ບົດທີ 1
1
ຫລັງຈາກໂຢຊວຍເສຍຊີວິດແລ້ວ, ຄົນອິສະຣາເອນໄດ້ທູນຖາມພຣະຢາເວ ວ່າ, “ໃຜຜູ້ທຳອິດຈະໂຈມຕີກັບຄົນການາອານສຳລັບພວກເຮົາ, ເພື່ອສູ້ຮົບກັບພວກເຂົາ?”
2
ພຣະຢາເວຕອບວ່າ, “ຢູດາຈະໂຈມຕີ, ເບິ່ງແມ, ເຮົາໄດ້ມອບແຜ່ນດິນນັ້ນໃຫ້ພວກເຂົາແລ້ວ.”
3
ຄົນຢູດາຈຶ່ງເວົ້າ ກັບຄົນຊິເມໂອນ, ພີ່ນ້ອງຂອງຕົນວ່າ, “ຈົ່ງຂຶ້ນໄປກັບພວກເຮົາ ໃນເຂດແດນທີ່ກຳນົດໃຫ້ແກ່ພວກເຮົາ ເພື່ອຈະໄດ້ຕໍ່ສູ້ກັບຄົນການາອານນຳກັນ. ພວກເຮົາຈະໄປຮ່ວມຮົບໃນເຂດແດນທີ່ກຳນົດໃຫ້ແກ່ເຈົ້ານັ້ນດ້ວຍ.” ດັ່ງນັ້ນ, ເຜົ່າຊີເມໂອນກໍໄປກັບພວກເຂົາ.
4
ຄົນຢູດາ ກໍໂຈມຕີ, ແລະ ພຣະຢາເວ ໄດ້ມອບໄຊຊະນະແກ່ຄົນການາອານ ແລະ ຄົນເປຣິຊີ. ພວກເຂົາ ປະຫານຫນຶ່ງຫມື່ນຄົນ ທີ່ເມືອງເບເຊັກ.
5
ພວກເຂົາ ພົບອາໂດນີ-ເບເຊັກ ໃນເມືອງເບເຊັກ, ແລະ ພວກເຂົາສູ້ຮົບກັບເພິ່ນ ແລະ ໄດ້ປະຫານຄົນການາອານ ແລະ ຄົນເປຣີຊີ.
6
ແຕ່ອາໂດນີເບເຊັກຫນີໄປໄດ້, ແລະ ພວກເຂົາ ນຳຈັບລາວໄດ້, ແລະ ພວກເຂົາໄດ້ຕັດນິ້ວຫົວໂປ້ມື ແລະ ນິ້ວຫົວໂປ້ຕີນຂອງລາວ.
7
ອາໂດນີເບເຊັກກ່າວວ່າ, “ຍັງມີກະສັດເຈັດສິບອົງ, ຜູ້ທີ່ມີຫົວໂປ້ມື ແລະ ຫົວໂປ້ຕີນຖືກຕັດອອກ, ໄດ້ເກັບເສດອາຫານຢູ່ກ້ອງໂຕະຂອງເຮົາ. ເຮົາໄດ້ເຮັດຢ່າງໃດ, ພຣະຜູ້ເປັນເຈົ້າຈຶ່ງເຮັດແກ່ເຮົາເຊັ່ນນັ້ນ” ພວກເຂົາກໍຈັບຕົວເພິ່ນມາທີ່ກຸງເຢຣູຊາເລັມ ແລະ ເພິ່ນໄດ້ເສຍຊີວິດໃນບ່ອນນັ້ນ.
8
ຄົນຢູດາໄດ້ເຂົ້າສູ້ຮົບເມືອງເຢຣູຊາເລັມ ແລະ ຢຶດເມືອງໄດ້. ພວກເຂົາ ໂຈມຕີຊາວເມືອງດ້ວຍຄົມດາບ ແລະ ພວກເຂົາເອົາໄຟເຜົາເມືອງ.
9
ພາຍຫລັງ, ຄົນຢູດາ ໄດ້ລົງໄປສູ້ຮົບກັບຄົນການາອານ ຜູ້ທີ່ອາໄສຢູ່ໃນເຂດແດນເຂົາ ແລະ ໃນຮ່ອມພູເຂົາ ຢູ່ທາງທິດຕາເວັນຕົກ
10
ຢູດາ ໄດ້ໄປສູ້ຮົບກັບຄົນການາອານ ຜູ້ຢູ່ໃນເຮັບໂຣນ (ເມືອງເຮັບໂຣນ ເມື່ອກ່ອນຊື່ວ່າ ກີຣິອາດອາຣະບາ) ແລະ ພວກເຂົາໄດ້ປະຫານເຊຊາຍ, ອາຮີມານ ແລະ ຕານໄມ.
