ບົດທີ 1

1 ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້ ຂອງພຣະເຢຊູຄຣິດເຈົ້າ, ເຖິງໄພ່ພົນທຸກຄົນ ທີ່ຖືກແຍກໄວ້ໃນພຣະເຢຊູຄຣິດເຈົ້າ ໃນເມືອງຟີລິບປອຍພ້ອມກັບບັນດາຜູ້ປົກຄອງ ແລະ ຜູ້ດູແລ. 2 ຂໍໃຫ້ພຣະຄຸນ ແລະ ສັນຕິສຸກ ຈາກພຣະບິດາເຈົ້າຂອງເຮົາ ແລະ ຈາກອົງພຣະເຢຊູຄຣິດເຈົ້າ ຢູ່ກັບທ່ານທັງຫຼາຍເທີ້ນ. 3 ຂ້າພະເຈົ້າຂອບພຣະຄຸນພຣະເຈົ້າ ທຸກຄັ້ງເມື່ອລະນຶກເຖິງທ່ານທັງຫລາຍ 4 ເພື່ອ ພວກທ່ານທັງຫລາຍຢູ່ສະເຫມີ ຂ້າພຣະເຈົ້າອະທິຖານ ດ້ວຍຄວາມຊື່ນຊົມຍິນດີ, 5 ທີ່ພວກທ່ານ ໄດ້ຮ່ວມກັນປະກາດຂ່າວປະເສີດ ຕັ້ງແຕ່ຕົ້ນຈົນເຖິງບັດນີ້. 6 ຂ້າພະເຈົ້າແນ່ໃຈໃນເລື້ອງນີ້ວ່າ ພຣະອົງ ຜູ້ໄດ້ຊົງ ຕັ້ງຕົ້ນການດີໄວ້ໃນ ພວກທ່ານແລ້ວ ຈະຊົງກະທຳຕໍ່ໄປໃຫ້ສຳເລັດຈົນເຖິງວັນຂອງພຣະເຢຊູຄຣິດເຈົ້າ. 7 ທີ່ຂ້າພະເຈົ້າຮູ້ສືກແບບນີ້ກັບພວກ ທ່ານທັງຫລາຍ ຈິ່ງເປັນສິ່ງ ທີ່ຖືກຕ້ອງເພາະພວກທ່ານຢູ່ໃນຫົວໃຈຂອງຂ້າພະເຈົ້ົາ ພວກທ່ານທັງຫມົດໄດ້ມີສ່ວນຮ່ວມໃນພຣະຄຸນ ທັງໃນການຖືກຈຳຈ່ອງ ຂອງຂ້າພະເຈົ້າ ແລະ ໃນການປົກປອ້ງແລະ ຮັບປະກັນຂ່າວປະເສີດນີ້ 8 ເພາະພຣະເຈົ້າຊົງ ເປັນພະຍານ ວ່າຂ້າພະເຈົ້າປາຖະຫນາຢາກພົບພວກທ່ານທັງຫລາຍດ້ວຍຄວາມຮັກທີ່ເລິກເຊິ່ງ ຂອງພຣະເຢຊູຄຣິດເຈົ້າ. 9 ຂ້າພະເຈົ້າອະທິຖານດັ່ງນີ້ ຂໍໃຫ້ຄວາມຮັກ ຂອງພວກທ່ານຈະເລີນໃຫຍ່ຂຶ້ນ ໃນຄວາມຮູ້ ແລະ ໃນຄວາມເຂົ້າໃຈທັງຫມົດ, 10 ຂ້າພະເຈົ້າອະທິຖານເພື່ອສິ່ງນີ້ ເພື່ອ ພວກທ່ານຈະໄດ້ທົດສອບ ແລະ ເລືອກເອົາ ສິ່ງດີທີ່ສຸດໄວ້ ຂ້າພະເຈົ້າອະທິຖານເພື່ອສິ່ງນີ້ ເພື່ອພວກທ່ານຈະມີ ຄວາມຈິງໃຈ ແລະ ບໍ່ມີທີ່ຕິຕຽນໄດ້ ໃນວັນຂອງພຣະເຢ​ຊ​ູຄຣິດເຈົ້າ. 11 ເພື່ອໃຫ້ທ່ານເຕັມລົ້ນໄປດ້ວຍຜົນແຫ່ງຄວາມຊອບທຳ ທີ່ຜ່ານມາທາງພຣະເຢຊູຄຣິດເຈົ້າ ເພື່ອເປັນທີ່ຖວາຍກຽດ ແລະ ສັນລະເສີນພຣະເຈົ້າ. 12 ພີ່ນ້ອງທີ່ຮັກ, ຂ້າພະເຈົ້າຢາກໃຫ້ ທ່ານຮູ້ວ່າ ສິ່ງທີ່ໄດ້ ເກີດຂຶ້ນກັບຂ້າພະເຈົ້າ ໄດ້ເຮັດໃຫ້ຂ່າວປະເສີດແຜ່ຂະຫຍາຍອອກໄປຢ່າງຫຼວງຫຼາຍ. 13 ຜົນທີ່ປະກົດຂຶ້ນໃຫ້ເຫັນ ກໍຄື ພວກທະຫານທຸກຄົນ ແລະ ຜູ້ຄຸມຂັງ ພ້ອມກັບຄົນອື່ນໆທັງໝົດ ໄດ້ຮູ້ເລື່ອງຂອງເຮົາວ່າ ເຮົາຖືກຈຳຈ່ອງຍ້ອນເປັນຜູ້ຮັບໃຊ້ ຂອງພຣະ​ເຢ​ຊ​ູຄຣິດເຈົ້າ. 14 ພີ່ນ້ອງສ່ວນໃຫຍ່ ໃນ ອົງພຣະຜູ້ເປັນເຈົ້າ ມີແຮງຈູງໃຈ ຫຼາຍຂຶ້ນ ອັັນເນື່ອງມາຈາກການຖືກຈຳຈ່ອງຂອງຂ້າພະເຈົ້າ ທີ່ຈະມີໃຈກ້າຫານ ກ່າວພຣະ​ຄຳ ຂອງພຣະເຈົ້າຢ່າງບໍ່ຢ້ານກົວ. 15 ບາງຄົນປະກາດ ພຣະຄຳຂອງພຣະເຈົ້າດ້ວຍໃຈອິດສາ ແລະ ຜິດຖຽງກັນ, ແລະ ບາງຄົນກໍປະກາດດ້ວຍໃຈປາຖະຫນາດີ. 16 ຜູ້ທີ່ປະກາດພຣະເຢ​ຊູຄຣິດເຈົ້າ ດ້ວຍຄວາມຮັກ, ເພາະຮູ້ວ່າ ຂ້າພະເຈົ້າຖືກຈຳຈ່ອງເພາະປົກປ້ອງຂ່າວປະເສີດ. 17 ສ່ວນຄົນອື່ນ ທີ່ປະກາດພຣະເຢ​ຊູຄຣິດເຈົ້າ ດ້ວຍແຮງຈູງໃຈທີ່ເຫັນແກ່ຕົວ, ບໍ່ສັດຊື່ ແລະ ອວດອ້າງ. ພວກເຂົາຫວັງຈະໃຫ້ຂ້າພະເຈົ້າເດືອດຮ້ອນໃນຂະນະທີ່ຂ້າພະເຈົ້າຖືກຈຳຈ່ອງຢູ່. 18 ຖ້າຢ່າງນັ້ນແລ້ວ ຈະເປັນປະການໃດ? ບໍ່ວ່າຈະດ້ວຍວິທີໃດກໍຕາມ, ບໍ່ວ່າເຂົາຈະແກ້ງເຮັດ ຫລື ເຮັດດ້ວຍຄວາມຈິງ, ພຣະເຢ​ຊ​ູຄຣິດເຈົ້າກໍໄດ້ຖືກປະກາດອອກໄປ, ແລະ ດ້ວຍເຫດນີ້ຂ້າພຣະເຈົ້າຈຶ່ງມີຄວາມຊື່ນຊົມຍິນດີ. ແລະ ຂ້າພະເຈົ້າກໍຍິນດີຕໍ່ໄປ, 19 ເພາະຂ້າພະເຈົ້າຮູ້ວ່າ ສິ່ງນີ້ຈະສົ່ງໃຫ້ຂ້າພະເຈົ້າໄດ້ຮັບການປົດປ່ອຍ ສິ່ງນີ້ຈະເກີດຂຶ້ນເພາະຄຳອະທິຖານຂອງພວກທ່ານ ແລະ ເພາະການຊ່ວຍເຫຼືອຂອງພຣະວິນຍານບໍລິສຸດຂອງພຣະເຢຊູຄຣິດເຈົ້າ. 20 ຖ້າເບິ່ງຈາກຄວາມຫວັງ ອັນເຕັມໄປດ້ວຍຄວາມຫມັ້ນໃຈ ແລະ ຄວາມເຊື່ອຫມັ້ນຂອງຂ້າພະເຈົ້າແລ້ວ, ຂ້າພະເຈົ້າຈະບໍ່ມີຄວາມລະອາຍ, ແຕ່ໂດຍຄວາມກ້າຫານທັງຫມົດຢ່າງທີ່ເຄີຍມີມາຢູ່ສະເຫມີ ແລະ ເຊັ່ນດຽວກັນ, ພຣະເຢຊູຄຣິດເຈົ້າ ຈະໄດ້ຮັບກຽດ ໃນຮ່າງກາຍຂອງຂ້າພະເຈົ້າ, ບໍ່ວ່າຈະມີຊີວິດຢູ່ ຫລື ຕາຍກໍ່ຕາມ. 21 ການມີຊີວິດຢູ່ກໍ່ເພື່ອພຣະເຢຊູຄຣິດເຈົ້າ ແລະ ການຕາຍກໍເປັນປະໂຫຍດ. 