ບົດທີ 1

1 ຂໍ້ຄວາມເຫລົ່ານີ້ເປັນຖ້ອຍ​ຄຳຂອງ​ອາຈານ, ຜູ້ເປັນເຊື້ອສາຍ​ຂອງ​​ດາວິດ ແລະ ກະສັດ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. 2 ອາຈານ​ໄດ້​ເວົ້າ​ດັ່ງນີ້ວ່າ. "ເຫມືອນກັບອາຍຫມອກ, ເຫມືອນກັບສາຍລົມໃນກະແສລົມ, ທຸກສິ່ງສາລະພັດລ້ວນແຕ່ອະນິຈັງ, ເຫລືອໄວ້ແຕ່​ຄຳຖາມຫລວງຫລາຍ. 3 ມະນຸດ​ໄດ້ປະໂຫຍດອັນໃດ ນອກຈາກການ​ທຳງານ ຈາກທຸກຢ່າງທີ່ພວກເຂົາ​ເຮັດຢູ່ພາຍໃຕ້​ດວງຕາເວັນ? 4 ​ຄົນ​ລຸ້ນຫນຶ່ງ​ຈາກ​ໄປ, ແລະ​ ຄົນອີກລຸ້ນ​ຫນຶ່ງ​​ເກີດມາ, ແຕ່​ແຜ່ນດິນໂລກ​​ຍັງ​ຄົງ​ເປັນ​ນິດ. 5 ດວງຕາເວັນ​ຂຶ້ນ,​ ແລະ​ ດວງຕາເວັນ​ຕົກ ແລ້ວ​ກໍ​ຟ້າວ​ເຄື່ອນ​ໄປ​ສູ່​ບ່ອນ​ທີ່​ມັນ​ຂຶ້ນ​ມາ​ອີກ. 6 ລົມ​ພັດ​ໄປ​ທາງ​ທິດໃຕ້ ແລະ​ ພັດ​ວຽນກັບມາໄປ​ທາງ​ທິດເຫນືອ, ລົມ​ພັດ​ວຽນ​ໄປຕາມທາງຂອງມັນ ແລະ ​ພັດ​ຜ່ານກັບມາອີກ. 7 ແມ່ນໍ້າ​ທຸກ​ສາຍ​ໄຫລ​ໄປ​ສູ່​ທະເລ, ແຕ່​ທະເລ​ກໍ​ຍັງ​ບໍ່ເຄີຍ​ເຕັມ​. ແມ່ນໍ້າໄຫລໄປສູ່ທີ່ໃດ​ກໍໄຫລ​ໄປສູ່ທີ່ນັ້ນ​​ອີກ​. 8 ທຸກສິ່ງສ​າລະພັດກໍອ່ອນເມື່ອຍ, ແລະ ບໍ່ມີໃຜສາມາດບັນລະຍາຍ​ເລື່ອງນ​ີ້ໄດ້. ຕາ​ກໍບໍ່ເຄີຍພໍໃຈກັບສິ່ທີ່ເບິ່ງ​ເຫັນ, ຫລື ຫູກໍບໍ່​ອີ່ມກັບສິ່ງທີ່ໄດ້ຍິນ. 9 ອັນໃດກໍຕາມທີ່ມີຢູ່ແລ້ວກໍ​ເປັນສິ່ງທີ່ຈະ​ເກີດຂຶ້ນ​ອີກ, ແລະ ສິ່ງ​ໃດກໍຕາມທີ່ເຄີຍ​ເຮັດ​ແລ້ວ ກໍ​ເປັນສິ່ງທີ່ຈະ​ຕ້ອງ​ເຮັດ​ອີກ. ບໍ່ມີ​ຫຍັງ​ໃຫມ່​ຢູ່ໃຕ້​ດວງຕາເວັນ. 10 ມີສິ່ງໃດທີ່​ອາດ​ຈະເວົ້າໄດ້​​ວ່າ, “ເບິ່ງແມ! ນີ້​ເປັນ​ສິ່ງ​ໃຫມ່'? ອັນ​ໃດກໍຕາມ​ທີ່​ໄດ້ມີຢູ່ແລ້ວ, ​ກໍມີຢູ່ເປັນເວລານານກ່ອນພວກເຮົາ​​ອີກ. 