ບົດທີ 15
1
ຫລັງຈາກສິ່ງເຫລົ່ານີ້ແລ້ວຄຳສັ່ງຂອງພຣະຢາເວໄດ້ມາເຖິງອັບຣາມ, ໃນນິມິດກ່າວວ່າ, "ຢ່າຢ້ານເລີຍ, ອັບຣາມ! ເຮົາເປັນໂລ້ກຳບັງຂອງເຈົ້າ ແລະ ບຳເຫນັດອັນຍິ່ງໃຫຍ່ຂອງເຈົ້າ."
2
ອັບຣາມໄດ້ຕອບວ່າ, "ອົງພຣະຜູ້ເປັນເຈົ້າພຣະຢາເວ, ພຣະອົງຈະຊົງໃຫ້ສິ່ງໃດແກ່ຂ້ານ້ອຍ, ໃນເມື່ອຂ້ານ້ອຍຍັງບໍ່ມີລູກຊາຍ, ແລະ ຜູ້ສືບທອດມໍຣະດົກຂອງບ້ານຂ້ານ້ອຍກໍຄືເອລີເອເຊ ຊາວດາມັສກັດບໍ?"
3
ອັບຣາມໄດ້ທູນອີກວ່າ, "ຕັ້ງແຕ່ພຣະອົງບໍ່ໄດ້ໃຫ້ຂ້ານ້ອຍມີລູກ, ເບິ່ງແມ, ພໍ່ບ້ານຂອງຂ້ານ້ອຍກໍຄືຜູ້ສືບທອດມໍຣະດົກຂອງຂ້ານ້ອຍ."
4
ຈາກນັ້ນ, ເບິ່ງແມ, ຄຳສັ່ງຂອງພຣະຢາເວໄດ້ມາເຖິງເຂົາກ່າວວ່າ, "ຄົນຜູ້ນີ້ຈະບໍ່ແມ່ນຜູ້ຮັບມໍຣະດົກຂອງເຈົ້າ, ແຕ່ຜູ້ທີ່ຈະມາຈາກຮ່າງກາຍຂອງເຈົ້າຈະເປັນຜູ້ຮັບມໍຣະດົກຂອງເຈົ້າ."
5
ຈາກນັ້ນພຣະອົງໄດ້ຊົງພາ ເພິ່ນອອກໄປຂ້າງນອກ, ແລະ ບອກວ່າ, "ຈົ່ງເບິ່ງເທິງທ້ອງຟ້າ, ແລະ ນັບດວງດາວທັງຫລາຍຖ້າເຈົ້າສາມາດນັບພວກມັນໄດ້." ຈາກນັ້ນພຣະອົງໄດ້ບອກແກ່ເຂົາອີກວ່າ, "ດັ່ງນັ້ນເຊື້ອສາຍຂອງເຈົ້າກໍຈະເປັນຢ່າງນັ້ນ."
6
ເຂົາເຊື່ອພຣະຢາເວ, ແລະ ພຣະອົງຊົງຖືວ່ານີ້ຄືຄວາມຊອບທັມຂອງເຂົາ.
7
ພຣະອົງໄດ້ກ່າວແກ່ເພິ່ນວ່າ, "ເຮົາຄືພຣະຢາເວ, ຜູ້ທີ່ນຳພາເຈົ້າອອກມາຈາກເມືອງອູເຣຂອງຄົນເຄນເດຍ, ເພື່ອທີ່ຈະໃຫ້ດິນແດນນີ້ເປັນກຳມະສິດຂອງເຈົ້າ."
8
ເພິ່ນໄດ້ເວົ້າວ່າ, "ອົງພຣະຜູ້ເປັນເຈົ້າພຣະຢາເວ, ຂ້ານ້ອຍຈະຮູ້ໄດ້ຢ່າງໃດ ວ່າຂ້ານ້ອຍຈະໄດ້ແຜ່ນດິນນີ້ເປັນກຳມະສິດ?"
9
ຈາກນັ້ນພຣະອົງໄດ້ສັ່ງເພິ່ນວ່າ, "ຈົ່ງເອົາງົວແມ່ອາຍຸສາມປີຫນຶ່ງໂຕ, ແບ້ແມ່ອາຍຸສາມປີຫນຶ່ງໂຕ, ແກະເຖິກອາຍຸສາມປີຫນຶ່ງໂຕ, ນົກເຂົາຫນຶ່ງໂຕ, ກັບນົກກາງແກໜຸ່ມຫນຶ່ງໂຕມາໃຫ້ເຮົາ."
