ບົດທີ 1
1
ນີ້ຄືຖ້ອຍຄຳຂອງພຣະຢາເວທີ່ມາເຖີງໂຢເອນ ລູກຊາຍຂອງເປທູເອນມີດັ່ງນີ້.
2
ຈົ່ງຟັງເຖີດ, ຜູ້ອາວຸໂສທັງຫລາຍ, ແລະ ທຸກໆຄົນທີ່ອາໃສໃນແຜ່ນດີນ. ສິ່ງເຫລົ່ານີ້ເຄີຍເກີດຂຶ້ນໃນສະໄຫມຂອງເຈົ້າທັງຫລາຍ ຫລື ໃນສະໄຫມຂອງບັນພະບູລຸດຂອງພວກເຈົ້າບໍ?
3
ຈົ່ງເລົ່າເລື່ອງເຫລົ່ານີ້ໃຫ້ລູກເຈົ້າຟັງ, ແລະໃຫ້ລູກຂອງພວກເຈົ້າເລົ່າເລື່ອງນີ້ຕໍ່ໃຫ້ລູກໆຂອງພວກເຂົາຟັງ, ແລະເພື່ອພວກເຂົາຈະສາມາດບອກລູກຫລານລຸ້ນຕໍ່ໄປຂອງພວກເຂົາໃນພາຍຫນ້າ.
4
ພືດຜົນທີ່ເຫລືອຈາກຝູງຕັກແຕນຝູງຫນຶ່ງກິນ ຕັກແຕນອີກຝູງອື່ນກໍຈະມາກິນ; ແລະ ສິ່ງທີ່ເຫລືອຈາກຕັກແຕນຝູງນັ້ນກິນ ພວກແມງໄມ້ທັງຫລາຍກໍຈະກິນຊ້ຳ; ສິ່ງທີ່ເຫລືອຈາກຝູງແມງໄມ້ກິນກິນ ຝູງແມງບົ້ງກໍຈະມາກິນຊ້ຳ.
5
ຈົ່ງຕື່ນຂື້ນ, ພວກຂີ້ເຫລົ້າເອີຍ, ແລະຈົ່ງຮ້ອງໄຫ້ຄວນຄາງ! ພວກນັກດື່ມເຫລົ້າອະງຸ່ນເອີຍ, ຈົ່ງໂສກເສົ້າສາ ເພາະເຫລົ້າອະງຸ່ນຫວານນັ້ນໄດ້ຖືກທຳລາຍຫມົດແລ້ວ.
6
ດ້ວຍວ່າ ຊົນຊາດຫນຶ່ງທີ່ມີກຳລັງແຮງ, ແລະ ມີຈຳນວນຫລວງຫລາຍ ໄດ້ເຂົ້າມາໃນແຜ່ນດິນຂອງຂ້ານ້ອຍ. ແຂ້ວຂອງມັນກໍແຫລມຄົມເຫມືອນແຂ້ວສິງ, ແລະ ພວກມັນມີແຂ້ວຄົມໆຄືກັບສິງໂຕແມ່.
7
ພວກມັນໄດ້ໃຫ້ສວນອະງຸ່ນຂອງຂ້ານ້ອຍກາຍເປັນສະຖານທີ່ຫນ້າຢ້ານ ແລະ ພວກມັນໄດ້ແຫ້ນເປືອກກົກຫມາກເດືອຂອງຂ້ານ້ອຍຈົນຫມົດກ້ຽງ. ພວກມັນໄດ້ແຫ້ນເປືອກຂອງມັນ ແລະ ໂຍນຖິ້ມເສຍ; ຈົນກິ່ງກ້ານຂອງມັນຫລ້ອນ.
8
ຈົ່ງໂສກເສົ້າເຫມືອນຢ່າງຍິງສາວທີ່ນຸ່ງກະສອບປານໄຫວ້ອາໄລ ເພາະການຕາຍຂອງຜົວຂອງນາງສາ.
9
ເຄື່ອງຖວາຍບູຊາ ແລະ ເຄື່ອງດື່ມບູຊາກໍຂາດຈາກພຣະວີຫານຂອງພຣະຢາເວ. ບັນດາປະໂລຫິດ, ຜູ້ບົວລະບັດຂອງພຣະຢາເວກໍໂສກເສົ້າ.
10
ທົ່ງນາກໍໄດ້ຮັບຄວາມເສຍຫາຍ, ແຜ່ນດິນກໍງຽບເຫງົາໂສກເສົ້າ ເພາະເຂົ້າໄດ້ຖືກທຳລາຍ, ເຫລົ້າອາງຸ່ນໃຫມ່ກໍເຫືອດແຫ້ງ, ນ້ຳມັນຫມາກກອກເທດກໍຂາດ.
11
ຈົ່ງອັບອາຍເທີ້ນ, ພວກເຈົ້າຊາວນາທັງຫລາຍເອີຍ, ພວກເຈົ້າຜູ້ເຝົ້າສວນອາງຸ່ນເອີຍ, ເພາະເນື່ອງຈາກເຂົ້າສາລີ ແລະ ເຂົ້າເດືອຍນັ້ນ. ເພາະການເກັບກ່ຽວຈາກທົ່ງນາໄດ້ຖືກທຳລາຍ.
12
ເຄືອອະງຸ່ນກໍລ່າເຫລືອງລົງ ແລະ ຕົ້ນເດື່ອກໍຫ່ຽວແຫ້ງຕາຍ, ຕົ້ນພິລາ, ລວມທຳຕົ້ນອີນທະຜາລຳ, ແລະຕົ້ນອັບເປີ້ນດ້ວຍ—ຕົ້ນໄມ້ທັງປວງໄດ້ຫ່ຽວແຫ້ງຕາຍໄປ. ເພາະຄວາມຊື່ນຊົມຍິນດີກໍໄດ້ສູນຫາຍໄປຈາກມະນຸດຊາດ.
13
ຈົ່ງນຸ່ງຫົ່ມຜ້າກະສອບ ແລະໄຫວ້ທຸກ, ບັນດາປະໂລຫິດທັງຫລາຍເອີຍ! ຈົ່ງຮ້ອງໄຫ້, ທ່ານຜູ້ບົວລະບັດແທ່ນບູຊາ. ຈົ່ງມາ, ນຸ່ງຫົ່ມຜ້າກະສອບ, ຜູ້ຮັບໃຊ້ພຣະເຈົ້າຂອງຂ້ານ້ອຍເອີຍ. ເພາະເຄື່ອງຖວາຍພືດຜົນເປັນເມັດ ແລະ ເຄື່ອງດື່ມບູຊາໄດ້ຂາດຈາກພຣະວິຫານຂອງພຣະເຈົ້າ.
14
ຈົ່ງປະຊຸມເພື່ອຖືສິນອົດອາຫານອັນບໍຣິສຸດ, ແລະ ຈົ່ງເອີ້ນຊຸມນຸມບໍຣິສຸດ. ຈົ່ງເຕົ້າໂຮມເອົາບັນດາຜູ້ປົກຄອງ ແລະ ຄົນທັງປວງທີ່ອາໄສຢູ່ໃນແຜ່ນດິນນີ້ເຂົ້າໄປໃນພຣະວິຫານແຫ່ງພຣະຢາເວພຣະເຈົ້າຂອງພວກເຈົ້າ, ແລະຮ້ອງຂໍຕໍ່ພຣະຢາເວເທີ້ນ.
15
ອະນິຈັງ! ເພາະມື້ແຫ່ງພຣະຢາເວໄດ້ໃກ້ເຂົ້າມາແລ້ວ. ມັນຈະມາດ້ວຍການທຳລາຍຈາກພຣະຜູ້ເປັນເຈົ້າ.
16
ພືດຜົນກໍຖືກທຳລາຍໄປຕໍ່ຫນ້າຕໍ່ຕາພວກເຮົາ, ແລະ ການມ່ວນຊື່ນ ແລະ ຄວາມຊື່ນຊົມຍິນດີກໍຈະຂາດຈາກພຣະວິຫານແຫ່ງພຣະເຈົ້າຂອງພວກເຮົາບໍ່ແມ່ນຫລື?
17
ພຶດພັນໄດ້ຕາຍໄປໃນດິນແຫ້ງ, ສາງເຂົ້າກໍວ່າເປົ່າ, ແລະ ເລົ້າເຂົ້າກໍຖືກມ້າງລົງ, ເພາະຕົ້ນເຂົ້າໄດ້ຫ່ຽວແຫ້ງຕາຍຫມົດ.
18
ຝູງສັດກໍໂສກເສົ້າ! ຝູງງົວກໍທຸກລຳບາກ ເພາະວ່າພວກມັນບໍ່ມີຫຍ້າກິນ. ເຊັ່ນດຽວກັນ, ຝູງແກະກໍທຸກລຳບາກ.
19
ຂ້າແດ່ພຣະຢາເວ ຂ້ານ້ອຍຮ້ອງທູນຕໍ່ພຣະອົງ. ເພາະໄຟໄດ້ເຜົາໄຫມ້ທົ່ງຫຍ້າໃນຖິ່ນແຫ້ງແລ້ງກັນດານຈົນຫມົດກ້ຽງແລ້ວ, ແລະ ແປວໄຟໄດ້ເຜົາໄຫມ້ຕົ້ນໄມ້ທຸກຕົ້ນໃນທົ່ງ.
20
ແມ່ນແຕ່ບັນດາສັດທັງຫລາຍໃນປ່າກໍຮ້ອງຫາພຣະອົງ, ເພາະຕົ້ນນ້ຳກໍໄດ້ເຫືອດແຫ້ງຫມົດໄປ, ແລະຫຍ້າໃນທົ່ງກໍຖືກໄຟໄຫມ້ຫມົດ.