ບົດທີ 1

1 ໂຊໂລໂມນລູກຊາຍຂອງດາວິດໄດ້ຊົງເຮັດໃຫ້ຣາຊະອານາຈັກຂອງພະອົງເຂັ້ມແຂງ, ແລະ ພຣະຢາເວພຣະເຈົ້າຂອງພະອົງຊົງສະຖິດຢູ່ກັບພະອົງ ແລະ ຊົງເຮັດໃຫ້ພະອົງຍິ່ງໃຫຍ່. 2 ໂຊໂລໂມນກ່າວກັບອິສະຣາເອນທັງປວງ, ກັບນາຍພັນ ແລະ ນາຍຮ້ອຍ ທັງກັບຜູ້ພິພາກສາ ແລະ ກັບເຈົ້ານາຍທັງປວງໃນອິສະຣາເອນທັງຫມົດ, ຜູ້ເປັນຫົວຫນ້າຂອງບັນພະບຸຣຸດຂອງພວກເຂົາ. 3 ໂຊໂລໂມນ ແລະ ຊຸມນຸມຊົນທັງປວງທີ່ຢູ່ກັບພະອົງໄດ້ຂຶ້ນໄປທີ່ປູຊະນີຍະສະຖານສູງຊຶ່ງຢູ່ທີ່ກິເບໂອນ, ເພາະຫໍເຕັນແຫ່ງຊຸມນຸມຂອງພຣະເຈົ້າ, ຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະຢາເວ, ໄດ້ສ້າງຂຶ້ນໃນຖິ່ນແຫ້ງແລ້ງກັນດານ ຢູ່ບ່ອນນັ້ນ 4 ແຕ່ດາວິດໄດ້ນຳຫີບຂອງພຣະເຈົ້າຂຶ້ນມາຈາກ ກີຣິຢາດ ເຢອາຣີມ ເຖິງສະຖານທີ່ຊຶ່ງດາວິດໄດ້ຊົງຕຽມໄວ້ໃຫ້, ເພາະພະອົງໄດ້ຊົງຕັ້ງເຕັນໄວ້ໃຫ້ໃນເມືອງເຢຣູຊາເລັມ. 5 ຫລາຍກວ່ານັ້ນ, ແທ່ນບູຊາທອງເຫລືອງຊຶ່ງເບຊາເລນລູກຊາຍອູຣີຜູ້ເປັນລູກຊາຮູເຣໄດ້ສ້າງໄວ້ນັ້ນ ກໍຢູ່ຕໍ່ຫນ້າຫໍເຕັນຂອງພຣະຢາເວ; ໂຊໂລໂມນ ແລະ ຊຸມນຸມຊົນກໍໄດ້ສະແຫວງຫາພຣະເຈົ້າ. 6 ໂຊໂລໂມນສະເດັດຂຶ້ນໄປບ່ອນນັ້ນຄືແທ່ນບູຊາທອງເຫລືອງຕໍ່ພຣະພັກພຣະຢາເວ, ຊຶ່ງຢູ່ທີ່ຫໍເຕັນແຫ່ງຊຸມນຸມ, ແລະ ຊົງຖວາຍເຄື່ອງເຜົາບູຊາຫນຶ່ງພັນໂຕເທິງແທ່ນນັ້ນ. 7 ໃນຄືນນັ້ນພຣະເຈົ້າຊົງປະກົດແກ່ໂຊໂລໂມນ ແລະ ກ່າວກັບພະອົງວ່າ “ເຈົ້າຢາກໃຫ້ເຮົາໃຫ້ອັນໃດແກ່ເຈົ້າ? ກໍຈົ່ງຂໍສາ!” 8 ໂຊໂລໂມນທູນພຣະເຈົ້າວ່າ, “ພຣະອົງໄດ້ຊົງສຳແດງຄວາມຮັກອັນຫມັ້ນຄົງ ແລະ ຄວາມເມດຕາອັນຍິ່ງໃຫຍ່ແກ່ດາວິດ ພໍ່ຂອງຂ້າພະອົງ, ແລະ ຊົງໃຫ້ຂ້າພະອົງປົກຄອງແທນ. 9 ບັດນີ້, ຂ້າແດ່ພຣະຢາເວ, ຂໍໃຫ້ພຣະສັນຍາຂອງພຣະອົງທີ່ມີຕໍ່ດາວິດ ພໍ່ຂອງຂ້າພະອົງເປັນຈິງ, ເພາະພຣະອົງໄດ້ຊົງຕັ້ງໃຫ້ຂ້າພະອົງເປັນກະສັດເຫນືອຊົນຊາດທີ່ຫລາຍຄືຂີ້ຝຸ່ນດິນແຫ່ງແຜ່ນດິນໂລກ. 10 ຂໍຊົງປຣະທານສະຕິປັນຍາ ແລະ ຄວາມຮູ້ແກ່ຂ້າພະອົງ, ເພື່ອຂ້າພະອົງຈະນຳຊົນຊາດນີ້, ເພາະມີຜູ້ໃດບໍທີ່ຈະພິພາກສາປະຊາຊົນຂອງພຣະອົງອັນຫລວງຫລາຍນັ້ນໄດ້?” 