ບົດທີ 1

1 ສິ່ງນີ້ຄື ພຣະທັມຂອງພຣະຢາເວທີ່ມາຮອດມີກາ ຊາວເມືອງໂມເຣເຊັດ ໃນຍຸກສະໄຫມໂຢທາມ, ອາຮາດ, ແລະ ເຮເຊກີຢາ, ກະສັດແຫ່ງຢູດາຍ, ຊຶ່ງເຂົາໄດ້ເຫັນກ່ຽວກັບນະຄອນຊາມາເຣັຽ ແລະນະຄອນເຢຣູຊາເລັມ. 2 ຈົ່ງຟັງເອົາ, ປະຊາຊົນທຸກຊາດເອີຍ. ໂອຈົ່ງຟັງ, ແຜ່ນດິນໂລກ, ແລະ ສິ່ງທັງປວງທີ່ຢູ່ໃນທ່ານ. ຂໍໃຫ້ພຣະຢາເວອົງພຣະຜູ້ເປັນເຈົ້າເປັນພະຍານກ່າວໂທດພວກທ່ານ, ອົງພຣະຜູ້ເປັນເຈົ້າຈາກພຣະວິຫານບໍຣິສຸດຂອງພຣະອົງ. 3 ເບິ່ງແມ, ພຣະຢາເວສະເດັດອອກຈາກທີ່ປຣະທັບຂອງພຣະອົງ; ພຣະອົງຈະສະເດັດລົງມາ ແລະຈະຊົງຢຽບເທິງສະຖານທີ່ສູງທັງຫລາຍເທິງແຜ່ນດິນໂລກ. 4 ພູເຂົາທັງຫລາຍຈະເປື່ອຍລະລາຍໄປພາຍໃຕ້ພຣະອົງ; ບັນດາຮ່ອມພູຈະຖືກແຍກອອກ ຄືຂີ້ເຜິ້ງຖືກໄຟຮ້ອນ, ຄືສາຍນ້ຳທີ່ໄຫລລົງມາຕາມເນີນພູ. 5 ເຫດການທັງຫມົດນີ້ເກີດຂຶ້ນເພາະການກະບົດຂອງຢາໂຄບ, ແລະເພາະບາບທັງຫລາຍຂອງຊາວອິສະຣາເອນ. ເຫດຜົນການກະບົດຂອງຢາໂຄບນັ້ນແມ່ນຫຍັງ? ຊາມາເຣັຽບໍ່ແມ່ນບໍ? ແມ່ນຫຍັງຄືເຫດຜົນສຳລັບສະຖານສູງຂອງຢູດາຍ? ເຢຣູຊາເລັມບໍ່ແມ່ນບໍ? 6 "ເຮົາຈະເຮັດໃຫ້ຊາມາເຣັຽເປັນກອງສິ່ງຮົກຮ້າງພັງເພໃນທົ່ງຫຍ້າ, ຄືທີ່ສຳລັບເຮັດສວນອະງຸ່ນ. ເຮົາຈະເທຫີນຂອງນາງ ລົງທີ່ຮ່ອມພູ; ເຮົາຈະເຜີຍໃຫ້ເຫັນຮາກຖານຂອງນາງ. 7 ຮູບເຄົາຣົບແກະສະຫລັກທັງຫມົດຂອງນາງນັ້ນຈະຖືກທັບໃຫ້ຫມຸ່ນທະລາຍ; ແລະ ສິນຈ້າງລາງວັນທີ່ນາງໄດ້ມາຈະຖືກເຜົາ. ເຮົາຈະທຳລາຍຮູບເຄົາຣົບທັງຫມົດຂອງນາງ ເພາະສິນຈ້າງຂອງໂສເພນີຂອງນາງ , ແລະ ນາງນັ້ນໄດ້ຮວບຮວມພວກເຂົາຂຶ້ນມາ, ແລະ ພວກມັນຈະກັບເປັນສິນຈ້າງຂອງໂສເພນີອີກ." 