Genesis 1

Genesis 1:1

ໃນປະຖົມມະການ, ພຣະເຈົ້າຊົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ

"ນີ້ແມ່ນກ່ຽວກັບວິທີທີ່ພຣະເຈົ້າໄດ້ສ້າງສະຫວັນ ແລະແຜ່ນດິນໂລກໃນຕອນເລີ່ມຕົ້ນ." ບົດຄວາມນີ້ແມ່ນການສະຫລູບສ່ວນທີ່ເຫລືອທັງຫມົດຂອງພຣະຄຳ. ບາງພາສາແປວ່າ "ດົນນານມາແລ້ວພຣະເຈົ້າໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ." ຊຶ່ງເຮົາຕີຄວາມຫມາຍໄດ້ວ່າມັນໄດ້ເກີດຂື້ນແທ້ ແລະ ບໍ່ແມ່ນພຽງແຕ່ເລື່ອງເລົ່າຂອງຊາວບ້ານເທົ່ານັ້ນ.

ໃນປະຖົມມະການ

ນີ້ຫມາຍເຖີງຕອນເລີ່ມຕົ້ນຂອງໂລກ ແລະ ທຸກສິ່ງໃນໂລກ.

ຟ້າສະຫວັນ ແລະ ແຜ່ນດິນໂລກ

"ທ້ອງຟ້າ, ແຜ່ນດິນໂລກ, ແລະ ທຸກສິ່ງໃນໂລກ"

ຟ້າສະຫວັນ

ໃນບົດນີ້ແມ່ນຫມາຍເຖີງທ້ອງຟ້າ

ບໍ່ມີຮູບຮ່າງ ແລະ ຫວ່າງເປົ່າຢູ່

ພຣະເຈົ້າຍັງບໍ່ໄດ້ຈັດວາງໂລກໄວ້ໃຫ້ເປັນລະບຽບເທື່ອ.

ເລິກ

"ນໍ້າ" ຫລື "ນໍ້າເລິກ" ຫລື "ນໍ້າທີ່ກວ້າງໃຫຍ່"

ນໍ້າ

"ນໍ້າ" ຫລື "ຫນ້ານໍ້າ"

Genesis 1:3

ຈົ່ງເກີດຄວາມສະຫວ່າງ

ນີ້ແມ່ນຄຳສັ່ງ. ໂດຍບັນຊາວ່າຈົ່ງມີຄວາມສະຫວ່າງ, ພຣະເຈົ້າໄດ້ເຮັດໃຫ້ມັນມີຢູ່. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-imperative)

ພຣະເຈົ້າຊົງເຫັນ, ຄວາມສະຫວ່າງນັ້ນດີ

"ພຣະເຈົ້າຊົງເຫັນຄວາມສະຫວ່າງນັ້ນເປັນທີ່ພໍພຣະໄທ." "ດີ" ໃນນີ້ແມ່ນຫມາຍເຖີງ "ພໍພຣະໄທ" ຫລື "ເຫມາະສົມ."

ຊົງແຍກຄວາມສະຫວ່າງອອກຈາກຄວາມມືດ

"ຊົງແຍກຄວາມສະຫວ່າງອອກຈາກຄວາມມືດ" ຫລື "ເຮັດໃຫ້ຄວາມສະຫວ່າງຢູ່ອີກເວລາຫນຶ່ງ ແລະ ຄວາມມືດຢູ່ອີກເວລາຫນຶ່ງ." ນີ້ຫມາຍເຖີງການຊົງສ້າງກາງເວັນ ແລະ ກາງຄືນ.

ນີ້ແມ່ນເວລາແລງ ແລະ ເວລາເຊົ້າ, ເປັນວັນທີຫນຶ່ງ

ພຣະເຈົ້າຊົງເຮັດສິ່ງນີ້ໃນມື້ທຳອິດທີ່ມີຈັກກະວານ.

ເວລາແລງ ແລະ ເວລາເຊົ້າ

ນີ້ຫມາຍເຖິງຫມົດມື້. ນັກຂຽນເວົ້າເຖີງເວລາຫມົດມື້ຄືກັບວ່າພວກມັນແບ່ງອອກເປັນສອງສ່ວນ. ໃນວັດທະນະທຳຢິວ, ມື້ຫນຶ່ງເລີ່ມຕົ້ນເມື່ອຕາເວັນຕົກດິນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-merism)

