1 ນິມິດຂອງ ໂອບາດີຢາ. ພຣະຢາເວອົງພຣະຜູ້ເປັນເຈົ້າກ່າວກ່ຽວກັບເອໂດມວ່າ: ພວກເຮົາໄດ້ຍິນຂ່າວຈາກພຣະຢາເວ ແລະ ທູດຜູ້ຫນຶ່ງໄດ້ຖືກສົ່ງເຂົ້າໄປໃນທ່າມກາງປະຊາຊາດ ໃຫ້ກ່າວວ່າ, “ຈົ່ງລຸກຂຶ້ນ! ໃຫ້ພວກເຮົາລຸກຂຶ້ນເຮັດສົງຄາມຕໍ່ສູ່ກັບເອໂດມ!” 2 ເບິ່ງເຖີດ, ເຮົາຈະເຮັດໃຫ້ເຈົ້າເລັກນ້ອຍໃນທ່າມກາງປະຊາຊາດ, ເຈົ້າຈະເປັນທີ່ຖືກຫມິ່ນປະຫມາດຢ່າງຫລາຍ. 3 ຄວາມອວດອົ່ງໃນຫົວໃຈຂອງເຈົ້າຫລອກລວງເຈົ້າ, ເຈົ້າຜູ້ທີ່ອາໄສຢູ່ຕາມໂງ່ນຫີນ, ໃນທີ່ຢູ່ອາໄສທີ່ຢູ່ສູງຂອງເຈົ້າ; ເຈົ້າຄຳນຶງໃນຫົວໃຈຂອງເຈົ້າວ່າ, "ໃຜສາມາດເອົາຂ້າພຣະເຈົ້າລົງມາສູ່ພື້ນດິນໄດ້?" 4 ເຖິງແມ່ນວ່າເຈົ້າບິນສູງເທົ່າກັບນົກອິນຊີ ແລະ ແມ່ນແຕ່ຮັງຂອງເຈົ້າຢູ່ທ່າມກາງຫມູ່ດາວ, ຂ້າພຣະເຈົ້າຈະເອົາເຈົ້າລົງຈາກບ່ອນນັ້ນ, ພຣະຢາເວກ່າວດັ່ງນີ້. 5 ຖ້າພວກໂຈນໄດ້ມາຫາເຈົ້າ, ຖ້າພວກໂຈນໄດ້ມາຕອນກາງຄືນ (ເຈົ້າຈະຈິບຫາຍຫລາຍເທົ່າໃດ), ພວກເຂົາຈະບໍ່ລັກເອົາພຽງພໍສຳລັບຕົນເອງບໍ? ຖ້າຜູ້ເກັບຫມາກອະງຸ່ນມາຫາເຈົ້າ, ພວກເຂົາຈະບໍ່ປະເຫລືອໄວ້ແດ່ບໍ? 6 ເອຊາວຖືກປຸ້ນຊັບ, ແລະ ຊັບສົມບັດທີ່ເຊື່ອງໄວ້ຂອງລາວໄດ້ຖືກຄົ້ນອອກມາຫລາຍເທົ່າໃດ! 7 ເຫລົ່າພັນທະມິດຂອງເຈົ້າຈະຂັບໄລ່ທ່ານໄປຕາມທາງຂອງເຈົ້າຈົນເຖິງຊາຍແດນ. ພວກຄົນທີ່ຢູ່ຢ່າງສະຫງົບກັບເຈົ້າຈະຫລອກລວງເຈົ້າ, ແລະ ເອົາຊະນະເຈົ້າ. ຜູ້ຄົນທີ່ກິນອາຫານຂອງເຈົ້າຈະວາງກັບດັກໄວ້ພາຍໃຕ້ເຈົ້າ. ບໍ່ມີຄວາມເຂົ້າໃຈໃນຕົວເຂົາເລີຍ. 8 "ພຣະຢາເວກ່າວວ່າ, "ໃນວັນນັ້ນ" ຂ້າພຣະເຈົ້າຈະບໍ່ທຳລາຍພວກຄົນມີປັນຍາຈາກເອໂດມ ແລະ ຄວາມເຂົ້າໃຈອອກໄປຈາກພູເຂົາຂອງເອຊາວຫລື?" 9 ເຕມານເອີຍ, ນັກຮົບຂອງເຈົ້າຈະທໍ້ໃຈ, ດັ່ງນັ້ນທຸກຄົນຈະຖືກຕັດອອກຈາກພູເຂົາເອຊາວໂດຍການຂ້າຕາຍ. 10 ເພາະຄວາມຮຸນແຮງທີ່ໄດ້ເກີດຂື້ນຕໍ່ຢາໂຄບນ້ອງຊາຍຂອງເຈົ້າ, ທ່ານຖືກປົກຄຸມດ້ວຍຄວາມອາຍ, ແລະ ເຈົ້າຈະຖືກຕັດຂາດຕະຫລອດໄປ. 