1 ຄຳໂອວາດກ່ຽວກັບເມືອງນີເນເວ. ຫນັງສືເລື່ອງນິມິດຂອງນາຮູມ, ຊາວແອນໂກດ. 2 ພຣະຢາເວຊົງເປັນພຣະເຈົ້າຜູ້ຊົງຫວງແຫນ ແລະ ແກ້ແຄ້ນ; ພຣະຢາເວຊົງແກ້ແຄ້ນ ແລະ ເຕັມໄປດ້ວຍຄວາມໂກດຮ້າຍ; ພຣະຢາເວຊົງແກ້ແຄ້ນຜູ້ທີ່ຂັດຂວາງຂອງພຣະອົງ, ແລະ ພຣະອົງສືບຕໍ່ຄວາມໂກດຮ້າຍຂອງພຣະອົງຕໍ່ພວກສັດຕູຂອງພຣະອົງ. 3 ພຣະຢາເວຊ້າທີ່ຈະໂກດຮ້າຍ ແລະ ມີຣິດທານຸພາບຍິ່ງໃຫຍ່; ພຣະອົງຈະບໍ່ໄດ້ປະກາດວ່າສັດຕູຂອງພຣະອົງເປັນຜູ້ໄຮ້ດຽງສາ. ພຣະຢາເວຊົງດຳເນີນໃນພາຍຸລົມຫມູນ ແລະ ພາຍຸ, ແລະ ເມກເປັນຂີ້ຝຸ່ນໃຕ້ພຣະບາດຂອງພຣະອົງ. 4 ພຣະອົງຊົງຫ້າມນ້ຳທະເລ ແລະ ເຮັດໃຫ້ມັນແຫ້ງໄປ; ພຣະອົງຊົງເຮັດໃຫ້ແມ່ນ້ຳລຳເຊທັງຫລາຍບົກແຫ້ງໄປ. ບາຊານກໍຫ່ຽວແຫ້ງໄປ, ແລະ ລວມພູກາເມນກໍຫ່ຽວແຫ້ງໄປເຊັ່ນກັນ; ດອກໄມ້ຢູ່ເທິງພູເລບານອນກໍຫ່ຽວແຫ້ງໄປ. 5 ບັນດາພູເຂົາກໍສັ່ນສະເທືອນຕໍ່ພຣະພັກພຣະອົງ, ແລະ ບັນດາເນີນພູກໍເປື່ອຍໄປ; ແຜ່ນດິນກໍພັງທະລາຍລົງຕໍ່ພຣະພັກພຣະອົງ, ແທ້ຈິງແລ້ວ, ທົ່ວທັງໂລກ ແລະ ຄົນທັງຫມົດທີ່ອາໄສຢູ່ໃນໂລກດ້ວຍ. 6 ໃຜຈະຕ້ານທານຕໍ່ພຣະພິໂຣດຂອງພຣະອົງໄດ້? ໃຜຈະທົນຕໍ່ຄວາມຮ້ອນແຮງແຫ່ງຄວາມໂກດຮ້າຍຂອງພຣະອົງໄດ້? ພຣະພິໂຣດຂອງພຣະອົງພົ່ນອອກມາເຫມືອນໄຟ ແລະ ພຣະອົງຊົງເຮັດໃຫ້ຫີນດານທັງຫລາຍແຕກໄປ. 7 ພຣະຢາເວຊົງປະເສີດ, ເປັນບ່ອນກຳບັງອັນເຂັ້ມແຂງໃນວັນທີ່ຍາກລຳບາກ; ແລະ ພຣະອົງຊົງສັດຊື່ຕໍ່ຄົນເຫລົ່ານັ້ນ ທີ່ເຂົ້າມາລີ້ໄພໃນພຣະອົງ. 8 ແຕ່ພຣະອົງຈະທຳລາຍສັດຕູຂອງພຣະອົງໃຫ້ສີ້ນໄປດ້ວຍນໍ້າຖ້ວມອັນແຮງ; ພຣະອົງໄລ່ພວກເຂົາເຂົ້າໄປໃນຄວາມມືດ. 