ບົດທີ 1

1 ໂປໂລ, ຜູ້ທີ່ຖືກເອີ້ນໂດຍພຣະເຢຊູຄຣິດເຈົ້າໃຫ້ເປັນອັກຄະສາວົກໂດຍພຣະປະສົງຂອງພຣະເຈົ້າ, ແລະ ໂຊສະເຖນນ້ອງຊາຍຂອງພວກເຮົາ, 2 ເຖິງຄຣິສຕະຈັກຂອງພຣະເຈົ້າໃນເມືອງ ໂກຣິນໂທ, ສຳລັບຄົນເຫລົ່ານັ້ນທີ່ໄດ້ອຸທິດຕົນໃນພຣະເຢຊູຄຣິດເຈົ້າ, ຜູ້ທີ່ຖືກເອີ້ນໃຫ້ເປັນໄພ່ພົນບໍຣິສຸດ. ຂ້າພະເຈົ້າຂຽນເຖິງທຸກຄົນໃນທຸກບ່ອນທີ່ເອີ້ນນາມຊື່ຂອງອົງພຣະເຢຊູຄຣິດເຈົ້າ, ວ່າເປັນອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະ ຂອງພວກເຮົາ. 3 ຂໍພຣະຄຸນ ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາ ແລະ ອົງພຣະເຢຊູຄຣິດເຈົ້າເປັນຂອງທ່ານ. 4 ຂ້າພະເຈົ້າຂອບພຣະຄຸນພຣະເຈົ້າ ຂອງຂ້າພະເຈົ້າສະເຫມີສຳລັບທ່ານເພາະພຣະຄຸນຂອງພຣະເຈົ້າທີ່ ພຣະເຢຊູຄຣິດເຈົ້າໄດ້ປະທານໃຫ້ທ່ານ. 5 ພຣະອົງໄດ້ເຮັດໃຫ້ທ່ານມີຄວາມຮັ່ງມີໃນທຸກທາງ, ໃນທຸກຖ້ອຍຄຳ ແລະ ດ້ວຍຄວາມຮູ້ທັງຫມົດ, 6 ເຊັ່ນດຽວກັບຄຳພະຍານກ່ຽວກັບພຣະຄຣິດເຈົ້າທີ່ໄດ້ຮັບການຢືນຢັນວ່າເປັນຄວາມຈິງໃນບັນດາພວກທ່ານ. 7 ສະນັ້ນ ທ່ານບໍ່ຂາດເຂີນຂອງປະທານ ຝ່າຍວິນຍານທີ່ທ່ານໄດ້ລໍຄອຍຢ່າງກະຕືລືລົ້ນຕໍ່ການສຳແດງຂອງພຣະເຢຊູຄຣິດເຈົ້າ. 8 ພຣະອົງຈະເສີມກຳລັງທ່ານຈົນເຖິງທີ່ສຸດ, ເພື່ອທີ່ທ່ານຈະໄດ້ບໍ່ມີທີ່ຕິໃນວັນຂອງອົງພຣະເຢຊູຄຣິດເຈົ້າ. 9 ພຣະເຈົ້າຜູ້ຊົງສັດຊື່, ຜູ້ທີ່ຊົງເອີ້ນທ່ານເຂົ້າສູ່ການມີສາມັກຄີທັມກັບພຣະບຸດຂອງພຣະອົງຄືພຣະເຢຊູຄຣິດເຈົ້າ, ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. 