Genesis 1:6

ຈົ່ງເກີດແຜ່ນຟ້າ .......ແຍກນ້ຳອອກຈາກກັນ

ນີ້ແມ່ນຄຳສັ່ງ. ໂດຍການບັນຊາວ່າໃຫ້ແຜ່ນຟ້າມີການແຍກອອກ ແລະ ໃຫ້ແບ່ງແຍກນໍ້າ, ພຣະເຈົ້າໄດ້ສ້າງແຜ່ນດິນ ແລະ ແຍກນໍ້າອອກ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-imperative)

ແຜ່ນຟ້າ

"ພື້ນທີ່ຫວ່າງໃຫຍ່." ຄົນຢິວຄິດເຖິງພື້ນທີ່ນີ້ວ່າເປັນຮູບຊົງຄ້າຍຄືກັບຢູ່ພາຍໃນໂດມ ຫລື ພາຍໃນຂອງຊາມ ທີ່ຄວໍ້າຫນ້າລົງ.

ໃນລະຫວ່າງນໍ້າ

"ໃນນໍ້າ"

ພຣະເຈົ້າຈຶ່ງຊົງສ້າງແຜ່ນຟ້າ ແລະ ໄດ້ແຍກນ້ຳອອກຈາກກັນ

"ໃນວິທີການນີ້, ພຣະເຈົ້າໄດ້ສ້າງທ້ອງຟ້າ ແລະ ແບ່ງແຍກນໍ້າອອກຈາກກັນ." ເມື່ອພຣະເຈົ້າໄດ້ກ່າວ, ແລ້ວກໍເປັນດັ່ງນັ້ນ. ປະໂຫຍກນີ້ອະທິບາຍກ່ຽວກັບສິ່ງທີ່ພະເຈົ້າໄດ້ເຮັດໃນເວລາທີ່ພຣະອົງໄດ້ກ່າວ.

ກໍເປັນດັ່ງນັ້ນ

"ມັນກໍ່ເປັນດັ່ງນັ້ນ" ຫລື "ນັ້ນແມ່ນສິ່ງທີ່ເກີດຂຶ້ນ." ສິ່ງທີ່ພະເຈົ້າສັ່ງ ກໍ່ໄດ້ເກີດຂຶ້ນຕາມທີ່ພຣະອົງຊົງກ່າວ. ປະໂຫຍກນີ້ປາກົດຢູ່ທົ່ວບົດ ແລະ ມີຄວາມຫມາຍດຽວກັນຢູ່ທຸກບ່ອນທີ່ມັນປາກົດ.

ມີເວລາຄໍ່າ, ແລະ ເວລາເຊົ້າ

ນີ້ຫມາຍເຖິງຫມົດມື້. ນັກຂຽນເວົ້າເຖີງເວລາຫມົດມື້ຄືກັບວ່າມັນຖືກແບ່ງອອກເປັນສອງສ່ວນ. ໃນວັດທະນະທຳຢິວ, ມື້ຫນຶ່ງເລີ່ມຕົ້ນເມື່ອຕາເວັນຕົກດິນ. ເບິ່ງວິທີທີ່ທ່ານຄວນແປຂໍ້ນີ້ໃນ 1: 3. (ເບິ່ງເພີ່ມເຕີມ: Merism)

ເປັນມື້ທີສອງ.

ນີ້ຫມາຍເຖິງມື້ທີສອງທີ່ຈັກກະວານມີຢູ່. ເບິ່ງວິທີທີ່ທ່ານແປ "ມື້ທຳອິດ" ໃນຂໍ້ 1: 3 ແລະ ຕັດສິນໃຈວ່າທ່ານຄວນແປແບບນີ້ຄືກັນບໍ.

Genesis 1:9

ໃຫ້ນ້ຳ...ລວມຢູ່ໃນທີ່ດຽວກັນ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ນີ້ແມ່ນຄຳສັ່ງ. ໂດຍບັນຊາວ່າໃຫ້ນໍ້າມາເຕົ້າໂຮມກັນ, ພຣະເຈົ້າໄດ້ເຮັດໃຫ້ພວກມັນໂຮມເຂົ້າກັນ. ອາດແປໄດ້ອີກວ່າ: "ຈົ່ງໃຫ້ນໍ້າ ... ເຂົ້າມາລວມກັນ" ຫລື "ຈົ່ງໃຫ້ນໍ້າ... ມາເຕົ້າໂຮມກັນ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive ແລະ /WA-Catalog/lo_tm?section=translate#figs-imperative)

ໃຫ້ພື້ນດິນແຫ້ງປາກົດຂຶ້ນ

ນໍ້າໄດ້ປົກຄຸມແຜ່ນດິນ. ບັດນີ້ນໍ້າກໍ່ໄດ້ຍ້າຍໄປ ແລະ ປະກົດບາງສ່ວນຂອງພື້ນທີ່ດິນ. ນີ້ແມ່ນຄຳສັ່ງ. ໂດຍການບັນຊາວ່າໃຫ້ມີດິນແຫ້ງປາກົດຂື້ນ, ພຣະເຈົ້າໄດ້ເຮັດໃຫ້ມັນປະກົດຂື້ນ. ອາດແປໄດ້ອີກວ່າ: "ຈົ່ງໃຫ້ດິນແຫ້ງປະກົດຂື້ນມາ" ຫລື "ຈົ່ງໃຫ້ດິນແຫ້ງກາຍເປັນທີ່ເບິ່ງເຫັນ" ຫລື "ຈົ່ງໃຫ້ພື້ນທີ່ດິນຖືກຄົ້ນພົບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-imperative)

ພື້ນດິນແຫ້ງ

ນີ້ຫມາຍເຖີງພື້ນດິນທີ່ບໍ່ຖືກປົກຄຸມດ້ວຍນໍ້າ. ມັນບໍ່ໄດ້ຫມາຍເຖີງພື້ນດິນທີ່ແຫ້ງເກີນທີ່ຈະປູກຝັງໄດ້.

ກໍເປັນດັ່ງນັ້ນ

"ມັນກໍ່ເປັນດັ່ງນັ້ນ" ຫລື "ນັ້ນແມ່ນສິ່ງທີ່ເກີດຂື້ນ." ສິ່ງທີ່ພຣະເຈົ້າສັ່ງ ກໍ່ໄດ້ເກີດຂຶ້ນຕາມທີ່ພຣະອົງຊົງກ່າວ. ປະໂຫຍກນີ້ປາກົດຢູ່ທົ່ວບົດ ແລະ ມີຄວາມຫມາຍດຽວກັນຢູ່ທຸກບ່ອນທີ່ມັນປາກົດ. ແປດັ່ງກ່າວນີ້ແມ່ນຄືກັນກັບໃນຂໍ້ 1:6.

ແຜ່ນດິນ

"ດິນ" ຫລື "ພື້ນດິນ"

ພຣະອົງຊົງເຫັນວ່າດີ

ໃນນີ້ເບິ່ງວິທີທີ່ທ່ານຄວນແປຂໍ້ນີ້ໃນ1:3.

Genesis 1:11

ໃຫ້ແຜ່ນດິນເກີດພືດທຸກຊະນິດ

ນີ້ແມ່ນຄຳສັ່ງ. ໂດຍການບັນຊາວ່າແຜ່ນດິນໂລກກໍໃຫ້ເກີດ ພືດຕ່າງໆ, ພຣະເຈົ້າໄດ້ເຮັດໃຫ້ມັນເຕີບໃຫຍ່ຂື້ນ. ອາດແປໄດ້ອີກວ່າ: "ຈົ່ງໃຫ້ພືດເກີດຂື້ນເທີງແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-imperative)

ໃຫ້ແຜ່ນດິນເກີດພືດທຸກຊະນິດ: ທັງແນວເປັນເມັດ ແລະ ແນວເປັນຫມາກຕາມຊະນິດຂອງມັນ

"ໃຫ້ແຜ່ນດິນເກີດພືດທຸກຊະນິດ: ທັງແນວເປັນເມັດ ແລະ ແນວເປັນຫມາກຕາມຊະນິດຂອງມັນ." ຫລື "ພືດທັງຫລາຍ. ຈົ່ງໃຫ້ພືດທັງຫລາຍເກີດເປັນເມັດ ແລະ ຕົ້ນໄມ້ທັງຫລາຍໃຫ້ເກີດຫມາກ." "ຄຳວ່າພືດທີ່ຖືກໃຊ້ຢູ່ນີ້ເປັນຄຳສັບທົ່ວໄປເຊິ່ງລວມມີພືດ ແລະ ຕົ້ນໄມ້ທຸກຊະນິດ.

ພືດ

ນີ້ແມ່ນບັນດາປະເພດຜັກທີ່ມີລຳຕົ້ນອ່ອນ, ຫລືພືດທີ່ມີລຳຕົ້ນເປັນໄມ້ແຂງ.

