1 ມະຫາປະໂລຫິດຈຶ່ງໄດ້ຖາມວ່າ, "ແມ່ນເລື່ອງຈິງແທ້ບໍ?" 2 ຊະເຕຟາໂນຕອບວ່າ, "ພີ່ນ້ອງທັງຫລາຍແລະທ່ານທີ່ເປັນຜູ້ອາວຸໂສ, ຂໍຈົ່ງຟັງຂ້າພະເຈົ້າເຖີດ: ພຣະເຈົ້າແຫ່ງສະຫງ່າລາສີໄດ້ປະກົດຕໍ່ອັບຣາຮາມບິດາຂອງພວກເຮົາ ເມື່ອທ່ານຍັງຢູ່ ເມໂຊໂປຕາເມຍ, ກ່ອນທີ່ທ່ານຈະໄປອາໄສຢູ່ໃນເມືອງ ຮາຣານ; 3 ພຣະອົງກ່າວກັບທ່ານວ່າ, 'ຈົ່ງອອກໄປຈາກແຜ່ນດິນຂອງເຈົ້າ ແລະ ຍາດພີ່ນ້ອງຂອງເຈົ້າ, ແລະໄປທີ່ແຜ່ນດິນທີ່ເຮົາຈະສະແດງແກ່ເຈົ້າ.' 4 ອັບຣາຮາມຈຶ່ງອອກຈາກດິນແດນຂອງຊາວເຄນເດຍ. ແລະໄດ້ໄປອາໄສຢູ່ເມືອງຮາຣານ; ຫລັງຈາກບິດາຂອງທ່ານໄດ້ເສຍຊີວິດໄປແລ້ວ, ພຣະເຈົ້າໄດ້ຊົງນຳທ່ານອອກມາຈາກທີ່ນັ້ນ, ມາສູ່ດິນແດນທີ່ພວກທ່ານອາໄສຢູ່ໃນທຸກມື້ນີ້. 5 ພຣະອົງບໍ່ໄດ້ປະທ່ານແຜ່ນດິນນັ້ນໃຫ້ເປັນມໍລະດົກແກ່ອັບຣາຮາມ, ບໍ່ມີແມ່ນແຕ່ຂະໜາດເທົ່າທີ່ຕີນຂອງທ່ານຈະຢຽບໄດ້. ແຕ່ພຣະອົງຊົງສັນຍາວ່າ ພຣະອົງຈະມອບແຜ່ນດິນນັ້ນໃຫ້ເປັນກຳມະສິດແກ່ທ່ານ ແລະ ແກ່ເຊື້ອສາຍຂອງທ່ານເຖິງແມ່ນວ່າອັບຣາຮາມຈະບໍ່ມີລູກເລີຍກໍຕາມ. 6 ພຣະເຈົ້າກ່າວກັບທ່ານດັ່ງນີ້ວ່າ, ເຊື້ອສາຍຂອງທ່ານຈະອາໄສຢູ່ດິນແດນຂອງຄົນຕ່າງຊາດຊົ່ວຄາວ, ແລະຄົນໃນປະເທດນັ້ນຈະເຮັດໃຫ້ພວກເຂົາກາຍມາເປັນຂ້າທາດ ແລະ ຂົ່ມເຫັງພວກເຂົາເປັນເວລາສີ່ຮ້ອຍປີ. 7 ພຣະເຈົ້າກ່າວວ່າ, 'ຂ້າພະເຈົ້າຈະພິພາກສາຊົນຊາດທີ່ພວກເຂົາກຳລັງຮັບໃຊ້ຢູ່ນັ້ນ,' ຫລັງຈາກນັ້ນ ພວກເຂົາຈະອອກມາ ແລະ ນະມັດສະການເຮົາໃນສະຖານທີ່ແຫ່ງນີ້.' 8 ພຣະເຈົ້າຈຶ່ງໄດ້ໃຫ້ພັນທະສັນຍາແຫ່ງພິທີຕັດກັບອັບຣາຮາມເພາະເຫດນີ້, ເມື່ອອັບຣາຮາມໄດ້ກາຍເປັນບິດາຂອງອີຊາກ ຈຶ່ງໄດ້ຮັບພິທີຕັດໃນວັນທີແປດ; ອີຊາກເປັນບິດາຂອງຢາໂຄບ, ຢາໂຄບເປັນບິດາຂອງລູກຊາຍສິບສອງຄົນທີ່ເປັນບັນພະບຸລຸດຂອງຂ້າພະເຈົ້າ. 9 ບັນພະບຸລຸດຂອງພວກເຮົາເຫລົ່ານັ້ນມີຈິດໃຈທີ່ອິດສາໂຢເຊັບ, ຈຶ່ງໄດ້ຂາຍທ່ານໄປທີ່ປະເທດເອຢິບ; ແລະພຣະເຈົ້າສະຖິດຢູ່ກັບທ່ານ 10 ແລະຊ່ວຍທ່ານໃຫ້ພົ້ນຈາກຄວາມທຸກຍາກທຸກຢ່າງ ແລະ ຊົງໃຫ້ທ່ານເປັນທີ່ພໍໃຈ ແລະ ສະຫລາດຕໍ່ໜ້າຟາໂຣ, ກະສັດແຫ່ງເອຢິບ, ຟາໂຣຈຶ່ງຕັ້ງທ່ານໃຫ້ປົກຄອງປະເທດເອຢິບ ແລະ ທຸກຢ່າງໃນພະຣາຊະວັງຂອງພຣະອົງ. 11 ຕໍ່ມາເກີດມີຄວາມອຶດຢາກຂຶ້ນທົ່ວປະເທດເອຢິບ ແລະ ການາອານ, ແລະ ເກີດຄວາມທຸກຍາກຢ່າງໃຫຍ່ຫລວງ, ບັນພະບຸລຸດຂອງພວກທ່ານຈຶ່ງບໍ່ມີອາຫານ. 12 ເມື່ອຢາໂຄບໄດ້ຍິນວ່າມີເຂົ້າຢູ່ໃນປະເທດເອຢິບ, ທ່ານຈຶ່ງໃຊ້ບັນພະບຸລຸດຂອງພວກເຮົາໄປເປັນເທື່ອທຳອິດ. 13 ຄັ້ງທີສອງໂຢເຊັບໄດ້ສະແດງຕົວເອງໃຫ້ພີ່ນ້ອງຮູ້, ແລະ ຟາໂຣກໍໄດ້ຮູ້ຈັກຄອບຄົວຂອງໂຢເຊັບ. 14 ໂຢເຊັບຈຶ່ງສົ່ງພີ່ນ້ອງກັບໄປບອກບິດາຂອງທ່ານໃຫ້ມາທີ່ປະເທດເອຢິບ, ພ້ອມທັງບັນດາພີ່ນ້ອງທັງໝົດ ເຈັດສິບ-ຫ້າຄົນ. 15 ດັ່ງນັ້ນ ຢາໂຄບຈຶ່ງລົງໄປທີ່ປະເທດເອຢິບ, ທ່ານກັບບັນພະບຸລຸດຂອງພວກທ່ານ. ໄດ້ເສຍຊີວິດຢູ່ທີ່ນັ້ນ, 16 ພວກເຂົາຖືກນຳກັບຄືນມາທີ່ເມືອງ ຊີເຄມ ແລະ ໄດ້ຖືກຝັງໄວ້ໃນອຸບໂມງຝັງສົບທີ່ອັບຣາຮາມໄດ້ຊື້ດ້ວຍເງິນຈຳນວນໜຶ່ງຈາກລູກຂອງຮາໂມໃນເມືອງຊີເຄມ. 17 ເມື່ອເຖິງເວລາຕາມພຣະສັນຍາ, ທີ່ພຣະເຈົ້າຊົງສັນຍາໄວ້ກັບອັບຣາຮາມ, ຊົນຊາດອິດສະຣາເອນໄດ້ທະວີຄູນຫລາຍຂື້ນຢູ່ໃນປະເທດເອຢິບ, 18 ຈົນວ່າກະສັດອີກອົງໜຶ່ງທີ່ບໍ່ຮູ້ຈັກໂຢເຊັບ ໄດ້ຂື້ນປົກຄອງປະເທດເອຢິບ, 