10 ພີ່ນ້ອງທັງຫລາຍບັດນີ້, ຂ້າພະເຈົ້າຂໍຮ້ອງທ່ານດ້ວຍນາມຂອງອົງພຣະເຢຊູຄຣິດເຈົ້າ, ໃຫ້ພວກທ່ານຢູ່ຮ່ວມກັນຢ່າງປອງດອງ, ແລະ ຢ່າມີການແບ່ງແຍກໃນບັນດາພວກທ່ານ. ຂ້າພະເຈົ້າຂໍຮ້ອງໃຫ້ທ່ານຢູ່ຮ່ວມກັນເປັນຈິດຫນື່ງໃຈດຽວກັນ ແລະ ດ້ວຍຈຸດປະສົງດຽວກັນ. 11 ເນື່ອງຈາກຄົນຂອງນາງ ຂະໂລເອ ໄດ້ເວົ້າຈະແຈ້ງກັບຂ້າພະເຈົ້າ, ວ່າມີການແຕກແຍກໃນບັນດາພວກທ່ານ. 12 ຂ້າພະເຈົ້າຫມາຍຄວາມວ່າ: ຕ່າງຄົນຕ່າງເວົ້າ, "ຂ້າພະເຈົ້າຢູ່ຝ່າຍຂອງໂປໂລ," ຫລື "ຂ້າພະເຈົ້າຢູ່ຝ່າຍ ອາໂປໂລ," ຫລື "ຂ້າພະເຈົ້າຢູ່ຝ່າຍເປໂຕ," ຫລື "ຂ້າພະເຈົ້າຢູ່ຝ່າຍພຣະຄຣິດ." 13 ພຣະຄຣິດໄດ້ຖືກແບ່ງແຍກແລ້ວບໍ? ໂປໂລຖືກຄຶງໄວ້ໄມ້ກາງແຂນເພື່ອທ່ານບໍ? ທ່ານໄດ້ຮັບບັບຕິສະມາໃນນາມຂອງໂປໂລບໍ? 14 ຂ້າພະເຈົ້າຂອບພຣະຄຸນພຣະເຈົ້າ ທີ່ຂ້າພະເຈົ້າບໍ່ໄດ້ໃຫ້ບັບຕິສະມາແກ່ທ່ານ, ນອກຈາກກຣີສະໂປ ແລະ ໄຄໂຢ. 15 ຈຸດປະສົງນີ້ ເພື່ອບໍ່ມີໃຜສາມາດເວົ້າໄດ້ວ່າທ່ານໄດ້ຮັບບັບຕິສະມາໃນນາມຂອງຂ້າພະເຈົ້າ. 16 (ຂ້າພະເຈົ້າໄດ້ໃຫ້ບັບຕິສະມາຄົນໃນຄອບຄົວຂອງ ສະເຕຟານາ. ນອກຈາກນັ້ນແລ້ວ, ຂ້າພະເຈົ້າບໍ່ຮູ້ວ່າຂ້າພະເຈົ້າໄດ້ໃຫ້ບັບຕິສະມາຜູ້ໃດອີກ.) 17 ເນື່ອງຈາກ ພຣະຄຣິດບໍ່ໄດ້ສົ່ງຂ້າພະເຈົ້າມາເພື່ອໃຫ້ບັບຕິສະມາ ແຕ່ເພື່ອໃຫ້ປະກາດ ຂ່າວປະເສີດ. ພຣະອົງບໍ່ໄດ້ສົ່ງຂ້າພະເຈົ້າມາເພື່ອໄປປະກາດດ້ວຍຖ້ອຍຄຳ ແຫ່ງປັນຍາຂອງມະນຸດ, ເພື່ອບໍ່ໃຫ້ໄມ້ກາງແຂນຂອງພຣະຄຣິດຖືກເຮັດໃຫ້ຫມົດຣິດເດດ 18 ເນື່ອງຈາກຂໍ້ຄວາມກ່ຽວກັບໄມ້ກາງແຂນນັ້ນ ເປັນເລື່ອງໂງ່ສຳລັບຜູ້ທີ່ກຳລັງຈະຕາຍ. ແຕ່ເປັນຣິດອຳນາດຂອງພຣະເຈົ້າ,ໃນບັນດາຄົນທີ່ກຳລັງຈະໄດ້ຮັບຄວາມພົ້ນ. 19 ເພາະມີຄຳຂຽນໄວ້ວ່າ, “ເຮົາຈະທຳລາຍປັນຍາຂອງຄົນມີປັນຍາ. ເຮົາຈະເຮັດໃຫ້ຄວາມເຂົ້າໃຈຂອງຄົນສະຫລາດບໍ່ມີປະໂຫຍດ." 20 ຄົນມີປັນຍາຢູ່ທີ່ໃດ? ຜູ້ທີ່ຮອບຮູ້ຢູ່ທີ່ໃດ? ນັກໂຕ້ຖຽງຂອງໂລກນີ້ຢູ່ທີ່ໃດ? ພຣະເຈົ້າຈະເຮັດໃຫ້ສະຕິປັນຍາທາງໂລກກາຍເປັນຄວາມໂງ່ບໍ່ແມ່ນບໍ? 