ຕົ້ນໄມ້ທັງຫລາຍທີ່ມີຜົນທີ່ມີເມັດຢູ່ໃຫ້ເກີດຫມາກຕາມຊະນິດຂອງມັນ

"ຕົ້ນໄມ້ທັງຫລາຍທີ່ເກີດຜົນ ທີ່ມີເມັດຢູ່ໃນພວກມັນ"

ແນວເປັນຫມາກຕາມຊະນິດຂອງມັນ

ເມັດຈະເກີດເປັນພືດ ແລະ ຕົ້ນໄມ້ຕາມແກ່ນພືດນັ້ນໆທີ່ມັນມາຈາກ. ດ້ວຍວິທີນີ້, ຕົ້ນໄມ້ ແລະ ຕົ້ນໄມ້ຈະ "ຜະລິດດ້ວຍຕົວຂອງມັນເອງ.”

ກໍເປັນດັ່ງນັ້ນ

"ມັນກໍ່ເປັນດັ່ງນັ້ນ" ຫລື "ນັ້ນແມ່ນສິ່ງທີ່ເກີດຂື້ນ." ສິ່ງທີ່ພຣະເຈົ້າສັ່ງກໍ່ໄດ້ເກີດຂຶ້ນຕາມທີ່ພຣະອົງຊົງກ່າວ. ປະໂຫຍກນີ້ປາກົດຢູ່ທົ່ວບົດ ແລະ ມີຄວາມຫມາຍດຽວກັນຢູ່ທຸກບ່ອນທີ່ມັນປາກົດ. ການແປນີ້ແມ່ນຄືກັນກັບຢູ່ໃນຂໍ້ 1:6

ພຣະອົງຊົງເຫັນວ່າມັນດີ

ໃນນີ້ຄຳວ່າ "ມັນ" ຫມາຍເຖີງຜັກ, ພືດ, ແລະຕົ້ນໄມ້. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ1:9.

ເວລາຄ່ຳ ແລະ ເວລາເຊົ້າ

ນີ້ຫມາຍເຖິງຫມົດມື້. ນັກຂຽນເວົ້າເຖີງເວລາຫມົດມື້ຄືກັບວ່າມັນຖືກແບ່ງອອກເປັນສອງສ່ວນ. ໃນວັດທະນະທຳຢິວ, ມື້ຫນຶ່ງເລີ່ມຕົ້ນເມື່ອຕາເວັນຕົກດິນ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1: 3. (ເບິ່ງເພີ່ມເຕີມ: Merism)

ເປັນມື້ທີສາມ

ນີ້ຫມາຍເຖິງມື້ທີສອງທີ່ຈັກກະວານມີຢູ່. ເບິ່ງວິທີທີ່ທ່ານແປ "ມື້ທຳອິດ" ໃນຂໍ້ 1: 3 ແລະ ຕັດສິນໃຈວ່າທ່ານຄວນແປແບບນີ້ຄືກັນບໍ.

Genesis 1:14

ຈົ່ງມີດວງສະຫວ່າງໃນທ້ອງຟ້າ

ນີ້ແມ່ນຄຳສັ່ງ. ໂດຍການບັນຊາວ່າເກີດມີດວງສະຫວ່າງ, ພຣະເຈົ້າໄດ້ເຮັດໃຫ້ມັນເກີດມີຈິງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-imperative)

ສະຫວ່າງໃນທ້ອງຟ້າ

"ສິ່ງທີ່ສ່ອງແສງໃນທ້ອງຟ້າ" ຫລື "ສິ່ງທີ່ໃຫ້ແສງສະຫວ່າງໃນທ້ອງຟ້າ." ສິ່ງນີ້ຫມາຍ ເຖິງດວງອາທິດ, ດວງເດືອນ ແລະ ດວງດາວ.

ໃນທ້ອງຟ້າ

"ໃນຄວາມວ່າງເປົ່າຂອງທ້ອງຟ້າ" ຫລື "ໃນພື້ນທີ່ກວ້າງໃຫຍ່ຂອງທ້ອງຟ້າ"

ແຍກກາງເວັນອອກຈາກກາງຄືນ

"ເພື່ອແຍກກາງເວັນອອກຈາກກາງຄືນ." ນີ້ຫມາຍເຖີງ "ເພື່ອຊ່ວຍພວກເຮົາບອກໄດ້ເຖີງຄວາມແຕກຕ່າງລະຫວ່າງກາງເວັນ ແລະ ກາງຄືນ." ດວງຕາເວັນຫມາຍເຖີງກາງເວັນ, ແລະ ດວງເດືອນ ແລະ ດາວທັງຫລາຍຫມາຍເຖີງກາງຄືນ.

