1 ໃນວັນທີຫ້າເດືອນສີ່, ປີທີສາມສິບ, ສິ່ງທີ່ໄດ້ເກີດຂື້ນ, ຂະນະທີ່ຂ້ານ້ອຍຢູ່ກັບພວກຊະເລີຍທີ່ແມ່ນ້ຳເກບາກ. ທ້ອງຟ້າໄດ້ເປີດອອກ, ແລະ ຂ້ານ້ອຍໄດ້ເຫັນນິມິດຂອງພຣະເຈົ້າ. 2 ໃນວັນທີຫ້າຂອງເດືອນນັ້ນ — ຄືໃນປີທີຫ້າທີ່ກະສັດເຢໂຮອາກິນຖືກຈັບໄປເປັນຊະເລີຍ. — 3 ພຣະຄຳຂອງພຣະຢາເວ ໄດ້ມາຍັງ ເອເຊກຽນລູກຊາຍຂອງປະໂລຫິດບູຊີ, ຢູ່ແຄມແມ່ນ້ຳເກບາກໃນປະເທດບາບີໂລນ, ແລະພຣະຫັດຂອງພຣະຢາເວໄດ້ມາຢູ່ເຫນືອທ່ານທີ່ນັ້ນ. 4 ເມື່ອຂ້ານ້ອຍໄດ້ຫລຽວເບິ່ງ, ແລະ ໄດ້ມີລົມພະຍຸພັດມາຈາກທາງເຫນືອ; ມີເມກກ້ອນໃຫຍ່ກັບຟ້າແມບເຫລື້ອມ ແລະ ມີຄວາມສະຫວ່າງໂດຍຮອບ, ແລະ ໃນເມກນັ້ນມີແສງເຫມືອນໄຟສີອຳພັນ. 5 ໃນໃຈກາງໄຟນັ້ນມີຮູບລັກສະນະຂອງສິ່ງມີຊີວິດສີ່ໂຕ. ຮູບຮ່າງລັກສະນະຂອງພວກມັນເປັນດັ່ງນີ້: ມີຮູບລັກສະນະຂອງມະນຸດ, 6 ແຕ່ພວກມັນລະໂຕມີຫນ້າສີ່ຫນ້າ, ແລະ ມີປີກສີ່ປີກ. 7 ຂາຂອງພວກມັນນັ້ນຊື່ກົງ, ແຕ່ຝາຕີນຂອງມັນຄືກັບຕີນງົວ ແລະ ເຫລື້ອມຄືກັັບທອງເຫລືອງ. 8 ແຕ່ພວກມັນມີມືມະນຸດຢູ່ກ້ອງປີກຂອງມັນທັງສີ່ຂ້າງ. ທັງສີ່ໂຕ, ຕ່າງມີຫນ້າ ແລະ ມີປີກເຊັ່ນນີ້: 9 ຄືປີກທັງສອງຂອງສີ່ງທີ່ມີຊີວິດເຫລົ່ານັ້ນ ຕ່າງກໍພືປີກຂອງສິ່ງທີ່ມີຊີວິດອອກໄປຈຸກັນກັບໂຕອຶ່ນ, ແລະ ພວກມັນບໍ່ເຫັນຫັນໄປທາງທີ່ພວກມັນມຸ້ງໄປ; ແຕ່ລະໂຕເຄື່ອນຍ້າຍໄປທາງຫນ້າ. 10 ຮູບລັກສະນະໃບຫນ້າຂອງສິ່ງທີ່ມີຊີວິດເຫລົ່ານັ້ນຄື ດ້ານຫນ້າເປັນຫນ້າຄົນ. ຫນຶ່ງໃນສີ່ດ້ານຂອງໃບຫນ້ານັ້ນເຫມືອນຫນ້າສິງຢູ່ຂ້າງຂວາ, ຫນຶ່ງໃນສີ່ຂອງໃບຫນ້າເຫມືອນຫນ້າງົວຢູ່ຂ້າງຊ້າຍ ແລະ ຫນຶ່ງໃນສີ່ຂອງໃບຫນ້າເຫມືອນຫນ້ານົກອິນຊີ. 11 ໃບຫນ້າຂອງສິ່ງທີ່ມີຊີວິດເຫລົ່ານີ້ກໍເປັນເຊັ່ນນີ້ແຫລະ, ແລະ ສ່ວນປີກທັງຫລາຍນັ້ນພືອອກໄປ, ແຕ່ລະໂຕມີສອງປີກຈຸກັບປາຍປີກຂອງໂຕອື່ນ, ແລະ ອີກປີກສອງປີກໄດ້ປົກຫຸ້ມໂຕມັນໄວ້. 