ບົດທີ 26
1
ບັດນີ້ໄດ້ເກີດມີການອຶດຢາກອາຫານໃນແຜ່ນດິນ, ນອກເຫນືອໄປຈາກທີ່ເຄີຍເກີດຂຶ້ນຄັ້ງໃນສະໄຫມຂອງອັບຣາຮາມ. ອີຊາກຈຶ່ງໄປຫາເຈົ້າອາບີເມເຫລັກ, ຜູ້ທີ່ເປັນກະສັດຂອງຊາວຟີລິດສະຕິນທີ່ເມືອງເກຣາກ.
2
ພຣະຢາເວໄດ້ປາກົດແກ່ເຂົາແລະບອກເພິ່ນວ່າ, "ຢ່າລົງໄປຍັງອີຢິບ; ຈົ່ງຢູ່ໃນແຜ່ນດິນທີ່ເຮົາບອກໃຫ້ເຈົ້າອາໄສຢູ່.
3
ຈົ່ງຢູ່ໃນແຜ່ນດິນແຫ່ງນີ້ແຫລະ, ແລະເຮົາຈະຢູ່ນຳເຈົ້າ ແລະອວຍພອນເຈົ້າ, ສຳລັບເຈົ້າ ແລະເຊື້ອສາຍທັງຫລາຍຂອງເຈົ້າ, ເຮົາຈະໃຫ້ແຜ່ນດິນທັງຫມົດເຫລົ່ານີ້, ແລະເຮົາຈະເຮັດໃຫ້ຄຳສັນຍາຊຶ່ງເຮົາໄດ້ໃຫ້ໄວ້ກັບອັບຣາຮາມ ພໍ່ຂອງເຈົ້ານັ້ນສຳເລັດ.
4
ເຮົາຈະໃຫ້ເຊື້ອສາຍທັງຫລາຍຂອງເຈົ້າທະວີຫລາຍຂຶ້ນ ເຫມືອນດວງດາວທັງຫລາຍໃນທ້ອງຟ້າ, ແລະເຮົາຈະໃຫ້ດິນແດນເຫລົ່ານີ້ໃຫ້ເຊື້ອສາຍທັງຫລາຍຂອງເຈົ້າ. ປະຊາຊາດທັງຫມົດຂອງແຜ່ນດິນນີ້ ຈະໄດ້ຮັບພຣະພອນຜ່ານທາງເຊື້ອສາຍທັງຫລາຍຂອງເຈົ້າ.
5
ເຮົາຈະເຮັດສິ່ງນີ້ເພາະອັບຣາຮາມ ໄດ້ເຊື່ອຟັງສຽງຂອງເຮົາ, ແລະຮັກສາຄຳສັ່ງສອນຂອງເຮົາ. ກົດບັນຍັດທັງຫລາຍຂອງເຮົາ, ແລະທັມບັນຍັດທັງຫລາຍຂອງເຮົາ."
6
ດັ່ງນັ້ນ ອີຊາກຈຶ່ງໄດ້ຕັ້ງຖິ່ນທີ່ເມືອງເກຣາກ.
7
ເມື່ອຜູ້ຊາຍທັງຫລາຍຂອງສະຖານທີ່ນັ້ນຖາມເພິ່ນກ່ຽວກັບເມຍຂອງເພິ່ນ, ເພິ່ນຕອບວ່າ, "ນາງເປັນນ້ອງສາວ." ເພິ່ນຢ້ານທີ່ຈະເວົ້າວ່າ, "ນາງເປັນເມຍຂອງຕົນ," ເພາະເພິ່ນໄດ້ຄິດວ່າ, "ຜູ້ຊາຍທັງຫລາຍຂອງສະຖານທີ່ນີ້ຈະຂ້າເພິ່ນ ເພື່ອເອົານາງເຣເບກາໄປ, ເພາະນາງສວຍງາມຫລາຍ."
8
ຫລັງຈາກທີ່ອີຊາກອາໄສຢູ່ທີ່ນັ້ນເປັນເວລານານ, ກະສັດຂອງຊາວຟີລິດສະຕິນໄດ້ຫລຽວລົງມາຈາກປ່ອງຢ້ຽມນີ້, ແລະພະອົງໄດ້ຊົງເຫັນອີຊາກກຳລັງກອດນາງເຣເບກາ, ເມຍຂອງຕົນຢູ່.
