລາ​ນານ. 35 ລູກຊາຍ​ ແລະລູກສາວ​ທັງຫມົດຂອງເພິ່ນໄດ້ລຸກຂຶ້ນມາ​ປອບໃຈ​ເພິ່ນ, ແຕ່​ເພິ່ນ​ປະຕິເສດທີ່ຈະຮັບການປອບໂຍນ. ເພິ່ນໄດ້ເວົ້າ​ວ່າ, "ຂ້ອຍ​ຈະ​ລົງໄປທີ່ຢູ່ຂອງຄົນຕາຍຮ້ອງໃຫ້​ຄ້ຳຄວນເຖິງລູກຊາຍ​ຂອງຂ້ອຍ." ພໍ່ຂອງເຂົາໄດ້ຮ້ອງໃຫ້ເຖິງເຂົາ. 36 ຊາວມີ​ດີອານໄດ້ຂາຍເຂົາໃນ​ເອຢິບ ໃຫ້ກັບໂປທິຟາ,​ ຂ້າຣາຊການຂອງຟາຣາໂອ, ​ທີ່​ເປັນ​ຫົວຫນ້າ​ຣາຊອົງຄະລັກ.