ບົດທີ 1

1 ສິ່ງຊຶ່ງທີ່ມີມາແຕ່ປະຖົມມະການ - ຊຶ່ງເຮົາໄດ້ຍິນ, ຊຶ່ງເຮົາໄດ້ເຫັນກັບຕາ, ຊຶ່ງເຮົາໄດ້ເບິ່ງ, ແລະ ສຳພັດດ້ວຍມືຂອງເຮົາ - ນັ້ນຄືພຣະທຳອັນຊົງຊີວິດ. 2 ເເລະຊີວິດທີ່ເຮົາໄດ້ຮູ້ຈັກ, ທີ່ເຮົາໄດ້ເຫັນ ແລະ ເປັນພະຍານ. ພວກເຮົາປະກາດຊີວິດນິຣັນດອນນີ້ແກ່ທ່ານ, ຊຶ່ງເປັນຊີວິດທີ່ຢູ່ກັບພຣະບິດາເຈົ້າ, ແລະ ໄດ້ປາກົດແກ່ພວກເຮົາ. 3 ສິ່ງທີ່ເຮົາໄດ້ເຫັນ ແລະ ໄດ້ຍິນນັ້ນເຮົາກໍປະກາດໃຫ້ທ່ານຊາບ, ເພື່ອທ່ານຈະເຂົ້າຮ່ວມສາມັກຄີທຳກັບເຮົາ. ການສາມັກຄີທໍາຂອງພວກເຮົາແມ່ນສາມັກຄີທຳຮ່ວມກັບພຣະບິດາເຈົ້າ ແລະ ພຣະເຢຊູຄຣິດເຈົ້າ, ພຣະບຸດຂອງພຣະອົງ. 4 ແລະ ເຮົາຂຽນສິ່ງເຫລົ່ານີ້ ໃຫ້ແກ່ທ່ານເພື່ອຄວາມຊົມຊື່ນຍິນດີຂອງເຮົາຈະໄດ້ສົມບູນ. 5 ນີ້ເປັນຖ້ອຍຄຳທີ່ເຮົາໄດ້ຍິນຈາກພຣະອົງ ແລະ ປະກາດແກ່ທ່ານວ່າ: ພຣະເຈົ້າ ຊົງເປັນຄວາມສະຫວ່າງ, ແລະ ໃນພຣະອົງບໍ່ມີຄວາມມືດເລີຍ. 6 ຖ້າເຮົາກ່າວວ່າ ເຮົາຮ່ວມສາມັກຄີທຳກັບພຣະອົງ ແລະ ຍັງດໍາເນີນຊີວິດຢູ່ໃນຄວາມມືດ, ເຮົາກໍກຳລັງເວົ້າຕົວະ ແລະ ບໍ່ໄດ້ດຳເນີນຊີວິດຕາມຄວາມຈິງ. 7 ແຕ່ຖ້າເຮົາດໍາເນີນຊີວິດຢູ່ໃນຄວາມສະຫວ່າງ ເໝືອນດັ່ງ ພຣະອົງທີ່ຊົງສະຖິດໃນຄວາມສະຫວ່າງ, ເຮົາກໍຮ່ວມສາມັກຄີທຳ ຊຶ່ງກັນແລະ ກັນ, ແລະ ພຣະໂລຫິດຂອງພຣະເຢຊູເຈົ້າ ພຣະບຸດຂອງພຣະອົງກໍຊຳລະເຮົາ ຈາກຄວາມຜິດບາບທັງສິ້ນ. 8 ຖ້າເຮົາເວົ້າວ່າເຮົາບໍ່ມີບາບ, ເຮົາກໍຫລອກລວງຕົນເອງ, ແລະ ຄວາມຈິງກໍບໍ່ມີໃນຕົວເຮົາເລີຍ. 9 ແຕ່ຖ້າເຮົາສາລະພາບບາບຂອງເຮົາ, ພຣະອົງຊົງສັດຊື່ ແລະ ທ່ຽງທຳກໍຈະຊົງໂຜດຍົກໂທດຄວາມບາບຂອງເຮົາ ແລະ ຊຳລະເຮົາຈາກການອະທຳໝົດສິ້ນ. 10 ຖ້າເຮົາເວົ້າວ່າເຮົາບໍ່ມີບາບ, ເຮົາກໍເຮັດໃຫ້ພຣະເຈົ້າເປັນຜູ້ຕົວະ, ແລະ ພຣະທຳຂອງພຣະອົງກໍບໍ່ໄດ້ຢູ່ໃນເຮົາ.