ບົດທີ 1

1 ພຣະຢາເວ​ໄດ້​ບອກ​ໂມເຊທີ່​ຫໍເຕັນ​ບ່ອນ​ຊຸມນຸມທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ວ່າ,ເຫດການນີ້ໄດ້ເກີດຂຶ້ນໃນມື້ທີຫນຶ່ງຂອງເດືອນທີສອງໃນຊ່ວງປີທີສອງຫລັງຈາກທີ່ຄົນອິດສະຣາເອນໄດ້ອອກມາຈາກແຜ່ນດິນເອຢິບ ພຣະຢາເວກ່າວວ່າ, 2 "ຈົ່ງເຮັດສຳມະໂນຄົວຂອງຜູ້ຊາຍອິດສະຣາເອນທຸກຄົນຕາມ​ແຕ່ລະຕະກຸນ​ ແລະ​ ຕາມ​ຄອບຄົວຂອງພໍ່ຂອງພວກເຂົາ. ຈົ່ງ​ນັບພວກເຂົາຕາມລາຍຊື່​ຜູ້ຊາຍ​ທັງຫມົດ. 3 ແຕ່​ອາຍຸ​ຊາວ​ປີ​ຂຶ້ນ​ໄປ,​ ຈົ່ງນັບທຸກຄົນທີ່ສາມາດອອກຮົບເປັນທະຫານໄດ້ໃຫ້ກັບອິດສະຣາເອນໄດ້. ເຈົ້າກັບອາໂລນ ຕ້ອງຈົດບັນທຶກຈຳນວນຂອງຜູ້ຊາຍໃນກຸ່ມທີ່ມີອາວຸດຂອງພວກເຂົາ. 4 ຜູ້ຊາຍທີ່ເປັນຫົວຫນ້າຕະກຸນຈາກແຕ່ລະເຜົ່າ, ຕ້ອງມາຮັບໃຊ້ກັບພວກເຈົ້າໃນຖານະເປັນຜູ້ນຳເຜົ່າຂອງເຂົາ. ຜູ້ນຳແຕ່ລະຄົນຕ້ອງນຳຜູ້ຊາຍທີ່ຈະສູ້ຮົບເພື່ອເຜົ່າຂອງເຂົາມາ. 5 ເຫລົ່ານີ້ເປັນລາຍຊື່ຂອງຜູ້ນຳທີ່ຕ້ອງສູ້ຮົບຮ່ວມກັບເຈົ້າຄື: ເອລີຊູ, ລູກຊາຍຂອງເຊເດ ຈາກເຜົ່າຣູເບັນ. 6 ເຊລູມີເອນ, ລູກຊາຍຂອງຊູຣິດຊັດດາຍ ຈາກເຜົ່າຊີເມໂອນ; 7 ນາໂຊນ, ລູກຊາຍຂອງອຳມີນາດາບຈາກເຜົ່າຢູດາ. 8 ເນທາເນນ, ລູກຊາຍຂອງຊູອາຈາກເຜົ່າອິດຊາຄາ. 9 ເອລີອາບ, ລູກຊາຍຂອງເຮໂລນຈາກເຜົ່າເຊບູໂລນ. 10 ເອລີຊາມາ, ລູກຊາຍຂອງອາມມີຮຸດຈາກເຜົ່າເອຟຣາອິມລູກຊາຍຂອງໂຢເຊັບ; ກາມານີເອນ, ລູກຊາຍຂອງເປນາຊູຈາກເຜົ່າມານາເຊ; 11 ອາບີດານ, ລູກຊາຍຂອງເກດີໂອນີຈາກເຜົ່າເບັນຢາມິນ; 12 ອາຮີເຢເຊ, ລູກຊາຍຂອງອຳມີຊັດດາຍຈາກເຜົ່າດານ; 13 ປາກີເອນ, ລູກຊາຍຂອງອົກກະຣັນຈາກເຜົ່າອາເຊ; 14 ເອລີອາສັບ, ລູກຊາຍຂອງດູເອນຈາກເຜົ່າກາດ; 15 ອາຮີຣາ, ລູກເອນັນຈາກເຜົ່າເນັບທາລີ." 16 ຄົນເຫລົ່ານີ້ເປັນພວກຜູ້ຊາຍທີ່ໄດ້ຮັບການແຕ່ງຕັ້ງຈາກປະຊາຊົນ. ພວກເຂົາໄດ້ນຳເຜົ່າຂອງບັນພະບູລຸດຂອງພວກເຂົາ, ພວກເຂົາເປັນຜູ້ນຳໃນອິດສະຣາເອນ. 17 ໂມເຊ ແລະ ອາໂລນໄດ້ນຳຄົນເຫລົ່ານີ້, ທີ່ໄດ້ຈົດບັນທຶກຕາມລາຍຊື່. 18 ແລະ ທ່ານທັງສອງພ້ອມກັບຄົນເsລົ່ານີ້ທັງຫມົດໄດ້ປະຊຸມຜູ້ຊາຍອິດສະຣາເອນທຸກຄົນໃນມື້ທີຫນຶ່ງເດືອນສອງ. ຈາກນັ້ນຜູ້ຊາຍແຕ່ລະຄົນທີ່ມີອາຍຸແຕ່ຊາວປີຂຶ້ນໄປໄດ້ຖືກຈົດຊື່ບັນພະບູລຸດຂອງເຂົາ. ເຂົາຕ້ອງບອກຊື່ຕະກຸນ ແລະຄອບຄົວທີ່ສືບເຊື້ອສາຍມາຈາກບັນພະບູລຸດຂອງເຂົາ. 19 ຫລັງຈາກທີ່ໂມເຊໄດ້ຈົດບັນທຶກໄດ້ຈົດບັນທຶກຈຳນວນຂອງພວກເຂົາໃນຖິ່ນແຫ້ງແລ້ງກັນດານຊີນາຍ, ຕາມທີ່ພຣະຢາເວໄດ້ສັ່ງໄວ້ໃຫ້ທ່ານເຮັດແລ້ວ. 20 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າຣູເບັນ, ລູກຊາຍກົກຂອງອິດສະຣາເອນ, ແລະຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້ຈາກການຈົດບັນທຶກຂອງຕະກຸນແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ. 21 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າຣູເບັນໄດ້ 46,500ຄົນ. 22 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າຊີເມໂອນ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການຈົດບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ. 23 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າຊີເມໂອນໄດ້ 59,300ຄົນ. 24 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າ ກາດ ແລະ ຜູ້ຊາຍທີ່ມີອາຍຸແຕ່ຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ. 25 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າກາດໄດ້45,650ຄົນ. 26 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າຢູດາ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸແຕ່ຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ. 27 ພວກເຂົານັບໄດ້ຈຳນວນຜູ້ຊາຍຈາກເຜົ່າຢູດາໄດ້ 74,600ຄົນ. 28 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າອິດຊາຄາ ແລະຜູ້ຊາຍທຸກຄົນທີ່ມີ ອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນແລະຄອບຄົວຂອງບັນພະບູລຸດຂອງພວກເຂົາ. 29 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າອິດຊາຄາໄດ້ 54,400ຄົນ. 30 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າເຊບູໂລນ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກສູ້ຮົບໄດ້, ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ. 31 ພວກເຂົານັບໄດ້ຈຳນວນຜູ້ຊາຍຈາກເຜົ່າ ເຊບູໂລນໄດ້ 57,400ຄົນ. 32 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າເອຟຣາອິມລູກຊາຍຂອງໂຢເຊັບ ແລະຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນແລະຄອບຄົວຂອງບັນພະບູລຸດຂອງພວກເຂົາ. 33 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າເອຟຣາອິມໄດ້ 40,500ຄົນ. 34 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າ ມານັດເຊລູກຊາຍໂຢເຊບ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້ ຈາກການບັນທຶກຂອງຕະກຸນແລະຄອບຄົວຂອງບັນພະບູລຸດຂອງພວກເຂົາ. 35 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າມານັດເຊໄດ້ 32,200ຄົນ. 36 ລາຍຊື່ຂອງແຕ່ລະຄົນທີ່ນັດໄດ້ຈາກເຜົ່າ ເບັນຢາມິນ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້ຈາກການບັນທຶກຂອງຕະກຸນແລະຄອບຄົວຂອງບັນພະບູລຸດຂອງພວກເຂົາ. 37 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າເບັນຢາມິນໄດ້ 35,400ຄົນ. 38 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າດານ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ. 