ບົດທີ 1
1
ໃນຊ່ວງຣາຊະການຂອງກະສັດອາຫາສຸເອຣັດ (ນີ້ຄືກະສັດອາຫາສຸເອຣັດ ຜູ້ປົກຄອງຫລາຍກວ່າ 127 ແຂວງ, ຈາກແຂວງອິນເດັຽໄປໄກຈົນເຖິງເອທິໂອເປັຽ),
2
ໃນເວລານັ້ນກະສັດອາຫາສຸເອຣັດ ຜູ້ປົກຄອງໄດ້ນັ່ງເທິງບັນລັງ ທີ່ປ້ອມປາການໃນເມືອງຊູຊາ.
3
ໃນປີທີສາມແຫ່ງການຄອງຣາດຂອງພຣະອົງ, ພຣະອົງຊົງປຣະທານງານລ້ຽງສະຫລອງແກ່ເຈົ້ານາຍທັງຫລາຍ ແລະ ຜູ້ວ່າການທັງສິ້ນຂອງພຣະອົງ. ກອງທັບຂອງເປີເຊັຽ ແລະ ເມເດັຽ, ບັນດາຂຸນນາງ ແລະ ຜູ້ປົກຄອງຂອງແຂວງຕ່າງໆ ໄດ້ເຝົ້າຢູ່ຕໍ່ຫນ້າພຣະອົງ.
4
ພຣະອົງໄດ້ຊົງສຳແດງຄວາມຈະເຣີນຮຸ່ງເຮືອງແຫ່ງຣາຊະອານາຈັກຂອງພຣະອົງແລະ ກຽດຕິຍົດສະງ່າຣາສີແຫ່ງຄວາມຍິ່ງໃຫຍ່ຂອງພຣະອົງ ເປັນເວລາຫລາຍວັນ, ຄື180ວັນ.
5
ຈົນເຖິງວັນເຫລົ່ານັ້ນສິ້ນສຸດລົງ, ກະສັດໄດ້ຊົງປຣະທານງານລ້ຽງສະຫລອງຕໍ່ໄປອີກເຈັດວັນ. ແກ່ປະຊາຊົນທຸກຄົນໃນປ້ອມປາການຂອງເມືອງຊູຊາ, ຕັ້ງແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ທີ່ສຳຄັນທີ່ສຸດ. ງານລ້ຽງຈັດຂຶ້ນທີ່ລານໃນສວນທີ່ຣາຊະວັງຂອງກະສັດ.
6
ທີ່ລານໃນສວນນັ້ນໄດ້ຖືກຕົບແຕ່ງດ້ວຍມ່ານຜ້າຝ້າຍສີຂາວ ແລະສີມ່ວງ, ໂຍງດ້ວຍຜ້າລິນິນຢ່າງດີ ແລະ ຜ້າລິນິນສີມ່ວງ, ແຂວນເທິງຮ່ວງເງິນຈາກເສົາຫີນອ່ອນ. ອີກທັງມ້ານັ່ງຍາວທີ່່ເຮັດຈາກເງິນ ແລະ ທອງເທິງພື້ນລາດປູນຝັງຫີນແດງ, ຫີນອ່ອນ, ໄຂ່ມຸກ ແລະປູດ້ວຍຫີນສີຕ່າງໆ.
7
ເຄື່ອງດື່ມກໍໃສ່ໃນຈອກທອງຄຳ. ແຕ່ລະຈອກມີເອກະລັກຄວາມຫລາກຫລາຍ ແລະ ລິນດ້ວຍເຫລົ້າອາງຸ່ນຂອງຣາດຊະວົງ ຢ່າງອີ່ມຫນຳສຳລານດ້ວຍໃຈອັນກວ້າງຂວາງຂອງກະສັດ.
8
ການດື່ມກໍເປັນໄປຕາມການບັນຊາດຳຣັດຂອງກະສັດ, "ຢ່າໃຫ້ມີການບັງຄັບໃດໆ." ກະສັດໄດ້ຊົງມີຄຳສັ່ງ ແກ່ຜູ້ວ່າການທຸກຄົນໃຫ້ຈັດຫາສິ່ງໃດກໍຕາມທີ່ແຂກປາຖນາ.
