ບົດທີ 1

1 ໂປໂລ, ຊີລາ, ແລະ ຕີໂມທຽວ, ເຖິງຄຣິສຕະຈັກທີ່ເມືອງເທສະໂລນິກໃນພຣະເຈົ້າພຣະບິດາຂອງເຮົາ ແລະ ອົງພຣະເຢຊູຄຣິດເຈົ້າ. 2 ຂໍພຣະຄຸນ ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາຂອງເຮົາ ແລະ ອົງພຣະເຢຊູຄຣິດເຈົ້າ ຈົ່ງມີຢູ່ກັບທ່ານທັງຫລາຍເຖີ້ນ. 3 ພວກເຮົາຄວນໂມທະນາຂອບພຣະຄຸນພຣະເຈົ້າສຳລັບພວກທ່ານສະເຫມີ, ອ້າຍນ້ອງທັງຫລາຍເອີຍ. ສຳລັບສິ່ງນີ້ເປັນສິ່ງທີ່ເຫມາະສົມ, ເພາະຄວາມເຊື່ອຂອງທ່ານກໍເຕີບໂຕຂຶ້ນຫລາຍ, ແລະ ຄວາມຮັກຂອງແຕ່ລະຄົນໃນພວກທ່ານທີ່ມີຕໍ່ກັນຫລາຍເຊັ່ນກັນ. 4 ດັ່ງນັ້ນພວກເຮົາຈຶ່ງອວດເລື່ອງຂອງທ່ານຕໍ່ຄຣິສຕະຈັກອື່ນໆຂອງພຣະເຈົ້າ. ພວກເຮົາເວົ້າກ່ຽວກັບຄວາມອົດທົນ ແລະ ຄວາມເຊື່ອຂອງພວກທ່ານໃນການຂົ່ມເຫັງທັງຫມົດທີ່ພວກທ່ານໄດ້ຮັບ. ພວກເຮົາເວົ້າເຖິງຄວາມຍາກລຳບາກທີ່ທ່ານຕ້ອງທົນ. 5 ນີ້ເປັນຫມາຍສຳຄັນຂອງການພິພາກສາອັນຊອບທັມຂອງພຣະເຈົ້າ. ຜົນກໍ່ຄືທ່ານຈະໄດ້ເປັນຄົນທີ່ເຫມາະສົມສຳລັບຣາຊະອານາຈັກຂອງພຣະເຈົ້າສຳລັບການທີ່ທ່ານທົນທຸກ. 6 ມັນເປັນຄວາມຊອບທັມຂອງພຣະເຈົ້າທີ່ຈະໃຫ້ທຸກສະຫນອງແກ່ຄົນທີ່ໃຫ້ທຸກແກ່ທ່ານ, 7 ແລະ ການບັນເທົາທຸກມີແກ່ທ່ານ ຜູ້ຊຶ່ງໄດ້ທົນທຸກລຳບາກກັບພວກເຮົາ. ພຣະອົງຈະຊົງເຮັດຢ່າງນີ້ເມື່ອພຣະເຢຊູເຈົ້າສະເດັດມາຈາກສະຫວັນພ້ອມກັບທູດສະຫວັນແຫ່ງຣິດອຳນາດຂອງພຣະອົງ. 8 ໃນໄຟນາຣົກອັນຮ້ອນກ້າ ພຣະອົງຈະແກ້ແຄ້ນຄົນທີ່ບໍ່ຮູ້ຈັກພຣະເຈົ້າ ແລະ ຄົນທີ່ບໍ່ຕອບສະຫນອງໃນຂ່າວປະເສີດຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ. 9 ພວກເຂົາຈະທົນທຸກກັບການຖືກລົງໂທດ ອັນເປັນຄວາມຈິບຫາຍນິຣັນດອນ ຖືກຕັດຂາດຈາກການຊົງສະຖິດຂອງພຣະຜູ້ເປັນເຈົ້າ ແລະ ຈາກພຣະສະຫງ່າຣາສີແຫ່ງຣິດອຳນາດຂອງພຣະອົງ. 10 ພຣະອົງຈະເຮັດເຊັ່ນນີ້ ເມື່ອພຣະອົງສະເດັດກັບມາໃນວັນນັ້ນ ເພື່ອທີ່ຈະໄດ້ຮັບກຽດ ທ່າມກາງຄົນຂອງພຣະອົງ ແລະ ເປັນທີ່ອັດສະຈັນໃຈໃນທ່າມກາງທຸກຄົນທີ່ເຊື່ອ. ເພາະທ່ານເຊື່ອຄຳພະຍານທີ່ເຮົາໄດ້ໃຫ້ແກ່ທ່ານແລ້ວ. 11 ດ້ວຍເຫດນີ້ ເຮົາຈຶ່ງອະທິຖານເພື່ອທ່ານຢ່າງເປັນປະຈຳ. ພວກເຮົາອະທິຖານວ່າ ພຣະເຈົ້າຂອງເຮົາຈະເຫັນວ່າທ່ານຄູ່ຄວນແກ່ການຊົງເອີ້ນ. ພວກເຮົາອະທິຖານເພື່ອທີ່ວ່າພຣະອົງຈະຊົງກະທຳໃຫ້ຄວາມປາຖນາແຫ່ງຄວາມດີທຸກຢ່າງ ແລະຄວາມປາຖນາທີ່ຈະເຮັດການງານແຫ່ງຄວາມເຊື່ອທຸກຢ່າງສຳເລັດລຸລ່ວງໄປໄດ້ດ້ວຍຣິດອຳນາດ. 12 ພວກເຮົາອະທິຖານໃນສິ່ງເຫລົ່ານີ້ເພື່ອທີ່ວ່າພຣະນາມຂອງອົງພຣະເຢຊູຄຣິດເຈົ້າຈະໄດ້ຮັບກຽດຜ່ານທາງທ່ານ. ພວກເຮົາອະທິຖານເພື່ອທີ່ວ່າທ່ານຈະໄດ້ຮັບກຽດໂດຍທາງພຣະອົງ, ເພາະພຣະຄຸນຂອງພຣະເຈົ້າ ແລະ ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາທັງຫລາຍ.