1 ນີ້ແມ່ນຄຳປະກາດ ພຣະທຳຂອງພຣະຢາເວ ທີ່ບອກຕໍ່ຊົນຊາດອິສຣາເອນໂດຍ ລາຍມືຂອງມາລາກີວ່າ, 2 ພຣະຢາເວກ່າວວ່າ, “ເຮົາໄດ້ຮັກພວກເຈົ້າ." ແຕ່ພວກເຈົ້າຕອບວ່າ, "ພຣະອົງໄດ້ຮັກພວກຂ້ານ້ອຍຢ່າງໃດ?” ພຣະຢາເວຊົງປະກາດວ່າ, “ເອຊາວເປັນອ້າຍຂອງຢາໂຄບບໍ່ແມ່ນບໍ? ເຮົາກໍຍັງຮັກຢາໂຄບ, 3 ແຕ່ເຮົາໄດ້ຊັງເອຊາວ. ເຮົາໄດ້ເຮັດໃຫ້ດິນແດນພູເຂົາຂອງເອຊາວ ເປັນທີ່ຮ້າງເປົ່າ, ແລະ ເຮັດໃຫ້ມໍລະດົກຂອງເຂົາ ເປັນທີ່ສຳລັບຫມາປ່າແຫ່ງຖິ່ນທຸລະກັນດານ.” 4 ຖ້າເອໂດມເວົ້າວ່າ, “ພວກເຮົາໄດ້ຖືກທຳລາຍລົງແລ້ວ, ແຕ່ພວກເຮົາຈະສ້າງຊາກຫັກພັງນັ້ນຂື້ນມາໃຫມ່,” ພຣະຢາເວຈອມໂຍທາ ກໍຈະຕອບວ່າ, “ປ່ອຍໃຫ້ພວກເຂົາສ້າງຂຶ້ນໃຫມ່ໂລດ, ແຕ່ເຮົາຈະທຳລາຍມັນລົງອີກ. ຄົນອື່ນໆຈະເອີ້ນເມືອງນັ້ນວ່າ, 'ດິນແດນແຫ່ງຄວາມຊົ່ວຮ້າຍ' ແລະ 'ເປັນຊົນຊາດທີ່ພຣະຢາເວຊົງສາບແຊ່ງເປັນນິດ.' 5 ຕາຂອງພວກເຈົ້າຈະເຫັນສິ່ງນີ້, ແລະພວກເຈົ້າຈະເວົ້າວ່າ, 'ພຣະຢາເວຊົງຍິ່ງໃຫຍ່ເກີນກວ່າອອກໄປຈາກເຂດແດນຂອງອິດສະຣາເອນ.” 6 “ລູກຊາຍໃຫ້ກຽດພໍ່ຂອງຕົນ, ແລະ ຄົນຮັບໃຊ້ກໍໃຫ້ກຽດນາຍຂອງຕົນ. ແລ້ວຖ້າເຮົາເປັນພໍ່, ກຽດຂອງເຮົາຢູ່ໃສ? ຖ້າເຮົາເປັນນາຍ, ຄວາມເຄົາລົບຕໍ່ເຮົາຢູ່ໃສ? ພຣະຢາເວຈອມໂຍທາຊົງກ່າວກັບພວກປະໂລຫິດວ່າ, ຜູ້ຫມິ່ນປະຫມາດນາມຂອງເຮົາ. "ແຕ່ພວກເຈົ້າຍັງຖາມວ່າ, 'ພວກຂ້ານ້ອຍໄດ້ຫມິ່ນປະຫມາດພຣະນາມຂອງພຣະອົງຢ່າງໃດ?' 7 ກໍໂດຍການຖວາຍອາຫານທີ່ມີມົນທິນ ເທິງແທ່ນບູຊາຂອງເຮົາ. ແຕ່ພວກເຈົ້າກໍຖາມວ່າ, 'ພວກຂ້ານ້ອຍໄດ້ເຮັດໃຫ້ເປັນມົນທິນ ຕໍ່ພຣະອົງຢ່າງໃດ?' ກໍໂດຍການເວົ້າວ່າແທ່ນບູຊາຂອງພຣະຢາເວເປັນທີ່ຫນ້າລັງກຽດ. 8 ເມື່ອພວກເຈົ້າຖວາຍສັດຕາບອດ ເປັນເຄື່ອງບູຊາ, ນັ້ນບໍ່ຊົ່ວຮ້າຍບໍ? ເມື່ອພວກເຈົ້າຖວາຍສັດຂາຫັກ ແລະ ສັດເປັນພະຍາດ, ນັ້ນບໍ່ຊົ່ວຮ້າຍບໍ? ຈົ່ງເອົາສັດເຫລົ່ານັ້ນໄປໃຫ້ຜູ້ປົກຄອງເມືອງຂອງເຈົ້າລອງເບິ່ງດຸ! ເພິ່ນຈະຮັບຈາກພວກເຈົ້າ ຫລື ເພີ່ນຈະພໍໃຈເຈົ້າຫລືບໍ?” ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ. 9 “ບັດນີ້ ພວກເຈົ້າຕ້ອງພະຍາຍາມສະແຫວງຫາພຣະພັກຂອງພຣະເຈົ້າຕໍ່ໄປ, ເພື່ອທີ່ພຣະອົງຈະຊົງພຣະກະລຸນາຕໍ່ພວກເຮົາ. ແຕ່ພຣະຢາເວຈອມໂຍທາຊົງກ່າວວ່າ, ເນື່ອງດ້ວຍເຄື່ອງບູຊາຢ່າງນັ້ນໃນມືຂອງພວກເຈົ້າ, ພຣະອົງຈະຊົງພໍໃຈນໍາພວກເຈົ້າບໍ? 10 "ໂອ, ເຮົາຢາກໃຫ້ມີຈັກຄົນຫນຶ່ງໃນພວກເຈົ້າອັດປະຕູພຣະວິຫານ, ເພື່ອບໍ່ໃຫ້ພວກເຈົ້າໄຕ້ໄຟເທິງແທ່ນບູຊາຂອງເຮົາຢ່າງໄຮ້ປະໂຫຍດ! ເຮົາບໍ່ມີຄວາມພໍໃຈໃນພວກເຈົ້າ," ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ, "ແລະ ເຮົາຈະບໍ່ຍອມຮັບເຄື່ອງບູຊາໃດໆ ຈາກມືຂອງພວກເຈົ້າ. 11 ເພາະຈາກທິດຕາອອກຫາທິດຕາເວັນຕົກ ນາມຂອງເຮົາກໍຍິ່ງໃຫຍ່ທ່າມກາງຊົນຊາດທັງຫລາຍ ແລະ ໃນທຸກຫົນທຸກແຫ່ງທີ່ເຄື່ອງຫອມ ແລະ ເຄື່ອງເຜົາບູຊາບໍຣິສຸດຈະຖວາຍໃນນາມຂອງເຮົາ. ເພາະນາມຂອງເຮົາຈະຍິ່ງໃຫຍ່ທ່າມກາງຊົນຊາດທັງຫລາຍ," ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ. 12 ແຕ່ພວກເຈົ້າກຳລັງຫມິ່ນປະຫມາດແທ່ນບູຊາຂອງເຮົາ, ເມື່ອເຈົ້າເວົ້າວ່າ ແທ່ນບູຊາຂອງອົງພຣະຜູ້ເປັນເຈົ້າຫນ້າຂີ້ດຽດ, ແລະ ວ່າຫມາກໄມ້ຂອງມັນ, ອາຫານຂອງມັນ, ເປັນທີ່ດູຫມິ່ນ. 13 ພວກເຈົ້າເວົ້າອີກວ່າ, 'ຊ່າງອິດເມື່ອຍຕໍ່ການຖວາຍນີ້ແທ້,' ແລະ ພວກເຈົ້າກໍງຶກດັງຂຶ້ນປະຫມາດເຮົາ," ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ. "ພວກເຈົ້ານຳສັດທີ່ຖືກສັດປ່າຄາບ ຫລື ສັດຂາຫັກ ຫລື ສັດເປັນພະຍາດ; ແລະ ພວກເຈົ້ານຳສິ່ງນີ້ມາເປັນເຄື່ອງຖວາຍຂອງເຈົ້າ. ເຮົາຄວນຈະຍອມຮັບສິ່ງນີ້ ຈາກມືຂອງພວກເຈົ້າບໍ? ພຣະຢາເວກ່າວ. 14 "ຂໍໃຫ້ຄົນຫລອກຫລວງຖືກສາບແຊ່ງ ຜູ້ທີ່ມີສັດໂຕຜູ້ໃນຝູງຂອງເຂົາ ແລະສັນຍາວ່າຈະຖວາຍສິ່ງທີ່ດີໃຫ້ແກ່ເຮົາ, ແຕ່ແລ້ວ ເຂົາໄດ້ນຳເອົາສັດທີ່ມີຕຳນິມາເຜົາຖວາຍບູຊາແກ່ເຮົາ! ເຮົາເປັນພຣະມະຫາກະສັດ," ພຣະຢາເວຈອມໂຍທາ ຊົງກ່າວດັ່ງນີ້ແຫລະ, "ແລະນາມຂອງເຮົາເປັນທີ່ຢໍາເກງ ທ່າມກາງປະຊາຊາດທັງຫລາຍ.”