ບົດທີ 31

1 ວິບັດແກ່ພວກຄົນທີ່ລົງໄປຍັງອີ່ຢິບເພື່ອຂໍຄວາມຊ່ວຍເຫລືອແລະພິ່ງພາມ້າທັງຫລາຍ ແລະວາງໃຈໃນບັນດາລົດມ້າສຶກ (ເພາະມີຫລວງຫລາຍ) ແລະວາງໃຈໃນພວກພົນມ້າ (ເພາະມີນັບບໍ່ຖ້ວນ) 2 ແຕ່ພວກເຂົາບໍ່ໄດ້ໃສ່ໃຈກັບອົງບໍລິສຸດຂອງອິດສະຣາເອນ ອີກທັງພວກເຂົາກໍບໍ່ສະແຫວງຫາພຣະຢາເວເລີຍ ແຕ່ພຣະອົງຊົງສະຫລາດແລະພຣະອົງຈະຊົງນຳໄພພິບັດມາ ແລະຈະບໍ່ຊົງຖອນຂໍ້ຄຳສັ່ງຂອງພຣະອົງ ພຣະອົງຈະຊົງລຸກຂຶ້ນຕໍ່ສູ້ກັບວົງວານທີ່ເຮັດຊົ່ວ ແລະຕໍ່ສູ້ກັບພວກຜູ້ທີ່ຊ່ວຍເຫລືອຂອງພວກຄົນທີ່ເຮັດບາບ 3 ເອຢິບເປັນມະນຸດ ບໍ່ແມ່ນພຣະເຈົ້າ, ມ້າທັງຫລາຍຂອງພວກເຂົາເປັນເລືອດເນື້ອ ແລະ ບໍ່ແມ່ນວິນຍານ. ເມື່ອພຣະຢາເວຊົງຍືນມືອອກ ຄົນທີ່ຊ່ວຍເຫລືອກໍຈະລົ້ມ ແລະ ຄົນທີ່ໄດ້ຮັບການຊ່ວຍເຫລືອຈະລົ້ມລົງ; ທັງສອງກໍຈະພິນາດໄປດ້ວຍກັນ. 4 ພຣະຢາເວກ່າວກັບຂ້ານ້ອຍດັ່ງນີ້ວ່າ "ເຫມືອນກັບສິງໂຕຫລືສິງໂຕຫນຸ່ມທີ່ ຄຳຮາມຢູ່ເຫນືອເຫຍື່ອຂອງມັນ ເມື່ອພວກຜູ້ລ້ຽງແກະກຸ່ມຫນຶ່ງໄດ້ຖືກຮ້ອງໃຫ້ມາ ຕໍ່ສູ້ກັບມັນ ແຕ່ມັນກໍບໍ່ຫວັ່ນຢ້ານຕໍ່ສຽງຂອງພວກເຂົາ ອີກທັງບໍ່ຄານຫນີໄປຈາກສຽງຂອງພວກເຂົາ ດັ່ງນັ້ນ ພຣະຢາເວຈອມໂຍທາຈະມາເພື່ອສູ້ຮົບເທິງພູເຂົາຊີໂອນ ເທິງເນີນເຂົານັ້ນ 5 ເຫມືອນກັບນົກທີ່ບິນເປັນຝູງ ເພາະສະນັ້ນພຣະຢາເວຈອມໂຍທາຈະຊົງປົກປ້ອງກຸງເຢຣູຊາເລັມ ພຣະອົງຈະຊົງປົກປ້ອງແລະຊ່ວຍຊີວິດຂະນະທີ່ພຣະອົງຜ່ານຂ້າມເມືອງນັ້ນແລະປົກປ້ອງເມືອງນັ້ນໄວ້ 6 ປະຊາກອນອິດສະຣາເອນເອີຍ ຈົ່ງກັບມາຫາພຣະອົງທີ່ພວກເຈົ້າໄດ້ຫັນໄປຈາກ ພຣະອົງຢ່າງສິ້ນເຊິງ 7 ເພາະໃນມື້ນັ້ນແຕ່ລະຄົນຈະກຳຈັດຮູບເຄົາລົບເງິນແລະຮູບເຄົາຮົບທອງຄຳຂອງເຂົາທີ່ໄດ້ສ້າງດ້ວຍມືທີ່ເຕັມດ້ວຍບາບຂອງພວກເຈົ້າເອງ 8 ຄົນອັດຊີເຣຍຈະລົ້ມລົງດ້ວຍດາບ ດາບທີ່ບໍ່ໄດ້ເຮັດໂດຍມະນຸດຈະລ້າງຜານເຂົາ ເຂົາຈະຫນີຈາກດາບນັ້ນ ແລະພວກຄົນຫນຸ່ມຂອງເຂົາຈະຖືກບັງຄັບໃຫ້ເຮັດວຽກຫນັກ 9 ພວກເຂົາຈະສູນເສຍຄວາມຫມັ້ນໃຈໄປຫມົດສິ້ນ ເພາະຄວາມຢ້ານກົວ ແລະພວກເຈົ້ານາຍຂອງເຂົາຈະຢ້ານເມື່ອເບິ່ງເຫັນທຸງແຫ່ງສົງຄາມຂອງພຣະຢາເວ ນີ້ເປັນຄຳປະກາດຂອງພຣະຢາເວ ນີ້ເປັນຄຳປະກາດຂອງພຣະຢາເວ ຜູ້ທີ່ໄຟຂອງພຣະອົງຢູ່ໃນຊີໂອນ ແລະຜູ້ທີ່ເຕົາເຜົາຂອງພຣະອົງຢູ່ໃນກຸງເຢຣູຊາເລັມ"