ບົດທີ່ 1

1 ໂປໂລ, ຜູ້ເປັນອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ, ຕາມພຣະປະສົງຂອງພຣະເຈົ້າ ແລະ ຕີໂມທຽວ ຜູ້ເປັນນ້ອງຊາຍຂອງເຮົາ, ເຖິງຄຣິສຕະຈັກຂອງພຣະເຈົ້າທີ່ຢູ່ໃນເມືອງ ໂກຣິນໂທ, ແລະ ບັນດາຜູ້ເຊື່ອທຸກຄົນທີ່ຢູ່ທົ່ວແຂວງ ອະຂາຢາ. 2 ຂໍໃຫ້ພຣະຄຸນ ແລະ ສັນຕິສຸກເຊິ່ງມາຈາກພຣະເຈົ້າພຣະບິດາຂອງເຮົາ ແລະ ຈາກພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງສະຖິດກັບທ່ານທັງຫລາຍເຖີດ. 3 ສາທຸການແດ່ພຣະເຈົ້າ ພຣະບິດາແຫ່ງພຣະເຢຊູຄຣິດເຈົ້າຂອງເຮົາ. ພຣະບິດາຜູ້ຊົງມີຄວາມເມດຕາ ແລະ ພຣະເຈົ້າແຫ່ງຄວາມຊູໃຈ ແລະ ພຣະເຈົ້າແຫ່ງຄວາມເລົ້າໂລມໃຈທຸກຢ່າງ. 4 ພຣະເຈົ້າເລົ້າໂລມໃຈເຮົາໃນຄວາມທຸກລຳບາກທັງຫມົດຂອງເຮົາ, ເພື່ອທີ່ວ່າເຮົາຈະສາມາດເລົ້າໂລມໃຈຜູ້ທີ່ທຸກລຳບາກຢ່າງໃດຢ່າງຫນື່ງ. ໄດ້ດ້ວຍຄວາມເລົ້າໂລມໃຈຢ່າງດຽວກັນກັບທີ່ພຣະເຈົ້າເຄີຍເລົ້າໂລມໃຈເຮົາ. 5 ເພາະວ່າຄວາມທຸກຍາກຂອງພຣະຄຣິດ ເພື່ອເຫັນແກ່ເຮົາມີຫລາຍເຫລືອລົ້ນຢ່າງໃດ, ການເລົ້າໂລມໃຈຂອງເຮົາ ເນື່ອງຈາກພຣະຄຣິດກໍຫລາຍເຫລືອລົ້ນຢ່າງນັ້ນ. 6 ແຕ່ທີ່ເຮົາຍອມທຸກຍາກນັ້ນ, ກໍ່ເພື່ອໃຫ້ທ່ານໄດ້ຮັບຄວາມເລົ້າໂລມໃຈ ແລະ ຄວາມພົ້ນ; ແລະ ທີ່ເຮົາໄດ້ຮັບການເລົ້າໂລມໃຈ, ກໍ່ເພື່ອໃຫ້ທ່ານໄດ້ຮັບການເລົ້າໂລມໃຈເຊັ່ນກັນ. ຄວາມເລົ້າໂລມໃຈຂອງພວກທ່ານທີ່ຈະມີຢ່າງເຕັມທີ່ເມື່ອພວກທ່ານໄດ້ພະຍາຍາມອົດທົນກັບຄວາມທຸກຍາກຄືດັ່ງທີ່ເຮົາໄດ້ອົດທົນນັ້ນ. 7 ແລະ ເຮົາມີຄວາມຫມັ້ນໃຈຢ່າງແນ່ນອນໃນທ່ານທັງຫລາຍ, ເພາະເຮົາຮູ້ວ່າພວກທ່ານມີສ່ວນໃນຄວາມທຸກຍາກຂອງເຮົາແນວໃດ, ທ່ານກໍ່ຈະມີສ່ວນໃນການໃຫ້ກຳລັງໃຈຂອງເຮົາຢ່າງນັ້ນ. 8 ພີ່ນ້ອງທັງຫລາຍ, ເຮົາຕ້ອງການໃຫ້ພວກເຈົ້າຮູ້ກ່ຽວກັບຄວາມທຸກຍາກຕ່າງໆ, ທີ່ເກີດຂື້ນກັບເຮົາໃນແຂວງ ເອເຊຍ. ເຊິ່ງຄວາມທຸກນັ້ນ ຫນັກເກີນກວ່າທີ່ພວກເຮົາຈະອົດທົນໄດ້, ຄວາມທຸກຍາກນັ້ນຫລວງຫາຍຈົນເຮັດໃຫ້ເຮົາເກືອບຫມົດຫວັງທີ່ຈະເອົາຊີວິດລອດມາໄດ້. 