ບົດທີ 1

1 ຊີໂມນ ເປໂຕ, ຜູ້ຮັບໃຊ້ ແລະ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ. ຮຽນທ່ານຜູ້ທີ່ໄດ້ຮັບຄວາມເຊື່ອ ທີ່ມີຄ່າເຊັ່ນດຽວກັບທີ່ເຮົາໄດ້ຮັບຄືຄວາມເຊື່ອໃນຄວາມຊອບທຳຂອງພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າພຣະຜູ້ໂຜດໃຫ້ພົ້ນຂອງເຮົາ. 2 ຂໍພຣະຄຸນຈົ່ງຢູ່ກັບທ່ານ ແລະ ສັນຕິສຸກ ຈົ່ງເພີ່ມທະວີຄູນແກ່ເຈົ້າທັງຫລາຍ ໂດຍຮູ້ຈັກພຣະເຈົ້າ ແລະ ພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ. 3 ທຸກສິ່ງທີ່ກຽ່ວກັບອຳນາດຂອງພຣະເຈົ້າສຳລັບຊີວິດ ແລະ ຄວາມດີທີ່ເຮົາໄດ້ຮັບຈາກຄວາມຮູ້ຂອງອົງພຣະຜູ້ເປັນເຈົ້າ, ຜູ້ທີ່ຊົງເອີ້ນເຮົາຜ່ານທາງພຣະສະຫງ່າຣາສີ ແລະ ຄວາມຊອບທຳຂອງພຣະອົງເອງ. 4 ຜ່ານສິ່ງເຫຼົ່ານີ້ພຣະອົງຈຶ່ງໄດ້ຊົງປະທານ ພຣະສັນຍາອັນປະເສີດ ແລະ ໃຫຍ່ຫລວງແກ່ເຮົາ, ພຣະອົງເຮັດແບບນີ້ ເພື່ອວ່າທ່ານອາດເປັນຜູ້ແບ່ງປັນໃນສະ​ພາບອັນສັກສິດເມື່ອທ່ານຫລີກໜີຈາກຄວາມເສື່ອມໂຊມທີ່ມີຢູ່ໃນໂລກນີ້ ເພາະຄວາມປາຖະຫນາຂອງຄົນຊົ່ວ. 5 ດ້ວຍເຫດນີ້ຈົ່ງເຮັດດີທີ່ສຸດ, ເພື່ອເພີ້ມຄຸນຄວາມດີຜ່ານຄວາມເຊື່ອ ແລະ ເພີ່ມຄຸນຄວາມດີຜ່ານຄວາມຮູ້. 6 ຜ່ານຄວາມຮູ້ຂອງທ່ານ ຈົ່ງເພີ້ມການຮູ້ຈັກບັງຄັບຕົນ ແລະ ຜ່ານການບັງຄັບຕົນ, ຈົ່ງເພີ່ມຄວາມອົດທົນ ແລະ ຜ່ານຄວາມອົດທົນ ຈົ່ງເພີ່ມຄວາມດີງາມ 7 ຜ່ານຄວາມດີງາມ, ຈົ່ງເພີ້ມຄວາມຮັກສັນພີ່ນ້ອງ ຜ່ານຄວາມຮັກສັນພີ່ນ້ອງ ເພີ່ມຄວາມເຫຼື້ອມໃສໃນພຣະເຈົ້າ. 8 ຖ້າສິ່ງເຫລົ່ານີ້ມີຢູ່ໃນຕົວທ່ານ ແລະ ເຕີບໂຕຢູ່ໃນຕົວທ່ານໆຈະບໍ່ເປັນຫມັນຫລືບໍ່ເກີດຜົນໃນຄວາມຮູ້ຂອງອົງພຣະເຢຊູຄຣິດເຈົ້າ. 9 ເເຕ່ຜູ້ໃດທີ່ຂາດສິ່ງເຫຼົ່ານີ້ຈະເຫັນສະເພາະສິ່ງທີ່ຢູ່ໃກ້. ເຂົາກໍເປັນຄົນຕາບອດ, ລືມໄປວ່າຕົນໄດ້ຮັບການຊຳຣະລ້າງຈາກຄວາມຜິດບາບເມື່ອກ່ອນຂອງເຂົາແລ້ວ. 10 ເພາະສະນັ້ນພີ່ນ້ອງທັງຫລາຍ, ຈົ່ງເຮັດດີທີ່ສຸດ ເພື່ອໃຫ້ການຊົງເອີ້ນ ແລະ ຊົງເລືອກຂອງທ່ານ ໃຫ້ເປັນທີ່ແນ່ໃຈສຳລັບຕົວເອງ. ຖ້າທ່ານເຮັດສິ່ງເລົ່ານີ້ ທ່ານຈະບໍ່ສະດຸດລົ້ມລົງ. 11 ດ້ວຍວ່າຢ່າງນັ້ນທ່ານທັງຫລາຍຈະມີສິດສົມບູນ ທີ່ຈະເຂົ້າໄປໃນຣາຊແຜ່ນດິນອັນນິຣັນດອນຂອງພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ ພຣະຜູ້ຊົງໂຜດໃຫ້ພົ້ນຂອງເຮົາ ຈະປະທານຄວາມສົມບູນໃຫ້ທ່ານ. 12 ເຫດສະນັ້ນ ຂ້າພະເຈົ້າພ້ອມທີ່ຈະເຕືອນສະຕິທ່ານ ເຖິງສິ່ງເຫລົ່ານີ້ແມ່ນວ່າທ່ານຮູ້ຈັກ ແລະ ເຖິງແມ່ນວ່າທ່ານຕັ້ງຫມັ້ນຄົງຢູ່ໃນຄວາມຈິງທີ່ມີຢູ່ແລ້ວໃນ​ຂະນະນີ້. 13 ຂ້າພະເຈົ້າຄິດວ່າເປັນທີ່ເຫມາະສົມສຳລັບຂ້າພ​ະເຈົ້າທີ່ຈະເຕືອນສະຕິທ່ານທັງຫລາຍ ໃຫ້ລະນຶກເຖິງຂໍ້ຄວາມເຫຼົ່ານີ້. ເທົ່າທີ່ຂ້າພະເຈົ້າຍັງອາໃສຢູ່ໃນຮ່າງກາຍນີ້. 14 ເພາະຂ້າພະເຈົ້າຮູ້ວ່າອີກບໍ່ດົນ ຂ້າພະເຈົ້າກໍຈະປະຖິ້ມຮ່າງກາຍຂອງຂ້າພະເຈົ້າໄປ ດັ່ງທີ່ອົງພຣະເຢຊູຄຣິດເຈົ້າ ອົງເປັນພຣະຜູ້ເປັນເຈົ້າຂອງເຮົາໄດ້ຊົງສຳແດງແກ່ຂ້າພະເຈົ້າແລ້ວ. 15 ຍິ່ງຂ້າພະເຈົ້າຈະກະທຳຢ່າງດີທີ່ສຸດໃຫ້ທ່ານທັງຫລາຍ ລະນຶກເຖິງສິ່ງເຫຼົ່ານີ້ສະເຫມີເມື່ອຂ້າພະເຈົ້າຈາກໂລກນີ້ໄປແລ້ວ. 16 ເພາະວ່າເຮົາບໍ່ໄດ້ກ່າວຕາມນິຍາຍທີ່ເຂົາແຕ່ງໄວ້ດ້ວຍຄວາມສະຫລຽວສະຫລາດເມື່ອເຮົາໄດ້ບອກແກ່ທ່ານເຖິງຣິດເດດ ແລະ ການສະເດັດມາຂອງອົງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງເຮົາ ແຕ່ເຮົາໄດ້ເຫັນເດຊານຸພາບ ຂອງພຣະອົງດ້ວຍຕາຂອງເຮົາເອງ. 17 ພຣະອົງໄດ້ຊົງຮັບກຽດ ແລະ ສະຫງ່າຣາສີຈາກ ພຣະເຈົ້າພຣະບິດາເຈົ້າ ເມື່ອພຣະສຸຣະສຽງຈາກຣັດສະໝີ ອັນຍິ່ງໃຫຍ່ໄດ້ມາເຖິງພຣະອົງຊົງກ່າວແກ່ພຣະອົງວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ ເຮົາພໍໃຈທ່ານຜູ້ນີ້ຫລາຍ.” 18 ແລະ ເຮົາກໍໄດ້ຍິນ ພຣະສຸຣະສຽງນີ້ຈາກສະຫວັນໃນຄັ້ງທີ່ເຮົາໄດ້ຢູ່ກັບພຣະອົງທີ່ພູເຂົາອັນສັກສິດນັ້ນ. 19 ມີຄຳທຳນວາຍທີ່ແນ່ນອນຍິ່ງກວ່ານັ້ນອີກ ຈະເປັນການດີຖ້າທ່ານທັງຫລາຍຈະຖືຕາມຄຳທຳນວຍນັ້ນເໝືອນແສງໂຄມທີ່ສ່ອງສະຫວ່າງໃນບ່ອນມືດຈົນເຖິງວັນຮຸ່ງເຊົ້າຈະຂຶ້ນ ແລະ ດາວເພັກຈະສ່ອງຂຶ້ນໃນໃຈຂອງທ່ານທັງຫລາຍ. 20 ຈົ່ງຮູ້ ເເລະ ເຂົ້າໃຈໃນສິ່ງນີ້ ຄືວ່າບໍ່ມີຄຳທຳນວາຍໃດທີ່ຕີຄວາມໝາຍໄດ້ຕາມລຳພັງໃຈຂອງຕົວເອງ. 21 ບໍ່ມີຄຳທຳນວາຍທີ່ເຄີຍມາຈາກຄວາມປະສົງຂອງມະນຸດ ແຕ່ມະນຸດໄດ້ກ່າວຄຳທີ່ມາຈາກພຣະເຈົ້າໂດຍພຣະວິນຍານບໍຣິສຸດເຈົ້າໄດ້ກາ່ວຈາກພຣະເຈົ້າ.