11
ຈາກບ່ອນນັ້ນ ຄົນຢູດາໄດ້ຍົກທັບ ໄປສູ້ຮົບກັບຊາວເມືອງເດບີ (ເມືອງເດບີ ເມື່ອກ່ອນມີຊື່ວ່າກີຣິອາດເຊເຟ)
12
ກາເລັບ ກ່າວວ່າ “ໃຜໂຈມຕີເມືອງກີຣິອາດເຊເຟ ແລະ ຢືດໄດ້, ເຮົາຈະຍົກອັກສາ, ລູກສາວຂອງເຮົາ, ໃຫ້ເປັນເມຍ
13
ໂອດນີເອນ, ລູກຊາຍເກນາ (ຫລານຊາຍຂອງກາເລັບ)ຕີເອົາເມືອງເດບີໄດ້, ດັ່ງນັ້ນ ກາເລັບຈຶ່ງຍົກອັກສາ,ລູກສາວຂອງຕົນ, ໃຫ້ເປັນເມຍຂອງເພິ່ນ.
14
ຢູ່ຕໍ່ມາ ອັກສາ ມາຫາໂອດນີເອນ, ແລະ ນາງຈຶ່ງຊວນຜົວໃຫ້ ຂໍເນື້ອທີ່ນາພໍ່ໃຫ້ແກ່ນາງ. ນາງກໍລົງຈາກຫລັງລາ, ກາເລັບຖາມນາງວ່າ “ເຈົ້າຕ້ອງການອັນໃດ?”
15
ນາງຈຶ່ງຕອບເພິ່ນວ່າ “ຂໍຂອງຂວັນໃຫ້ລູກຈັກຢ່າງຫນຶ່ງແດ່. ເມື່ອພໍ່ໃຫ້ລູກມາຢູ່ໃນແຜ່ນດິນແຫ້ງແລ້ງກັນດານແລ້ວ, ຂໍໃຫ້ນ້ຳພຸແກ່ລູກດ້ວຍ.” ດັ່ງນັ້ນ, ກາເລັບກໍຍົກບໍ່ນ້ຳພຸເທິງ ແລະ ບໍ່ນ້ຳພຸລຸ່ມ ໃຫ້ແກ່ນາງ.
16
ລູກຫລານຂອງພໍ່ເຖົ້າຂອງໂມເຊ ຄົນເກນີ ໄດ້ໄປຈາກເມືອງທີ່ມີຕົ້ນຕານ ພ້ອມກັບຄົນຢູດາ, ມາເຖິງຖິ່ນທີ່ກັນດານຂອງເຜົ່າຢູດາ ທີ່ຢູ່ໃນເນເກບ, ເພື່ອອາໄສຢູ່ກັບຄົນຢູດາ ຢູ່ໃກ້ກັບອາຣາດ.
17
ຄົນຢູດາ ກໍຍົກທັບໄປຮ່ວມກັບຄົນຊິເມໂອນພີ່ນ້ອງຂອງພວກເຂົາ ແລະ ພວກເຂົາໄດ້ໂຈມຕີ ຄົນການາອານ ຜູ້ຢູ່ໃນເມືອງເຊຟັດ ແລະ ພວກເຂົາໄດ້ທຳລາຍເມືອງນັ້ນຢ່າງສິ້ນເຊີງ. ເມືອງນັ້ນຈຶ່ງຖືກເອີ້ນວ່າ ໂຮມາ.
18
ຄົນຢູດາໄດ້ຢຶດເມືອງຄາຊາເຊັ່ນກັນ ແລະ ພ້ອມທັງອານາເຂດຮອບໆ, ເມືອງອາຊະກາໂລນ ແລະ ພ້ອມທັງອານາເຂດ ແລະ ເມືອງເອັກໂຣນ ແລະ ພ້ອມອານາເຂດຮອບໆ.