ໃຫ້ພວກມັນເປັນສັນຍາລັກ

ນີ້ແມ່ນຄຳສັ່ງ. ໂດຍການບັນຊາວ່າໃຫ້ພວກມັນເປັນສັນຍາລັກ, ພຣະເຈົ້າໄດ້ເຮັດໃຫ້ມັນເປັນສັນຍາລັກ. ອາດແປໄດ້ອີກວ່າ: "ຈົ່ງໃຫ້ພວກມັນມີຫນ້າທີ່ເປັນສັນຍາລັກ" ຫລື "ໃຫ້ພວກມັນສະແດງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-imperative)

ສັນຍາລັກ

ນີ້ຫມາຍເຖີງບາງສິ່ງບາງຢ່າງທີ່ສະແດງອອກ ຫລື ຊີ້ໃຫ້ເຫັນບາງສິ່ງບາງຢ່າງ.

ສຳລັບລະດູຕ່າງ

"ລະດູຕ່າງໆ" ຫມາຍເຖິງຊ່ວງເວລາທີ່ຈັດໄວ້ເພື່ອຈັດງານເທດສະການຕ່າງໆ ແລະ ສິ່ງອື່ນໆ ທີ່ຄົນເຮັດ.

ສຳລັບລະດູຕ່າງໆ, ສຳລັບວັນຕ່າງໆ ແລະປີທັງຫລາຍ

ດວງອາທິດ, ດວງເດືອນ ແລະ ດວງດາວສະແດງເວລາທີ່ຜ່ານໄປ. ສິ່ງນີ້ຊ່ວຍໃຫ້ພວກເຮົາຮູ້ວ່າ ມັນຮອດເວລາສຳລັບເຫດການ ທີ່ເກີດຂື້ນໃນແຕ່ລະອາທິດ, ເດືອນ, ຫລື ປີ.

ໃຫ້ມັນທັງຫລາຍກາຍເປັນດວງສະຫວ່າງໃນທ້ອງຟ້າ ເພື່ອທີ່ຈະໃຫ້ແສງສະຫວ່າງເຫນືອແຜ່ນດິນ

ນີ້ແມ່ນຄຳສັ່ງ. ໂດຍການບັນຊາໃຫ້ພວກມັນຊ່ອງສະຫວ່າງວ່າເກີດມີດວງສະຫວ່າງ, ພຣະເຈົ້າໄດ້ເຮັດໃຫ້ເກີດມີແສງສະຫວ່າງແກ່ໂລກ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-imperative)

ໃຫ້ແສງສະຫວ່າງເຫນືອແຜ່ນດິນ

"ເຮັດໃຫ້ມີແສງສະຫວ່າງສ່ອງເທິງໂລກ" ຫລື "ເຮັດໃຫ້ໂລກສົດໃສ." ແຜ່ນດິນໂລກບໍ່ໄດ້ສ່ອງແສງຕົນເອງແຕ່ ວ່າມັນຖືກສະຫວ່າງ ແລະ ສະທ້ອນແສງສະຫວ່າງ.

ກໍເປັນດັ່ງນັ້ນ

"ມັນກໍ່ເປັນດັ່ງນັ້ນ" ຫລື "ນັ້ນແມ່ນສິ່ງທີ່ເກີດຂື້ນ." ສິ່ງທີ່ພະເຈົ້າສັ່ງ ກໍ່ໄດ້ເກີດຂຶ້ນຕາມທີ່ພຣະອົງຊົງກ່າວ. ປະໂຫຍກນີ້ປາກົດຢູ່ທົ່ວບົດ ແລະ ມີຄວາມຫມາຍດຽວກັນຢູ່ທຸກບ່ອນທີ່ມັນປາກົດ. ເບິ່ງທ່ານແປຂໍ້ນີ້ຢູ່ໃນ 1:6

Genesis 1:16

ພຣະເຈົ້າຊົງສ້າງດວງແຈ້ງໃຫຍ່ສອງດວງ

"ດ້ວຍວິທີພຣະເຈົ້າຊົງສ້າງດວງແຈ້ງໃຫຍ່ສອງດວງ." ໃນປະໂຫຍກນີ້ໄດ້ອະທິບາຍສິ່ງທີ່ພຣະເຈົ້າໄດ້ເຮັດເມື່ອພຣະອົງຊົງກ່າວ.

ດວງແຈ້ງໃຫຍ່ສອງດວງ

"ດວງແຈ້ງໃຫຍ່ສອງດວງ" ຫລື "ດວງແຈ້ງສະຫວ່າງສອງດວງ." ດວງແຈ້ງໃຫຍ່ສອງດວງນີ້ໄດ້ແກ່ດວງຕາເວັນ ແລະ ດວງເດືອນ.

