ບົດທີ 1

1 ໂປໂລ, ຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າ, ທີ່ໄດ້ຮັບການຊົງເອີ້ນໃຫ້ເປັນອັກຄະສາວົກ, ແລະ ຕັ້ງໄວ້ໃຫ້ປະກາດຂ່າວປະເສີດຂອງພຣະເຈົ້າ. 2 ນີ້ເປັນຂ່າວປະເສີດທີ່ພຣະອົງໄດ້ຊົງສັນຍາໄວ້ລ່ວງຫນ້າໂດຍຜ່ານຜູ້ປະກາດພຣະຄັມຂອງພຣະອົງໃນພຣະຄັມພີສັກສິດ. 3 ຂ່າວປະເສີດນັ້ນກ່ຽວກັບພຣະບຸດຂອງພຣະອົງ, ຜູ້ທີ່ໄດ້ຊົງບັງເກີດມາຈາກເຊື້ອສາຍຂອງດາວິດໂດຍທາງເນື້ອຫນັງ. 4 ໂດຍການເປັນຄືນຂື້ນມາຈາກຄວາມຕາຍນັ້ນ, ພຣະອົງໄດ້ຮັບການປະກາດໃຫ້ເປັນພຣະບຸດຂອງພຣະເຈົ້າຜູ້ຊົງຣິດໂດຍພຣະວິນຍານແຫ່ງຄວາມບໍຣິສຸດ - ຄືພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງເຮົາ. 5 ໂດຍທາງພຣະອົງນັ້ນ ພວກເຮົາຈະໄດ້ຮັບພຣະຄຸນ ແລະ ການເຮັດຫນ້າທີ່ເປັນອັກຄະສາວົກ ເພື່ອໄປປະກາດໃຫ້ຄົນທຸກຊາດເຊື່ອຟັງຕາມຄວາມເຊື່ອນັ້ນໃນທົ່ວທຸກຊາດ, ເພື່ອເຫັນແກ່ພຣະນາມຂອງພຣະອົງ. 6 ໃນບັນດາຊົນຊາດເຫລົ່ານີ້, ທ່ານກໍ່ໄດ້ຮັບການຊົງເອີ້ນໃຫ້ເປັນຄົນຂອງພຣະເຢຊູຄຣິດເຈົ້າດ້ວຍ. 7 ຈົດຫມາຍສະບັບນີ້ເຖິງທຸກທ່ານທີ່ຢູ່ໃນນະຄອນໂຣມ, ຜູ້ທີ່ພຣະເຈົ້າຊົງຮັກ, ແລະ ຊົງເອີ້ນໃຫ້ເປັນໄພ່ພົນ. ຂໍພຣະຄຸນ ແລະ ສັນຕິສຸກຊຶ່ງມາຈາກພຣະເຈົ້າພຣະບິດາຂອງພວກເຮົາທັງຫລາຍ, ແລະ ຈາກພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງດຳຣົງຢູ່ກັບພວກທ່ານທັງຫລາຍເຖີດ. 8 ກ່ອນອື່ນ, ຂ້າພຣະເຈົ້າຂໍຂອບພຣະຄຸນພຣະເຈົ້າຂອງຂ້າພຣະເຈົ້າສຳຫລັບພວກທ່ານທຸກຄົນໂດຍທາງພຣະເຢຊູຄຣິດເຈົ້າ, ເພາະຄວາມເຊື່ອຂອງທ່ານເປັນທີ່ຮູ້ຈັກກັນໄປທົ່ວໂລກ. 9 ເພາະພຣະເຈົ້າຊົງເປັນພະຍານຂອງຂ້າພຣະເຈົ້າວ່າ, ຜູ້ທີ່ຂ້າພຣະເຈົ້າໄດ້ຮັບໃຊ້ດ້ວຍວິນຍານຂອງຂ້າພຣະເຈົ້າ ໃນການປະກາດເລື່ອງຂ່າວປະເສີດຂອງພຣະບຸດນັ້ນ, ຂ້າພຣະເຈົ້າຈະກ່າວເຖິງພວກທ່ານຢ່າງຕໍ່ເນື່ອງ. 10 ຂ້າພຣະເຈົ້າທູນຂໍໃນຄຳອະທິຖານຂອງຂ້າພຣະເຈົ້າສະເຫມີວ່າ ຫາກເປັນຄວາມປະສົງຂອງພຣະເຈົ້າແລ້ວ ໃນທີ່ສຸດຂ້າພຣະເຈົ້າຈະໄດ້ມາຫາທ່ານຕອນນີ້ໂດຍວິທີໃດວິທີຫນຶ່ງ. 11 ເພາະວ່າຂ້າພຣະເຈົ້າປາຖນາຈະພົບທ່ານ, ເພື່ອຈະນຳຂອງປຣະທານຝ່າຍວິນຍານມາໃຫ້ແກ່ທ່ານ, ເພື່ອທີ່ຈະເສີມກຳລັງທ່ານ. 12 ນັ້ນຄື, ຂ້າພຣະເຈົ້າປາຖນາທີ່ຈະໄດ້ຮັບການຫນູນໃຈຊຶ່ງກັນແລະກັນໃນບັນດາພວກທ່ານ, ຜ່ານທາງຄວາມເຊື່ອຂອງແຕ່ລະຄົນຄືຄວາມເຊື່ອຂອງ, ທ່ານ ແລະ ຂອງຂ້າພຣະເຈົ້າ. 13 ອ້າຍນ້ອງທັງຫລາຍ, ບັດນີ້ຂ້າພຣະເຈົ້າບໍ່ຢາກໃຫ້ທ່ານທີ່ຈະບໍ່ຮັບຮູ້ວ່າ, ຂ້າພຣະເຈົ້າຕັ້ງໃຈຈະມາຫາທ່ານຫລາຍເທື່ອ, (ແຕ່ຈົນເຖິງປະຈຸບັນນີ້ກໍ່ຍັງມີອຸປະສັກຢູ່), ຂ້າພຣະເຈົ້າຕ້ອງການຈະເຮັດຢ່າງນີ້ເພື່ອທີ່ຈະມີການເກັບກ່ຽວ ໃນທ່າມກາງພວກທ່ານ, ເຊັ່ນດຽວກັບຊົນຊາດອື່ນໆ. 14 ຂ້າ​ພຣະ​ເຈົ້າເປັນຫ​ນີ້ທັງຊາວກຣີກ ແລະ ຄົນຕ່າງຊາດ, ເປັນ​ຫ​ນີ້​ທັງພວກ​ນັກ​ປຣາດທີ່ສະຫລາດ ແລະ ຄົນໂງ່​ດ້ວຍ. 15 ດັ່ງນັ້ນ, ສ​ຳ​ລັບຂ້າພຣະເຈົ້າແລ້ວ, ຂ້​າ​ພຣະ​ເຈົ້າ​ພ້ອມທີ່ຈະປະກາດຂ່າວປະເສີດແກ່ທ່ານທີ່ຢູ່ໃນນະ​ຄອນ ໂຣມດ້ວຍ. 16 ເພາະຂ້າ​ພຣະ​ເຈົ້າບໍ່ລະອາຍໃນຂ່າວປະເສີດ, ເພາະວ່າຂ່າວປະເສີດນັ້ນ​ເປັນ​ຣິດ​ທາ​ນຸ​ພາບຂອງພຣະເຈົ້າ ເພື່ອໃຫ້ທຸກຄົນທີ່ເຊື່ອຈະໄດ້ຮັບຄວາມ​ພົ້ນ, ສຳລັບພວກຊາວຢິວກ່ອນ ແລະ ສຳລັບ​ພວກກຣີກນຳອີກ. 17 ເພາະວ່າໃນຂ່າວປະ​ເສີດ​ນັ້​ນ ຄວາມຊອບທັມຂອງພຣະເຈົ້າກໍໄດ້ເປີດເຜີຍອອກ​ມາໂດຍເລີ້ມ​ຕົ້ນ​ຈາກຄວາມເຊື່ອສູ່ຄວາມເຊື່ອ, ດັ່ງ​ທີ່​ມີຂຽນໄວ້ວ່າ, "ຄົນຊອບທັມຈະດຳ​ຣົງຊີວິດຢູ່ໂດຍຄວາມເຊື່ອ." 18 ເພາະວ່າພຣະເຈົ້າຊົງສຳແດງຄວາມໂກດຮ້າຍຂອງພຣະອົງຈາກສະຫວັນ ຕໍ່ຄວາມອະຍຸຕິທັມ ແລະ ຄວາມບໍ່ຊອບທັມທັງມວນຂອງມະນຸດ, ທີ່ເອົາຄວາມບໍ່ຊອບທັມມາຂັດຂວາງຄວາມຈິງ. 19 ນີ້ເປັນເພາະວ່າການທີ່ຈະຮູ້ຈັກວ່າ ພຣະເຈົ້າໄດ້ຈະແຈ້ງກັບພວກເຂົາທັງຫລາຍ. ເພາະວ່າພຣະເຈົ້າໄດ້ຊົງສຳແດງແກ່ເຂົາແລ້ວ. 20 ເພາະວ່າສະພາບຂອງພຣະເຈົ້າທີ່ບໍ່ປາກົດໃຫ້ເຫັນນັ້ນ, ກໍ່ໄດ້ປາກົດແຈ້ງຂຶ້ນ, ຕັ້ງແຕ່ທີ່ຊົງສ້າງໂລກ, ໃນສິ່ງເຫລົ່ານັ້ນ ເປັນທີ່ເຂົ້າໃຈໄດ້ຜ່ານທາງສັບພະສິ່ງທີ່ຊົງສ້າງຂຶ້ນ. ດັ່ງນັ້ນ ພວກເຂົາຈຶ່ງບໍ່ມີຂໍ້ແກ້ຕົວຫຍັງເລີຍ. 21 ນີ້ເປັນເພາະວ່າ, ເຖິງແມ່ນວ່າພວກເຂົາໄດ້ຮູ້ຈັກພຣະເຈົ້າແລ້ວ, ພວກເຂົາກໍບໍ່ໄດ້ຖວາຍກຽດແດ່ພຣະເຈົ້າໃຫ້ສົມກັບທີ່ຊົງເປັນພຣະເຈົ້າ, ແລະ ພວກເຂົາກໍບໍ່ໄດ້ຂອບພຣະຄຸນພຣະອົງ. ແຕ່ພວກເຂົາກັບຄິດແບບໂງ່ ໆ ໃນສິ່ງທີ່ບໍ່ມີປະໂຫຍດ ແລະ ຈິດໃຈອັນໂງ່ຈ້າຂອງພວກເຂົາກໍມືດລົງ. 22 ພວກເຂົາໄດ້ອ້າງຕົວວ່າມີປັນຍາສະຫລາດ, ແຕ່ພວກເຂົາໄດ້ກາຍເປັນຄົນໂງ່ຈ້າໄປ. 23 ພວກເຂົາໄດ້ເອົາສະຫງ່າຣາສີຂອງພຣະເຈົ້າຜູ້ເປັນອຳມະຕະມາແລກປ່ຽນ ກັບຮູບພາບແກະສະຫລັກຂອງມະນຸດທີ່ຕ້ອງຕາຍ, ຫລື ຮູບນົກ, ຮູບສັດເດັຽຣະສານສີ່ຕີນ, ແລະ ຮູບສັດເລືອຄານ. 24 ເຫດສະນັ້ນ ພຣະເຈົ້າຈຶ່ງຊົງປ່ອຍພວກເຂົາໃຫ້ປະພຶດການຊົ່ວຊ້າຕາມຣາຄະຕັນຫາໃນໃຈຂອງພວກເຂົາ, ໃຫ້ພວກເຂົາເຮັດສິ່ງທີ່ຫນ້າອັບອາຍຕໍ່ຮ່າງກາຍຂອງກັນ ແລະ ກັນ. 25 ເພາະວ່າພວກເຂົາເອົາຄວາມຈິງຂອງພຣະເຈົ້າມາປ່ຽນກັບຄວາມຕົວະ, ແລະ ຍັງທັງນະມັດສະການແລະ ບົວຣະບັດສິ່ງທີ່ສ້າງຂຶ້ນມາແທນອົງພຣະຜູ້ສ້າງ, ຜູ້ຊຶ່ງສົມຄວນທີ່ຈະໄດ້ຮັບຄຳສັນຣະເສີນຕະຫລອດໄປເປັນນິດ. ອາເມນ. 