11 ເບິ່ງເຫມືອນວ່າບໍ່ມີ​ຜູ້ໃດ​ຈື່​ຈຳໄດ້ໃນສິ່ງທີ່ໄດ້ເກີດຂຶ້ນໃນ​ສະໄຫມກ່ອນ, ແລະ​ ສິ່ງຕ່າງໆທີ່ໄດ້ເກີດມາພາຍຫລັງ ແລະ ສິ່ງຈະເກີດຂຶ້ນ​ໃນ​ອະນາຄົດ​ກໍເບິ່ງເຫມືອນ​ວ່າຈະບໍ່ມີ​ການ​ຈົດຈຳກັນດ້ວຍ." 12 ຂ້ານ້ອຍເປັນອາຈານ, ແລະ ກໍເຄີຍ​ເປັນ​ກະສັດ​ຂອງ​ຊາວ​ອິດສະຣາເອນ​ໃນ​​ກຸງເຢຣູຊາເລັມ. 13 ຂ້ານ້ອຍ​ໄດ້​ຕັ້ງໃຈ​​ສຶກສາ​ຮໍ່າຮຽນ ແລະ ຄົ້ນຫາທຸກສິ່ງ​ທີ່ຢູ່ພາຍໃຕ້ທ້ອງຟ້າດ້ວຍສະຕິປັນຍາ. ການຄົ້ນຫານັ້ນຄືພາລະທີ່ເມື່ອຍຍາກທີ່ພຣະເຈົ້າໄດ້ປຣະທານ​​ແກ່ລູກຫລານຂອງມະນຸດໃຫ້ວົນຢູ່ກັບງານນັ້ນ. 14 ຂ້ານ້ອຍເຄີຍ​ເຫັນ​ການກະທຳທຸກຢ່າງ​ທີ່​ທຳກັນພາຍໃຕ້​ດວງຕາເວັນ, ແລະ ເບິ່ງເຖີດ, ການງານ​​ທັງຫມົດ​​ເຫລົ່ານັ້ນ. ກໍເປັນເຫມືອນອາຍຫມອກ ​ແລະ ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ. 15 ​ສິ່ງ​ທີ່​ຄົດ​ຢູ່ໃຫ້​ຊື່​ບໍ່ໄດ້​! ສິ່ງ​ທີ່ຂາດຢູ່​ກໍຈະນັບໃຫ້ຄົບ​ບໍ່ໄດ້​. 16 ຂ້ານ້ອຍໄດ້​ເຄີຍ​ເວົ້າ​ກັບ​ໃຈຕົນເອງ​ວ່າ, "ເບິ່ງດູ, ຂ້ານ້ອຍ​​ມີ​ສະຕິປັນຍາ​ຫລາຍ ຍິ່ງກວ່າ​ທຸກຄົນ​ທີ່​ຢູ່ກ່ອນ ຂ້ານ້ອຍໃນ​ນະຄອນເຢຣູຊາເລັມ​. ຈິດໃຈຂອງ ຂ້ານ້ອຍໄດ້ເຫັນສະຕິ​ປັນຍາ ​ແລະ ​ຄວາມຮູ້​ອັນ​ຍິ່ງໃຫຍ່." 17 ເພາະເຫດນີ້ ຂ້ານ້ອຍຈຶ່ງໄດ້​ຕັ້ງໃຈ​ທີ່ຈະຮູ້ສະຕິປັນຍາ ແລະ ຄວາມບ້າປ່ວງ ​ແລະ​ ຄວາມ​ໂງ່ຈ້າດ້ວຍ. ຂ້ານ້ອຍ​ໄດ້​ມາເຂົ້າໃຈ​ວ່າ ນີ້ກໍເປັນການກິນ​ລົມກິນແ​ລ້ງຄືກັນ. 18 ເພາະໃນສະຕິປັນຍ​າທີ່ອຸດົມສົມບູນນັ້ນ, ກໍມີຄວາມ​ວິຕົກ​ກັງວົນ​ຫລາຍ​ເທົ່ານັ້ນ, ແລະ ຜູ້ທີ່ເພີ່ມຄວາມ​ຮູ້​ກໍເພີ່ມຄວາມເສົ້າໂສກ .