19 ກະສັດອົງດຽວກັນນີ້ທີ່ໄດ້ອອກອຸບາຍກັບຊົນຊາດຂອງພວກທ່ານ ແລະ ຂົ່ມເຫັງບັນພະບຸລຸດຂອງພວກເຮົາຢ່າງໂຫດຮ້າຍ, ພວກເຂົາບັງຄັບໃຫ້ບັນພະບຸລຸດຂອງພວກເຮົາເຮັດອັນຕະລາຍແກ່ເດັກນ້ອຍເກີດໃໝ່, ຂອງພວກເຂົາເພື່ອບໍ່ໃຫ້ເດັກມີຊີວິດລອດ. 20 ເມື່ອເຖິງເວລາເກີດຂອງໂມເຊ; ທ່ານມີຮູບຮ່າງທີ່ສວຍງາມຢູ່ຕໍ່ພຣະພັກພຣະເຈົ້າ ແລະ ໄດ້ຮັບການລ້ຽງດູຢູ່ໃນເຮືອນຂອງບິດາເປັນເວລາສາມເດືອນ. 21 ເມື່ອທ່ານຖືກນຳມາຖິ້ມໄວ້ຢູ່ນອກເຮືອນ, ລູກສາວຂອງຟາໂຣກໍໄດ້ຮັບມາລ້ຽງ ແລະ ເບິ່ງແຍງທ່ານຄ້າຍຄືບຸດຊາຍຂອງຕົນເອງ. 22 ໂມເຊໄດ້ຮັບການສຶກສາຄວາມຮູ້ທຸກຢ່າງຂອງຊາວເອຢິບ, ແລະທ່ານກໍມີຄວາມສາມາດໃນການເວົ້າ ແລະ ວຽກງານຕ່າງໆ. 23 ແຕ່ເມື່ອທ່ານມີອາຍຸປະມານສີ່ສິບປີ, ທ່ານກໍຄິດຢາກໄປຢ້ຽມຢາມພີ່ນ້ອງຂອງທ່ານ, ທີ່ເປັນເຊື້ອສາຍຄົນອິດສະຣາເອນ. 24 ທ່ານໄດ້ເຫັນຄົນອິດສະຣາເອນຄົນໜຶ່ງຖືກຂົ່ມເຫັງ, ໂມເຊໄດ້ປົກປ້ອງ ແລະ ແກ້ແຄ້ນຄົນທີ່ຂົ່ມເຫັງນັ້ນໂດຍການຂ້າຊາວເອຢິບຄົນນັ້ນເສຍ: 25 ທ່ານຄິດວ່າພີ່ນ້ອງຂອງທ່ານຈະເຂົ້າໃຈວ່າ ພຣະເຈົ້າໄດ້ຊ່ວຍພວກເຂົາດ້ວຍມືຂອງຕົນ, ແຕ່ພວກເຂົາບໍ່ເຂົ້າໃຈໃນເລື່ອງນັ້ນ. 26 ມື້ຕໍ່ມາໂມເຊໄດ້ມາພົບຄົນອິດສະຣາເອນ ໃນຂະນະທີ່ພວກເຂົາກຳລັງຕໍ່ສູ້ກັນຢູ່; ທ່ານຈຶ່ງພະຍາຍາມທີ່ຈະເຮັດໃຫ້ພວກເຂົາຄືນດີກັນ; ທ່ານກ່າວວ່າ, 'ເພື່ອນເອີຍ, ພວກທ່ານເປັນພີ່ນ້ອງກັນ; ເປັນຫຍັງພວກທ່ານຈຶ່ງຕໍ່ສູ້ກັນ ແລະ ກັນ?' 27 ແຕ່ຜູ້ທີ່ໄດ້ເຮັດຜິດຕໍ່ເພື່ອນບ້ານໄດ້ຊຸກທ່ານອອກ, ແລະກ່າວວ່າ, 'ໃຜແຕ່ງຕັ້ງເຈົ້າໃຫ້ເປັນຜູ້ປົກຄອງ ແລະ ຕັດສິນເໜືອພວກເຮົາ? 28 ທ່ານຢາກຈະຂ້າ ຂ້ານ້ອຍ, ເໝືອນກັບທີ່ທ່ານໄດ້ຂ້າຊາວເອຢີບຄົນນັ້ນໃນມື້ວານນີ້ບໍ?' 