ບົດທີ 1

1 ຈາກໂປໂລ, ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ ຕາມພຣະບັນຊາຂອງພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງເຮົາ ແລະ ຈາກພຣະເຢຊູຄຣິດເຈົ້າ ຜູ້ທີ່ເປັນຄວາມຫມັ້ນໃຈຂອງເຮົາ, 2 ເຖິງຕີໂມທຽວ, ຜູ້ເປັນບຸດທີ່ແທ້ຈິງໃນຄວາມເຊື່ອຂອງເຮົາ: ຂໍໃຫ້ພຣະຄຸນ, ພຣະເມດຕາ, ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາ ແລະ ຈາກພຣະເຢຊູຄຣິດເຈົ້າ ແລະ ອົງພຣະຜູ້ເປັນເຈົ້າຂອງເຮົາຈົ່ງດຳຣົງຢູ່ກັບທ່ານເຖີດ. 3 ຂະນະທີ່ຂ້າພຣະເຈົ້າກໍາລັງໄປທີ່ແຂວງມາຊີໂດເນັຽ, ຂ້າພຣະເຈົ້າໄດ້ຂໍຮ້ອງໃຫ້ທ່ານຄອຍທີ່ເມືອງເອເຟໂຊເພື່ອໃຫ້ທ່ານສາມາດສອນບາງຄົນບໍ່ໃຫ້ສອນຜິດໄປຈາກຫລັກຄຳສອນ. 4 ອີກທັງບໍ່ໃຫ້ໃສ່ໃຈໃນເລື່ອງລາວຕ່າງໆ ແລະ ລຳດັບພົງພັນທີ່ບໍ່ຮູ້ຈົບ. ເຫລົ່ານີ້ຈະເຮັດໃຫ້ເກີດການຜິດຖຽງກັນຫລາຍກວ່າເກົ່າ ແທນທີ່ຈະເຮັດໃຫ້ແຜນການຂອງພຣະເຈົ້າ, ສຳເລັດໂດຍທາງຄວາມເຊື່ອ. 5 ເປົ້າຫມາຍຂອງຄຳສັ່ງນີ້ຄືຄວາມຮັກທີ່ມາຈາກຫົວໃຈບໍຣິສຸດ, ແລະ ຈາກຄວາມສຳນຶກທີ່ດີ, ແລະ ຈາກຄວາມເຊື່ອທີ່ຈິງໃຈ. 6 ແຕ່ວ່າບາງຄົນໄດ້ຫລົງຜິດໃນເລື່ອງນີ້ໄປ ແລະ ໄດ້ຫັນໄປຈາກສິ່ງເຫລົ່ານີ້ທີ່ກ່າວຢ່າງໂງ່ຈ້າ. 7 ພວກເຂົາມີຄວາມປາຖນາທີ່ຈະເປັນຜູ້ສອນພຣະບັນຍັດ, ແຕ່ວ່າພວກເຂົາບໍ່ເຂົ້າໃຈໃນສິ່ງທີ່ພວກເຂົາສອນ ຫລື ບໍ່ເຂົ້າໃຈໃນສິ່ງທີ່ພວກເຂົາກ່າວຢືນຢັນ. 8 ແຕ່ພວກເຮົາຮູ້ວ່າພຣະບັນຍັດນັ້ນເປັນສິ່ງທີ່ດີ ຖ້າເຮົາໃຊ້ຢ່າງຖືກຕ້ອງ. 9 ພວກເຮົາຮູ້ວ່າ,​ ພຣະບັນຍັດນັ້ນບໍ່ໄດ້ມີໄວ້ສຳລັບຄົນຊອບທັມ, ແຕ່ມີໄວ້ສຳລັບຄົນອະທັມ ແລະ ຄົນທີ່ມີໃຈດື້ດ້ານ, ສຳລັບຄົນທີ່ບໍ່ມີພຣະເຈົ້າແລະ ຄົນບາບ, ແລະ ຕໍ່ຄົນເຫລົ່ານັ້ນທີ່ເປັນຄົນທີ່ບໍ່ໄດ້ດຳເນີນໃນທາງຂອງພຣະເຈົ້າ ແລະ ຄົນທີ່ຫມິ່ນປະຫມາດພຣະເຈົ້າ. ພຣະບັນຍັດມີໄວ້ສຳລັບຄົນຂ້າພໍ່ ແລະ ແມ່ຂອງພວກເຂົາເອງ, ແລະ ຄົນທີ່ເປັນຜູ້ຂ້າຄົນ, 10 ສຳລັບຄົນທີ່ປະພຶດຜິດທາງເພດ, ຄົນຮັກຮ່ວມເພດ, ຄົນລັກພາຄົນອື່ນໄປເປັນທາດ, ຄົນຂີ້ຕົວະ, ຄົນເປັນພະຍານບໍ່ຈິງ ແລະຄົນອື່ນໆທີ່ຕໍ່ຕ້ານຫລັກຄຳສອນແຫ່ງຄວາມເຊື່ອ. 11 ຄຳສັ່ງສອນນີ້ ແມ່ນຕາມທີ່ມີໃນຂ່າວປະເສີດອັນສະຫງ່າຣາສີຂອງພຣະເຈົ້າ ຜູ້ສົມຄວນແກ່ການສັນຣະເສີນ ເຊິ່ງໄດ້ຊົງປະທານແກ່ຂ້າພຣະເຈົ້າ. 12 ຂ້າພຣະເຈົ້າຂອບພຣະຄຸນພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ. ພຣະອົງເປັນຜູ້ຊົງເສີມກຳລັງໃຫ້ແກ່ຂ້າພຣະເຈົ້າ, ພຣະອົງຊົງເຫັນວ່າຂ້າພຣະເຈົ້າເປັນຄົນສັດຊື່ ແລະ ໄດ້ຊົງໃຊ້ຂ້າພຣະເຈົ້າໃຫ້ເຮັດພັນທະກິດນີ້. 13 ຂ້າພຣະເຈົ້າໄດ້ເຄີຍເປັນຄົນທີ່ຫມິ່ນປະຫມາດ, ຂົ່ມເຫັ່ງ ແລະ ໃຊ້ຄວາມຮຸນແຮງ. ແຕ່ຂ້າພຣະເຈົ້າໄດ້ຮັບພຣະເມດຕາ ເພາະຂ້າພຣະເຈົ້າໄດ້ສະແດງອອກຢ່າງໂງ່ຈ້າໃນຄວາມບໍ່ເຊື່ອ. 14 ແຕ່ວ່າພຣະຄຸນຂອງພຣະເຈົ້າທີ່ມີຢ່າງລົ້ນເຫລືອ ສຳລັບຂ້າພຣະເຈົ້າ ໂດຍຜ່ານທາງຄວາມເຊື່ອ ແລະຄວາມຮັກທີ່ມີໃນພຣະເຢຊູຄຣິດເຈົ້າ. 15 ຄຳກ່າວນີ້ເປັນຄວາມຈິງທີ່ເຊື່ອຖືໄດ້ ແລະ ສົມຄວນທີ່ຈະຮັບໄວ້ຢ່າງຍິ່ງ, ນັ້ນຄືພຣະເຢຊູຄຣິດເຈົ້າ ໄດ້ສະເດັດເຂົ້າມາໃນໂລກນີ້ ເພື່ອຊ່ວຍຄົນບາບໃຫ້ລອດພົ້ນ. ຂ້າພຣະເຈົ້າຊົ່ວຊ້າທີ່ສຸດໃນບັນດາຄົນບາບເຫລົ່ານັ້ນ. 16 ແຕ່ດ້ວຍເຫດນີ້ ຂ້າພຣະເຈົ້າຈຶ່ງໄດ້ຮັບພຣະເມດຕາ, ເພາະສິ່ງນັ້ນຢູ່ໃນຂ້າພຣະເຈົ້າ, ທີ່ສຳຄັນທີ່ສຸດ, ເພື່ອຈະໄດ້ເຫັນວ່າພຣະເຢຊູຄຣິດເຈົ້າໄດ້ມີຄວາມອົດທົນຫລວງຫລາຍ. ພຣະອົງໄດ້ເປັນແບບຢ່າງແກ່ຄົນທັງຫລາຍທີ່ຈະວາງໃຈໃນພຣະອົງ ເພື່ອໄດ້ຮັບຊີວິດອັນຕະຫລອດໄປເປັນນິດ. 17 ບັດນີ້ ເຖິງກະສັດຜູ້ຊົງດຳຣົງຢູ່ນິຣັນ, ຜູ້ຊົງອຳມະຕະ, ຜູ້ບໍ່ສາມາດປາກົດເຫັນໄດ້ດ້ວຍຕາ, ຜູ້ຊົງເປັນພຣະເຈົ້າແຕ່ອົງດຽວ, ຂໍໃຫ້ພຣະກຽດ ແລະ ພຣະສະຫງ່າຣາສີຈົ່ງມີແດ່ພຣະອົງຕະຫລອດໄປເປັນນິດ ອາແມນ. 18 ຂ້າພຣະເຈົ້າຂໍມອບຄຳສັ່ງນີ້ແກ່ທ່ານ, ຕີໂມທຽວ, ລູກທີ່ຮັກຂອງເຮົາເອີຍ, ເພາະຂ້າພຣະເຈົ້າເຮັດຕາມຄຳທຳນວາຍທີ່ໄດ້ກ່າວເຖິງທ່ານໃນກ່ອນຫນ້ານີ້, ດັ່ງນັ້ນທ່ານອາດຈະໃຊ້ສິ່ງເຫລົ່ານີ້ເພື່ອໃຫ້ໄດ້ຊັຍຊະນະໃນການຕໍ່ສູ້, 19 ຂໍໃຫ້ທ່ານເຮັດສິ່ງເຫລົ່ານີ້ຄືມີຄວາມເຊື່ອ ແລະ ຄວາມສຳນຶກທີ່ດີ. ໂດຍການປະຕິເສດສິ່ງນີ້, ບາງຄົນໄດ້ເຮັດໃຫ້ຄວາມເຊື່ອຂອງເຂົາຫລົ້ມຈົມລົງໄປ. 20 ຊຶ່ງໃນຈຳນວນຄົນເຫລົ່ານັ້ນມີ ເຮມີນາໂຢ ແລະ ອາເລັກຊັນເດີ, ຜູ້ຊຶ່ງຂ້າພຣະເຈົ້າໄດ້ມອບໄວ້ໃຫ້ກັບຊາຕານ ເພື່ອເຂົາຈະໄດ້ຮັບການສອນທີ່ຈະບໍ່ຫມິ່ນປະຫມາດພຣະເຈົ້າ.