1 ໂປໂລ, ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ ໂດຍນໍ້າພຣະໄທຂອງພຣະເຈົ້າ, ເຖິງຊາວເອເຟໂຊ ຜູ້ເປັນໄພ່ພົນຂອງພຣະເຈົ້າ, ເປັນຜູ້ຊື່ສັດໃນອົງພຣະເຢຊູຄຣິດເຈົ້າ. 2 ຂໍພຣະຄຸນບັງເກີດແກ່ທ່ານທັງຫລາຍ ແລະ ທັງສັນຕິສຸກຈາກພຣະເຈົ້າພຣະບິດາ ແລະ ຈາກອົງພຣະເຢຊູຄຣິດເຈົ້າ. 3 ຂໍພຣະເຈົ້າ ແລະ ພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າໄດ້ຮັບການສັນລະເສີນ, ພຣະອົງຄືຜູ້ໄດ້ຊົງໂຜດປະທານພຣະພອນໃຫ້ເຮົາ ດ້ວຍພຣະພອນຝ່າຍວິນຍານທຸກປະການໃນສະຫວັນສະຖານໃນພຣະຄຣິດເຈົ້າ. 4 ພຣະເຈົ້າໄດ້ຊົງເລືອກພວກເຮົາໄວ້ໃນພຣະອົງ ຕັ້ງແຕ່ກ່ອນການເນລະມິດສ້າງໂລກ, ເພື່ອເຮົາຈະໄດ້ເປັນຄົນບໍຣິສຸດ ແລະ ປາສະຈາກຂໍ້ຕິຕຽນຕໍ່ ພຣະພັກພຣະອົງ. 5 ພຣະເຈົ້າໄດ້ຊົງເລືອກພວກເຮົາໄວ້ກ່ອນລ່ວງຫນ້າແລ້ວ ເພື່ອໃຫ້ເຮົາ ໄດ້ຮັບການແຕ່ງຕັ້ງເປັນບຸດຂອງພຣະອົງ ໂດຍທາງພຣະເຢຊູຄຣິດເຈົ້າ, ພຣະອົງຊົງກະທຳເຊັ່ນນີິ້ ເພາະພຣະອົງຊອບພຣະໄທ ທີ່ຈະກະທຳຕາມຈຸດປະສົງຂອງພຣະອົງ. 6 ຜົນໄດ້ຮັັບຄືພຣະເຈົ້າຊົງໄດ້ຮັບການສັນຣະເສີນ ໃນພຣະຄຸນອັນຊົງພຣະກຽດຕິຍົດຂອງພຣະອົງ ຊຶ່ງເປັນສິ່ງທີ່ພຣະອົງປະທານ ແກ່ພວກເຮົາລ້າໆ ໂດຍທາງພຣະບຸດທີ່ຮັກ ຂອງພຣະອົງ. 7 ເພາະໃນພຣະເຢຊູຄຣິດເຈົ້າ ພວກເຮົາໄດ້ຮັບການໄຖ່ ໂດຍຜ່ານທາງພຣະໂລຫິດຂອງພຣະອົງ ແລະ ການອະໄພບາບທັງປວງ, ເຮົາໄດ້ຮັບສິ່ງນີ້ເພາະຄວາມມັ່ງຄັ້ງແຫ່ງພຣະຄຸນຂອງພຣະອົງ. 8 ພຣະອົງຊົງເຮັດໃຫ້ພຣະຄຸນ ບໍຣິບູນແກ່ພວກເຮົາໃນສະຕິປັນຍາ ແລະ ໃນຄວາມຮູ້ແຈ້ງທັງຫມົດ. 9 ພຣະເຈົ້າ ໄດ້ເຮັດໃຫ້ພວກເຮົາຮູ້ເຖິງຄວາມຈິງແຫ່ງແຜນການ ຂອງພຣະອົງ ທີ່ຖືກປິດບັງໄວ້, ຕາມພຣະປະສົງຂອງພຣະອົງ, ແລະຊຶ່ງສະແດງໃຫ້ເຫັນແລ້ວໃນພຣະຄຣິດເຈົ້າ. 10 ໃນແຜນການອັນຄົບບໍຣິບູນຂອງພຣະອົງເມື່ອເຖິງເວລາກຳນົດ, ພຣະອົງຈະຊົງຮວບຮວມທຸກສິ່ງທັງຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກ ເຂົ້າໄວ້ດ້ວຍກັນ, ໃນພຣະຄຣິດເຈົ້າ. 11 ໃນພຣະຄຣິດເຈົ້ານັ້ນ ພວກເຮົາໄດ້ຖືກເລືອກໄວ້ເພື່ອເປັນມໍລະດົກຂອງພຣະເຈົ້າ. ພວກເຮົາໄດ້ຖືກຕັດສິນກ່ອນແລ້ວ ຕາມແຜນຂອງພຣະອົງ ຜູ້ຊົງກະທຳທຸກສິ່ງທຸກຢ່າງ ຕາມພຣະປະສົງແຫ່ງນໍ້າພຣະໄທ ຂອງພຣະອົງ. 12 ພຣະເຈົ້າຊົງໄດ້ແຕ່ງຕັ້ງພວກເຮົາໄວ້ເພື່ອເປັນມໍລະດົກ ເພື່ອໃຫ້ພວກເຮົາ ເປັນກຸ່ມຄົນທຳອິດ ທີ່ມີຄວາມເຊື່ອຫມັ້ນຫວັງໃຈໃນພຣະຄຣິດເຈົ້າ, ເຫດສະນັ້ນພວກເຮົາດຳລົງຊີວິດຢູ່ ເພື່ອເປັນທີ່ສັນຣະເສີນແດ່ພຣະສີຣິຂອງພຣະອົງ . 