ຄອບຄອງກາງເວັນ

"ເພື່ອໃຫ້ຄວບຄຸມກາງເວັນເຫມືອນດັງຜູ້ປົກຄອງໄດ້ຄວບຄຸມກຸ່ມຄົນໃດຫນຶ່ງ" ຫລື "ເພື່ອເປັນເຄື່ອງຫມາຍເວລາຕອນກາງເວັນ." (ເບິ່ງເພີ່ມເຕີມ : /WA-Catalog/lo_tm?section=translate#figs-personification)

ກາງເວັນ

ນີ້ແມ່ນຫມາຍເຖີງຊ່ວງເວລາກາງເວັນເທົ່ານັ້ນ

ດວງແຈ້ງທີ່ຫນ້ອຍກວ່າ

"ແສງສະຫວ່າງທີ່ຫນ້ອຍກວ່າ" ຫລື "ແສງສະຫວ່າງທີ່ເບົາກວ່າ"

ໃນທ້ອງຟ້າ

"ໃນສະຫວັນ" ຫລື "ໃນບ່ອນເປີດໂລ່ງຂອງທ້ອງຟ້າ"

ເພື່ອແຍກຄວາມສະຫວ່າງອອກຈາກຄວາມມືດ

"ເພື່ອແຍກຄວາມແສງສະຫວ່າງອອກຈາກຄວາມມືດ" ຫລື "ເຮັດໃຫ້ມັນສະຫວ່າງໃນເວລາຫນຶ່ງ ແລະ ຄວາມມືດອີກເວລາອື່ນ." ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1: 3.

ພຣະເຈົ້າຊົງເຫັນວ່າດີ

ຢູ່ທີ່ນີ້ "ມັນ" ຫມາຍເຖິງດວງອາທິດ, ດວງເດືອນ ແລະ ດວງດາວ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ1: 3.

ເວລາຄ່ຳ ແລະ ເວລາເຊົ້າ

ນີ້ຫມາຍເຖິງຫມົດມື້. ນັກຂຽນເວົ້າເຖີງເວລາຫມົດມື້ຄືກັບວ່າມັນຖືກແບ່ງອອກເປັນສອງສ່ວນ. ໃນວັດທະນະທຳຢິວ, ມື້ຫນຶ່ງເລີ່ມຕົ້ນເມື່ອຕາເວັນຕົກດິນ. ເບິ່ງວິທີທີ່ທ່ານຄວນແປຂໍ້ນີ້ໃນ 1: 3. (ເບິ່ງເພີ່ມເຕີມ: Merism)

ເປັນວັນທີສີ່

ນີ້ຫມາຍເຖິງມື້ທີສີ່ທີ່ຈັກກະວານມີຢູ່. ເບິ່ງວິທີທີ່ທ່ານແປ "ມື້ທຳອິດ" ໃນຂໍ້ 1: 3 ແລະ ຕັດສິນໃຈວ່າທ່ານຄວນແປແບບນີ້ຄືກັນບໍ.

Genesis 1:20

ໃນນ້ຳຈົ່ງເຕັມໄປດ້ວຍສິ່ງມີຊີວິດຈຳນວນຫລາຍ

ນີ້ແມ່ນຄຳສັ່ງ. ໂດຍການບັນຊາວ່າສິ່ງມີຊີວິດຄວນເຕັມໃນນໍ້າ, ພຣະເຈົ້າໄດ້ສ້າງພວກມັນໃຫ້ມີຊີວິດ. ບາງພາສາອາດຈະມີຄຳຫນຶ່ງປະໂຫຍກ ຊຶ່ງຫມາຍເຖິງປາ ແລະ ສັດທະເລທຸກປະເພດ. ອາດແປໄດ້ອີກວ່າ: "ຈົ່ງໃຫ້ນໍ້າເຕັມໄປດ້ວຍສິ່ງມີຊີວິດຫຼາຍໆຢ່າງ" ຫລື "ຈົ່ງໃຫ້ສັດຈຳນວນຫລາຍລອຍໄປມາຢູ່ໃນມະຫາສະຫມຸດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-imperative)

ໃຫ້ນົກທັງຫລາຍບິນ

ນີ້ແມ່ນຄຳສັ່ງ. ໂດຍການບັນຊາໃຫ້ນົກບິນໄປມາ, ພຣະເຈົ້າໄດ້ເຮັດໃຫ້ພວກມັນສາມາດບິນໄດ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-imperative)

ນົກ

"ສັດທີ່ສາມາດບິນໄດ້" ຫລື "ສິ່ງທີ່ບິນ"

