​ບົດ​ທີ 1

1 ໃນປະຖົມະການ, ພຣະເຈົ້າຊົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ. 2 ແຜ່ນດິນນັ້ນບໍ່ມີຮູບຮ່າງ ແລະ ຫວ່າງເປົ່າຢູ່. ຄວາມມືດປົກຄຸມຢູ່ເຫນືອຜິວຫນ້າຂອງບ່ອນເລິກ. ພຣະວິນຍານຂອງພຣະເຈົ້າເຄື່ອນໄຫວຢູ່ເຫນືອຜິວນ້ຳນັ້ນ. 3 ພຣະເຈົ້າກ່າວວ່າ, "ຈົ່ງເກີດຄວາມສະຫວ່າງ," ແລະ ຄວາມສະຫວ່າງກໍເກີດຂຶ້ນ. 4 ພຣະເຈົ້າຊົງເຫັນ, ຄວາມສະຫວ່າງນັ້ນດີ. ພຣະອົງຊົງແຍກຄວາມສະຫວ່າງອອກຈາກຄວາມມືດ. 5 ພຣະເຈົ້າຊົງເອີ້ນຄວາມສະຫວ່າງ "ວັນ," ແລະ ຄວາມມືດນັ້ນພຣະອົງຊົງຮຽກວ່າ "ຄືນ." ນີ້ແມ່ນເວລາແລງ ແລະ ເວລາເຊົ້າ, ເປັນວັນທີຫນຶ່ງ. 6 ພຣະເຈົ້າກ່າວວ່າ, "ຈົ່ງເກີດແຜ່ນຟ້າ, ໃນລະຫວ່າງນໍ້າ, ແລະ ໃຫ້ແຜ່ນດິນແຍກນ້ຳອອກຈາກກັນ." 7 ພຣະເຈົ້າຈຶ່ງຊົງສ້າງແຜ່ນຟ້າ ແລະ ໄດ້ແຍກນ້ຳອອກຈາກກັນຄື ນ້ຳທີ່ຢູ່ລຸ່ມແຜ່ນຟ້າ ແຍກນ້ຳອອກຈາກນ້ຳທີ່ຢູ່ເທິງແຜ່ນຟ້າ. ແລ້ວກໍເປັນດັ່ງນັ້ນ. 8 ພຣະເຈົ້າຊົງຮຽກແຜ່ນຟ້ານັ້ນວ່າ "ທ້ອງຟ້າ." ມີເວລາຄໍ່າ, ແລະ ເວລາເຊົ້າ, ນັ້ນເປັນມື້ທີສອງ. 9 ພຣະເຈົ້າຊົງກ່າວວ່າ, "ໃຫ້ນ້ຳທີ່ຢູ່ໃຕ້ຟ້າລວມຢູ່ໃນທີ່ດຽວກັນ, ແລະ ໃຫ້ພື້ນດິນແຫ້ງປາກົດຂຶ້ນ." ກໍເປັນຢ່າງນັ້ນ. 10 ພຣະເຈົ້າຊົງເອີ້ນພື້ນດິນແຫ້ງວ່າ, "ແຜ່ນດິນ," ແລະ ນ້ຳທີ່ລວມກັນນັ້ນພຣະອົງຊົງເອີ້ນວ່າ "ທະເລ." ພຣະອົງຊົງເຫັນວ່າດີ. 11 ພຣະເຈົ້າກ່າວວ່າ, "ໃຫ້ແຜ່ນດິນເກີດພືດທຸກຊະນິດ: ທັງແນວເປັນເມັດ ແລະ ແນວເປັນຫມາກຕາມຊະນິດຂອງມັນ." ກໍເປັນຢ່າງນັ້ນ. 12 ແຜ່ນດິນໂລກກໍໃຫ້ເກີດ ພືດຕ່າງໆທີ່ໃຫ້ເມັດຕາມຊະນິດຂອງມັນ, ແລະ ຕົ້ນໄມ້ທັງຫລາຍທີ່ມີຜົນ, ທີ່ມີເມັດຢູ່ໃນຫມາກຕາມຊະນິດຂອງມັນ. ພຣະເຈົ້າຊົງເຫັນວ່າດີ. 