9
ສ່ວນວ່າຣາຊີນີວາຊະຕີເອງກໍໄດ້ຊົງຈັດງານລ້ຽງແກ່ເຫລົ່າສະຕຣີ ຊຶ່ງຢູ່ໃນຣາຊະວັງຂອງກະສັດອາຫາສຸເອຣັດດ້ວຍເຊັ່ນກັນ.
10
ໃນວັນທີເຈັດ, ເມື່ອຈິດໃຈຂອງກະສັດໄດ້ຊົງເບີກບານດ້ວຍເຫລົ້າອາງຸ່ນແລ້ວ, ພຣະອົງໄດ້ຊົງບັນຊາໃຫ້ ເມຮູມານ, ບີຊະທາ, ຮັກໂບນາ, ບິກທາ, ອາບາທາ, ເຊທາເຣ ແລະ ກາກກັດ (ຊາຍຕອນທັງເຈັດຜູ້ທີ່ໄດ້ຮັບໃຊ້ພຣະອົງ),
11
ໃຫ້ໄປທູນເຊີນພຣະຣາຊີນີວາຊະຕີມາພົບພຣະອົງພ້ອມດ້ວຍມຸງກຸດຂອງນາງ. ພຣະອົງໄດ້ຊົງປາຖນາໃຫ້ປະຊາຊົນ ແລະ ບັນດາຂຸນນາງທັງຫລາຍໄດ້ຊື່ນຊົມໃນຄວາມງາມຂອງພຣະນາງ.
12
ແຕ່ຣາຊີນີວາຊະຕີໄດ້ຊົງປະຕິເສດຄຳເຊີນຂອງກະສັດ ຊຶ່ງໄດ້ຊົງຮັບສັ່ງໄປກັບຊາຍຕອນເຖິງພຣະນາງ. ແລ້ວກະສັດກໍໄດ້ຊົງພິໂຣດຫລາຍ; ເຮັດໃຫ້ຄວາມຄຽດຮ້າຍເກີດຂຶ້ນພາຍໃນພຣະອົງ.
13
ດັ່ງນັ້ນພະອົງຈຶ່ງໄດ້ຊົງໄປປຶກສາກັບຜູ້ຊຳນານໃນເລື່ອງຂອງກາລະເທສະ (ເພາະເປັນທຳນຽມປະຕິບັດຂອງກະສັດທີ່ມີຕໍ່ບັນດາຜູ້ຊ່ຽວຊານດ້ານກົດຫມາຍ ແລະການພິພາກສາ).
14
ໃນຂະນະນັ້ນເຫລົ່າທີ່ປຶກສາທີ່ຢູ່ໃກ້ກັບພຣະອົງຄືກາກເຊນາ, ເຊດຖາ, ອັດມາທາ, ຕາກຊິດ,ເມເຮັດ, ມາກເສນາ, ແລະ ເມມູການ, ເຈົ້ານາຍທັງເຈັດແຫ່ງເປີເຊັຽ ແລະເມເດັຽ. ພວກເຂົາສາມາດເຂົ້າເຝົ້າກະສັດ, ແລະພວກເຂົາມີຕຳແຫນ່ງສູງສຸດໃນຣາຊະສຳນັກຂອງຣາຊະອານາຈັກ.
15
"ຕາມກົດຫມາຍແລ້ວຕ້ອງເຮັດຢ່າງໃດຕໍ່ການກະທຳຂອງພຣະຣາຊີນີວາຊະຕີ ເພາະນາງບໍ່ໄດ້ຊົງເຊື່ອຟັງຄຳບັນຊາຂອງກະສັດອາຫາສຸເອຣັດ, ຊຶ່ງໄດ້ຊົງຮັບສັ່ງຜ່ານເຫລົ່າຂ້າຣາຊະການເຖິງພຣະນາງ?"
16
ເມມູການຈຶ່ງໄດ້ທູນຕໍ່ພຣະພັກກະສັດ ແລະເຫລົ່າຂ້າຣາຊະການທັງຫລາຍວ່າ, "ການກະທຳຂອງພຣະຣາຊີນີວາຊະຕີ ນັ້ນບໍ່ພຽງແຕ່ຜິດຕໍ່ກະສັດເທົ່ານັ້ນ, ແຕ່ຍັງຜິດຕໍ່ຂ້າຣາຊະການທັງຫລາຍ ແລະ ຄົນທັງປວງຜູ້ຊຶ່ງຢູ່ໃນບັນດາແຂວງທັງຫມົດຂອງກະສັດອາຫາສຸເອຣັດດ້ວຍ.
