ບົດທີ 1

1 ຂ້າພະເຈົ້າ ໂປໂລ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າຕາມພຣະປະສົງຂອງພຣະເຈົ້າ, ຕາມພຣະສັນຍາແຫ່ງຊີວິດ ຊຶ່ງເຮົາມີຢູ່ໃນພຣະເຢຊູຄຣິດເຈົ້າ, 2 ຕີໂມທຽວ ລູກທີ່ຮັກ: ຂໍພຣະຄຸນ.ພຣະເມດຕາ ແລະ ສັນຕິສຸກຈາກພຣະເຈົ້າ ພຣະບິດາເຈົ້າ ແລະ ພຣະເຢຊູຄຣິດເຈົ້າຂອງເຮົາຢູ່ກັບທ່ານເທີ້ນ. 3 ຂ້າພະເຈົ້າຂອບພຣະຄຸນພຣະເຈົ້າ, ຜູ້ທີ່ຂ້າພະເຈົ້າຮັບໃຊ້ມານັບຕັ້ງແຕ່ ບັນພະບູລຸດຂອງຂ້າພະເຈົ້າ, ດ້ວຍມະໂນທໍາທີ່ບໍລິສຸດ, ເພາະຂ້າພະເຈົ້າລະນຶກເຖິງທ່ານຢ່າງສະຫມໍ່ສະເໝີໃນຄຳອະທິຖານຂອງຂ້າພະເຈົ້າ ຕະຫລອດ ທັງເວັນ ແລະ ຄືນ. 4 ເມື່ອຂ້າພະເຈົ້າລະນຶກເຖິງນໍ້າຕາຂອງທ່ານ, ຂ້າພະເຈົ້າປາຖະຫນາ ທີ່ຈະໄດ້ພົບທ່ານ, ເພື່ອຂ້າພະເຈົ້າຈະໄດ້ເຕັມລົ້ນດ້ວຍຄວາມຍິນດີ. 5 ຂ້າພະເຈົ້າໄດ້ນຶກເຖິງຄວາມເຊື່ອທີ່ແທ້ຈິງຂອງທ່ານຊຶ່ງມີຕັ້ງແຕ່ເຖົ້າຂອງທ່ານ ນາງໂລອີ ແລະ ນາງຢູນິເກ ແມ່ ຂອງທ່ານ, ແລະ ຂ້າພະເຈົ້າໄດ້ເຫັນວ່າຄວາມເຊື່ອມີຢູ່ໃນທ່ານດ້ວຍ. 6 ນີ້ຄືເຫດຜົນ ທີ່ເຮັດໃຫ້ຂ້າພະເຈົ້າກຳລັງເຕືອນສະຕິທ່ານ ເພື່ອໃຊ້ຂອງປະທານ ຈາກພຣະເຈົ້າທີ່ຢູ່ໃນຕົວທ່ານ ຂຶ້ນມາອີກຄັ້ງຜ່ານການວາງມືຂອງຂ້າພຣະເຈົ້າ. 7 ເພາະວ່າພຣະເຈົ້າບໍ່ໄດ້ປະທານວິນຍານແຫ່ງຄວາມຢ້ານກົວໃຫ້ພວກເຮົາ, ແຕ່ໄດ້ຊົງປະທານວິນຍານ ແຫ່ງຣິດເດດອຳນາດ ແລະ ຄວາມຮັກ ແລະ ການບັງຄັບຕົນເອງໃຫ້. 8 ດັ່ງນັ້ນຢ່າລະອາຍຕໍ່ຄຳພະຍານ ກ່ຽວກັບອົງພຣະຜູ້ເປັນເຈົ້າ ຂອງເຮົາ ຫລື ກຽ່ວກັບຂ້າພະເຈົ້າຄືໂປໂລຜູ້ຖືກຈອງຈຳຢູ່ເພາະເຫັນແກ່ພຣະອົງ ແຕ່ຈົ່ງຮ່ວມທົນທຸກເພື່ອຂ່າວປະເສີດຕາມຣິດອຳນາດ ຂອງພຣະເຈົ້າ. 9 ຄືພຣະເຈົ້າຜູ້ຊ່ວຍເຮົາທັງຫລາຍໃຫ້ພົ້ນ ແລະ ຊົງເອີ້ນເຮົາດ້ວຍການຊົງເອີ້ນອັນບໍຣິສຸດ ທີ່ພຣະອົງເຮັດແບບນີ້ ບໍ່ແມ່ນເພາະເປັນໄປຕາມການງານຂອງເຮົາ ແຕ່ເປັນໄປຕາມພຣະປະສົງ ແລະ ພຣະຄຸນຂອງພຣະອົງເອງ ພຣະອົງຊົງປະທານ ສິ່ງເຫລົ່ານີ້ໃຫ້ແກ່ເຮົາ ໃນພຣະເຢຊູຄຣິດເຈົ້າຕັ້ງແຕ່ກ່ອນການເວລາຈະເກີດຂຶ້ນ. 10 ແຕ່ດຽວນີ້ ຄວາມລອດຂອງພຣະເຈົ້າໄດ້ຖືກ ເປີດເຜີຍໂດຍການສະເດັດມາປາກົດ ຂອງຜູ້ຊວ່ຍໃຫ້ລອດຄືພຣະເຢຊູຄຣິດເຈົ້າຂອງເຮົາພຣະຄຣິດເຈົ້າເປັນຜູ້ກຳຈັດ ຣິດແຫ່ງຄວາມຕາຍ ແລະ ນຳເອົາຊີວິດທີ່ບໍ່ເຄີຍມີຈຸດສິ້ນສຸດມາຍັງຄວາມສະຫວ່າງຜ່ານທາງຂ່າວປະເສີດ. 11 ເພາະເຫດນີ້ຂ້າພະເຈົ້າ ໄດ້ຮັບການແຕ່ງຕັ້ງໃຫ້ເປັນທັງຜູ້ເທດສະໜາອັກຄະສາວົກ ແລະ ເປັນຜູ້ສອນ. 12 ດ້ວຍເຫດນີ້ຂ້າພະເຈົ້າ ຈຶ່ງຕ້ອງທົນທຸກ ຕໍ່ສິ່ງຕ່າງໆເຫຼົ່ານີ້ດ້ວຍ. ແຕ່ຂ້າພະເຈົ້າກໍບໍ່ລະອາຍ ເພາະຂ້າພະເຈົ້າຮູ້ຈັກພຣະອົງຜູ້ທີ່ຂ້າພະເຈົ້າເຊື່ອ ຂ້າພະເຈົ້າເຊື່ອໝັ້ນວ່າພຣະອົງສາມາດຮັກສາສິ່ງທີ່ຂ້າພະເຈົ້າໄດ້ມອບໄວ້ກັບພຣະອົງ ຈົນເຖິງວັນນັ້ນໄດ້. 13 ຈົ່ງເຮັດຕາມແບບຢ່າງຂອງຄຳສອນ ທີ່ທ່ຽງຕົງຕາມທີ່ທ່ານໄດ້ຍິນຈາກ ຂ້າພະເຈົ້າດ້ວຍຄວາມເຊື່ອ ແລະ ຄວາມຮັກໃນພຣະເຢຊູຄຣິດເຈົ້າ. 14 ສິ່ງດີທີ່ພຣະເຈົ້າ ມອບໝາຍໄວ້ແກ່ທ່ານຈົ່ງປົກປ້ອງຮັກສາໄວ້ ໂດຍຜ່ານທາງ ພຣະວິນຍານບໍຣິສຸດເຈົ້າທີ່ສະຖິດຢູ່ໃນພວກເຮົາ. 15 ທ່ານຮູ້ເລື່ອງນີ້ແລ້ວວ່າທຸກຄົນໃນແຂວງ ເອເຊຍ ໄດ້ຫັນຫລັງໃຫ້ກັບຂ້າພະເຈົ້າແລ້ວ ໃນກຸ່ມນີ້ມີ ຟູເຄໂລ ແລະ ເຮຣະໂມເກນໄດ້ປະຖີ້ມເຮົາ. 16 ຂໍອົງພຣະຜູ້ເປັນເຈົ້າຊົງເມດຕາແກ່ຄອບຄົວໂອເນຊີໂຟໂຣ ເພາະເຂົາໄດ້ເຮັດໃຫ້ຂ້າພະເຈົ້າຊື່ນບານຢູ່ສະເຫມີ ແລະ ບໍ່ໄດ້ລະອາຍຕໍ່ການຫລ່່າມໂສ້ຂອງຂ້າພະເຈົ້າ, 17 ແຕ່ເມື່ອເຂົາຢູ່ໃນນະຄອນໂຣມ ເຂົາໄດ້ເລີ່ມຕົ້ນ ຊອກຫາຂ້າພະເຈົ້າຈົນເຂົາໄດ້ພົບຂ້າພະເຈົ້າ. 18 ຂໍອົງພຣະຜູ້ເປັນເຈົ້າຊົງໂຜດປະທານພຣະເມດຕາ ຂອງພຣະອົງໃນວັນນັ້ນດ້ວຍເທີ້ນ ຝ່າຍ ເຈົ້າກໍຮູ້ວ່າດີ ເພິ່ນໄດ້ຊ່ວຍເຫລືອເຮົາຫລາຍປານໃດ ເມື່ອເຮົາຢຸ່ທີ່ເມືອງເອເຟໂຊນັ້ນ.