ບົດທີ 1
1
ມີຊາຍຄົນຫນຶ່ງອາໄສຢູ່ໃນດິນແດນອູເຊ ຊື່ຂອງເຂົາຄືໂຢບ; ໂຢບເປັນຄົນສັດຊື່ ແລະ ເປັນຄົນດີ. ເຂົາເປັນຄົນຂາບໄຫວ້ພຣະເຈົ້າ, ແລະບໍ່ເຄີຍເຮັດຊົ່ວ.
2
ໂຢບມີລູກຊາຍເຈັດຄົນ ແລະລູກສາວສາມຄົນ.
3
ເຂົາມີຝູງແກະເຈັດພັນໂຕ, ອູດສາມພັນໂຕ, ງົວກຽນຫ້າຮ້ອຍຄູ່, ແລະຝູງລໍຫ້າຮ້ອຍໂຕ ແລະເຂົາມີທາດຮັບໃຊ້ຈຳນວນຫລວງຫລາຍ. ເຂົາເປັນຜູ້ຊາຍທີ່ຍິ່ງໃຫຍ່ທີ່ສຸດໃນທ່າມກາງບັນດາຊາວຕາເວັນອອກ.
4
ໃນວັນກຳນົດຂອງລູກຊາຍຂອງລາວແຕ່ລະຄົນ, ລາວຈະຈັດງານລ້ຽງໃນເຮືອນຂອງລາວ. ພວກເຂົາໄດ້ເຊີນ ແລະເອີ້ນນ້ອງສາຍທັງສາມຂອງພວກເຂົາມາເພື່ອກິນ ແລະ ດື່ມຮ່ວມກັນກັບພວກເຂົາ.
5
ເມື່ອມື້ຈັດງານລ້ຽງເຫລົ່ານັ້ນຜ່ານໄປ, ໂຢບໄດ້ເອີ້ນພວກເຂົາມາ ແລະ ຊຳລະພວກເຂົາໃຫ້ບໍຣິສຸດ. ໂຢບຕື່ນແຕ່ເຊົ້າ ແລະ ຖວາຍເຄື່ອງເຜົາບູຊາ ເພື່ອໃຫ້ລູກຂອງເຂົາແຕ່ລະຄົນ, ເພາະເຂົາເວົ້າວ່າ, "ພວກລູກຂອງຂ້ານ້ອຍອາດຈະເຮັດບາບ ແລະການປະຫມາດພຣະເຈົ້າຢູ່ໃນໃຈ." ໂຢບໄດ້ກ່າວສິ່ງນີ້ສະເຫມີ.
6
ແລ້ວມາເຖິງວັນຫນຶ່ງ ເມື່ອບັນດາລູກຊາຍຂອງພຣະເຈົ້າໄດ້ມາປາກົດຕົວຂອງພວກເຂົາຕໍ່ຫນ້າພຣະຢາເວ. ຊາຕານກໍໄດ້ເຂົ້າມາພ້ອມກັບພວກເຂົາດ້ວຍ.
7
ພຣະຢາເວໄດ້ຊົງກ່າວແກ່ຊາຕານວ່າ,“ເຈົ້າມາແຕ່ໃສ?" ແລ້ວຊາຕານໄດ້ທູນຕອບພຣະຢາເວວ່າ, “ພະເນຈອນໄປເທິງແຜ່ນດິນໂລກ, ໄປໆແລະມາໆ ເທິງແຜ່ນດິນ.”
8
ພຣະຢາເວໄດ້ຊົງກ່າວວ່າ, "ເຈົ້າໄດ້ເຫັນໂຢບຜູ້ຮັບໃຊ້ຂອງເຮົາບໍ? ເພາະບໍ່ມີໃຜເທິງແຜ່ນໂລກທີ່ເປັນເຫມືອນລາວ, ລາວເປັນຄົນບໍ່ມີຄວາມຜິດ ແລະລາວເປັນຄົນສັດຊື່, ລາວເປັນຄົນຂາບໄຫວ້ພຣະເຈົ້າ ແລະ ບໍ່ເຄີຍເຮັດຊົ່ວ.”
9
ແລ້ວຊາຕານໄດ້ທູນຕອບພຣະຢາເວວ່າ, “ໂຢບຂາບໄຫວ້ພຣະອົງໂດຍປາສະຈາກເຫດຜົນຢ່າງອື່ນບໍ?
10
ບໍ່ແມ່ນພຣະອົງຊົງກັ້ນອະນາເຂດລ້ອມຮອບລາວ, ເຮືອນຂອງລາວ, ແລະລ້ອມຮອບທຸກດ້ານຢ່າງນັ້ນບໍ? ພຣະອົງໄດ້ຊົງອວຍພອນວຽກງານທຸກຢ່າງຂອງລາວ. ຝູງສັດຂອງລາວໃຫ້ມີຄວາມຈະເລີນຂຶ້ນໃນດິນແດນນັ້ນ.
11
”ແຕ່ບັດນີ້ ຂໍພຣະອົງຊົງຍື່ນພຣະຫັດຂອງພຣະອົງ ແລະ ແຕະຕ້ອງທຸກສິ່ງທຸກຢ່າງເຂົາມີໄປ ແລະ ເບິ່ງວ່າເຂົາຈະບໍ່ປ້ອຍດ່າພຣະອົງຕໍ່ຫນ້າຂອງພຣະອົງ.”
