ບົດທີ 1

1 ພຣະນິມິດຂອງພະເຢຊູຄຣິດເຈົ້າ ທີ່ພຣະເຈົ້າຊົງປຣະທານໃຫ້ແກ່ພຣະອົງເພື່ອສຳແດງຕໍ່ບັນດາຜູ້ຮັບໃຊ້ຂອງພຣະອົງວ່າຈະຕ້ອງເກີດຫຍັງຂຶ້ນແດ່ອີກບໍ່ຊ້ານີ້. ພຣະອົງຊົງໃຫ້ເປັນທີ່ຮູ້ແຈ້ງໂດຍສົ່ງທູດສະຫວັນຂອງພຣະອົງໄປຫາໂຢຮັນຜູ້ຮັບໃຊ້ຂອງພຣະອົງ. 2 ໂຢຮັນໄດ້ເປັນພະຍານກ່ຽວກັບຖ້ອຍຄຳທີ່ມາຈາກພຣະເຈົ້າ ແລະ ກ່ຽວກັບຄຳພະຍານຂອງພຣະເຢຊູຄຣິດເຈົ້າ,ຄືທຸກສິ່ງທີ່ທ່ານເຫັນ. 3 ຄວາມສຸກຈິ່ງມີແກ່ບັນດາຜູ້ທີ່ອ່ານພຣະທັມເຫລັ້ມນີ້ອອກສຽງດັງ, ແລະ ແກ່ບັນດາຜູ້ທີ່ຮັບຟັງຖ້ອຍຄຳແຫ່ງຄຳທຳນວາຍນີ້, ແລະ ບັນດາຜູ້ທີ່ເຊື່ອຟັງຕາມສິ່ງທີ່ຂຽນໄວ້ໃນພຣະທັມເຫລັ້ມນີ້, ເພາະວ່າເວລານັ້ນໃກ້ເຂົ້າມາແລ້ວ. 4 ຈາກໂຢຮັນ, ເຖິງຄຣິສຕະຈັກທັງເຈັດໃນແຂວງເອເຊຍ: ຂໍໃຫ້ທ່ານທັງຫລາຍໄດ້ຮັບພຣະຄຸນ ແລະ ສັນຕິສຸກຈາກພຣະອົງຜູ້ຊົງດຳຣົງຢູ່, ຜູ້ໄດ້ດຳຣົງຢູ່ ແລະ ຜູ້ທີ່ຈະສະເດັດມາ, ແລະຈາກພຣະວິນຍານທັງເຈັດທີ່ຢູ່ຕໍ່ໜ້າພຣະທີ່ນັ່ງຂອງພຣະອົງ, 5 ແລະ ຈາກພຣະເຢຊູຄຣິດເຈົ້າ, ຜູ້ຊົງເປັນພະຍານທີ່ສັດຊື່ ແລະ ຊົງເປັນຜູ້ທຳອິດທີ່ໄດ້ເປັນຂຶ້ນມາຈາກຕາຍ, ແລະ ເປັນຜູ້ຊົງຄອບຄອງເຫນືອບັນດາກະສັດໃນໂລກ. ແຕ່ພຣະອົງຊົງຮັກພວກເຮົາ ແລະໄດ້ປົດປ່ອຍພວກເຮົາຈາກຄວາມບາບ ດ້ວຍພຣະໂລຫິດຂອງພຣະອົງ. 6 ພຣະອົງຊົງຕັ້ງເຮົາໃຫ້ເປັນອານາຈັກຫນຶ່ງ ແລະ ເປັນພວກປະໂລຫິດຂອງພຣະເຈົ້າ ແລະ ພຣະບິດາຂອງພຣະອົງ ຂໍພຣະກຽດ ແລະ ຣິດທານຸພາບຈົ່ງເປັນຂອງພຣະເຢຊູຄຣິດເຈົ້າຕະຫລອດໄປເປັນນິດເຖີ້ນ. ອາແມນ. 7 ເບິ່ງແມ, ພຣະອົງກຳລັງສະເດັດມາເທິງເມກ; ຕາທຸກດວງຈະເຫັນພຣະອົງ, ລວມເຖິງຄົນທັງຫລາຍທີ່ແທງພຣະອົງຈະເຫັນພຣະອົງເຫມືອນກັນ. ມະນຸດທຸກເຜົ່າພັນທົ່ວໂລກຈະຮ້ອງໄຫ້ຮໍ່າໄຮເພາະພຣະອົງ. ຈະເປັນໄປຢ່າງນັ້ນ, ອາແມນ. 8 "ເຮົາເປັນອາລະຟາ ແລະ ໂອເມຄາ," ພຣະຜູ້ເປັນເຈົ້າຊົງກ່າວວ່າ, "ຜູ້ຊົງເປັນຢູ່, ຜູ້ເຄີຍເປັນຢູ່ ແລະ ຜູ້ທີ່ຈະສະເດັດມາ ຜູ້ຊົງຣິດອຳນາດຍິ່ງໃຫຍ່ສູງສຸດ. 9 ຂ້າພຣະເຈົ້າ, ຄືໂຢຮັນພີ່ນ້ອງຂອງທ່ານທັງຫລາຍ ແລະ ຜູ້ມີສ່ວນຮ່ວມໃນຄວາມຍາກລຳບາກ ແລະ ໃນຣາຊອານາຈັກ ແລະ ໃນຄວາມພຽນອົດທົນຊຶ່ງເປັນປະສົບການໃນອົງພຣະເຢຊູຄຣິດເຈົ້າ ຂ້າພຣະເຈົ້າຢູ່ທີ່ເກາະປາຕາໂມເພາະເຫດພຣະຄັມຂອງພຣະເຈົ້າ ແລະ ຄຳພະຍານກ່ຽວກັບພຣະເຢຊູເຈົ້າ. 10 ຂ້າພຣະເຈົ້າໄດ້ຢູ່ໃນພຣະວິນຍານໃນວັນຂອງອົງພຣະຜູ້ເປັນເຈົ້າ. ຂ້າພຣະເຈົ້າໄດ້ຍິນພຣະສຸຣະສຽງດັງເຫມືອນຢ່າງສຽງແກມາຈາກເບື້ອງຫລັງຂອງຂ້າພຣະເຈົ້າ. 11 ໄດ້ກ່າວວ່າ "ຈົ່ງຂຽນສິ່ງທີ່ທ່ານເຫັນລົງໄປໃນປຶ້ມ, ແລະ ສົ່ງໄປໃຫ້ຄຣິສຕະຈັກທັງເຈັດ ຄືຄຣິສຕະຈັກທີ່ເມືອງເອເຟໂຊ, ເມືອງຊະມີນາ, ເມືອງເປຄາໂມ, ເມືອງທົວເຕຣາ, ເມືອງຊາເດ, ເມືອງຟີລາເດັນເຟັຍ ແລະເມືອງລາວດີເກອາ". 12 ແລ້ວຂ້າພຣະເຈົ້າກໍ່ຫັນກັບມາເບິ່ງວ່າເປັນພຣະສຸຣະສຽງຂອງຜູ້ໃດກ່າວກັບຂ້າພຣະເຈົ້າ ແລະ ເມື່ອຫັນກັບມາແລ້ວຂ້າພຣະເຈົ້າກໍ່ເຫັນຄັນຕະກຽງເປັນຄຳເຈັດອັນ 13 ໃນທ່າມກາງຄັນຕະກຽງເຫລົ່ານັ້ນມີຜູ້ຫນຶ່ງເຫມືອນບຸດມະນຸດ ນຸ່ງເສື້ອລ່າມກວມຕີນ ແລະ ມີຜ້າບ່ຽງຄຳຄຽນເອິກຂອງພຣະອົງ. 14 ຫົວ ແລະ ຜົມຂອງພຣະອົງຂາວເຫມືອນຂົນແກະສີຂາວ - ເຫມືອນດັ່ງຫິມະ, ຕາຂອງພຣະອົງເຫມືອນດັ່ງແປວໄຟ. 15 ຕີນຂອງພຣະອົງເຫລື້ອມເຫມືອນດັ່ງທອງເຫລືອງກ້ຽງ ທີ່ຖືກຫລອມໃຫ້ບໍຣິສຸດໃນເຕົາຫລອມແລ້ວ, ແລະ ສຽງຂອງພຣະອົງເຫມືອນດັ່ງສຽງນໍ້າຕົກຕາດໃຫຍ່. 16 ພຣະອົງຊົງຖືດວງດາວເຈັດດວງໄວ້ໃນມືຂວາຂອງພຣະອົງ ແລະ ມີດາບສອງຄົມອອກມາຈາກປາກຂອງພຣະອົງ ໃບໜ້າຂອງພຣະອົງເຫລື້ອມເຫມືອນດັ່ງຕາເວັນທີ່ສ່ອງແສງແຮງກ້າທີ່ສຸດ. 17 ເມື່ອຂ້າພຣະເຈົ້າເຫັນພຣະອົງ, ຂ້າພຣະເຈົ້າກໍ່ລົ້ມລົງໃກ້ຕີນຂອງພຣະອົງເຫມືອນດັ່ງຄົນຕາຍ. ແຕ່ພຣະອົງຊົງວາງມືເທິງຕົວຂອງຂ້າພະເຈົ້າ ແລະ ໄດ້ກ່າວວ່າ "ຢ່າຢ້ານເລີຍ ເຮົາເປັນຜູ້ຕົ້ນ ແລະ ເປັນຜູ້ປາຍ, 18 ແລະ ເປັນຜູ້ມີຊີວິດຢູ່. ເຮົາໄດ້ຕາຍແລ້ວ, ແຕ່ເບິ່ງແມ, ເຮົາຍັງມີຊິີວິດຢູ່ຕະຫລອດໄປເປັນນິດ! ແລະ ເຮົາຖືລູກກະແຈແຫ່ງຄວາມຕາຍ ແລະ ແດນມໍຣະນາ. 19 ສະນັ້ນ ຈົ່ງຂຽນສິ່ງທີ່ເຈົ້າເຫັນແລ້ວ, ຄືສິ່ງທີ່ກຳລັງເປັນຢູ່ໃນຂະນະນີ້, ແລະ ສິ່ງທີ່ຈະເກີດຂຶ້ນຫລັງຈາກນີ້. 20 ນີ້ແມ່ນຄວາມເລິກລັບຂອງດາວທັງເຈັດດວງຊຶ່ງເຈົ້າເຫັນໃນມືຂວາຂອງເຮົາ ແລະ ຄັນຕະກຽງເປັນຄຳທັງເຈັດອັນນັ້ນກໍຄື ດາວເຈັດດວງໄດ້ແກ່ບັນດາທູດສະຫວັນແຫ່ງຄຣິສຕະຈັກທັງເຈັດ ແລະ ຄັນຕະກຽງຄຳເຈັດອັນນັ້ນກໍ່ຄື: ຄຣີສຕະຈັກທັງເຈັດ."