9 ທີ່ຈິງ, ເຮົາຖືກຕັດສິນໂທດປະຫານຊີວິດແລ້ວ. ແຕ່ທີ່ເປັນແບບນັ້ນກໍ່ເພື່ອບໍ່ໃຫ້ເຮົາໄວ້ໃຈຕົວເອງ, ແຕ່ໃຫ້ໄວ້ໃຈໃນພຣະເຈົ້າຜູ້ຊົງໂຜດໃຫ້ຄົນທັງຫລາຍຟື້ນຈາກຄວາມຕາຍ. 10 ພຣະອົງໄດ້ຊົງຊ່ວຍເຮົາໃຫ້ພົ້ນຈາກມໍລະນະໄພທີ່ເຮັດໃຫ້ພວກເຮົາເກືອບຕາຍແລ້ວນັ້ນ, ພຣະອົງກໍ່ຈະຊົງຊ່ວຍເຮົາ. ເຮົາໄວ້ໃຈໃນພຣະອົງວ່າ ພຣະອົງຈະຊົງຊ່ວຍເຮົາອີກຕໍ່ໄປ. 11 ພວກທ່ານມີສ່ວນໃນການຊ່ວຍເຫລືອເຮົາໂດຍການທູນຂໍຕໍ່ພຣະເຈົ້າເພື່ອເຮົາ. ແລ້ວພຣະອົງຈະຊົງເຮັດຕາມນັ້ນ ດັ່ງນັ້ນ ຄົນຈໍານວນຫລວງຫຼາຍຈະໄດ້ຂອບພຣະຄຸນເພາະຂ້າພະເຈົ້າ ເນື່ອງຈາກພຣະຄຸນທີ່ປະທານແກ່ເຮົາຜ່ານທາງການອະທິຖານຂອງຫຼາຍໆຄົນ. 12 ນີ້ເປັນສິ່ງທີ່ພວກເຮົາພູມໃຈ: ຄືໃຈສຳນຶກຜິດແລະຊອບຂອງພວກເຮົາ ເປັນພະຍານ.ວ່າພວກເຮົາໄດ້ປະຕິບັດຕົວເອງເປັນທີ່ມີຊື່ສຽງຕໍ່ໂລກ ດ້ວຍໃຈທີ່ບໍລິສຸດ ແລະ ຄວາມຈິງໃຈທີ່ມາຈາກພຣະເຈົ້າ. ພວກເຮົາໄດ້ປະຕິບັດຕໍ່ພວກທ່ານຫລາຍກວ່ານັ້ນອີກ ໂດຍທີ່ບໍ່ໄດ້ປະຕິບັດຕາມປັນຍາຂອງໂລກນີ້, ແຕ່ຕາມພຣະຄຸນຂອງພຣະເຈົ້າ. 13 ເຮົາບໍ່ໄດ້ຂຽນເລື່ອງອື່ນໃດເຖິງພວກທ່ານເລີຍນອກຈາກເລື່ອງຊຶ່ງທ່ານສາມາດອ່ານ ແລະ ເຂົ້າໃຈໄດ້. 14 ເຖິງວ່າ ຕອນນີ້ທ່ານເຂົ້າໃຈບາງຢ່າງຢູ່, ແຕ່ໃນວັນແຫ່ງພຣະເຢຊູຄຣິດເຈົ້າຂອງພວກເຮົານັ້ນ, ພວກທ່ານຈະພູມໃຈໃນພວກເຮົາຢ່າງທີ່ພວກເຮົາພູມໃຈໃນພວກທ່ານ. 15 ເພາະຫມັ້ນໃຈໃນເລື່ອງນີ້, ຂ້າພະເຈົ້າຈື່ງມີຄວາມປາຖະຫນາທີ່ຈະມາຫາພວກທ່ານກ່ອນ, ເພື່ອທ່ານທັງຫລາຍຈະໄດ້ຮັບຜົນປະໂຫຍດຈາກການທີ່ຂ້າພະເຈົ້າມາຢ້ຽມຢາມພວກທ່ານສອງຄັ້ງ. 16 