​ບົດ​ທີ 1

1 ຫລັງ​ຈາກ​ການ​ຕາຍ​ຂອງ​ກະສັດໂຊນ​ແລ້ວ, ດາ​ວິດ​ກໍ​ໄດ້​ກັບ​ມາ​ຈາກ​ການ​ໂຈມ​ຕີ​ຄົນ​ອາ​ມາ​ເຫລັກ ​ແລະ​ໄດ້​ພັກ​ຢູ່​ທີ່​ຊິກລັກໄດ້​ສອງ​ວັນ. 2 ວັນ​ທີ​ສາມ, ​ຊາຍ​ຄົນ​ຫນຶ່ງ​ໄດ້​ມາ​ຈາກ​ຄ້າຍຂອງກະສັດໂຊນ​ໃສ່​ເສື້ອ​ຜ້າ​ຂາດ ​ແລະ ​ມີ​ດິນ​ເປື້ອນ​ທີ່​ຫົວ​ຂອງ​ຂົາ. ເມື່ອ​ເຂົາ​ໄດ້​ມາ​ຮອດ​ດາ​ວິດ ກໍ​ໄດ້​ຫມອບຫນ້າ​ລົງ​​ຮອດ​ພື້ນດິນ ​ແລະ​ ໄດ້​ຫມົດ​ແຮງ​ຢູ່​ບ່ອນນັ້ນ. 3 ດາ​ວິດ​ໄດ້​ຖາ​ມ​ເຂົາ​ວ່າ, " ເຈົ້າ​ມາ​ຈາກ​ໃສ?" ເຂົາ​ໄດ້​ຕອບ​ວ່າ, " ຂ້າ​ພະ​ເຈົ້າ​ມາ​ຈາກ​ຄ້າຍ​ຂອງ​ອິດ​ສະ​ຣາ​ເອນ." 4 ດາ​ວິດ​ໄດ້​ຖາມ​ເຂົາ​ວ່າ, " ຂໍ​ບອກ​ຂ້ອຍ​ວ່າ ເຫດ​ຜົນ​ເປັນ​ແນວ​ໃດ​ແນ່." ເຂົາ​ໄດ້​ຕອບ​ວ່າ, " ພວກ​ປະ​ຊາ​ຊົນ​ໄດ້​ຫນີ​ຈາກ​ການ​ສູ້​ຮົບ. ມີ​ຫລາຍ​ຄົນ​ໄດ້​ລົ້ມລົງ ​ແລະ​ ມີ​ຫລາຍ​ຄົນ​ໄດ້​ຕາຍ​ແລ້ວ​. ກະສັດໂຊນ ​ແລະ​ ໂຢ​ນາ​ທານ​ລູກຊາຍຂອງເພ​ິ່ນກໍ​ຕາຍເຊັ່ນກັນ." 5 ດາ​ວິດ​ຈຶ່ງ​ໄດ້​ຖາມ​ຊາຍ​ຫນຸ່ມ​ຄົນ​ນັ້ນ​ວ່າ, " ເຈົ້າ​ຮູ້​ໄດ້​ຢ່າງ​ໃດ​ວ່າໂຊນ ແລະ ​ໂຢ​ນາ​ທານ​ລູກຂອງເພິ່ນໄດ້ຕາຍແລ້ວ?" 6 ຊາຍ​ຫມຸ່ນນັ້ນ​ໄດ້​ຕອບ​ວ່າ, "ບັງ​ເອີນ​ທີ່​ຂ້າ​ນ້ອຍ​ມາ​ທີ່​ພູ​ເຂົາ​ກິນ​ໂບ​ອາ, ແລະ​ ທີ່ນັ້ນ​ກະສັດໂຊນ​ໄດ້​ຊົງ​ຢືນ​ຄຳ​ຫອກ​ຂອງ​ຕົນ​ຢູ່, ແລະ​ ລົດ​ມ້າ ແລະ ຄົນຂີ່ທັງຫລາຍ​ກໍ​ກຳ​ລັງ​ມາ​ໃກ້​ເພິ່ນ. 7 ກະສັດໂຊນໄດ້​ຫລຽວ​ມາ​ ແລະ ເລີຍ​ເຫັນ​ຂ້າ​ນ້ອຍ ​ແລະ​ ກໍ​ໄດ້​ເອີ້ນ​ຂ້າ​ນ້ອຍ. ຂ້​າ​ນ້ອຍ​ໄດ້​ຕອບ​ວ່າ, " ຂ້າ​ນ້ອຍຢູ່​ທີ່​ນີ້." 