29 ຫລັງຈາກທີ່ໂມເຊໄດ້ຍິນດັ່ງນັ້ນຈຶ່ງໜີໄປ; ແລະເປັນຄົນຕ່າງຊາດຢູ່ໃນດິນແດນມີດີອານ, ທ່ານໄດ້ເປັນບິດາຂອງລູກຊາຍສອງຄົນຢູ່ທີ່ນັ້ນ. 30 ເມື່ອສີ່ສິບປີຜ່ານໄປ, ເທວະດາອົງໜຶ່ງໄດ້ມາປະກົດຕົວຕໍ່ທ່ານເປັນແປວໄຟໃນຟຸ່ມໄມ້, ໃນຖິ່ນທຸລະກັນດານຂອງພູເຂົາຊີນາຍ. 31 ເມື່ອໂມເຊໄດ້ເຫັນແປວໄຟນັ້ນ, ທ່ານກໍເບິ່ງດ້ວຍຄວາມປະຫລາດໃຈ; ເມື່ອທ່ານເຂົ້າໄປເບິ່ງໃກ້ໆ, ກໍໄດ້ຍິນພຣະສຸລະສຽງຂອງອົງພຣະຜູ້ເປັນເຈົ້າ, ກ່າວອອກມາວ່າ, 32 'ເຮົາແມ່ນພຣະເຈົ້າຂອງບັນພະບຸລຸດຂອງເຈົ້າ, ເປັນພຣະເຈົ້າຂອງອັບຣາຮາມ, ອີຊາກ, ແລະຢາໂຄບ.' ໂມເຊກໍຢ້ານຈົນໂຕສັ່ນບໍ່ກ້າທີ່ຈະແນມເບິ່ງ. 33 ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບທ່ານວ່າ, 'ຈົ່ງປົດເກີບຂອງເຈົ້າອອກ, ເພາະວ່າສະຖານທີ່ເຈົ້າຢືນຢູ່ນີ້ເປັນບ່ອນທີ່ບໍຣິສຸດ. 34 ເຮົາໄດ້ເຫັນຄວາມທຸກຍາກລຳບາກຂອງຊົນຊາດຂອງເຮົາທີ່ອາໄສຢູ່ໃນປະເທດເອຢີບແລ້ວ; ເຮົາໄດ້ຍິນສຽງຮ້ອງໂອດຄາງຂອງພວກເຂົາ. ເຮົາຈຶ່ງລົງມາເພື່ອຈະຊ່ວຍພວກເຂົາໃຫ້ລອດພົ້ນ; ບັດນີ້, ເຮົາຈະໃຊ້ເຈົ້າໄປທີ່ປະເທດເອຢີບ.' 35 ໂມເຊຄົນນີ້ແຫລະທີ່ພວກເຂົາເຄີຍປະຕິເສດ, ເມື່ອພວກເຂົາເວົ້າ, 'ໃຜແຕ່ງຕັ້ງທ່ານໃຫ້ເປັນຜູ້ປົກຄອງ ແລະ ຜູ້ຕັດສິນ?'—ທ່ານເປັນຜູ້ທີ່ພຣະເຈົ້າສົ່ງໄປຊຶ່ງເປັນທັງຜູ້ປົກຄອງ ແລະ ຜູ້ປົດປ່ອຍ. ພຣະເຈົ້າຊົງໃຊ້ທ່ານໄປໂດຍມີເທວະດາອົງໜຶ່ງທີ່ປະກົດຕົວແກ່ໂມເຊໃນພຸ່ມໄມ້. 36 ໂມເຊໄດ້ນຳພວກເຂົາອອກຈາກປະເທດເອຢິບ, ຫລັງຈາກໄດ້ເຮັດການອັດສະຈັນ ແລະ ໝາຍສຳຄັນຕ່າງໆໃນປະເທດເອຢິບ ແລະ ທີ່ທະເລແດງ, ແລະລະຫວ່າງທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານສີ່ສິບປີ. 37 ໂມເຊຄົນດຽວກັນນີ້ ຜູ້ທີ່ກ່າວກັບຊົນຊາດອິດສະຣາເອນວ່າ, 'ພຣະເຈົ້າຈະໃຫ້ຜູ້ທຳນວາຍຜູ້ໜຶ່ງເກີດມາໃນທ່າມກາງພີ່ນ້ອງຂອງພວກທ່ານ, ເປັນຜູ້ທຳນວາຍຄືກັນກັບຂ້າພະເຈົ້າ.' 38 ໂມເຊຜູ້ນີ້ແມ່ນຜູ້ທີ່ຢູ່ໃນການຊຸມນຸມ ໃນຖິ່ນທຸລະກັນດານກັບເທວະດາທີ່ໄດ້ລົມກັບທ່ານເທິງພູເຂົາຊີນາຍ. ຊາຍຄົນນີ້ແຫລະທີ່ຢູ່ກັບບັນພະບຸລຸດຂອງພວກທ່ານ; ຊາຍຄົນນີ້ແຫລະທີ່ໄດ້ຮັບພຣະຄັມອັນຊົງຊີວິດທີ່ມອບໃຫ້ແກ່ພວກທ່ານ. 39 ຊາຍຄົນນີ້ແຫລະ ທີ່ບັນພະບຸລຸດຂອງຂ້າພະເຈົ້າປະຕິເສດບໍ່ຍອມເຊື່ອຟັງ; ພວກເຂົາໄດ້ຍູ້ທ່ານອອກໄປຈາກທາງຂອງພວກເຂົາ, ແລະໃນໃຈຂອງພວກເຂົາຄິດວ່າຈະກັບໄປທີ່ປະເທດເອຢິບ. 40 ໃນເວລານັ້ນ ພວກເຂົາເວົ້າກັບອາໂຣນວ່າ, 'ຈົ່ງສ້າງພະເຈົ້າອົງອື່ນໆ ສຳລັບພວກເຮົາ. ເພາະວ່າໂມເຊຜູ້ທີ່ໄດ້ນຳພວກຂ້າພະເຈົ້າອອກມາຈາກປະເທດເອຢິບ, ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂື້ນກັບລາວ.' 41 ດັ່ງນັ້ນ ພວກເຂົາຈຶ່ງສ້າງຮູບງົວຂຶ້ນໂຕໜຶ່ງໃນຕອນນັ້ນ ແລະ ໄດ້ນຳເຄື່ອງບູຊາມາຖວາຍຕໍ່ຮູບເຄົາລົບນັ້ນ, ແລະ ມີຄວາມມ່ວນຊື່ນຍິນດີຈາກຜົນງານທີ່ສ້າງຂຶ້ນມາດ້ວຍມືຂອງພວກເຂົາເອງ. 42 ແຕ່ພຣະຜູ້ເປັນເຈົ້າຫລຽວເຫັນ ແລະປ່ອຍໃຫ້ພວກເຂົາຂາບໄຫວ້ບັນດາດາວເທິງທ້ອງຟ້າ, ຕາມທີ່ມີຄຳຂຽນໄວ້ໃນຫນັງສືຂອງບັນດາຜູ້ທຳນວາຍວ່າ, 'ເຊື້ອສາຍອິດສະຣາເອນເອີຍ, ພວກທ່ານໄດ້ຖວາຍສັດທີ່ຖືກຂ້າ ແລະ ເຄື່ອງບູຊາເປັນເວລາສີ່ສິບປີໃນຖິ່ນແຫ້ງແລ້ງກັນດານບໍ? 