ຂ້າພະເຈົ້າວາງແຜນທີ່ຈະມາຢ້ຽມຢາມພວກທ່ານໃນລະຫວ່າງທີ່ເດີນທາງໄປແຂວງ ມາເກໂດເນຍ. ຫລັງຈາກນັ້ນ ຈະມາຢ້ຽມຢາມທ່ານທັງຫລາຍອີກເທື່ອຫນື່ງ ເມື່ອກັບຈາກແຂວງ ມາເກໂດເນຍ ແລ້ວຫລັງຈາກນັ້ນພວກທ່ານຈະໄດ້ສົ່ງຂ້າພະເຈົ້າໄປທີ່ແຂວງ ຢູດາຍ. 17 ເມື່ອຂ້າພະເຈົ້າຄິດເຊັ່ນນີ້, ຂ້າພະເຈົ້າກຳລັງໂລເລບໍ? ຂ້າພະເຈົ້າວາງແຜນການຕາມມາດຕະຖານຂອງມະນຸດ, ເພື່ອທີ່ຂ້າພະເຈົ້າຈະເວົ້າວ່າ "ແມ່ນ" ຫຼື "ບໍ່ແມ່ນ ໃນເວລາດຽວກັນບໍ? 18 ແຕ່ພຣະເຈົ້າຊົງສັດຊື່ສັນໃດ, ເຮົາຈຶ່ງບໍ່ເວົ້າວ່າ "ແມ່ນ" ແລະ ''ບໍ່ແມ່ນ" ໃນເວລາດຽວກັນສັນນັ້ນ. 19 ເພາະວ່າພຣະບຸດຂອງພຣະເຈົ້າຄື, ພຣະເຢຊູຄຣິດເຈົ້າ, ຜູ້ເຊິ່ງຂ້າພະເຈົ້າກັບ ຊີລາ, ແລະ ຕີໂມທຽວ, ໄດ້ປະກາດໃນບັນດາພວກທ່ານນັ້ນບໍ່ແມ່ນ, "ຄວາມຈິງ" ຫລື "ບໍ່ຈິງ." ແບບຊື່ໆ ແຕ່ພຣະອົງຊົງເປັນ, "ຄວາມຈິງ" ສະເຫມີ. 20 ເພາະວ່າພຣະສັນຍາຂອງພຣະເຈົ້າທຸກຂໍ້ນັ້ນເປັນ "ຄວາມຈິງ" ໂດຍພຣະເຢຊູຄຣິດເຈົ້າ. ດັ່ງນັ້ນ ພວກເຮົາຈື່ງກ່າວວ່າ "ອາແມນ" ໂດຍພຣະອົງ ອັນເປັນການຖວາຍກຽດແດ່ພຣະເຈົ້າ. 21 ບັດນີ້ ພຣະເຈົ້າຊົງເປັນຜູ້ຊຶ່ງຕັ້ງພວກເຮົາກັບທ່ານທັງຫລາຍໄວ້ໃນພຣະຄຣິດ, ແລະ ພຣະອົງໄດ້ຊົງຫົດສົງພວກເຮົາໄວ້. 22 ພຣະອົງຊົງໄດ້ປະທັບຕາພວກເຮົາ ແລະ ປະທານພຣະວິນຍານໄວ້ໃນໃຈຂອງພວກເຮົາ ເພື່ອເປັນຫລັກປະກັນເຖິງສິ່ງທີ່ພຣະອົງຈະປະທານໃຫ້ແກ່ພວກເຮົາໃນພາຍຫລັງ. 23 ທັງນີ້, ຂໍພຣະເຈົ້າຊົງເປັນພະຍານຝ່າຍ ຂ້າພະເຈົ້າວ່າ ການທີ່ຂ້າພະເຈົ້າຍັງບໍ່ໄດ້ໄປຮອດເມືອງໂກຣິນໂທນັ້ນ ກໍ່ເພື່ອຈະລະເວັ້ນໂທດພວກທ່ານໄວ້ກ່ອນ 24 ເຮົາບໍ່ໄດ້ພະຍາຍາມທີ່ຈະຄວບຄຸມຄວາມເຊື່ອຂອງທ່ານ. ແຕ່ເຮົາເຮັດວຽກງານຮ່ວມກັບພວກທ່ານເພື່ອທ່ານທັງຫລາຍຈະມີຄວາມຍິນດີ, ໃນຂະນະທີ່ພວກທ່ານຢືນຫມັ້ນຢູ່ໃນຄວາມເຊື່ອ.