12 ໂຕລະໂຕເຄື່ອນຫນ້າຊື່ໄປ, ເພື່ອວ່າພຣະວິຍານນຳພາພວກມັນໄປທາງໃດກໍຕາມ, ພວກມັນກໍໄປທາງນັ້ນໂດຍບໍ່ຫັນກັບເລີຍ. 13 ຮູບລັກສະນະ ແລະ ລັກສະນະຂອງສີ່ງທີ່ມີຊີວິດເຫລົ່ານັ້ນ, ເຫນືອນຖ່ານໄຟລຸກຂື້ນແຮງ, ລັກສະນະເຫນືອນຄ້າຍຄືໂຄມໄຟຫລາຍອັນ; ສ່ອງໄຟສະຫວ່າງ ແລະ ເຄື່ອນໄຫວໄປມາລະຫວ່າງສິ່ງທີ່ມີຊີວິດເຫລົ່ານັ້ນ, ແລະ ມີແສງຟ້າແມບເຫລື້ອມອອກມາຈາກໄຟນັ້ນ. 14 ສີ່ງທີ່ມີຊີວິດເຫລົ່ານັ້ນເຄື່ອນໄຫວໄປມາ, ແລະພວກມັນມີລັກສະນະຄືກັບຟ້າແມບເຫລື້ອມ! 15 ແລ້ວເມື່ອຂ້ານ້ອຍຫລຽວເບິ່ງສິ່ງທີ່ມີຊີວິດເຫລົ່ານັ້ນ; ມີກົງລໍ້ອັນຫນຶ່ງຢູ່ທາງຂ້າງຂອງສິ່ງທີ່ມີຊີວິດເຫລົ່ານັ້ນ. 16 ລັກສະນະ ແລະ ໂຄງສ້າງຂອງກົງລໍ້ເຫລົ່ານັ້ນ: ແຕ່ລະອັນຄືກັບແຫ່ເບລີ. ກົງລໍ້ທັງສີ່ມີຮູບລັກສະນະເຫນືອນກັນ, ມີລັກສະນະ ແລະ ໂຄງສ້າງເຫນືອນກົງລໍ້ທີ່ຊ້ອນກັນຢູ່ກາງກົງລໍ້. 17 ເມື່ອກົງລໍ້ເຄື່ອນໄປ, ແລະ ພວກມັນກໍໄປໂດຍບໍ່ຫັນໄປຕາມທິດທາງຂອງຫນ້າສິ່ງທີ່ມີຊີວິດເຫລົ່ານັ້ນເລີຍ. 18 ຂອບກົງລໍ້ເຫລົ່ານັ້ນສູງ, ແລະ ເປັນຕາຢ້ານຫລາຍ, ຂອບກົງລໍ້ທັງສີ່ເຕັມໄປດ້ວຍດວງຕາຢູ່ອ້ອມຮອບໆ. 19 ເມື່ອສີ່ງທີ່ມີຊີວິດເຄື່ອນທີ່ໄປ, ກົງລໍ້ເຫລົ່ານັ້ນເຄື່ອນຕາມໄປນຳ. ເມື່ອສີ່ງທີ່ມີຊີວິດລອຍຂື້ນຈາກພື້ນດິນ, ກົງລໍ້ເຫລົ່ານັ້ນກໍຍ້າຍໄປນຳ. 20 ເມື່ອພຣະວິຍານ ຈະໄປບ່ອນໃດ, ພວກມັນກໍໄປນຳ, ແລະ ກົງລໍ້ກໍລອຍໄປນຳພວກມັນ, ເພາະວິນຍານຂອງສີ່ງທີ່ມີຊີວິດເຫລົ່ານັ້ນຢູ່ໃນກົງລໍ້. 21 ເມື່ອສີ່ງທີ່ມີຊີວິດທັງສີ່ເຄື່ອນໄປ, ກົງລໍ້ກໍເຄື່ອນໄປນຳ; ແລະ ເມື່ອສີ່ງທີ່ມີຊີວິດຢືນຂື້ນ; ກົງລໍ້ກໍຢືນຂຶ້ນນຳ; ເມື່ອສິ່ງທີ່ມີຊີວິດລອຍຂຶ້ນຈາກພື້ນດິນ, ກົງລໍ້ກໍຈະລອຍຂຶ້ນໄປຢູ່ຂ້າງໆພວກມັນ, ເພາະວ່າວິຍານຂອງສີ່ງທີ່ມີຊີວິດຢູ່ໃນກົງລໍ້. 