ບົດທີ 1

1 ໃນປີທີສາມທີ່ເຢໂຮຍອາກິມໄດ້ເປັນກະສັດເເຫ່ງຢູດາຍ, ເນບູກາດເນັດຊາ ກະສັດບາບີໂລນໄດ້ສະເດັດມາຍັງເມືອງເຢຣູຊາເລັມ ເເລະ ຊົງລ້ອມເມືອງໄວ້ ເພື່ອເປັນການຕັດສະບຽງທັງຫມົດທີ່ຈະຜ່ານເຂົ້າໃນເມືອງ. 2 ອົງພຣະຜູ້ເປັນເຈົ້າໄດ້ໃຫ້ໄຊຊະນະເເກ່ເນບູກາດເນັດຊາ ເຫນືອເຢໂຮຍອາກິມກະສັດແຫ່ງຢູດາ, ເເລະພຣະອົງໄດ້ມອບວັດຖຸສັກສິດບາງອັນຈາກວິຫານຂອງພຣະເຈົ້າ. ພຣະອົງຊົງວາງວັດຖຸເຫລົ່ານັ້ນໄວ້ໃນດິນແດນແຫ່ງບາບີໂລນ, ໄວ້ໃນວິຫານຂອງພຣະເຈົ້າຂອງພຣະອົງ, ແລະພຣະອົງໄດ້ມອບວາງວັດຖຸສັກສິດໄວ້ໃນຄັງຂອງພຣະເຈົ້າ. 3 ກະສັັດໄດ້ສັ່ງອັດສະເປນັດ, ຜູ້ເປັນຫົວຫນ້າຂອງບັນດາຂ້າຣາຊການ, ເພື່ອນຳເອົາຄົນອິດສາ​ຣະະເອນຈຳນວນຫນຶ່ງ, ທັງເຊື້ອພະວົງ ເເລະເຊື້ອສາຍຂຸນນາງ - 4 ພວກຊາຍຫນຸ່ມໆທີ່ປາສະຈາກຄຳຕຳຫນິ, ມີຮູບຮ່າງຫນ້າຕາດີ, ຊ່ຽວຊານທາງດ້ານສະຕິປັນຍາທັງຫມົດ, ມີຄວາມຮູ້ຄວາມເຂົ້າໃຈ ເເລະ ຄວາມສາມາດທີ່ຈະຮັບໃຊ້ໃນຣາຊວັງຂອງກະສັດ. ພະອົງຊົງໃຫ້ສອນວັນນະຄະດີ ແລະ ພາສາຂອງບາບິໂລນເເກ່ພວກເຂົາ. 5 ກະສັດໄດ້ຊົງກຳນົດອາຫານປານີດສູງ ເເລະ ເຫລົ້າອະງຸ່ນຊຶ່ງກະສັດໄດ້ດື່ມນັ້ນ ໃຫ້ເເກ່ພວກເຂົາທຸກມື້. ພວກຄົນຫນຸ່ມເຫລົ່ານັ້ນໄດ້ຮັບການຝຶກຝົນຢູ່ສາມປີ, ເເລະຫລັງຈາກທີ່ຄົບກຳນົດເວລາເເລ້ວນັ້ນ, ພວກເຂົາກໍໄດ້ຮັບໃຊ້ກະສັດ. 6 ໃນບັນດາຄົນເຫລົ່ານັ້ນມີຄົນດານີເເອນ, ຮານານີຢາ, ມີຊາເອນ, ແລະ ອາຊາລີຢາ, ມີຊາເອນ, ເເລະ ອາຊາລີຢາ, ເເລະ ປະຊາຊົນຄົນອື່ນໆຂອງຢູດາ. 7 ຫົວຫນ້າເຈົ້າຫນ້າທີ່ ໄດ້ຕັ້ງຊື່ໃຫມ່ໃຫ້ພວກເຂົາ: ດານີເເອນໄດ້ເອີ້ນວ່າ ເບັນເຕຊັດຊາເຣ, ຮານານີຢາເອີ້ນວ່າ ຊັດຣາກ, ມີຊາເອນເອີ້ນວ່າ ເມຊາກ, ເເລະ ອາຊາລີຢາເອີ້ນວ່າອາເບັດເນໂກ. 8 ເເຕ່ດານີເເອນໄດ້ຕັ້ງໃຈວ່າຈະບໍ່ເຮັດໂຕເປັນມົນທິນດ້ວຍອາຫານປານີດຂອງກະສັດ ຫລືດ້ວຍເຫລົ້າອະງຸ່ນຊຶ່ງພະອົງໄດ້ດື່ມ. ດັ່ງນັ້ນເຂົາຈຶ່ງໄດ້ອະນຸຍາດຫົວຫນ້າຣາຊການ ເພື່ອເຂົາຈະບໍ່ເຮັດໂຕເອງເປັນມົນທິນ. 9 ບັດນີ້ພຣະເຈົ້າໄດ້ປຣະທານຄວາມຊື່ນຊົມ ເເລະ ຄວາມເຫັນໃຈດານີເເອນໂດຍຜ່ານຄວາມນັບຖືທີ່ ຫົວຫນ້າຂ້າຣາຊການມີຕໍ່ເຂົາ. 10 ຫົວຫນ້າຂ້າຣາຊການໄດ້ກ່າວຕໍ່ດານີເເອນວ່າ, “ຂ້ານ້ອຍຢ້ານກະສັດນາຍຂອງຂ້ານ້ອຍ. ພະອົງໄດ້ຊົງສັ່ງອາຫານ ເເລະເຄື່ອງດື່ມ ທີ່ພວກທ່ານຄວນໄດ້ຮັບປະທານ, ເພາະເຫດໃດຈຶ່ງໃຫ້ພະອົງຄວນເຫັນວ່າພວກທ່ານເບິ່ງຂີ້ຮ້າຍ ກວ່າບັນດາຄົນຫນຸ່ມອາຍຸລຸ້ນລາວຄາວດຽວກັນ? ກະສັດອາດຈະຕັດຫົວຂ້ານ້ອຍເພາະພວກທ່ານ." 11 ເເລ້ວດານີເເອນໄດ້ກ່າວເເກ່ຜູ້ຮັບໃຊ້ທີ່ຫົວຫນ້າຂ້າຣາຊການໄດ້ກຳນົດໃຫ້ເບິ່ງເເຍງດານີເເອນ, ຮານານີຢາມີຊາເອນ, ເເລະ ອາຊາລີຢາ. 12 ເຂົາໄດ້ກ່າວ່າ, “ຂໍທົດສອບກັບພວກເຮົາ, ຜູ້ຮັບໃຊ້ຂອງທ່ານ, ຈັກສິບວັນ. ຂໍນຳຜັກຕ່າງໆ ມາໃຫ້ເຮົາກິນ ເເລະ ນ້ຳມາໃຫ້ເຮົາດື່ມກໍພໍເເລ້ວ. 13 ເເລ້ວກວດເບິ່ງຫນ້າຕາຂອງເຮົາ ທຽບກັບຫນ້າຕາຂອງບັນດາຄົນຫມຸ່ນຜູ້ທີ່ກິນອາຫານປານີດຂອງກະສັດ, ເເລະ ຈົ່ງປະຕິບັດກັບພວກເຮົາ, ຜູ້ຮັບໃຊ້ພວກທ່ານ, ຈາກສິ່ງທີ່ທ່ານໄດ້ເຫັນ." 14 ດັ່ງນັ້ນຄົນຮັບໃຊ້ເຫັນດ້ວຍກັບເຂົາທີ່ຈະເຮັດສິ່ງນີ້, ເເລະ ເຂົາໄດ້ທົດສອບພວກເຂົາເປັນເວລາສິບມື້. 15 ເມື່ອຄົບສິບມື້ເເລ້ວຮູບຮ່າງຂອງເຂົາກໍເບິ່ງແຂງແຮງດີກວ່າ, ເເລະ ເນື້ອຫນັງເປັ່ງປັ່ງກວ່າບັນດາຄົນຫນຸ່ມທີ່ກິນອາຫານອັນປານີດຂອງກະສັດ. 16 ດັ່ງນັ້ນຄົນຮັບໃຊ້ຈຶ່ງເອົາອາຫານປານີດສ່ວນຂອງພວກເຂົາ ເເລະ ເຫລົ້າອາງຸ່ນຊຶ່ງເຂົາຈະໄດ້ກິນນັ້ນໄປ ເເລ້ວໃຫ້ພວກເຂົາພຽງເເຕ່ຜັກເທົ່ານັ້ນ. 17 ສຳລັບພວກຄົນຫນຸ່ມທັງສີ່ຄົນນີ້, ພຣະເຈົ້າໄດ້ປຣະທານຄວາມຮູ້ ເເລະ ຄວາມເຂົ້າໃຈຢ່າງຊຳນິຊຳນານທັງປວງ ເເລະ ປັນຍາ, ເເລະ ດານີເເອນກໍໄດ້ສາມາດເຂົ້າໃຈນິມິດ ເເລະ ຄວາມຝັນທຸກຢ່າງ. 18 ພໍຮອດກຳນົດເວລາ ທີ່ກະສັດຊົງບັນຊາໃຫ້ເຂົາທັງຫລາຍເຂົ້າເຝົ້າ, ຫົວຫນ້າຂ້າຮາຊການຈຶ່ງນຳພວກເຂົາທັງຫລາຍເຂົ້າມາເຝົ້າເນບູກາດເນັດຊາ. 19 ກະສັດໄດ້ກ່າວກັບພວກເຂົາ, ແລະ ໃນບັນດາຄົນຫນຸ່ມເຫລົ່ານັ້ນບໍ່ເຫັນຈັກຄົນຫນຶ່ງທີ່ປຽບທຽບດານີເອນ, ຮານານີຢາ, ມີຊາເອນ,​ ເເລະ ອາຊາຮີຢາໄດ້. ພວກເຂົາໄດ້ຢືຢັນຕໍ່ຫນ້າກະສັດ, ພ້ອມທີ່ຈະຮັບໃຊ້ພະອົງ. 20 ໃນທຸກຄຳຖາມແຫ່ງປັນຍາ ແລະ ຄວາມເຂົ້າໃຈທີ່ກະສັດໄດ້ຖາມພວກເຂົາ, ພະອົງພົບວ່າພວກເຂົາຕອບໄດ້ດີກວ່າຜູ້ມີຄາຖາອາຄົມທັງຫມົດສິບເທົ່າ ແລະ ຜູ້ຄົນເຫລົ່ານັ້ນຊຶ່ງອ້າງວ່າ ເວົ້າກັບຄົນຕາຍໄດ້, ຜູ້ທີ່ຢູ່ໃນອານາຈັກຂອງພະອົງທັງຫມົດ. 21 ດານີເອນໄດ້ຮັບໃຊ້ຢູ່ທີ່ນັ້ນເລື້ອຍມາ ຈົນເຖິງສະໄຫມທຳອິດຂອງກະສັດໄຊຣັດ.