17
ເພາະການກະທຳຂອງພຣະຣາຊີນີຈະໄດ້ຍິນໄປເຖິງສະຕຣີທຸກຄົນ. ນີ້ຈະເຮັດໃຫ້ພວກນາງປະຕິເສດຕໍ່ຜົວຂອງພວກນາງຢ່າງປະຫມາດ. ພວກເຂົາຈະກ່າວວ່າ, 'ກະສັດອາຫາສຸເອຣັດ ໄດ້ສັ່ງໃຫ້ພຣະຣາຊີນີວາຊະຕີເຂົ້າເຝົ້າພຣະອົງ, ແຕ່ພຣະນາງຊົງປະຕິເສດ'
18
ກ່ອນວັນນີ້ຈະສິ້ນສຸດລົງແລະ ກ່ອນທີ່ສະຕຣີຊັ້ນສູງໃນແຂວງຕ່າງໆ ແຫ່ງເປີເຊັຽ ແລະເມເດັຽ ຈະໄດ້ຍິນເລື່ອງນີ້ເຫມືອນກັບພຣະຣາຊີນີຈະຊົງກ່າວຢ່າງດຽວກັນກັບບັນດາຂ້າຣາຊະການຂອງກະສັດ. ຈະເປັນການດູຫມິ່ນ ແລະ ຄວາມຄຽດຢ່າງໃຫຍ່ຫລວງ.
19
ຫາກເປັນທີ່ພໍພຣະທັຍກະສັດ, ໃຫ້ພຣະອົງໄດ້ຊົງສົ່ງສານອອກໄປ ແລະ ໃຫ້ຂຽນໃນກົດຫມາຍຂອງເປີເຊັຽ ແລະເມເດັຽ, ຊຶ່ງບໍ່ສາມາດເພີກຖອນໄດ້ວ່າ, ນາງວາຊະຕີຈະຊົງບໍ່ໄດ້ເຂົ້າພົບພຣະອົງອີກ. ຂໍໃຫ້ກະສັດໄດ້ຊົງມອບຕຳແຫນ່ງພຣະຣາຊີນີຂອງນາງ ໃຫ້ແກ່ຜູ້ອື່ນທີ່ເຫມາະສົມກວ່ານາງ.
20
ເມື່ອກະສັດໄດ້ຊົງປະກາດສານອອກໄປທົ່ວຣາຊະອານາຈັກທີ່ກວ້າງໃຫຍ່ຂອງພຣະອົງ, ເມຍທັງຫລາຍຈະຕ້ອງໃຫ້ກຽດແກ່ຜົວຂອງພວກນາງ, ບໍ່ເວັ້ນແມ່ນແຕ່ຜູ້ທີ່ເລັກນ້ອຍທີ່ສຸດເຖິງຜູ້ສຳຄັນທີ່ສຸດ."
21
ກະສັດໄດ້ຊົງເຫັນຊອບ ແລະ ເຈົ້ານາຍທັງຫລາຍຂອງພຣະອົງເຫັນຊອບກັບຄຳແນະນຳນີ້, ແລະ ກະສັດໄດ້ຊົງເຮັດຕາມຄຳສະເຫນີຂອງເມມູການໄດ້ສະເຫນີ.
22
ພຣະອົງໄດ້ສົ່ງສານໄປຍັງແຂວງຕ່າງໆ, ແລະ ໄດ້ຊົງຂຽນເຖິງແຕ່ລະແຂວງຕາມແຕ່ລະໃນພາສາຂອງທີ່ນັ້ນ. ພຣະອົງໄດ້ຊົງຂຽນເຖິງແຕ່ລະຄົນຕາມພາສາຂອງເຂົາ ພຣະອົງໄດ້ຊົງມີບັນຊາວ່າໃຫ້ຊາຍທຸກຄົນເປັນນາຍໃນຄົວເຮືອນຂອງເຂົາ. ສານນີ້ໄດ້ຖືກສົ່ງໄປຕາມແຕ່ລະພາສາທົ່ວທັງຣາຊະອານາຈັກ.