13 ໃນພຣະຄຣິດເຈົ້ານັ້ນ, ທ່ານທັງຫຼາຍກໍເຊັ່ນກັນ, ຫຼັງຈາກທີ່ໄດ້ຮັບຟັງພຣະວັດຈະນະທັມແຫ່ງຄວາມຈິງ, ຄືຂ່າວປະເສີດ ແຫ່ງຄວາມລອດຂອງທ່ານ ໃນພຣະອົງນັ້ນ, ທ່ານກໍໄດ້ວາງໃຈເຊື່ອແລະໄດ້ຖືກປະທັບຕາໄວ້ໂດຍພຣະວິນຍານບໍຣິສຸດເຈົ້າທີ່ຊົງສັນຍາ. 14 ພຣະວິນຍານນັ້ນຄືເຄື່ອງມັດຈຳລ່ວງຫນ້າວ່າເຮົາຈະໄດ້ຮັບມໍຣະດົກ ຂອງພວກເຮົາກ່ອນເຖິງເວລາຄອບຄອງນີ້ກໍເພື່ອໃຫ້ເປັນທີ່ສັນຣະເສີນ ແດ່ພຣະກຽດຕິຍົດຂອງພຣະອົງ. 15 ເຫດສະນັ້ນ, ນັບຕັ້ງແຕ່ເວລາທີ່ຂ້າພະເຈົ້າໄດ້ຍິນເຖິງເລື່ອງຄວາມເຊື່ອ ໃນອົງພຣະເຢຊູຄຣິດເຈົ້າ ແລະ ເລື່ອງຄວາມຮັກທີ່ທ່ານມີຕໍ່ໄພ່ພົນທຸກຄົນ, 16 ຂ້າພຣະເຈົ້າກໍຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢ່າງບໍ່ສິ້ນສຸດໄດ້ ແລະ ລະນຶກເຖິງພວກເຈົ້າ ເມື່ອເຮົາພາວັນນາອະທິຖານ. 17 ຂ້າພະເຈົ້າພາວັນນາອະທິຖານ ຂໍພຣະເຈົ້າຂອງອົງພຣະເຢຊູຄຣິດເຈົ້າ ຂອງເຮົາ ຄືພຣະບິດາເຈົ້າ ຜູ້ຊົງພຣະສະຫງ່າຣາສີ, ໄດ້ຊົງໂຜດປະທານວິນຍານແຫ່ງປັນຍາ ແລະ ຄວາມຮູ້ແຈ້ງເຫັນຈິງເຖິງເລື່ອງຂອງພຣະອົງ. 18 ຂ້າພະເຈົ້າ ຂໍອະທິຖານໃຫ້ດວງຕາແຫ່ງໃຈຂອງພວກເຈົ້າ ໄດ້ເຫັນຄວາມສະຫວ່າງ, ເພື່ອພວກເຈົ້າ ຈະໄດ້ເກີດຄວາມຫມັ້ນໃຈ ໃນການຊົງເອີ້ນຂອງພຣະອົງ ແລະອະທິຖານຂໍໃຫ້ພວກເຈົ້າຮູ້ວ່າມໍຣະດົກ ທີ່ພຣະເຈົ້າປະທານສຳລັບພວກໄພ່ພົນຂອງພຣະອົງນັ້ນມີສະຫງ່າຣາສີອັນອຸດົມສົມບູນພຽງໃດ. 19 ຂ້າພະເຈົ້າອະທິຖານ ເພື່ອໃຫ້ທ່ານຮູ້ວ່າ ຣິດອຳນາດອັນໃຫຍ່ມະຫາສານຂອງພຣະອົງ ເຊິ່ງທຳການຢູ່ພາຍໃນເຮົາ ຜູ້ທີ່ເຊື່ອ, ຄວາມຍິ່ງໃຫ່ຍນີ້ ເທົ່າກັບຂະຫນາດຄວາມແຫ່ງຣິດທານຸພາບ ອັນໃຫຍ່ຫລວງຂອງພຣະອົງ. 20 ຄືຣິດເດດທີ່ກະທຳໃນພຣະຄຣິດເຈົ້າ ເມື່ອພຣະເຈົ້າຄືນພຣະຊົນ ຂຶ້ນມາຈາກຄວາມຕາຍ ແລະຊົງໃຫ້ ປະທັບທີ່ເບື້ອງຂວາພຣະຫັດ ຂອງພຣະເຈົ້າໃນສະຫວັນສະຖານ. 21 ຜູ້ມີອຳນາດ, ຜູ້ມີຣິດເດດ, ຜູ້ມີອານຸພາບ ແລະ ເຫນືອກວ່ານາມຊື່ທັງປວງ ທີ່ເອີ່ຍຂຶ້ນ ພຣະອົງຊົງຕັ້ງພຣະຄຣິດໄວ້ ບໍ່ແມ່ນສະເພາະໃນສະໄຫມນີ້ເທົ່ານັ້ນ, ແຕ່ວ່າໃນສະໄຫມທີ່ຈະມາເຖິງດ້ວຍ. 22 ພຣະເຈົ້າ ຊົງກະທຳໃຫ້ທຸກສິ່ງຢູ່ໃຕ້ພຣະບາດຂອງພຣະຄຣິດເຈົ້າ ແລະ ກະທຳໃຫ້ພຣະອົງເປັນປະມຸກ ເຫນືອສິ່ງສາຣະພັດໃນຄຣິສຕະຈັກ. 23 ຊຶ່ງເປັນພຣະກາຍ ຂອງພຣະອົງເປັນຄວາມບໍຣິບູນ ດ້ວຍພຣະອົງຜູ້ຊົງເຕີມເຕັມທຸກສິ່ງໃນທຸກທາງ.