22 ແຕ່ຖ້າຂ້າພະເຈົ້າຍັງມີຊີວິດຢູ່ໃນຮ່າງກາຍນີ້, ກໍໍ່ໃຫ້ເກີດຜົນຈາກການເຮັດວຽກຫນັກຂອງຂ້າພະເຈົ້າ, ແລ້ວຂ້າພະເຈົ້າກໍ່ບໍ່ຮູ້ວ່າ ຈະເລືອກເອົາທາງໃດດີ?. 23 ເພາະຂ້າພະເຈົ້າລຳບາກໃຈທີ່ຈະເລືອກເອົາຢ່າງໃດຢ່າງຫນຶ່ງ. ຂ້າພະເຈົ້າປາຖະໜາ ທີ່ຈະຈາກໄປຢູ່ກັບພຣະເຢ​ຊ​ູຄຣິດເຈົ້າ ຊຶ່ງທີ່ປະເສີດຫລາຍກວ່າ, 24 ແຕ່ການທີ່ຂ້າພະເຈົ້າຍັງມີຊີວິດຢູ່ໃນຮ່າງກາຍ ນີ້ກໍເປັນສິ່ງຈຳເປັນເພື່ອເຫັນແກ່ປະໂຫຍດຂອງພວກທ່ານຫລາຍກວ່າ. 25 ເນື່ອງຈາກຂ້າພະເຈົ້າຫມັ້ນໃຈ ໃນເລື່ອງນີ້, ຂ້າພະເຈົ້າຮູ້ວ່າຍັງຄົງຢູ່ ແລະ ສືບຕໍ່ຢູ່ກັບທ່ານທັງຫລາຍຕໍ່ໄປອີກ, ເພື່ອຄວາມກ້າວຫນ້າ ແລະ ຄວາມຊື່ນຊົມຍິນດີໃນຄວາມເຊື່ອຂອງພວກທ່ານ, 26 ດັ່ງນັ້ນໃນເຮົາ ຜົນກໍຄືຄວາມຊື່ນຊົມຍິນດີຂອງພວກທ່ານຈະທະວີຫລາຍຂຶ້ນ ໃນພຣະເຢຊູຄຣິດເຈົ້າ ໃນເວລາຂ້າພະເຈົ້າມາຫາທ່ານອີກ. 27 ຂໍພຽງດຳເນີນຊີວິດ ໃຫ້ສົມກັບຂ່າວປະເສີດ ຂອງພຣະເຢຊູຄຣິດເຈົ້າ, ຈົ່ງກະທຳເຊັ່ນນີ້ເພື່ອວ່າ ຖ້າຂ້າພະເຈົ້າມາຫາພວກທ່ານ ຫລື ບໍ່ມາກໍຕາມ, ຂ້າພະເຈົ້າກໍຈະໄດ້ຍິນວ່າພວກທ່ານຕັ້ງໝັ້ນຄົງຢູ່ ໃນວິນຍານດຽວກັນ, ຂ້າພະເຈົ້າຢາກໄດ້ຍິນຂ່າວວ່າພວກທ່ານໄດ້ຮ່ວມກັນຕໍ່ສູ້ ດ້ວຍຈິດໃຈດຽວກັນ ເພື່ອຄວາມເຊື່ອໃນຂ່າວປະເສີດ. 28 ຢ່າຢ້ານໃນສິ່ງທີ່ສັດຕູຂອງພວກທ່ານໄດ້ເຮັດ. ສິ່ງນີ້ເປັນເຄື່ອງຫມາຍແຫ່ງການຖືກທຳລາຍຂອງພວກເຂົາ, ແຕ່ສຳລັບພວກທ່ານ ຄືເປັນເຄື່ອງຫມາຍແຫ່ງຄວາມລອດພົ້ນ - ແລະ ສິ່ງນີ້ແມ່ນມາຈາກພຣະເຈົ້າ. 29 ສິ່ງນີ້ໄດ້ປະທານໃຫ້ແກ່ພວກທ່ານ, ເພື່ອເຫັນແກ່ພຣະເຢຊູຄຣິດເຈົ້າ, ບໍ່ພຽງແຕ່ໃຫ້ເຊື່ອໃນພຣະອົງເທົ່ານັ້ນ, ແຕ່ໃຫ້ຍອມທົນທຸກ ເພື່ອພຣະອົງດ້ວຍ. 30 ເພາະທ່ານກໍມີ ການຕໍ່ສູ້ຢ່າງດຽວກັບທີ່ພວກທ່ານໄດ້ເຫັນມາແລ້ວຈາກຂ້າພະເຈົ້າ, ແລະ ໄດ້ຍິນວ່າຂ້າພະເຈົ້າກຳລັງຕໍ່ສູ້ຢູ່ໃນເວລານີ້.