11 ພຣະເຈົ້າກ່າວຕອບໂຊໂລໂມນວ່າ, “ເພາະວ່າສິ່ງນີ້ຢູ່ໃນຈິດໃຈຂອງເຈົ້າ, ແລະ ເຈົ້າບໍ່ໄດ້ຂໍຊັບສົມບັດຄວາມຮັ່ງມີ, ກຽຕ ຫລື ຊີວິດຂອງຄົນເຫລົ່ານັ້ນທີ່ກຽດຊັງເຈົ້າ, ແລະ ບໍ່ໄດ້ຂໍຊີວິດໃຫ້ຍືນຍາວ, ແຕ່ໄດ້ຂໍສະຕິປັນຍາ ແລະ ຄວາມຮູ້ເພື່ອຕົວເຈົ້າເອງ, ເພື່ອເຈົ້າຈະພິຈາຣະນາປະຊາຊົນຂອງເຮົາ, ຜູ້ຊຶ່ງເຮົາໄດ້ຕັ້ງເຈົ້າໃຫ້ເປັນກະສັດເຫນືອພວກເຂົານັ້ນ, ແລະ ສິ່ງນີ້ຄືສິ່ງທີ່ເຮົາຈະກະທຳ. 12 ເຮົາປຣະທານສະຕິປັນຍາ ແລະ ຄວາມຮູ້ໃຫ້ແກ່ເຈົ້າ. ເຮົາຈະໃຫ້ຊັບສົມບັດ ຄວາມຮັ່ງມີ ແລະ ກຽຕແກ່ເຈົ້າ, ຢ່າງທີ່ບໍ່ມີກະສັດອົງໃດຜູ້ຢູ່ກ່ອນເຈົ້າໄດ້ມີ, ແລະ ບໍ່ມີຜູ້ໃດພາຍຫລັງເຈົ້າຈະມີຄືກັບເຈົ້າອີກ.” 13 ດ່ັ່ງນັ້ນ ໂຊໂລໂມນຈຶ່ງສະເດັດຈາກບ່ອນນະມັສະການທີ່ກິເບໂອນ, ຈາກຕໍ່ຫນ້າຫໍເຕັນແຫ່ງຊຸມນຸມໄປເມືອງເຢຣູຊາເລັມ; ພະອົງຊົງປົກຄອງຢູ່ເຫນືອອິສຣາເອນ. 14 ໂຊໂລໂມນຊົງທ້ອນໂຮມຣົດຮົບ ແລະ ພົນທະຫານມ້າ, ແລະ ພະອົງຊົງມີຣົດຮົບ 1,400 ຄັນ ແລະ ພົນທະຫານມ້າຫນຶ່ງຫມື່ນສອງພັນຄົນ ຊຶ່ງພະອົງຊົງໃຫ້ປະຈຳຢູ່ທີ່ຫົວເມືອງ, ແລະ ຣົດຮົບຢູ່ພຣະອົງເອງ, ກະສັດໃນເມືອງເຢຣູຊາເລັມ. 15 ກະສັດຊົງເຮັດໃຫ້ເງິນ ແລະ ຄຳເປັນຂອງສາມັນໃນເມືອງເຢຣູຊາເລັມເຫມືອນກ້ອນຫີນ, ແລະ ຊົງເຮັດໃຫ້ມີໄມ້ສົນຫລວງຫລາຍເຫມືອນໄມ້ຫມາກເດື່ອຂອງຮ່ອມພູເຂົາ. 16 ມ້າອັນເປັນສິນຄ້າຂາເຂົ້າຂອງໂຊໂລໂມນມາຈາກເອຢິບເປັນຝູງ ແລະ ເມືອງຄູເອ, ບັນດາພໍ່ຄ້າຂອງກະສັດຮັບມາເປັນຝູງຕາມລາຄາ. 17 ພວກເຂົາທັງຫລາຍນຳຣົດຮົບເຂົ້າມາຈາກເອຢິບຄັນຫນຶ່ງເປັນເງິນຫົກຮ້ອຍເຊເຂເງິນ, ແລະ ມ້າໂຕຫນຶ່ງ150 ເຊເຂ. ດັ່ງນັ້ນ ໂດຍທາງພວກພໍ່ຄ້າ ພວກເຂົາກໍສົ່ງອອກໄປໃຫ້ບັນດາກະສັດຂອງຄົນຮິດຕີ ແລະ ບັນດາກະສັດຂອງຄົນອາຣາມີອານ.