13 ມີເວລາຄ່ຳ ແລະ ມີເວລາເຊົ້າ, ເປັນມື້ທີສາມ. 14 ພຣະເຈົ້າກ່າວວ່າ, "ຈົ່ງມີດວງຈັນໃນທ້ອງຟ້າ ເພື່ອແຍກກາງເວັນອອກຈາກກາງຄືນ ແລະ ໃຫ້ພວກມັນເປັນສັນຍາລັກ, ສຳລັບລະດູຕ່າງໆ, ສຳລັບວັນຕ່າງໆ ແລະປີທັງຫລາຍ. 15 ໃຫ້ມັນທັງຫລາຍກາຍເປັນດວງສະຫວ່າງໃນທ້ອງຟ້າເພື່ອທີ່ຈະໃຫ້ແສງສະຫວ່າງເຫນືອແຜ່ນດິນ." ກໍເປັນຢ່າງນັ້ນ. 16 ພຣະເຈົ້າຊົງສ້າງດວງແຈ້ງໃຫຍ່ສອງດວງຄື, ດວງຕາເວັນໃຫ້ຄອບຄອງກາງເວັນ, ແລະດວງຈັນໃຫ້ຄອບຄອງກາງຄືນ. ພຣະອົງຊົງສ້າງດວງດາວຕ່າງໆດ້ວຍ, 17 ພຣະເຈົ້າຊົງຕັ້ງມັນທັງຫລາຍໄວ້ໃນທ້ອງຟ້າເພື່ອສ່ອງສະຫວ່າງເຫນືອແຜ່ນດິນ, 18 ເພື່ອທີ່ຈະຄອບຄອງກາງເວັນແລະ ກາງຄືນ, ແລະ ເພື່ອທີ່ຈະແຍກຄວາມສະຫວ່າງອອກຈາກຄວາມມືດ. ພຣະເຈົ້າຊົງເຫັນວ່າດີ. 19 ມີເວລາຄ່ຳ ແລະ ເວລາເຊົ້າ, ເປັນວັນທີສີ່. 20 ພຣະເຈົ້າກ່າວວ່າ, "ໃນນ້ຳຈົ່ງເຕັມໄປດ້ວຍສິ່ງມີຊີວິດຈຳນວນຫລາຍ, ແລະ ໃຫ້ນົກທັງຫລາຍບິນເຫນືອແຜ່ນດິນໂລກໃນພາກພື້ນແຫ່ງທ້ອງຟ້າ." 21 ພຣະເຈົ້າຊົງສ້າງສັດທະເລຂະຫນາດໃຫຍ່, ຕາມຊະນິດຂອງພວກມັນເຊັ່ນດຽວກັນກັບສິ່ງມີຊີວິດທັງຫລາຍ, ສິ່ງມີຊີວິດທີ່ເຄື່ອນໄຫວ ແລະ ຢູ່ໃນນ້ຳທຸກແຫ່ງ, ແລະ ນົກທີ່ບິນທັງຫລາຍຕາມຊະນິດຂອງພວກມັນ. ພຣະເຈົ້າຊົງເຫັນວ່າດີ. 22 ພຣະເຈົ້າຊົງອວຍພອນພວກມັນ, ທັງຫລາຍກ່າວວ່າ, "ຈົ່ງແຜ່ພັນ, ແລະ ທະວີຄູນຫລາຍຂຶ້ນ, ແລະ ໃຫ້ມີເຕັມໃນນ້ຳໃນທະເລ. ໃຫ້ນົກທັງຫລາຍທະວີຫລາຍຂຶ້ນເທິງແຜ່ນດິນ." 23 ມີເວລາຄ່ຳ ແລະ ມີເວລາເຊົ້າ, ເປັນມື້ທີຫ້າ. 24 