12
ພຣະຢາເວຊົງແກ່ຊາຕານວ່າ, “ເບິ່ງແມ, ທຸກສິ່ງທຸກຢ່າງທີ່ໂຢບມີກໍຢູ່ໃນມືຂອງເຈົ້ານັ້ນ." ຂໍພຽງແຕ່ຕໍ່ລາວເອງ, ຢ່າຍື່ນມືຂອງເຈົ້າແຕະຕ້ອງລາວ.” ແລ້ວຊາຕານຈຶ່ງໄດ້ຈາກໄປຕໍ່ຫນ້າຂອງພຣະຢາເວ.
13
ແລ້ວມາເຖິງມື້ຫນຶ່ງ ຂະນະທີ່ບັນດາລູກຊາຍ ແລະລູກສາວຂອງໂຢບ ກຳລັງກິນ ແລະດື່ມເຫລົ້າອະງຸ່ນຢູ່ໃນເຮືອນຂອງອ້າຍກົກຂອງພວກເຂົາ.
14
ມີຜູ້ສົ່ງຂ່າວຄົນຫນຶ່ງແລ່ນມາຫາໂຢບ ແລະເວົ້າວ່າ, "ຝູງງົວທັງຫລາຍກຳລັງໄຖນາ ແລະ ຝູງລໍກຳລັງກິນຫຍ້າຢູ່ຂ້າງໆ.
15
ພວກເຊບາໄດ້ເຂົ້າໂຈມຕີ ແລະ ປຸ້ນເອົາງົວກັບລໍທັງຫມົດໄປ. ຄົນເຊບາໄດ້ຂ້າຄົນຮັບໃຊ້ທັງຫມົດດ້ວຍດາບ. ມີຂ້ານ້ອຍຄົນດຽວ ທີ່ລອດຊີວິດຫນີມາບອກທ່ານໄດ້.”
16
ໃນຂະນະທີ່ລາວກຳລັງເວົ້າຢູ່ນັ້ນ, ກໍມີອີກຄົນຫນຶ່ງໄດ້ເຈົ້າມາ ແລະ ເວົ້າວ່າ, “ໄຟຂອງພຣະເຈົ້າລົງມາຈາກທ້ອງຟ້າ ແລະ ໄດ້ເຜົາໄຫມ້ຝູງແກະ ແລະ ບັນດາທາດທັງຫມົດ. ຍັງຂ້ານ້ອຍພຽງຄົນດຽວທີ່ລອດຊີວິດຫນີມາບອກທ່ານ.”
17
ໃນຂະນະທີ່ເຂົາກຳລັງເວົ້າຢູ່ນັ້ນ, ກໍມີອີກຄົນຫນຶ່ງໄດ້ເຂົ້າມາ ແລະ ເວົ້າວ່າ, “ມີຄົນຄັນເດອາໄດ້ຕັ້ງເປັນສາມກຸ່ມ ໄດ້ເອົາໂຈມຕີຝູງອູດ ແລະ ໄດ້ເອົາພວກມັນໄປ ສຳລັບພວກທາດທັງຫລາຍ ຄົນຄັນເດອາໄດ້ຂ້າພວກເຂົາດ້ວຍຄົມດາບ. ຍັງຂ້ານ້ອຍພຽງຄົນດຽວທີ່ລອດຊີວິດຫນີມາບອກທ່ານ.”
18
ໃນຂະນະທີ່ລາວກຳລັງເວົ້າຢູ່ນັ້ນ, ກໍມີອີກຄົນຫນຶ່ງໄດ້ຟ້າວເຂົ້າມາ ແລະເວົ້າວ່າ, , “ບັນດາລູກຊາຍ ແລະ ລູກສາວທີ່ກຳລັງກິນ ແລະດື່ມເຫລົ້າອະງຸ່ນຢູ່ເຮືອນຂອງອ້າຍກົກຂອງພວກເຂົານັ້ນ.
19
ໄດ້ມີລົມແຮງໄດ້ພັດມາຈາກຖິ່ນທຸລະກັນດານ ແລະ ໄດ້ພັດປະທະເຮືອນຊານນັ້ນທັງສີ່ດ້ານ, ຈົນເຮືອນພັງລົ້ມທັບຄົນຫນູ່ມສາວທັງຫລາຍແລະ ພວກເຂົາຕາຍ. ຍັງຂ້ານ້ອຍພຽງຄົນດຽວທີ່ລອດຊີວິດຫນີມາບອກທ່ານ.”
20
ແລ້ວໂຢບຈຶ່ງໄດ້ລຸກຂຶ້ນ, ຈີກເສື້ອຄຸມຂອງເຂົາ, ແຖຜົມຂອງເຂົາ, ກົ້ມຫນ້າລົງດິນ ແລະນະມັດສະການພຣະເຈົ້າ.
21
“ຂ້ານ້ອຍເປັນຄົນຕົວເປົ່າ ເມື່ອຂ້ານ້ອຍອອກມາຈາກທ້ອງແມ່ຂອງຂ້ານ້ອຍ, ແລະຂ້ານ້ອຍຈະເປັນຄົນຕົວເປົ່າຈະກັບທີ່ນັ້ນ. ຄືພຣະຢາເວຜູ້ຊົງໂຜດປຣະທານ, ແລະ ຄືພຣະຢາເວ ຜູ້ກໍຊົງເອົາຄືນໄປ. ຂໍສາທຸການພຣະນາມຂອງພຣະຢາເວ.”
22
ໃນເຫດທັງຫມົດເຫລົ່ານີ້, ໂຢບກໍບໍ່ໄດ້ເຮັດບາບ, ຫລືບໍ່ໄດ້ກ່າວໂທດ ພຣະເຈົ້າວ່າຊົງກະທຳຜິດເລີຍ.