9
ເຈົ້າອາບີເມເຫລັກໄດ້ຊົງເອີ້ນໃຫ້ອີຊາກມາເຂົ້າເຝົ້າພະອົງ ແລະເວົ້າວ່າ,"ເບິ່ງດູ, ນາງຕ້ອງເປັນເມຍຂອງເຈົ້າແທ້. ແຕ່ເປັນຫຍັງເຈົ້າຈຶ່ງເວົ້າວ່າ, "ນາງເປັນນ້ອງສາວຂອງເຈົ້າ?" ອີຊາກໄດ້ຕອບພະອົງວ່າ,"ເພາະຂ້ານ້ອຍໄດ້ຄິດວ່າບາງຄົນອາດຈະຂ້າ ຂ້ານ້ອຍເພື່ອເອົານາງໄປ."
10
ອາບີເມເຫລັກໄດ້ກ່າວວ່າ, "ເຈົ້າໄດ້ເຮັດຫຍັງກັບເຮົາດັ່ງນີ້? ຜູ້ຊາຍຄົນໃດຫນຶ່ງຄົນອາດໄດ້ຫລັບນອນກັບເມຍຂອງເຈົ້າໄດ້ງ່າຍໆ, ແລະ ເຈົ້າຈະນຳຄວາມຜິດມາຜິດສູ່ເຮົາ."
11
ດັ່ງນັ້ນ ອາບີເມເຫລັກຈຶ່ງໄດ້ຊົງເຕືອນປະຊາຊົນທັງຫມົດ ແລະ ກ່າວວ່າ, "ຜູ້ໃດແຕະຕ້ອງຜູ້ຊາຍຄົນນີ້ຫລືເມຍຂອງລາວ ຜູ້ນັ້ນຈະຕ້ອງຮັບໂທດເຖິງຕາຍ."
12
ອີຊາກໄດ້ປູກພືດເທິງແຜ່ນດິນ ແລະ ເກັບກຽ່ວຜົນໃນປີດຽວກັນນັ້ນ, ຫນຶ່ງຮ້ອຍເພາະພຣະຢາເວໄດ້ຊົງອວຍພຣະພອນເພິ່ນ.
13
ຊາຍຄົນນັ້ນໄດ້ກາຍເປັນຄົນຮັ່ງມີ, ແລະ ເພີ່ມຫລາຍຂຶ້ນ ແລະ ຫລາຍຂຶ້ນ ຈົນກະທັ້ງເພິ່ນໄດ້ກາຍເປັນຜູ້ຍິ່ງໃຫຍ່.
14
ເພິ່ນໄດ້ມີຝູງແກະ, ແລະ ຝູງສັດຫລວງຫລາຍ, ແລະ ມີຄົນຮັບໃຊ້ຫລາຍຄົນ. ຄົນຟີລິດສະຕິນຈຶ່ງອິດສາເພິ່ນ.
15
ບັດນີ້ ບໍ່ນໍ້າທັງຫມົດ ທີ່ຄົນຮັບໃຊ້ທັງຫລາຍຂອງພໍ່ເພິ່ນໄດ້ຂຸດໄວ້ໃນສະໄຫມຂອງອັບຣາຮາມພໍ່ຂອງເພິ່ນ, ພວກຄົນຟິລິດສະຕິນໄດ້ຖົມບໍ່ນ້ຳເຫລົ່ານີ້ດ້ວຍດິນ.
16
ເຈົ້າອາບີເມເຫລັກໄດ້ບອກກັບອີຊາກວ່າ," ຈົ່ງໄປຈາກເຮົາເຖີດ, ເພາະເຈົ້າມີກຳລັງຫລາຍກວ່າພວກເຮົາ."
17
ດັ່ງນັ້ນ ອີຊາກຈຶ່ງໄດ້ໄປຈາກທີ່ນັ້ນ ແລະໄດ້ຕັ້ງຖິ່ນຖານຢູ່ໃນຮ່ອມພູຂອງເມືອງເກຣາກ, ແລະໄດ້ອາໄສຢູ່ທີ່ນັ້ນ.