ພຣະເຈົ້າກ່າວວ່າ, "ໃຫ້ແຜ່ນດິນເກີດສັດທີ່ມີຊີວິດ, ແຕ່ລະຢ່າງຕາມຊະນິດຂອງພວກມັນ, ຄືສັດລ້ຽງ, ສັດເລືອຄານ, ແລະ ສັດປ່າຂອງແຜ່ນດິນໂລກ, ແຕ່ລະຢ່າງຕາມຊະນິດຂອງມັນ." ກໍເປັນຢ່າງນັ້ນ. 25 ພຣະເຈົ້າໄດ້ຊົງສ້າງສັດປ່າຕາມຊະນິດຂອງມັນ, ສັດລ້ຽງຕາມຊະນິດຂອງມັນ, ແລະ ທຸກສິ່ງທີ່ເລືອຄານເທິງພື້ນດິນຕາມຊະນິດຂອງພວກມັນ. ພຣະອົງຊົງເຫັນວ່າດີ. 26 ພຣະເຈົ້າກ່າວວ່າ, "ໃຫ້ເຮົາສ້າງມະນຸດຕາມແບບຢ່າງຂອງເຮົາ, ຕາມລັກສະນະຂອງເຮົາ. ໃຫ້ພວກເຂົາຄອບຄອງຝູງປາຂອງທະເລ, ຝູງນົກຂອງທ້ອງຟ້າ, ຝູງສັດລ້ຽງເຫນືອແຜ່ນດິນທັງຫມົດ, ແລະ ຄອບຄອງສັດເລືອຄານທຸກຊະນິດທີ່ເຄື່ອນໄຫວເທິງແຜ່ນດິນໂລກ." 27 ພຣະເຈົ້າຊົງສ້າງມະນຸດຕາມແບບຢ່າງຂອງພຣະອົງ. ຕາມແບບຢ່າງຂອງພຣະເຈົ້າ. ພຣະອົງຊົງສ້າງພວກເຂົາເປັນຊາຍ ແລະຍິງ. 28 ພຣະເຈົ້າຊົງອວຍພອນພວກເຂົາ, ແລະກ່າວກັບພວກເຂົາວ່າ, "ຈົ່ງແຜ່ພັນ, ແລະຂະຫຍາຍຫລາຍຂຶ້ນຈົນເຕັມແຜ່ນດິນ, ຈົ່ງຄອບຄອງຝູງປາໃນທະເລ, ຄອບຄອງຝູງນົກໃນທ້ອງຟ້າ, ແລະ ສິ່ງທີ່ມີຊີວິດທຸກຢ່າງທີ່ເຄື່ອນໄຫວເທິງແຜ່ນດິນ." 29 ພຣະເຈົ້າກ່າວວ່າ, "ເບິ່ງແມ, ເຮົາໄດ້ໃຫ້ພືດທຸກຊະນິດທີ່ມີເມັດຢູ່ເທິງພື້ນຂອງແຜ່ນດິນທັງຫມົດ, ແລະ ຕົ້ນໄມ້ທຸກຕົ້ນທີ່ໃຫ້ຫມາກຊຶ່ງມີເມັດຢູ່ຂ້າງໃນໃຫ້ເປັນອາຫານຂອງພວກເຈົ້າ. 30 ພວກສັດທຸກຕົວຂອງແຜ່ນດິນ, ນົກທຸກຕົວຂອງທ້ອງຟ້າ, ແລະ ສິ່ງທີ່ມີຊີວິດທຸກຊະນິດທີ່ເລືອຄານເທິງແຜ່ນດິນ, ແລະ ທຸກສິ່ງຊຶ່ງຊົງສ້າງທີ່ມີລົມຫາຍໃຈ ເຮົາໃຫ້ພືດສີຂຽວທຸກຢ່າງເປັນອາຫານ." ກໍເປັນຢ່າງນັ້ນ. 31 ພຣະເຈົ້າຊົງເຫັນທຸກສິ່ງທີ່ພຣະອົງຊົງສ້າງ. ເບິ່ງແມ, ມັນດີຫລາຍ. ມີເວລາຄ່ຳ ແລະ ເວລາເຊົ້າເປັນມື້ທີຫົກ.