43 ພວກທ່ານຮັບເອົາຜ້າເຕັ້ນຂອງພະໂມເລັກ ແລະ ດາວຂອງພະເຣຟານ, ແລະ ຮູບປັ້ນຮູບລັກສະນະຕ່າງໆ ທີ່ທ່ານໄດ້ເຮັດຂຶ້ນເພື່ອກາບໄຫວ້ເຄົາລົບຮູບເຫລົ່ານັ້ນ: ດັ່ງນັ້ນ ເຮົາຈະກວາດພວກທ່ານໄປທີ່ບາບີໂລນ.' 44 ບັນພະບຸລຸດຂອງພວກເຮົາມີຫໍເຕັນແຫ່ງພະຍານຢູ່ໃນຖິ່ນແຫ້ງແລ້ງກັນດານ. ຕາມທີ່ພຣະເຈົ້າໄດ້ຊົງບັນຊາໄວ້, ເມື່ອພຣະອົງກ່າວກັບໂມເຊ, ໃຫ້ທ່ານເຮັດຫໍເຕັນຕາມແບບທີ່ທ່ານໄດ້ເຫັນ. 45 ຫໍເຕັນນີ້ທີ່ບັນພະບຸລຸດຂອງພວກເຮົາຂົນຍ້າຍຕາມໂຢຊວຍ, ໄປຍັງດິນແດນ ພາຍຫລັງເຂົ້າຍຶດຄອງເອົາແຜ່ນດິນຂອງປະຊາຊົນທີ່ພຣະເຈົ້າໄດ້ຂັບໄລ່ໃຫ້ອອກໄປ ຂະນະທີ່ພວກເຂົາບຸກຫນ້າເຂົ້າໄປ. ຫໍເຕັນນີ້ກໍຍັງຄົງຢູ່ມາຮອດສະໄໝຂອງດາວິດ, 46 ຜູ້ທີ່ໄດ້ຮັບຄວາມເຫັນດີໃນສາຍຕາຂອງພຣະເຈົ້າ ທ່ານໄດ້ຂໍໃຫ້ພຣະເຈົ້າອະນຸຍາດໃຫ້ສ້າງເຮືອນສຳລັບພຣະເຈົ້າຂອງຢາໂຄບ. 47 ແຕ່ຊາໂລໂມນໄດ້ສ້າງພຣະວິຫານຂອງພຣະເຈົ້າ. 48 ເຖິງຢ່າງໃດກໍ່ຕາມ, ອົງຜູ້ສູງສຸດກໍບໍ່ໄດ້ອາໄສຢູ່ໃນພຣະວິຫານທີ່ສ້າງດ້ວຍມືຂອງມະນຸດ, ຕາມທີ່ຜູ້ທຳນວາຍໄດ້ກ່າວໄວ້ວ່າ, 49 ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, 'ສະຫວັນແມ່ນບ່ອນຢູ່ອາໄສຂອງເຮົາ, ໂລກແມ່ນບ່ອນທີ່ຮອງຕີນຂອງເຮົາ. ພວກເຈົ້າຈະສ້າງພຣະວີຫານແບບໃດໃຫ້ກັບເຮົາ? ຫລື ສະຖານທີ່ໃດຈະເປັນບ່ອນຢູ່ອາໄສຂອງເຮົາ? 50 ມືຂອງເຮົາໄດ້ສ້າງສິ່ງເຫລົ່ານີ້ທັງໝົດບໍ່ແມ່ນບໍ?' 