39 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າດານໄດ້ 62,700ຄົນ. 40 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າ ອາເຊ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ. 41 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າອາເຊໄດ້ 41,500ຄົນ. 42 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່ານັບທາລີ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ. 43 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າ ນັບທາລີໄດ້ 53,400ຄົນ. 44 ໂມເຊແລະອາໂຣນນັບພວກຜູ້ຊາຍເຫລົ່ານີ້ທຸກຄົນລວມທັງຜູ້ຊາຍສິບສອງຄົນທີ່ເປັນຜູ້ນຳຂອງສິບສອງເຜົ່າຂອງອິດສະຣາເອນ. 45 ເພາະສະນັ້ນຜູ້ຊາຍອິດສະຣາເອນທຸກຄົນທີ່ມີອາຍຸຊາວປີຂຶ້ນໄປ, ທີ່ສາມາດອອກຮົບໄດ້, ທີ່ໄດ້ນັບໃນແຕ່ລະຄອບຄົວຂອງພວກເຂົາ. 46 ພວກເຂົານັບຈຳນວນຜູ້ຊາຍໄດ້ 603,550. 47 ແຕ່ບໍ່ໄດ້ນັບພວກ​ຜູ້ຊາຍທີ່ສືບເຊື້ອສາຍຈາກເລວີ​. 48 ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ວ່າ, 49 “ ​ເຈົ້າ​ບໍ່ຕ້ອງນັບ​ຈຳນວນພົນ​ ເຜົ່າ​ເລວີ​ຫລືລວມພວກເຂົາໃນຈຳນວນລວມທັງຫມົດຂອງຄົນອິດສະຣາເອນ, 50 ແທນທີ່ຈະເຮັດແບບນັ້ນຈົ່ງມອບມາຍ​ໃຫ້​ພວກເລວີເບິ່ງແຍງ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ, ແລະ​ ເບິ່ງແຍງ​ເຄື່ອງໃຊ້​ທຸກຢ່າງ​ໃນຫໍເຕັນ​ສັກສິດ ແລະ ເບິ່ງແຍງທຸກສິ່ງທີ່ຢູ່ໃນ​ຫໍເຕັນ​ສັກສິດນັ້ນ, ພວກເລວີຕ້ອງຂົນເຕັນສັກສິດຕະຫລອດ​ທັງ​ຮັບໃຊ້​ຢູ່​ໃນ​ທີ່ນັ້ນ ແລະ​ຕັ້ງ​ທີ່ພັກ​ອ້ອມຮອບ​ທີ່​ນັ້ນ​ດ້ວຍ. 51 ພວກ​ເລວີກໍຈະ​ມ້າງ​ຫໍເຕັນ​ສັກສິດ​ລົງເມື່ອມີການ​ຕັ້ງ​ຫໍເຕັນຂຶ້ນພວກເລວີຕ້ອງຕັ້ງຫໍເຕັນຂຶ້ນ. ຄົນແປກຫນ້າຄົນໃດ​ທີ່​ເຂົ້າ​ມາ​ໃກ້​ຫໍເຕັນ​ສັກສິດຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ. 52 ສ່ວນ​ຊາວ​ອິດສະຣາເອນ​​ຕັ້ງ​ຄ້າຍພັກ​ຂອງ​ພວກ​ຕົນຜູ້ຊາຍແຕ່ລະຄົນ​ຕ້ອງຕັ້ງຄ້າຍພັກໃກ້ກັບທຸງ​ທີ່ເປັນຂອງກຸ່ມມີອາວຸດ​ຂອງຕົນ. 53 ຢ່າງໃດກໍຕາມ, ​ພວກ​ເລວີ​ຕ້ອງ​ຕັ້ງ​ຄ້າຍ​ຂອງພວກເຂົາຢູ່ອ້ອມຮອບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້ເພື່ອ​ທີ່​ຄວາມ​ໂກດຮ້າຍຈະບໍ່ລົງມາ​ເຫນືອ​ຊຸມຊົນ​ອິດສະຣາເອນ​ໄດ້. ​ພວກ​ເລວີຕ້ອງ​ເຝົ້າຮັກສາ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້." 54 ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ເຮັດ​ທຸກໆ​ສິ່ງເຫລົ່ານີ້. ພວກເຂົາເຮັດທຸກຢ່າງຕາມ​ທີ່​ພຣະຢາເວ​ໄດ້​ສັ່ງຜ່ານທາງ​ໂມເຊ.