18
ອີກຄັ້ງຫນຶ່ງທີ່ອີຊາກໄດ້ຂຸດບໍ່ນໍ້າເກົ່າທີ່ພວກເຂົາໄດ້ຂຸດແລ້ວ, ໃນສະໄຫມຂອງອັບຣາຮາມພໍ່ຂອງເພິ່ນ. ແຕ່ຄົນຟີລິດສະຕິນໄດ້ຖົມບໍ່ນໍ້າເຫລົ່ານັ້ນ ຫລັງການຕາຍຂອງອັບຣາຮາມ. ອີຊາກເອີ້ນຊື່ບໍ່ນໍ້າທັງຫລາຍນີ້ດ້ວຍຊື່ດຽວກັນຕາມທີ່ພໍ່ຂອງຕົນໄດ້ເອີ້ນມາແລ້ວ.
19
ເມື່ອຄົນຮັບໃຊ້ທັງຫລາຍຂອງອີຊາກໄດ້ຂຸດບໍ່ນໍ້າທີ່ຮ່ອມພູ, ພວກເຂົາໄດ້ພົບບໍ່ນໍ້າທີ່ມີນ້ຳໄຫລ.
20
ຄົນລ້ຽງສັດທັງຫລາຍຂອງຊາວເກຣາກ ໄດ້ຖົກຖຽງກັນກັບຄົນລ້ຽງສັດຂອງອີຊາກ, ແລະເວົ້າວ່າ,"ບໍ່ນໍ້ານີ້ເປັນຂອງພວກເຮົາ." ດັ່ງນັ້ນ ອີຊາກຈຶ່ງໄດ້ເອີ້ນຊື່ບໍ່ນໍ້ານັ້ນວ່າ,"ທະເລາະກັບເຂົາ."
21
ຈາກນັ້ນພວກເຂົາໄດ້ຂຸດບໍ່ນໍ້າອີກບໍ່ຫນຶ່ງ, ແລະພວກເຂົາກໍໄດ້ຖົກຖຽງກັນດ້ວຍບໍ່ນ້ຳນີ້ອີກ, ດັ່ງນັ້ນ ເພິ່ນຈຶ່ງໄດ້ໃສ່ຊື່ບໍ່ນໍ້ານີ້ວ່າ,"ສັດຕຣູ."
22
ເພິ່ນໄດ້ຈາກທີ່ນັ້ນໄປ ແລະໄດ້ຂຸດບໍ່ນໍ້າບໍ່ຫນຶ່ງອີກ, ແຕ່ພວກເຂົາບໍ່ໄດ້ມີການຖົກຖຽງກັນເລື່ອງບໍ່ນ້ຳບໍ່ນີ້. ດັ່ງນັ້ນ ເພິ່ນຈຶ່ງໄດ້ໃສ່ຊື່ບໍ່ນໍ້ານີ້ວ່າ, "ອິສະຫລະພາບ." ແລະ ເພິ່ນໄດ້ເວົ້າວ່າ, "ບັດນີ້ ພຣະຢາເວໄດ້ໃຫ້ອິສະຫລະພາບແກ່ພວກເຮົາ, ແລະພວກເຮົາຈະຈະເລີນຮຸ່ງເຮືອງຂຶ້ນໃນແຜ່ນດິນນີ້."
23
ແລ້ວອີຊາກໄດ້ຂຶ້ນໄປຈາກທີ່ນັ້ນ ໄປຍັງເມືອງເບເອນເຊບາ.
24
ພຣະຢາເວໄດ້ຊົງປາກົດແກ່ເພິ່ນ ໃນຄືນດຽວກັນນັ້ນ ແລະ ກ່າວວ່າ, "ເຮົາເປັນພຣະເຈົ້າຂອງອັບຣາຮາມພໍ່ຂອງເຈົ້າ, ຢ່າຢ້ານເລີຍ, ເພາະເຮົາຢູ່ກັບເຈົ້າ, ແລະ ຈະອວຍພອນເຈົ້າ ແລະ ເຮັດໃຫ້ເຊື້ອສາຍທັງຫລາຍຂອງເຈົ້າທະວີຫລາຍຂຶ້ນ, ເພາະເຫັນແກ່ອັບຣາຮາມຜູ້ຮັບໃຊ້ຂອງເຮົາ."