51 ທ່ານພວກຜູ້ທີ່ດື້ດ້ານ ໃຈແຂງກະດ້າງ ແລະ ຫູຕຶງ, ພວກທ່ານຂັດຂວາງພຣະວິນຍານບໍຣິສຸດເຈົ້າຢູ່ສະເໝີ; ທ່ານໄດ້ເຮັດຄືກັບທີ່ບັນພະບຸລຸດຂອງພວກທ່ານໄດ້ເຮັດ. 52 ມີຜູ້ທຳນວາຍຄົນໃດແດ່ທີ່ບັນພະບຸລຸດຂອງທ່ານບໍ່ໄດ້ຂົ່ມເຫັງ? ພວກເຂົາໄດ້ຂ້າບັນດາຜູ້ທຳນວາຍ ທີ່ທຳນວາຍເຖິງການສະເດັດມາຂອງຜູ້ຊອບທຳ; ແລະບັດນີ້ ພວກທ່ານກໍເປັນຄົນທໍລະຍົດ ແລະ ຄາດຕະກອນຕໍ່ພຣະອົງດ້ວຍ, 53 ພວກທ່ານທີ່ໄດ້ຮັບຄຳສັ່ງຈາກເຫລົ່າເທວະດາ, ແຕ່ບໍ່ໄດ້ປະຕິບັດຕາມຄຳສັ່ງນັ້ນ." 54 ເມື່ອພວກຊະມາສິກສະພາໄດ້ຍິນແນວນັ້ນ, ພວກເຂົາກໍມີຄວາມຄຽດແຄ້ນແໜ້ນໃຈຫລາຍ, ແລະ ກັດແຂ້ວຂອງຕົນໃສ່ຊະເຕຟາໂນ. 55 ແຕ່ຊະເຕຟາໂນເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ, ຫລຽວເບິ່ງທີ່ຟ້າສະຫວັນ ແລະ ເຫັນລັດສະໝີຂອງພຣະເຈົ້າ; ແລະທ່ານໄດ້ເຫັນພຣະເຢຊູຄຣິດເຈົ້າຊົງຢືນຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ. 56 ຊະເຕຟາໂນກ່າວວ່າ, "ເບິ່ງເຖີດ, ຂ້າພະເຈົ້າເຫັນທ້ອງຟ້າເປີດອອກ, ແລະບຸດມະນຸດຊົງຢືນຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ." 57 ແຕ່ພວກສະມາຊິກສະພາໄດ້ຮ້ອງອອກມາຢ່າງແຮງ, ແລະອັດຫູຂອງພວກເຂົາ, ແລ້ວພາກັນແລ່ນເຂົ້າໄປຫາທ່ານ. 58 ພວກເຂົາຂັບໄລ່ທ່ານອອກໄປຈາກເມືອງນັ້ນແລ້ວເອົາກ້ອນຫີນແກ່ວງໃສ່ທ່ານ, ພວກຄົນທີ່ເຫັນເຫດການນັ້ນໄດ້ວາງເຄື່ອງນຸ່ງຂອງພວກເຂົາໄວ້ທີ່ຕີນຂອງຊາຍໜຸ່ມຄົນໜຶ່ງທີ່ຊື່ວ່າ ໂຊໂລ. 59 ໃນຂະນະທີ່ພວກເຂົາແກວ່ງກ້ອນຫີນໃສ່ຊະເຕຟາໂນ, ທ່ານກໍຍັງຮ້ອງທູນຕໍ່ອົງພຣະຜູ້ເປັນເຈົ້າວ່າ, "ອົງພຣະເຢຊູຄຣິດເຈົ້າ, ຂໍຊົງຮັບເອົາວິນຍານຂອງຂ້າພະອົງ." 60 ທ່ານຄຸເຄົ່າລົງ ແລະ ຮ້ອງສຽງດັງວ່າ, "ພຣະຜູ້ເປັນເຈົ້າ, ຂໍຢ່າຊົງຖືໂທດບາບຕໍ່ພວກເຂົາເລີຍ." ເມື່ອທ່ານກ່າວດັ່ງນີ້ແລ້ວ, ທ່ານກໍລ່ວງຫລັບໄປ.