ໃນພາກພື້ນແຫ່ງທ້ອງຟ້າ

"ທີ່ໂລ່ງຂອງທ້ອງຟ້າ" ຫລື "ທ້ອງຟ້າ"

ພຣະເຈົ້າຊົງສ້າງ

"ໃນວິທີນີ້ທີ່ພຣະເຈົ້າໄດ້ສ້າງ"

ສັດທະເລຂະຫນາດໃຫຍ່

"ສັດທະເລຂະຫນາດໃຫຍ່ ທີ່ອາໃສຢູ່ທະເລ"

ຕາມຊະນິດຂອງພວກມັນ

ສິ່ງມີຊີວິດດຽວກັນກັບ “ຊະນິດ” ແມ່ນຄ້າຍຄືກັບສິ່ງທີ່ພວກມັນມາຈາກ. ເບິ່ງວິທີທີ່ທ່ານແປ "ຊະນິດ" ໃນຂໍ້ 1:11.

ນົກທີ່ບິນທັງຫລາຍ

"ທຸກໆສິ່ງທີ່ມີປີກບິນ." ຖ້າຄຳສັບສຳລັບນົກຖືກນຳໃຊ້, ມັນອາດຈະມີທຳມະຊາດຫລາຍຂື້ນ ໃນບາງພາສາທີ່ເວົ້າແບບງ່າຍໆ ວ່າ "ນົກທຸກໆ ໂຕ", ເພາະວ່ານົກທັງຫມົດມີປີກ.

ພຣະເຈົ້າຊົງເຫັນວ່າດີ

ຢູ່ທີ່ນີ້ "ມັນ" ຫມາຍເຖິງນົກ ແລະ ປາຊະນິດຕ່າງໆ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1: 3.

Genesis 1:22

ຊົງອວຍພອນພວກມັນ

"ຊົງອວຍພອນພວກນົກ ທີ່ພຣະອົງຊົງສ້າງນັ້ນ"

ຈົ່ງແຜ່ພັນ, ແລະ ທະວີຄູນຫລາຍຂຶ້ນ

ນີ້ແມ່ນພຣະພອນຂອງພະເຈົ້າ. ພຣະອົງໄດ້ບອກໃຫ້ສັດທະເລຜະລິດສັດທີ່ຄືກັບພວກມັນຂື້ນໃນທະເລຫລາຍ, ເພື່ອວ່າມັນຈະມີສັດເຫລົ່ານີ້ຢູ່ໃນທະເລຫລາຍ. ຄຳວ່າ “ຄູນ” ອະທິບາຍເຖິງວິທີທີ່ພວກມັນຈະ“ ເກີດຜົນ”. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet ແລະ /WA-Catalog/lo_tm?section=translate#figs-idiom)

ທະວີຄູນ

"ເພີ່ມຈຳນວນຂື້ນຢ່າງຫລວງຫລາຍ" ຫລື "ກາຍເປັນຫລາຍ"

ໃຫ້ນົກແຜ່ພັນທະວີຄູນຫລາຍຂຶ້ນ

ນີ້ແແມ່ນຄຳສັ່ງ. ໂດຍບັນຊາວ່ານົກຄວນເພີ່ມຈຳນວນຫລາຍ, ພຣະເຈົ້າໄດ້ເຮັດໃຫ້ນົກມີຈຳນວນຫລາຍ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-imperative)

ນົກ

"ສັດທີ່ສາມາດບິນໄດ້" ຫລື "ສິ່ງທີ່ບິນ" ບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1: 20.

ເວລາຄ່ຳ ແລະ ເວລາເຊົ້າ

ນີ້ຫມາຍເຖິງຫມົດມື້. ນັກຂຽນເວົ້າເຖີງເວລາຫມົດມື້ຄືກັບວ່າມັນຖືກແບ່ງອອກເປັນສອງສ່ວນ. ໃນວັດທະນະທຳຢິວ, ມື້ຫນຶ່ງເລີ່ມຕົ້ນເມື່ອຕາເວັນຕົກດິນ. ເບິ່ງວິທີທີ່ທ່ານຄວນແປຂໍ້ນີ້ໃນ 1: 3. (ເບິ່ງເພີ່ມເຕີມ: Merism)

ເປັນວັນທີຫ້າ

ນີ້ຫມາຍເຖິງມື້ທີຫ້າທີ່ຈັກກະວານມີຢູ່. ເບິ່ງວິທີທີ່ທ່ານແປ "ມື້ທຳອິດ" ໃນຂໍ້ທີ 1: 3 ແລະ ຕັດສິນໃຈວ່າທ່ານຄວນແປແບບນີ້ຄືກັນບໍ.

