1 ຄວາມສຸກເປັນຂອງຄົນທີ່ບໍ່ໄດ້ຍ່າງຕາມຄຳແນະນຳຂອງຄົນຊົ່ວ, ຫລືຢືນໃນທາງຂອງຄົນບາບທັງຫລາຍ, ຫລື ນັ່ງໃນທີ່ຊຸມນຸມຂອງພວກຄົນຫລວງຫລາຍ. 2 ແຕ່ຄວາມຊົມຊື່ນຍິນດີຂອງເຂົາຢູ່ໃນພຣະຄັມຂອງພຣະຢາເວ, ແລະ ເຂົາພາວັນນາພຣະຄັມຂອງພຣະອົງທັງກາງເວັນ ແລະ ກາງຄືນ. 3 ເຂົາຈະເປັນຄືຕົ້ນໄມ້ທີ່ປູກໄວ້ໃກ້ລຳທານນ້ຳທັງຫລາຍຊຶ່ງເຮັດໃຫ້ເກີດຫມາກຕາມຣະດູການຂອງມັນ, ໃບກໍບໍ່ຫ່ຽວແຫ້ງ; ບໍ່ວ່າເຂົາຈະເຮັດຫຍັງກໍຈະຈະເຣີນຮຸ່ງເຮືອງ. 4 ຄົນຊົ່ວຊ້າບໍ່ເປັນເຊັ່ນນັ້ນເລີຍ, ແຕ່ກັບເປັນຄືຂີ້ແກບທີ່ລົມພັດປິວໄປ. 5 ດັ່ງນັ້ນຄົນຊົ່ວຈະຢືນຢູ່ບໍ່ໄດ້ໃນວັນພິພາກສາ, ແລະບໍ່ມີຄົນບາບທັງຫລາຍໃນທີ່ຊຸມນຸມຂອງຄົນຊອບທັມ. 6 ເພາະວ່າພຣະເຈົ້າຢາເວໄດ້ຊົງເຫັນຊອບທາງຂອງຄົນຊອບທັມ, ແຕ່ທາງຂອງຄົນຊົ່ວຈະຈິບຫາຍໄປ.