21 ເນື່ອງຈາກໂລກໂດຍປັນຍາຂອງຕົນເອງບໍ່ສາມາດຮູ້ຈັກພຣະເຈົ້າໄດ້, ພຣະເຈົ້າພໍພຣະທັຍທີ່ຈະຊ່ວຍຄົນເຫລົ່ານັ້ນທີ່ເຊື່ອໃຫ້ພົ້ນໄດ້ດ້ວຍການເທດສະຫນາໂງ່ ໆ. 22 ພວກຢິວຂໍຫມາຍສຳຄັນ ແລະ ພວກ ກະຣີກຊອກຫາປັນຍາ. 23 ແຕ່ພວກເຮົາປະກາດເລື່ອງ ພຣະຄຣິດຜູ້ທີ່ຖືກຄຶງທີ່ໄມ້ກາງແຂນ, ຊຶ່ງເປັນສິ່ງທີ່ເຮັດໃຫ້ຄົນຢິວສະດຸດ ແລະ ເປັນເລື່ອງໂງ່ ສຳລັບພວກກະຣີກ. 24 ແຕ່ສຳລັບຄົນເຫລົ່ານັ້ນ ທີ່ພຣະຜູ້ເປັນເຈົ້າເອີ້ນ, ທັງພວກຢິວ ແລະ ພວກກະຣີກ, ພວກເຮົາປະກາດເລື່ອງພຣະຄຣິດຜູ້ທີ່ເປັນຣິດອຳນາດ ແລະ ພຣະປັນຍາຂອງພຣະເຈົ້າ. 25 ເພາະສິ່ງທີ່ເບິ່ງຄືວ່າເປັນຄວາມໂງ່ຂອງພຣະເຈົ້າກໍ່ຍັງສະຫລາດກວ່າປັນຍາຂອງມະນຸດ, ແລະສິ່ງທີ່ເບິ່ງຄືວ່າເປັນ ຄວາມອ່ອນແອຂອງພຣະເຈົ້າ ກໍ່ຍັງເຂັ້ມແຂງກວ່າກຳລັງຂອງມະນຸດ. 26 ພີ່ນ້ອງທັງຫລາຍ ຈົ່ງພິຈາຣະນາຕອນທີ່ຊົງເອີ້ນທ່ານ, ມີຄົນຈຳນວນຫນ້ອຍ ທີ່ມີປັນຍາຕາມມາດຕະຖານຂອງມະນຸດ. ມີຫນ້ອຍຄົນທີ່ມີອຳນາດ. ມີຫນ້ອຍຄົນທີ່ເກີດໃນຄອບຄົວທີ່ສູງ. 27 ແຕ່ພຣະເຈົ້າຊົງເລືອກພວກທີ່ໂລກນີ້ຖືວ່າໂງ່ເພື່ອເຮັດໃຫ້ຄົນທີ່ສະຫລາດອັບອາຍ. ພຣະເຈົ້າຊົງເລືອກເອົາພວກທີ່ໂລກນີ້ຖືວ່າອ່ອນແອເພື່ອເຮັດໃຫ້ຄົນທີ່ແຂງແຮງອັບອາຍ. 28 ພຣະເຈົ້າຊົງເລືອກພວກທີ່ຕໍ່າຕ້ອຍ ແລະ ຫນ້າກຽດຊັງໃນໂລກ ພຣະອົງຊົງເລືອກສິ່ງທີ່ເບິ່ງຄືວ່າບໍ່ມີຄ່າ, ເພື່ອເຮັດໃຫ້ສິ່ງທີ່ຖືວ່າມີຄ່ານັ້ນບໍ່ມີປະໂຫຍດ. 29 ພຣະອົງໄດ້ເຮັດສິ່ງນີ້ ເພື່ອວ່າຈະບໍ່ມີໃຜມີເຫດຜົນທີ່ຈະອວດອ້າງຕໍ່ພຣະອົງໄດ້. 30 ເພາະສິ່ງທີ່ພຣະເຈົ້າຊົງເຮັດ, ດຽວນີ້ທ່ານໄດ້ຢູ່ໃນພຣະເຢຊູຄຣິດເຈົ້າ, ຜູ້ທີ່ມາເປັນພຣະປັນຍາຂອງພຣະເຈົ້າເພື່ອພວກເຮົາພຣະອົງຊົງເປັນຄວາມຊອບທັມ, ຄວາມບໍຣິສຸດ ແລະ ການໄຖ່ໂທດຂອງເຮົາທັງຫລາຍ. 31 ເພື່ອເປັນໄປຕາມທີ່ພຣະຄັມພີໄດ້ກ່າວໄວ້ວ່າ, "ໃຫ້ຜູ້ທີ່ສະແດງອອກ ອວດອ້າງພຣະຜູ້ເປັນເຈົ້າ.”