25
ອີຊາກໄດ້ສ້າງແທ່ນບູຊາທີ່ນັ້ນ ແລະ ໄດ້ຮ້ອງອອກພຣະນາມພຣະຢາເວ. ທີ່ນັ້ນເພິ່ນໄດ້ຕັ້ງເຕັນເພິ່ນ, ແລະ ຄົນຮັບໃຊ້ທັງຫລາຍຂອງເພິ່ນໄດ້ຂຸດບໍ່ນໍ້າຕື່ມອີກ.
26
ຈາກເກຣາກດັ່ງນັ້ນອາບີເມເຫລັກພ້ອມກັບອາຮູຊາດ, ສະຫາຍຂອງເຂົາ, ແລະ ຟີໂກນ, ແມ່ທັບຂອງພະອົງໄດ້ໄປຫາເຂົາ.
27
ອີຊາກໄດ້ເວົ້າກັບພວກເຂົາວ່າ, "ພວກທ່ານມາຫາຂ້ານ້ອຍເຮັດຫຍັງໃນເມື່ອພວກທ່ານກຽດຊັງຂ້ານ້ອຍ ແລະ ຂັບໄລ່ຂ້ານ້ອຍອອກມາຈາກດິນແດນຂອງທ່ານ?"
28
ພວກເຂົາໄດ້ຕອບວ່າ,"ເຮົາໄດ້ເຫັນຢ່າງຊັດເຈນແລ້ວວ່າພຣະຢາເວ ຊົງສະຖິດຢູ່ກັບເຈົ້າ. ດັ່ງນັ້ນເຮົາຈຶ່ງໄດ້ຕັດສິນໃຈແລ້ວວ່າ ຄວນຈະໃຫ້ມີການໃຫ້ສັດຈະສາບານລະຫວ່າງພວກເຮົາຄືລະຫວ່າງເຮົາກັບທ່ານ. ໃຫ້ເຮົາເຮັດພັນທະສັນຍາກັບທ່ານ,
29
ທີ່ທ່ານຈະບໍ່ທຳຮ້າຍພວກເຮົາ ເຊັ່ນດຽວກັນ, ເຮົາຈະບໍ່ທຳຮ້າຍທ່ານ, ແລະເຫມືອນທີ່ເຮົາໄດ້ດູແລທ່ານເປັນຢ່າງດີ. ແລະສົ່ງທ່ານຈາກມາຢ່າງສັນຕິ, ທ່ານເປັນຜູ້ທີ່ພຣະຢາເວອວຍພຣະພອນຈິງໆ."
30
ດັ່ງນັ້ນອີຊາກຈຶ່ງໄດ້ລ້ຽງອາຫານພວກເພິ່ນ, ແລະພວກເພິ່ນພາກັນກິນແລະດື່ມ.
31
ພວກເຂົາໄດ້ຕື່ນແຕ່ເຊົ້າມືດ ແລະເຮັດຄຳສາບານຕໍ່ກັນ ແລະກັນ. ຈາກນັ້ນອີຊາກໄດ້ສົ່ງພວກເພິ່ນໄປ, ແລະພວກເພິ່ນໄດ້ຈາກໄປຢ່າງສັນຕິ.
32
ຄົນຮັບໃຊ້ຂອງອີຊາກໄດ້ມາ ແລະບອກເພິ່ນກຽ່ວກັບບໍ່ນໍ້າທີ່ພວກເຂົາໄດ້ຂຸດ. ພວກເຂົາກ່າວວ່າ,"ພວກເຮົາໄດ້ພົບນໍ້າແລ້ວ."
33
ເພິ່ນໄດ້ໃສ່ຊື່ບໍ່ນໍ້ານັ້ນວ່າ, "ສາບານ" ເມືອງນັ້ນຈຶ່ງຖືກເອີ້ນຊື່ວ່າເບເອນເຊບາ, ຈົນເຖິງທຸກວັນນີ້.
34
ເມື່ອເອຊາວອາຍຸໄດ້ ສີ່ສິບປີ, ເຂົາໄດ້ມີເມຍຄື, ນາງຢູດິດ ລູກສາວຂອງເບເອຣີຄົນຮິດຕີ, ແລະນາງບາເສມາດ ລູກສາວຂອງເອໂລນຄົນຮິດຕີ.
35
ພວກເຂົາໄດ້ນຳຄວາມໂສກເສົ້າມາສູ່ອີຊາກ ແລະນາງເຣເບກາ.