9 ພວກທ່ານຄິດອຸບາຍອັນໃດຕໍ່ສູ້ພຣະຢາເວ? ພຣະອົງຊົງທຳລາຍໃຫ້ກ້ຽງ; ບັນຫາຄວາມທຸກຍາກຈະບໍ່ເກີດຂຶ້ນອີກ ເປັນຄັ້ງທີສອງ. 10 ເຖິງວ່າພວກເຂົາຈະຫຍຸ້ງພັນກັນໄປຫມົດ ຄືດັ່ງເຄືອຫນາມພັນກ້ຽວກັນ; ພວກເຂົາຈະເມົາເຫລົ້າດ້ວຍເຄື່ອງດື່ມຂອງເຂົາເອງ; ພວກເຂົາຈະຖືກໄຟເຜົາໄປຈົນຫມົດສິ້ນເຫມືອນຕໍເຟືອງແຫ້ງ. 11 ບາງຄົນໄດ້ຂຶ້ນມາທ່າມກາງພວກທ່ານ, ນີເນເວ, ຜູ້ທີ່ຄິດແຜນການຊົ່ວຮ້າຍຕໍ່ສູ້ພຣະຢາເວ, ຜູ້ທີ່ສະຫນັບສະຫນູນຄວາມຊົ່ວຮ້າຍ. 12 ພຣະຢາເວກ່າວດັ່ງນີ້ວ່າ, "ແມ່ນວ່າພວກເຂົາຈະມີກຳລັງຄົບຖ້ວນ ແລະ ມີຈຳນວນຄົນຫລວງຫລາຍ, ພວກເຂົາກໍຈະຖືກດັບສູນໄປ; ຄົນຂອງພວກເຂົາຈະສູນສິ້ນໄປ. ແຕ່ເຈົ້າ, ຢູດາ: ແມ່ນວ່າເຮົາຈະເຮັດໃຫ້ເຈົ້າມີຄວາມທຸກໃຈ, ເຮົາກໍຈະບໍ່ເຮັດໃຫ້ເຈົ້າມີຄວາມທຸກອີກຕໍ່ໄປ. 13 ບັດນີ້ ເຮົາຈະທຳລາຍແອກຂອງພວກເຂົາອອກຈາກເຈົ້າ; ເຮົາຈະທຳລາຍໂສ້ທັງຫລາຍຂອງເຈົ້າໄປເສຍ." 14 ພຣະຢາເວໄດ້ອອກຄຳສັ່ງກ່ຽວກັບເຈົ້າວ່າ, ນີເນເວ: “ເຈົ້າຈະບໍ່ມີເຊື້ອສາຍທີ່ໃຊ້ຊື່ຕາມຊື່ຂອງເຈົ້າອີກຕໍ່ໄປ. ເຮົາຈະທຳລາຍຮູບທີ່ແກະສະຫລັກ ແລະ ຮູບຫລໍ່ໂລຫະໄປຈາກວິຫານຂອງພະເຈົ້າຂອງເຈົ້າ. ເຮົາຈະຂຸດຂຸມຝັງສົບໃຫ້ແກ່ເຈົ້າ, ເພາະວ່າເຈົ້າຊົ່ວຊ້າ.” 15 ເບິ່ງແມ, ເທິງພູເຂົາມີຕີນຂອງຜູ້ນຳຂ່າວປະເສີດມາ ຜູ້ປະກາດສັນຕິພາບ! ຢູດາເອີຍ ຈົ່ງຈັດງານເທດສະການ, ແລະ ຮັກສາຄຳສາບານຂອງເຈົ້າ, ເພາະຄົນຊົ່ວຈະບໍ່ມາຫາເຈົ້າອີກ; ພວກເຂົາຖືກກຳຈັດໄປໝົດສິ້ນແລ້ວ.