10
ເພິ່ນໄດ້ນຳສິ່ງເຫລົ່ານີ້ທັງຫມົດມາໃຫ້ພຣະອົງ, ແລະ ຕັດອອກເປັນສອງທ່ອນ, ແລະ ວາງແຕ່ລະທ່ອນໄວ້ກົງກັນຂວ້າມກັນ, ແຕ່ເຂົາບໍ່ໄດ້ຕັດແບ່ງພວກນົກ.
11
ເມື່ອພວກນົກທີ່ລ່າເຫຍື່ອບິນລົງມາເທິງເຫລົ່າຊາກສັດທັງຫລາຍ, ອັບຣາມກໍໄດ້ໄລ່ພວກມັນໄປ.
12
ຈາກນັ້ນເມື່ອດວງຕາເວັນໄດ້ລັບຂອບຟ້າແລ້ວ, ອັບຣາມຮູ້ສຶກງ່ວງນອນ ແລະ, ເບິ່ງເຖີດ, ຄວາມມືດທີ່ເລິກລ້ຳແລະ ຫນ້າຢ້ານກົວອັນໃຫຍ່ກໍໄດ້ມາຄອບງຳເພິ່ນໄວ້.
13
ພຣະຢາເວຈຶ່ງໄດ້ກ່າວກັບອັບຣາມວ່າ, "ຈົ່ງຮູ້ແນ່ເຖີດວ່າເຊື້ອສາຍທັງຫລາຍຂອງເຈົ້າຈະເປັນຄົນຕ່າງດ້າວຢູ່ໃນດິນແດນທີ່ບໍ່ແມ່ນຂອງພວກເຂົາ, ແລະ ຈະຖືກບັງຄັບໃຫ້ເປັນທາດ ແລະ ຖືກກົດຂີ່ຂົ່ມເຫັງເປັນເວລາສີ່ຮ້ອຍປີ.
14
ເຮົາຈະພິພາກສາຊົນຊາດນັ້ນທີ່ ພວກເຂົາຮັບໃຊ້ເຊັ່ນນັ້ນ, ແລະຫລັງຈາກນັ້ນພວກເຂົາຈະອອກມາພ້ອມກັບຊັບສົມບັດຢ່າງຫລວງຫລາຍ.
15
ແຕ່ເຈົ້າຈະໄປຫາບັນພະບຸຣຸດຂອງເຈົ້າຢ່າງສະຫງົບ, ແລະ ເຈົ້າຈະຖືກຝັງເມື່ອອາຍຸຫລາຍແລ້ວ.
16
ໃນຊົ່ວອາຍຸຄົນທີສີ່ພວກເຂົາຈະມາທີ່ນີ້ອີກຄັ້ງ, ເພາະວ່າຄວາມຊົ່ວຊ້າຂອງຊາວອາໂມໄຣຍັງບໍ່ເຖິງຂີດສຸດ."
17
ເມື່ອດວງຕາເວັນຕົກດິນ ແລະ ມືດແລ້ວ, ເບິ່ງເຖີດມີຫມໍ້ຄວັນໄຟ, ແລະ ມີໂຄມໄຟໄດ້ຜ່ານໄປລະຫວ່າງຊາກສັດເຫລົ່ານັ້ນ.
18
ໃນວັນນັ້ນພຣະຢາເວໄດ້ຊົງຕັ້ງພັນທະສັນຍາກັບອັບຣາມ, ກ່າວວ່າ, "ໂດຍໃນນີ້ເຮົາມອບດິນແດນນີ້ໃຫ້ແກ່ເຊື້ອສາຍທັງຫລາຍຂອງເຈົ້າ, ຈາກແມ່ນ້ຳແຫ່ງອີຢິບ ຈົນເຖິງແມ່ນໍ້າໃຫຍ່, ຄືແມ່ນ້ຳເອີຟຣັດ
19
ດິນແດນຂອງຄົນເກນິດ, ຄົນເກນິດຊີ, ຄົນກັດໂມ,
20
ຄົນຮິດຕີ, ຄົນເປຣີຊີ, ຄົນເຣຟາອີມ,
21
ຄົນອາໂມ, ຄົນການາອານ, ຄົນກີກາຊີ, ແລະ ຄົນເຢບຸດ."