8 ເພາະເຫດຜົນນີ້ ຂ້າພຣະເຈົ້າຈະຄ່ຳຄວນ ແລະຮ້ອງໄຫ້; ຂ້າພຣະເຈົ້າຈະຍ່າງໄປດ້ວຍຕີນເປົ່າ ແລະເປືອຍຕົວ; ຂ້າພຣະເຈົ້າຈະຄ່ຳຄວນຄືສຽງຫມາປ່າ ແລະ ສຽງຄວນຄາງຄືສຽງນົກເຄົ້າ. 9 ເພາະວ່າບາດແຜຂອງນາງນັ້ນຮັກສາບໍ່ເຊົາ, ເພາະມັນໄດ້ລາມມາຮອດຢູດາຍ. ໄດ້ມາຮອດປະຕູເມືອງແຫ່ງປະຊາຊົນຂອງຂ້າພຣະເຈົ້າ ຄືຮອດເຢຮູຊາເລັມ. 10 ຢ່າບອກເລື່ອງນີ້ໃນເມືອງກາດ; ຢ່າຮ້ອງໄຫ້ເລີຍ. ທີ່ເມືອງເບັດເລອາຟະຣາ ຂ້າພຣະເຈົ້າເກືອກກິ້ງໂຕຂອງຂ້າພຣະເຈົ້າໃນຂີ້ຝຸ່ນ. 11 ຊາວເມືອງຊາເຟັຽເອີຍ, ຈົ່ງຜ່ານໄປຕາມທາງຂອງພວກເຈົ້າ, ດ້ວຍຕົວເປືອຍເປົ່າ ແລະອັບອາຍ. ຊາວເມືອງຊາອານານບໍ່ໄດ້ອອກມາ. ເບັດເອເຊນກຳລັງຮ້ອງໄຫ້, ເພາະທີ່ຫມັ້ນຂອງພວກເຈົ້າຈະຖືກເອົາໄປ. 12 ເພາະຊາວເມືອງມາໂຣດເຝົ້າຄອຍຂ່າວດີໃຈຈົດຈໍ່, ເພາະສິ່ງຮ້າຍໄດ້ລົງມາຈາກພຣະຢາເວເຖິງບັນດາປະຕູເມືອງເຢຣູຊາເລັມ. 13 ຈົ່ງທຽມຊຸດມ້າເຂົ້າກັບລົດມ້າເສິກ, ຊາວເມືອງລາກິດ. ພວກເຈົ້າ, ເມືອງລາກິດເອີຍ, ເຈົ້າເລີ່ມສ້າງບາບໃຫ້ແກ່ລູກສາວຂອງຊີໂອນ, ເພາະບັນດາການລະເມີດຂອງອິສະຣາເອນໄດ້ເຫັນໃນເຈົ້າ. 14 ດັ່ງນັ້ນເຈົ້າຈະມອບຂອງໄວ້ອາລັຍໃຫ້ແກ່ໂມເຣເຊັດກາດ; ບັນດາເມືອງຂອງອັກຊິບຈະເຮັດໃຫ້ບັນດາກະສັດອິສະຣາເອນຜິດຫວັງ. 15 ເຮົາຈະນຳສັດຕຣູໃຫ້ແກ່ພວກເຈົ້າ, ສັດຕຣູຊາວເມືອງມາເຣຊາເອີຍ; ຄວາມງົດງາມຂອງອິສະຣາເອນ ຈະມາຍັງເມືອງອາດຸນລຳ. 16 ຈົ່ງແຖຫົວ ແລະ ຕັດຜົມຂອງເຈົ້າເພື່ອລູກໆ ທີ່ເຈົ້າຮັກ. ຈົ່ງເຮັດໃຫ້ຫົວຂອງເຈົ້າເອງລ້ານດັ່ງນົກອິນຊີ , ເພາະລູກຂອງເຈົ້າຈະຈາກເຈົ້າໄປເປັນຊະເລີຍ.