26 ເພາະເຫດນີ້, ພຣະເຈົ້າຈຶ່ງໄດ້ຊົງປ່ອຍໃຫ້ເຂົາມີກິເລດຕັນຫາອັນຫນ້າອັບອາຍ, ສຳລັບພວກຜູ້ຍິງກໍປ່ຽນຈາກຄວາມສຳພັນຕາມທັມະຊາດໃຫ້ເປັນຜິດທັມະຊາດ. 27 ເຊັ່ນດຽວກັນ, ຜູ້ຊາຍກໍເລີກມີເພດສຳພັນກັບຜູ້ຍິງຕາມທັມະຊາດ. ແລະ ເຜົາຜານໄປດ້ວຍໄຟກິເລດຕັນຫາຕໍ່ກັນ ແລະ ກັນ. ພວກນີ້ຄືຜູ້ຊາຍທີ່ປະກອບກິດຕໍ່ຜູ້ຊາຍດ້ວຍກັນອັນເປັນສິ່ງທີ່ຫນ້າອັບອາຍ ແລະ ພວກເຂົາຈຶ່ງໄດ້ຮັບການລົງໂທດອັນເນື່ອງມາຈາກຄວາມບິດເບືອນຂອງພວກເຂົາ. 28 ເພາະພວກເຂົາບໍ່ເຫັນດີທີ່ຈະຮູ້ຈັກພຣະເຈົ້າ ພຣະອົງຈຶ່ງຊົງປ່ອຍໃຫ້ພວກເຂົາມີຈິດໃຈຊົ່ວຮ້າຍ, ສຳລັບພວກເຂົາ ທີ່ຈະປະພຶດສິ່ງເຫລົ່ານັ້ນທີ່ບໍ່ເຫມາະສົມ. 29 ພວກເຂົາເຕັມໄປດ້ວຍຄວາມບໍ່ຊອບທັມທັງຫມົດ, ຄວາມຊົ່ວຮ້າຍ, ຄວາມໂລບມາກໂລພາ, ແລະ ຄວາມປອງຮ້າຍ. ພວກເຂົາເຕັມໄປດ້ວຍຄວາມອິດສາ, ການຄາດຕະກຳ, ການຜິດຖຽງກັນ, ການຫລອກລວງ, ແລະ ການຄິດພະຍາບາດ. 30 ພວກເຂົາເປັນພວກຊຸບຊິບນິນທາ, ໃສ່ຮ້າຍປ້າຍສີກັນ, ແລະ ກຽດຊັງພຣະເຈົ້າ. ພວກເຂົາມັກໃຊ້ຄວາມຮຸນແຮງ, ຈອງຫອງ ແລະ ໂອ້ອວດ , ພວກເຂົາເຮັດຄວາມຊົ່ວໃຫມ່ໆ, ແລະ ພວກເຂົາກໍບໍ່ເຊື່ອຟັງບິດາມານດາ. 31 ພວກເຂົາຂາດຄວາມເຂົ້າໃຈ; ພວກເຂົາຂາດຄວາມຊື່ສັດ, ປາສະຈາກຄວາມຮັກຕໍ່ກັນ, ແລະ ບໍ່ມີຄວາມເມດຕາ. 32 ພວກເຂົາຮູ້ກົດບັນຍັດຂອງພຣະເຈົ້າ, ທີ່ວ່າຄົນທຸກຄົນທັງປວງທີ່ປະພຶດເຊັ່ນນັ້ນສົມຄວນໄດ້ຮັບຄວາມຕາຍ. ແຕ່ພວກເຂົາບໍ່ພຽງແຕ່ປະພຶດສິ່ງເຫລົ່ານີ້ເທົ່ານັ້ນ, ແຕ່ຍັງເຫັນດີກັບຄົນອື່ນທີ່ປະພຶດເຊັ່ນນັ້ນດ້ວຍ.