22 ຢູ່ເທິງຫົວຂອງສິ່ງທີ່ມີຊີວິດເຫລົ່ານັ້ນ ໄດ້ມີລັກສະນະຄ້າຍຄືຮູບໂດມ; ເບິ່ງຄ້າຍຄືຍອດຊໍ່ຟ້າແກ້ວຜະນຶກສີສຸກໃສຢ່າງຫນ້າຢ້ານກົວຢູ່ເທິງຫົວຂອງພວກມັນ. 23 ພາຍໃຕ້ໂດມນີ້, ປີກຂອງສີ່ງທີ່ມີຊີວິດແຕ່ລະໂຕ ກໍພືອອກໄປຈຸກັບປາຍປີກອີກໂຕຫນຶ່ງ. ແຕ່ອີກສອງປີກຂອງສິ່ງທີ່ມີຊີວິດແຕ່ລະໂຕໄດ້ປົກຫຸ້ມໂຕມັນໄວ້; ແຕ່ລະໂຕກໍໃຊ້ປີກອີກຄູ່ຫນຶ່ງປົກຫຸ້ມໂຕຂອງຕົນເອງໄວ້. 24 ຂ້ານ້ອຍໄດ້ຍິນສຽງປີກຂອງພວກມັນ. ເຫນືອນກັບສຽງນ້ຳຢ່າງຫລວງຫລາຍ. ເຫມືອນກັບສຽງຂອງອົງຜູ້ຊົງຣິດອຳນາດຍິ່ງໃຫຍ່ໃນເວລາດຳເນີນໄປ. ເຫນືອນສຽງຂອງພະຍຸຝົນ. ເຫນືອນສຽງຂອງກອງທັບ. ແລະເມື່ອພວກມັນຢືນນີ້ງ, ພວກມັນຈະຮຸບປີກຂອງພວກມັນລົງ. 25 ແຕ່ຍັງມີສຽງອອກມາແຕ່ຂ້າງເທິງຂອງໂດມເຫນືອຫົວຂອງພວກມັນ ເມື່ອໃດກໍຕາມທີ່ພວກມັນຢືນນີ້ງ ແລະ ປີກຂອງພວກມັນກໍຈະຮຸບລົງ. 26 ຢູ່ເທິງຍອດຊໍ່ຟ້າ ທີ່ຢູ່ເຫນືອຫົວຂອງພວກມັນ ມີສີ່ງທີ່ມີຮູບລັກສະນະຂອງພຣະທີ່ນັ່ງ ຊຶ່ງມີລັກສະນະເຫມືອນແກ້ວມໍລະກົດ, ແລະ ເທິງສີ່ງທີ່ມີລັກສະນະຂອງພຣະທີ່ນັ່ງນັ້ນ ກໍມີລັກສະນະເຫມືອນມະນຸດຢູ່ເທິງນັ້ນ. 27 ຂ້ານ້ອຍໄດ້ເຫັນຮູບລັກສະນະທີ່ປະກົດເປັນໂລຫະສ່ອງແສງເຫລື້ອມເຫມືອນທອງສຳລິດຢູ່ໃນກາງກອງໄຟ ໃນນັ້ນຈາກລຸ່ມແອວຂອງເຂົາຂື້ນໄປ; ຂ້ານ້ອຍໄດ້ເຫັນຈາກບັ້ນແອວຂອງເຂົາລົງມາ ມີລັກສະນະເຫມືອນໄຟ ແລະ ຄວາມສະຫວ່າງຮອບໆ. 28 ມີແສງສະຫວ່າງໂດຍຮອບໆ ເຫມືອນລັກສະນະຂອງຮຸ້ງທີ່ປາກົດໃນເມກໃນມື້ທີ່ຝົນຕົກ. ລັກສະນະແລະຮູບລັກສະນະຂອງພຣະສະຫງ່າຣາສີຂອງພຣະຢາເວ. ເປັນດັ່ງນີ້ແຫລະ ເມື່ອຂ້ານ້ອຍໄດ້ເຫັນແລ້ວ, ຂ້ານ້ອຍກໍໄດ້ຊົບຫນ້າ, ແລະ ຂ້ານ້ອຍໄດ້ຍິນສຽງກຳລັງເວົ້າ.