19
ພຣະຢາເວ ໄດ້ສະຖິດກັບຄົນຢູດາ ແລະ ພວກເຂົາໄດ້ຢຶດແດນພູເຂົາເປັນກຳມະສິດ, ແຕ່ພວກເຂົາບໍ່ສາມາດຂັບໄລ່ຊາວເມືອງທີ່ຢູ່ໃນຮ່ອມພູເຂົານັ້ນໄດ້ ເພາະວ່າພວກເຫລົ່ານັ້ນມີລົດຮົບເຫລັກ.
20
ເມືອງເຮັບໂຣນນັ້ນ ໄດ້ຍົກໃຫ້ກາເລັບ (ດັ່ງທີ່ໂມເຊໄດ້ກ່າວໄວ້), ແລະ ເຂົາໄດ້ຂັບໄລ່ລູກຊາຍທັງສາມຄົນຂອງອານາກອອກໄປ.
21
ແຕ່ຄົນເບັນຢາມິນ ບໍ່ໄດ້ຂັບໄລ່ ຄົນເຢບຸດ ຜູ້ຢູ່ໃນເຢຣູຊາເລັມໃຫ້ອອກໄປ. ດັ່ງນັ້ນ ຄົນເຢບຸດຈຶ່ງອາໃສຢູ່ກັບຄົນເບັນຢາມິນໃນເຢຣູຊາເລັມຈົນເຖິງທຸກມື້ນີ້.
22
ນອກນີ້ ເຮືອນຂອງໂຢເຊັບກະກຽມໄປສູ້ຮົບເມືອງເບັດເອນ, ແລະ ພຣະຢາເວສະຖິດກັບພວກເຂົາ.
23
ພວກເຂົາໄດ້ໃຊ້ຄົນໄປສອດແນມເມືອງເບັດເອນ (ແຕ່ກ່ອນເມືອງນີ້ ຊື່ ລູເຊ).
24
ຜູ້ສອດແນມເຫັນຊາຍຄົນຫນຶ່ງຍ່າງອອກມາຈາກເມືອງ, ແລະ ພວກເຂົາຈຶ່ງເວົ້າກັບລາວວ່າ “ຂໍຊີ້ທາງເຂົ້າເມືອງນີ້ໃຫ້ແກ່ພວກເຮົາດ້ວຍ, ແລະ ພວກເຮົາຈະປານີເຈົ້າ.”
25
ຊາຍຄົນນັ້ນ ກໍຊີ້ທາງເຂົ້າເມືອງໃຫ້ແກ່ພວກເຂົາ, ແລະ ດັ່ງນັ້ນ ພວກເຂົາໄດ້ໂຈມຕີຊາວເມືອງນັ້ນ ດ້ວຍຄົມດາບ, ແຕ່ພວກເຂົາປ່ອຍຊາຍຄົນນັ້ນ ແລະຄອບຄົວຂອງລາວທັງຫມົດລອດໄປ
26
ຫລັງຈາກນັ້ນ ຊາຍຄົນນັ້ນກໍເຂົ້າໄປໃນແຜ່ນດິນຂອງຄົນຮິດຕີ ແລະ ສ້າງເມືອງຂຶ້ນເມືອງຫນຶ່ງ, ເອີ້ນຊື່ວ່າເມືອງລູເຊ, ຊຶ່ງເປັນຊື່ຢູ່ຈົນຮອດທຸກມື້ນີ້.
27
ຄົນມານາເຊ ບໍ່ໄດ້ຂັບໄລ່ຊາວເມືອງທີ່ອາໄສຢູ່ໃນເມືອງເບັດເຊອານ ແລະ ຊາວຊົນນະບົດຂອງເມືອງນັ້ນໃຫ້ອອກໄປ, ຫລື ຊາວເມືອງຕາອານັກ ແລະ ຊາວຊົນນະບົດຂອງເມືອງນັ້ນ, ຫລື ຊາວເມືອງໂດເຣ ແລະ ຊາວຊົນນະບົດຂອງເມືອງນັ້ນ, ຫລື ຊາວເມືອງອິບເລອາມ ແລະ ຊາວຊົນນະບົດຂອງເມືອງນັ້ນ, ຫລື ຊາວເມືອງເມກິດໂດ ແລະ ຊາວຊົນນະບົດຂອງເມືອງນັ້ນ, ເພາະວ່າຄົນການາອານ ຍັງຕັດສິນໃຈອາໃສຢູ່ໃນແຜ່ນດິນນັ້ນ.