8 ເພິ່ນ​ໄດ້​ຖາມ​ຂ້າ​ນ້ອຍ​ວ່າ, " ເຈົ້າ​ແມ່ນ​ໃຜ?" ຂ້າ​ນ້ອຍ​ຕອບ​ວ່າ, ຂ້າ​ນ້ອຍ​ເປັນ​ຄົນ​ອາ​ມາ​ເຫລັກ." 9 ເພິ່ນກໍໄດ້ບອກຂ້ານ້ອຍວ່າ, " ຈົ່ງ​ມາ​ຢືນ​ເຫນືອ​ເຮົາ ແລະ​ ຂ້າ​ເຮົາ​ສະ, ເພາະ​ເຮົາ​ກ​ຳ​ລັງ​ເຈັບ​ປວດ​ຢ່າງ​ແສນ​ສາ​ຫັດ, ແຕ່​ເຮົາ​ຍັງ​ມີ​ຊີ​ວິດ​ຢູ່." 10 ຂ້າ​ນ້ອຍ​ຈຶ່ງ​ໄດ້​ໄປ​ຢືນ​ເຫນືອ​ເພິ່ນ ​​ແລະ​ ໄດ້ຂ້າເພິ່ນ​ເລີຍ, ເພາະ​ຂ້າ​ນ້ອຍ​ຮູ້​ວ່​າ​ເພິ່ນ​ຈະ​ບໍ່​ສາ​ມາດ​ດຳ​ລົງ​ຊີ​ວິດ​ຢູ່​ໄດ້​ອີກ​ຫລັງ​ຈາກ​ທີ່​ເພິ່ນໄດ້ລົ້ມໄປ​. ເເລ້ວເພິ່ນ​ກໍ​ໄດ້​ຖອດ​ມົງ​ກຸດ​ຢູ່​ຫົວ​ຂອງ​ເພິ່ນ ​ແລະ ​ປະ​ລັກ​ແຂນ​ຂອງເພິ່ນ ເເລະ ​ໄດ້​ນຳ​ສິ່ງ​ເຫລົ່າ​ນັ້ນ​ມາ​ໃຫ້​ທ່ານ, ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ." 11 ແລ້ວ​ດາ​ວິດ​ໄດ້​ຈີກ​ເສື້ອ​ຂອງ​ເຂົາ, ​ແລະ​ຄົນ​ທັງ​ປວງ​​ທີ່​ຢູ່​ກັບ​ເຂົາກໍ​ໄດ້​ເຮັດ​ຄື​ກັນ. 12 ພວກ​ເຂົາ​ໄດ້​ຄ່ຳ​ຄວນ​ຫາ​, ​ຮ້ອງ​ໄຫ້ ​ແລະ​ ໄດ້​ອົດ​ອາ​ຫານ​ຈົນ​ຮອດ​ແລງ, ​ເພື່ອ​ໂຊນ, ​ເພື່ອ​ໂຢ​ນາ​ທານ​ລູກ​ຊາຍ​ຂອງ​ເພິ່ນ, ແລະ​ ເພື່ອ​ປະ​ຊາ​ຊົນ​ຂອງ​ພ​ຣະ​ເຈົ້າ​ຢາ​ເວ, ເ​ເລະ ​ເພື່ອເຊື້້ອສາຍ​ອິດ​ສະ​ຣາ​ເອນ ເພາະ​ວ່າ​ພວກ​ເຂົາ​ໄດ້​ລົ້ມ​ຕາຍ​ດ້ວຍ​ດາບ. 13 ດາ​ວິດ​ໄດ້​ຖາມ​ຊາຍ​ຫນຸ່ມ​ວ່າ," ເຈົ້າ​ມາ​ຈາກ​ໃສ?" ເຂົາ​ໄດ້​ຕອບ​ວ່າ, " ຂ້າ​ນ້ອຍ​ເປັນ​ລູກ​ຊາຍ​ຂອງ​ຄົນ​ຕ່າງ​ດ້າວໃນ​ດິນ​ແດນ, ​ຂອງ​ຄົນ​ອາ​ມາ​ເຫລັກ." 14 ດາ​ວິດ​ໄດ້​ຖາມ​ເຂົາ​ວ່າ, "ເປັນ​ຫຍັງ​ເຈົ້າ​ບໍ່​ຢ້ານ​ກົວ​​ທີ່ຈະຂ້າ​ກະ​ສັດ​ຜູ້​ທີ່​ພ​ຣະ​​ຢາ​ເວ​ໄດ້​ຊົງ​ເຈີມແລ້ວນັ້ນ​ດ້ວຍ​ມື​ຂອງ​ເຈົ້າ​ເອງ?" 