11 ໃນມື້ນັ້ນເຈົ້າຢືນຢູ່ໄກໆ, ໃນມື້ທີ່ຄົນແປກຫນ້າເອົາຄວາມຮັ່ງມີຂອງອ້າຍຂອງນ້ອງເຈົ້າໄປ, ແລະ ຄົນຕ່າງຊາດເຂົ້າໄປໃນປະຕູເມືອງຂອງເຂົາ, ແລະ ຈັບສະຫລາກເພື່ອແບ່ງນະຄອນ ເຢຣູຊາເລັມ, ເຈົ້າກໍເປັນເຫມືອນຫນຶ່ງໃນພວກເຂົາ. 12 ເຈົ້າຢ່າເບິ່ງດ້ວຍຄວາມພໍໃຈໃນມື້ຂອງນ້ອງຊາຍຂອງເຈົ້າ, ໃນມື້ແຫ່ງເຄາະຮ້າຍຂອງລາວ, ແລະ ຢ່າດີໃຈເຫນືອຜູ້ຄົນຢູດາໃນມື້ທີ່ພວກເຂົາຖືກທຳລາຍ; ຢ່າເຢາະເຢີ້ຍໃນມື້ທີ່ພວກເຂົາທຸກຍາກ. 13 ຢ່າເຂົ້າໄປໃນປະຕູເມືອງແຫ່ງປະຊາຊົນຂອງເຮົາໃນມື້ແຫ່ງພັຍພິບັດຂອງພວກເຂົາ; ຢ່າເບິ່ງຄວາມທຸກຍາກລຳບາກຂອງພວກເຂົາ ໃນມື້ທີ່ພວກເຂົາໄດ້ຮັບຄວາມເດືອດຮ້ອນດ້ວຍຄວາມພໍໃຈ, ຢ່າປຸ້ນຊັບສິນຂອງພວກເຂົາໃນມື້ທີ່ພວກເຂົາຖືກປະຣາໄຊ. 14 ຢ່າຢືນຂວາງໃນທາງແຍກ, ເພື່ອສະກັດກັ້ນຜູ້ທີ່ຫລົບຫນີຂອງເຂົາ ແລະ ຢ່າສົ່ງກັບຜູ້ທີ່ລອດຊີວິດຂອງພວກເຂົາໃນມື້ແຫ່ງຄວາມທຸກຍາກ. 15 ເພາະມື້ແຫ່ງພຣະຢາເວທີ່ມາເຫນືອປະຊາຊົນທັງຫມົດ, ໃກ້ເຂົ້າມາແລ້ວ. ເຈົ້າໄດ້ເຮັດໄວ້ແນວໃດ, ມັນກໍຈະເກີດຂຶ້ນກັບທ່ານແນວນັ້ນ; ການກະທຳຂອງເຈົ້າຈະກັບມາຕົກລົງຢູ່ເທິງຫົວຂອງເຈົ້າ. 16 ເພາະວ່າເມື່ອທ່ານໄດ້ດື່ມຢູ່ເທິງພູເຂົາສັກສິດຂອງເຮົາ, ດັ່ງນັ້ນ,ປະຊາຊາດທັງປວງຈະດື່ມຢ່າງບໍ່ເຊົາຄືກັນ. ພວກເຂົາຈະດື່ມ ແລະ ກືນລົງໄປ ແລະ ຈະເປັນຢ່າງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ. 17 ແຕ່ໃນພູເຂົາຊີໂອນຈະມີບັນດາຄົນທີ່ລອດຊີວິດມາ ແລະ ທີ່ນັ້ນຈະມີຄວາມບໍຣິສຸດ; ແລະ ເຊື້ອສາຍຂອງຢາໂຄບຈະປົກຄອງຊັບສິນຂອງພວກເຂົາ. 18 ເຊື້ອສາຍຂອງຢາໂຄບຈະເປັນໄຟ, ແລະ ເຊື້ອສາຍຂອງໂຢເຊັບຈະເປັນແປວໄຟ, ແລະ ເຊື້ອສາຍຂອງເອຊາວຈະເປັນເຟືອງເຂົ້າ, ໄຟ ແລະ ແປວໄຟຈະເຜົາຜານ ແລະກືນເຟືອງເຂົ້ານັ້ນ. ຈະບໍ່ເຫລືອຜູ້ລອດຊີວິດໃນເຊື້ອສາຍຂອງເອຊາວເລີຍ, ເພາະວ່າພຣະຢາເວໄດ້ກ່າວໄວ້ແລ້ວ." 19 ບັນດາຜູ້ຄົນທີ່ມາຈາກເນເກບຈະໄດ້ປົກຄອງພູເຂົາຂອງເອຊາວ ແລະ ບັນດາຄົນຂອງເຊຟາລາຈະໄດ້ປົກຄອງແຜ່ນດິນຟີລິດສະຕິນ. ພວກເຂົາຈະປົກຄອງແຜ່ນດິນເອຟຣາອິມ ແລະ ແຜ່ນດິນຊາມາເຣັຽ; ແລະເບັນຢາມິນໄດ້ຈະປົກຄອງເມືອງກິເລອາດ. 20 ພວກທີ່ຖືກເນລະເທດຈາກອິສະຣາເອນຈະໄດ້ປົກຄອງແຜ່ນດິນການາອານ ໄກຈົນເຖິງເມືອງ ເຊເຣຟັດ. ຜູ້ທີ່ຖືກເນລະເທດອອກຈາກນະຄອນ ເຢຣູຊາເລັມ, ເຊິ່ງເປັນຜູ້ທີ່ຢູ່ເມືອງເສຟາຣາດ, ຈະໄດ້ປົກຄອງເມືອງຕ່າງໆຂອງ ເນເກບ. 21 ບັນດາຜູ້ຊ່ອຍກູ້ຈະຂຶ້ນໄປເທິງພູຊີໂອນ ເພື່ອປົກຄອງພູເຂົາເອຊາວ, ແລະ ອານາຈັກຈະກາຍເປັນຂອງພຣະຢາເວ.