ບົດທີ 1

1 ໂມອາບກໍໄດ້ກະບົດຕໍ່ອິສະຣາເອນ ພາຍຫລັງຈາກອາຮາບໄດ້ຕາຍໄປ. 2 ແລ້ວອາຮາຊີຢາ ໄດ້ຕົກລົງຈາກລະບຽງວັງທີ່ຫ້ອງຊັ້ນເທິງຂອງຂອງພະອົງໃນກຸງຊາມາເຣຍ, ແລະຊົງບາດເຈັບ. ດັ່ງນັ້ນພະອົງຈຶ່ງໄດ້ໃຊ້ບັນດາຜູ້ສົ່ງຂ່າວສານໄປແລະໄດ້ຊົງບອກກັບພວກເຂົາວ່າ," ຈົ່ງໄປຖາມບາອານເຊບຸບ, ພະເຈົ້າແຫ່ງເອກໂຣນ, ວ່າເຮົາຈະດີຈາກການບາດເຈັບນີ້ຫລືບໍ່? " 3 ແຕ່ທູດສະຫວັນຂອງພຣະຢາເວ ໄດ້ເວົ້າກັບ ເອລີຢາຊາວຕີຊະເບວ່າ,"ຈົ່ງລຸກຂຶ້ນ, ໄປພົບບັນດາຜູ້ສົ່ງຂ່າວສານຂອງກະສັດແຫ່ງຊາມາເຣຍ, ແລະຈົ່ງເວົ້າກັບພວກເຂົາວ່າ,' ເພາະບໍ່ມີພຣະເຈົ້າໃນອິສະຣາເອນແລ້ວບໍ ພວກເຈົ້າຈຶ່ງໄປປຶກສາພະເຈົ້າບາອານເຊບຸບ, ພະເຈົ້າແຫ່ງເອກໂຣນ? 4 ເພາະສະນັ້ນພຣະຢາເວກ່າວດັ່ງນີ້," ເຈົ້າຈະບໍ່ໄດ້ລຸກຂຶ້ນຈາກທີ່ນອນຂອງເຈົ້າ; ແຕ່ເຈົ້າຈະຕ້ອງຕາຍແນ່."'"ແລ້ວເອລີຢາກໍໄດ້ໄປ. 5 ເມື່ອຜູ້ສົ່ງຂ່າວສານນັ້ນໄດ້ກັບມາເຝົ້າອາຮາຊີຢາ, ພະອົງໄດ້ຖາມພວກເຂົາວ່າ," ເປັນຫຍັງພວກເຈົ້າຈຶ່ງພາກັນກັບມາ?" 6 ພວກເຂົາໄດ້ຕອບພະອົງວ່າ," ມີຊາຍຄົນຫນຶ່ງຂຶ້ນມາພົບກັບພວກຂ້ານ້ອຍ ແລະໄດ້ເວົ້າກັບພວກຂ້ານ້ອຍວ່າ, 'ຈົ່ງກັບໄປເຝົ້າກະສັດຜູ້ຊົງໃຊ້ພວກເຈົ້າມາ, ແລະຖາມພະອົງວ່າ, "ພຣະຢາເວກ່າວດັ່ງນີ້ວ່າ: ເພາະບໍ່ມີພຣະເຈົ້າໃນອິສະຣາເອນແລ້ວບໍ ເຈົ້າຈຶ່ງໃຊ້ຄົນໄປປຶກສາບາອານເຊບຸບ, ພະເຈົ້າແຫ່ງເອກໂຣນ?ເພາະສະນັ້ນເຈົ້າຈະບໍ່ໄດ້ລຸກຂຶ້ນ; ຈາກທີ່ນອນຂອງເຈົ້າ, ແຕ່ເຈົ້າເຈົ້າຈະຕາຍ.'"'" 7 ອາຮາຊີຢາໄດ້ຖາມຜູ້ສົ່ງຂ່າວສານ, ຂອງພະອົງວ່າ, "ຄົນທີ່ຂຶ້ນມາພົບເຈົ້າ ແລະບອກສິ່ງເລົ່ານີ້ແກ່ເຈົ້ານັ້ນມີລັກສະນະແນວໃດ?" 8 ພວກເຂົາໄດ້ຕອບພະອົງວ່າ, "ເພິ່ນໄດ້ສວມເສື້ອຜ້າທີ່ເຮັດດ້ວຍຂົນສັດແລະມີສາຍຫນັງຄາດແອວຂອງເພິ່ນ. "ດັ່ງນັ້ນກະສັດໄດ້ກ່າວວ່າ," ນັ້ນຄືເອລີຢາຊາວຕີຊະເບ." 9 ແລ້ວກະສັດກໍໄດ້ຊົງຮັບສັ່ງ ໃຫ້ນາຍກອງກັບທະຫານຫ້າສິບຄົນໄປຫາເອລີຢາ. ນາຍກອງໄດ້ຂຶ້ນໄປຫາເອລີຢາຊຶ່ງເພິ່ນກຳລັງນັ່ງຢູ່ເທິງຍອດເຂົາ. ນາຍກອງໄດ້ກ່າວແກ່ເພິ່ນວ່າ,"ທ່ານ, ຄົນຂອງພຣະເຈົ້າ, ກະສັດໄດ້ບອກດັ່ງນີ້ວ່າ,' ຈົ່ງລົງມາ.'" 10 ແຕ່ເອລີຢາໄດ້ຕອບນາຍກອງແລະໄດ້ເວົ້າວ່າ,"ຖ້າເຮົາເປັນຄົນຂອງພຣະເຈົ້າ, ກໍຂໍໃຫ້ໄຟລົງມາຈາກທ້ອງຟ້າເຜົາຜານເຈົ້າແລະຄົນທັງຫ້າສິບຄົນຂອງເຈົ້າເຖີດ," ແລ້ວໄຟກໍໄດ້ລົງມາຈາກທ້ອງຟ້າ ແລ້ວໄຟກໍໄດ້ເຜົາຜານເຂົາກັບຄົນທັງຫ້າສິບຄົນຂອງເຂົາ. 11 ແລ້ວກະສັດອາຮາຊີຢາໄດ້ຮັບສັ່ງໃຫ້ນາຍກອງອີກຄົນຫນຶ່ງ ກັບທະຫານອີກຫ້າສິບນາຍຂອງເຂົາໄປຫາເອລີຢາ. ນາຍກອງຄົນນີ້ກໍໄດ້ກາ່ວແກ່ເອລີຢາວ່າ," ທ່ານ, ຄົນຂອງພຣະເຈົ້າເອີຍ, ກະສັດກ່າວດັ່ງນີ້ວ່າ," ຈົ່ງລົງມາດຽວນີ້.'" 12 ເອລີຢາໄດ້ຕອບແລະເວົ້າວ່າ," ຖ້າເຮົາເປັນຄົນຂອງພຣະເຈົ້າ, ກໍຂໍໃຫ້ໄຟລົງມາຈາກທ້ອງຟ້າເຜົາຜານເຈົ້າແລະຄົນທັງຫ້າສິບຂອງເຈົ້າເຖີດ."ແລ້ວໄຟຂອງພຣະເຈົ້າໄດ້ລົງມາຈາກທ້ອງຟ້າ ແລະໄດ້ເຜົາຜານເຂົາກັບຄົນທັງຫ້າສິບຂອງເຂົາອີກ. 13 ອີກຄັ້ງຫນຶ່ງກະສັດຍັງໄດ້ຮັບສັ່ງໃຫ້ນາຍທະຫານກຸ່ມທີສາມ ພ້ອມດ້ວຍນາຍທະຫານຫ້າສິບຄົນຂອງເຂົາ. ນາຍກອງຄົນນີ້ກໍໄດ້ຂຶ້ນໄປ,ໄດ້ຄຸເຂົ່າຕໍ່ຫນ້າເອຊາຢາ, ແລະໄດ້ອ້ອນວອນແລະໄດ້ເວົ້າກັບເຂົາວ່າ,"ທ່ານ, ຄົນຂອງພຣະເຈົ້າ, ຂ້ານ້ອຍຂໍຮ້ອງທ່ານ, ຂໍໃຫ້ຊີວິດຂອງຂ້ານ້ອຍແລະຊີວິດຂອງຜູ້ຮັບໃຊ້ຂອງທ່ານຫ້າສິບຄົນນີ້ເປັນສິ່ງທີ່ມີຄ່າໃນສາຍຕາຂອງທ່ານ. 14 ແທ້ຈິງແລ້ວ, ໄຟໄດ້ລົງມາຈາກທ້ອງຟ້າແລະໄດ້ເຜົາຜານນາຍທະຫານສອງຄົນທຳອິດພ້ອມທັງທະຫານຂອງເຂົາທີ່ມາກ່ອນ, ແຕ່ບັດນີ້ຂໍໃຫ້ຊີວິດຂອງຂ້ານ້ອຍເປັນສິ່ງທີ່ມີຄ່າໃນສາຍຕາຂອງທ່ານດ້ວຍເຖີດ." 15 ແລ້ວທູດສະຫວັນຂອງພຣະຢາເວໄດ້ກ່າວແກ່ເອລີຢາວ່າ," ຈົ່ງລົງໄປກັບເຂົາເຖີດ ຢ່າຢ້ານເຂົາເລີຍ." ດັ່ງນັ້ນເອລີຢາກໍໄດ້ລຸກຂຶ້ນ ແລະລົງໄປກັບພວກເຂົາເພື່ອເຂົ້າເຝົ້າກະສັດ. 16 ຕໍ່ມາເອລີຢາໄດ້ບອກອາຮາຊີຢາວ່າ," ນີ້ຄືເຫດທີ່ພຣະຢາເວກ່າວວ່າ, 'ເພາະເຈົ້າໄດ້ສົ່ງຜູ້ສົ່ງຂ່າວສານໄປປຶກສາ ເບເອນເຊບຸບ, ພະເຈົ້າແຫ່ງເອກໂຣນ. ເພາະບໍ່ມີພຣະເຈົ້າໃນອິສະຣາເອນໃຫ້ທູນຖາມຢ່າງນັ້ນບໍ? ດັ່ງນັ້ນ, ບັດນີ້ເຈົ້າຈະບໍ່ໄດ້ລຸກຂຶ້ນຈາກທີ່ນອນ; ແຕ່ເຈົ້າຈະຕ້ອງຕາຍແນ່.'" 17 ດັ່ງນັ້ນ ກະສັດ ອາຮາຊີຢາໄດ້ຕາຍໄປຕາມຖ້ອຍຄຳຂອງພຣະຢາເວ ຊຶ່ງເອລີຢາໄດ້ກ່າວໄວ້ນັ້ນ ໂຢຣາມໄດ້ຊົງຂຶ້ນປົກຄອງແທນ, ໃນປີທີສອງແຫ່ງຣາຊການເຢໂຮຣາມລູກຊາຍຂອງເຢໂຮຊາຟັດກະສັດແຫ່ງຢູດາ, ເພາະອາຮາຢາບໍ່ມີລູກ. 18 ສ່ວນວຽກອື່ນໆຂອງອາຮາຢາບໍ່ໄດ້ບັນທຶກໄວ້ໃນຫນັງສືປະຫວັດສາດຂອງກະສັດອິສະຣາເອນບໍ?