15 ດາ​ວິດ​ກໍ​ໄດ້​ເອີ້ນ​ຊາຍ​ຄົນ​ຫນຶ່ງ ​​ແລະ ​ໄດ້​ເວົ້າ​ວ່າ, " ຈົ່ງ​ໄປ​ ແລະ​ ຂ້າ​ເຂົາ​ເສຍ." ​ແລ້ວ​ຜູ້​ຊາຍ​ຄົນ​ນັ້ນກໍ​ໄດ້​ໄປ ​​ແລະ ​ໄດ້​ຂ້າ​ເຂົາ, ເເລະ ​ຄົນ​ອາ​ມາ​ເຫລັກ​ນັ້ນ​ກໍ​ຕາຍ. 16 ເເລ້ວ​ດາ​ວິດ​ໄດ້​ກ່າວ​​ແກ່​ສົບ​ຂອງ​ຄົນ​ອາ​ມາ​ເຫລັກ​ວ່າ, "ເລືອດ​ຂອງ​ເຈົ້າ​ກໍ​ຕົກ​ຢູ່​ຫົວ​ຂອງ​ເຈົ້າ ເພາະ​ວ່າ​ປາກ​ຂ​ອງ​ເຈົ້າໄດ້ເປັນພະຍານປັກ​ປຳ​ໂຕ​ເຈົ້າ ​ເເລະ​ ໄດ້​ເວົ້າວ່າ, "ຂ້າ​ນ້ອຍ​ໄດ້​ຂ້າ​ກະ​ສັດ​ຜູ້​ທີ່​ພ​ຣະ​ຢາ​ເວ​ໄດ້​ຊົງ​ເຈີມ​ໄວ້."" 17 ແລ້ວ​ດາ​ວິດ​ກໍໄດ້​ຮ້ອງ​ເພງໄວ້ອາໄລໃຫ້ກະສັດໂຊນ ​ແລະ ​ໂຢ​ນາ​ທານ​ລູກ​ຂອງ​ເພິ່ນ. 18 ​ເຂົາ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ປະ​ຊາ​ຊົນ​ສອນ​ເພງ​ໄວ້ອາໄລນີ້ໃຫ້​ແກ່​ເຊື້ອຊາດ​ຢູ​ດາ​, ຊຶ່ງ​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ຂອງຢາ​ຊາ​. 19 " ສັກ​ສີ​ຂອງ​ທ່ານ​ອິດ​ສະ​ຣາ​ເອນ​ເອີຍ, ໄດ້​ຖືກ​ຂ້າ​ເສີຍ​ແລ້ວ! ​ຢູ່​ທີ່​ສູງ​ຂອງ​ທ່ານ​ວິ​ລະ​ບູ​ລຸດ​ລົ້ມ​ລົງ​ໄດ້​ຢ່າງ​ໃດ! 20 ຢ່າບອ​ກ​ເລື່ອງນີ້​ໃນ​ເມືອງ​ກັດ, ຢ່າ​ປະ​ກາດ​ເລື່ອງ​ນີ້​, ໃນ​ຫົນ​ທາງ​ເມືອງ​ອາຊະເກໂລນ​, ເພາະ​ເຫດ​ວ່າ​ພວກ​ບຸດສາວຂອງຄົນ​ຟີ​ລິດສະ​ຕີນຈະບໍ່​ປິຕິຍິນດີ, ເພ​າະ​ພວກ​ລູກ​ສາວຂອງ​ພວກ​ເຂົາ​ບໍ່​ໄດ້​ບໍ່ໄດ້ຮັບພິທີຕັດ,​ຈະ​ບໍ່​ສະ​ເຫລີມ​ສະ​ຫລອງ. 21 ເທິງ​ພູ​ກິນໂບ​ອາ​ເອີຍ, ຂໍ​ຢ່າ​ມີ​ນ້ຳ​ຄ້າງ​ ຫລື​ນ້ຳ​ຝົນ​ເທິງ​ເຈົ້າ, ​ຢ່າ​ໃຫ້​ທົ່ງນາ​ອອກ​ຮວງ, ເພາະ​ວ່​າ​ທີ່​ນັ້ນ​ໂລ່​ຂອງວິ​ລະ​ບູ​ລຸດ​ໄດ້​ມີ​ມົນ​ທິນ​ແລ້ວ, ​ໂລ່​ຂອງ​ໂຊນ​ບໍ່​ໄດ້​ຖືກ​ເຈີມ​ດ້ວຍ​ນ້ຳ​ມັນ​ອີກ​ຕໍ່​ໄປ. 22 ຈາກ​ເລືອດ​ຂອງ​ຄົນ​ເຫລົ່າ​ນັ້ນໄດ້ຖືກຂ້າ, ຈາກຮ່າງກາຍຂອງນັກ​ຮົບ, ຄັນ​ທະ​ນູ​ຂອງໂຢ​ນາ​ທານບໍ່​ໄດ້​ຫັນ​ກັບ​ມາ, ແລະ ​ດາບ​ຂອງ​ກະສັດໂຊນ​ກໍ​ບໍ່​ໄດ້​ກັບ​ມາ​ວ່າງ​ເປົ່າ. 23 ໂຊນ ເ​ເລະ ​ໂຢ​ນາ​ທານ​ໄດ້​ເປັນ​ທີ່​ຮັກ ​ເເລະ​ ຫນ້າ​ຍິນ​ດີ​ໃນ​ຊີ​ວິດ, ແລະ ​ໃນ​ຄວາມ​ຕາຍ​ຂອງ​ພວກ​ເຂົາ ພວກ​ເຂົາ​ຈະ​ບໍ່​ແຍກ​ຈາກ​ກັນ. ພວກ​ເຂົາ​ວ່ອງ​ໄວ​ກວ່າ​ອິນ​ຊີ​ທັງ​ຫລາຍ, ພວກ​ເຂົາ​ກໍ​​ແຂງ​ແຮງກວ່າ​​ສິງໂຕທັງຝູງ. 24 ລູກ​ສາວຂອງ​ອິດ​ສະ​ຣາເອນ​ເອີຍ, ຈົ່ງ​ຮ້ອງ​ໄຫ້​ເພື່ອ​ກະສັດໂຊນ, ຜູ້​ຊົງ​ປະ​ດັບ​ພວກ​ເຈົ້າ​ຢ່າງ​ອົງອາດ​ດ້ວຍ​ຜ້າ​ສີ​ແດງ​ເຂັ້ມ ເຊັ່ນ​ດຽວ​ກັບ​ເພັດ​ພອຍນາໆຊະຫນິດ, ເເລະ ​ຊົງ​ປະ​ດັບ​​ທອງ​ຄຳ​ເທິງ​ເຄື່ອງ​ແຕ່ງ​ກາຍ​ຂອງ​ພວກ​ເຈົ້າ. 25 ວິ​ລະ​ບູ​ລຸດ​ໄດ້​ລົ້ມ​ລົງ​ແລ້ວ​ໃນ​ທ່າມ​ກາງ​ສົງ​ຄາມ! ໂຢ​ນາ​ທານ​ກໍ​ໄດ້​ຖືກ​ສັງ​ຫານ​ຢູ່​ເທິງ​ເນີນພູ​ຂອງ​ທ່ານ. 26 ໂຢ​ນາ​ທານ​ອ້າຍ​ຂອງ​ຂ້ອຍເອີຍ, ຂ້ອຍເປັນ​ທຸກ​ເພື່ອ​ທ່ານ, ທ່ານ​ເປັນ​ທີ່​ຊື່ນ​ໃຈ​ຂອງ​ຂ້ອຍຫລາຍ​. ຄວາມ​ຮັກ​ຂອງ​ທ່ານ​ມີ​ຕໍ່​ຂ້ອຍນັ້ນ​ກໍອັດ​ສະ​ຈັນ, ເຫນືອກວ່າ​ຄວາມ​ຮັກ​ໃດໆທີ່ມີຕໍ່​ສະ​ຕ​ຣີ. 27 ວິ​ລະ​ບູ​ລຸດ​ລົ້ມ​ລົງ​ໄດ້​ຢ່າງ​ໃດ, ​ແລະ​ ອາວຸດສົງຄາມ​ກໍ​ໃຊ້ການບໍ່ໄດ້ອີກແລ້ວ!"