28
ເມື່ອຄົນອິສະຣາເອນ ມີກຳລັງເຂັ້ມແຂງຂຶ້ນ, ພວກເຂົາກໍບັງຄັບຄົນການາອານ ຮັບໃຊ້ ພວກເຂົາດ້ວຍການເຮັດວຽກຫນັກ, ແຕ່ພວກເຂົາບໍ່ໄດ້ຂັບໄລ່ຄົນພວກນັ້ນອອກໄປໂດຍສິ້ນເຊີງ.
29
ເອຟຣາອິມບໍ່ໄດ້ຂັບໄລ່ຄົນການາອານ ຜູ້ອາໃສຢູ່ໃນເມືອງເກເຊໃຫ້ອອກໄປ, ດັ່ງນັ້ນຄົນການາອານ ຍັງສືບຕໍ່ອາໃສຢູ່ໃນເມືອງເກເຊກັບພວກເຂົາ.
30
ເຊບູໂລນບໍ່ໄດ້ຂັບໄລ່ຊາວເມືອງກິດໂຣນ, ຫລື ຊາວເມືອງນາຮາລານ, ແລະ ດັ່ງນັ້ນ ຄົນການາອານໄດ້ສືບຕໍ່ອາໃສຢູ່ກັບພວກເຂົາ, ແຕ່ຄົນເຊບູໂລນ ກໍບັງຄັບຄົນການາອານ ຮັບໃຊ້ພວກເຂົາ ດ້ວຍການເຮັດວຽກຫນັກ.
31
ອາເຊບໍ່ໄດ້ຂັບໄລ່ຊາວເມືອງອັກໂກ, ຫລື ຊາວເມືອງຊີໂດນ, ຫລື ຊາວເມືອງອາຮະລັບ, ຫລື ຊາວເມືອງອັກຊິບ, ຫລື ຊາວເມືອງເຮນບາ, ຫລື ຊາວເມືອງອາເຟັກ, ຫລື ຊາວເມືອງເຣໂຮບ.
32
ດັ່ງນັ້ນ ຄົນອາເຊໄດ້ອາໄສຢູ່ກັບຄົນການາອານ(ຜູ້ອາໄສໃນແຜ່ນດິນນັ້ນ), ເພາະວ່າພວກເຂົາບໍ່ໄດ້ຂັບໄລ່ພວກນັ້ນໃຫ້ອອກໄປ.
33
ເຜົ່າເນັບທາລີບໍ່ໄດ້ຂັບໄລ່ຜູ້ອາໄສຢູ່ໃນເມືອງເບັດເຊເມັດ, ຫລື ຊາວເມືອງເບັດ-ອານາດ. ດັ່ງນັ້ນ ເຜົ່ານັບທາອາໃສຢູ່ກັບຄົນການາອານ (ຜູ້ອາໄສໃນແຜ່ນດິນນັ້ນ). ເຖິງຢ່າງໃດກໍຕາມ, ຊາວເມືອງເບັດ-ເຊເມັດ ແລະ ຊາວເມືອງເບັດ-ອານາດ ໄດ້ຖືກບັງຄັບ ຮັບໃຊ້ແຮງງານຫນັກ ໃຫ້ແກ່ຄົນນັບທາລີ.
34
ຄົນອາໂມໄດ້ຂັບໄລ່ເຜົ່າດານ ໃຫ້ອາໄສຢູ່ໃນເຂດພູເຂົາຂອງເມືອງ, ບໍ່ຍອມໃຫ້ພວກເຂົາລົງມາອາໄສຢູ່ຮ່ອມພູເຂົາ.
35
ດັ່ງນັ້ນ ຄົນອາໂມຍັງອາໃສຢູ່ທີ່ພູເຂົາເຮເລັດ, ໃນເມືອງໄອຢາໂລນ, ແລະ ໃນເມືອງຊາອານບີມ, ແຕ່ອຳນາດທາງທະຫານຂອງເຮືອນຂອງໂຢເຊັບເຫນືອກວ່າພວກເຂົາ, ແລະ ພວກເຂົາຈຶ່ງໄດ້ຖືກບັງຄັບ ຮັບໃຊ້ແຮງງານຫນັກ ໃຫ້ແກ່ພວກເຂົາ.
36
ອານາເຂດຂອງຄົນອາໂມແມ່ນຕັ້ງຕົ້ນແຕ່ທາງຂ້ວາມພູເຂົາອັກຣັບບີມ ທີ່ເມືອງເຊລາຂຶ້ນໄປຮອດພູເຂົາຂອງເມືອງ.