Genesis 1:24

ໃຫ້ແຜ່ນດິນເກີດສັດທີ່ມີຊີວິດ

"ໃຫ້ແຜ່ນດິນເກີດສັດທີ່ມີຊີວິດ" ຫລື "ໃຫ້ສັດທີ່ມີຊີວິດຫຼາຍໆຊີວິດຢູ່ເທິງໂລກ." ນີ້ແມ່ນຄຳສັ່ງ. ໂດຍບັນຊາວ່າໂລກຄວນສ້າງສິ່ງມີຊີວິດ, ພຣະເຈົ້າໄດ້ສ້າງແຜ່ນດິນໂລກໃຫ້ສ້າງສິ່ງມີຊີວິດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-imperative)

ແຕ່ລະຢ່າງຕາມຊະນິດຂອງພວກມັນ

"ເພື່ອວ່າສັດແຕ່ລະຊະນິດຈະແຜ່ຂະຫຍາຍຫລາຍຂື້ນ ຕາມແຕ່ລະຊະນິດຂອງມັນ"

ສັດລ້ຽງ, ສັດເລືອຄານ, ແລະ ສັດປ່າຂອງແຜ່ນດິນໂລກ

ນີ້ສະແດງໃຫ້ເຫັນວ່າພຣະເຈົ້າໄດ້ສ້າງສັດທຸກຊະນິດ. ຖ້າພາສາຂອງທ່ານມີວິທີອື່ນໃນການຈັດກຸ່ມສັດທັງຫມົດ, ທ່ານສາມາດໃຊ້ມັນ, ຫລື ທ່ານສາມາດໃຊ້ກຸ່ມເຫລົ່າານີ້.

ສັດລ້ຽງ

"ສັດຕ່າງໆທີ່ຄົນເປັນຜູ້ເບິ່ງແຍງ"

ສັດເລືອຄານ

"ສັດຂະນາດນ້ອຍ"

ສັດປ່າຂອງແຜ່ນດິນໂລກ

"ສັດປ່າ" ຫລື "ສັດທີ່ມີຄວາມອັນຕະລາຍ"

ກໍເປັນດັ່ງນັ້ນ

"ມັນກໍ່ເປັນດັ່ງນັ້ນ" ຫລື "ນັ້ນແມ່ນສິ່ງທີ່ເກີດຂື້ນ." ສິ່ງທີ່ພຣະເຈົ້າສັ່ງ ກໍ່ໄດ້ເກີດຂຶ້ນຕາມທີ່ພຣະອົງຊົງກ່າວ. ປະໂຫຍກນີ້ປາກົດຢູ່ທົ່ວບົດ ແລະ ມີຄວາມຫມາຍດຽວກັນຢູ່ທຸກບ່ອນທີ່ມັນປາກົດ. ເບິ່ງທ່ານແປນີ້ຢູ່ໃນ 1:6

ພຣະເຈົ້າໄດ້ຊົງສ້າງສັດປ່າ

"ໃນວິທີນີ້ພຣະເຈົ້າໄດ້ສ້າງສັດປ່າ"

ພຣະເຈົ້າຊົງເຫັນວ່າດີ.

ຢູ່ທີ່ນີ້ "ມັນ" ຫມາຍເຖິງສິ່ງທີ່ມີຊີວິດຕ່າງໆເທິງແຜ່ນດິນໂລກ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1: 3.

Genesis 1:26

ໃຫ້ພວກເຮົາສ້າງ

ຄຳວ່າ "ພວກເຮົາ" ໃນນີ້ຫມາຍເຖິງພຣະເຈົ້າ. ພຣະເຈົ້າເວົ້າໃນສິ່ງທີ່ພຣະອົງຕັ້ງໃຈເຮັດ. ການອອກສຽງວ່າ "ພວກເຮົາ" ແມ່ນຫມາຍເຖີງຈຳນວນຫລາຍ. ເຫດຜົນທີ່ເປັນໄປໄດ້ສຳ ລັບການນຳໃຊ້ຈຳນວນຫລາຍແມ່ນ 1) ຮູບແບບການອອກສຽງເປັນຈຳນວນຫລາຍສະແດງໃຫ້ເຫັນວ່າພຣະເຈົ້າກຳລັງສົນທະນາບາງຢ່າງ ກັບບັນດາເທວະດາ ທີ່ປະກອບດ້ວຍຄະນະເທວະດາຂອງພຣະອົງ ຫລື 2) ຮູບແບບການອອກສຽງຫລາຍສະແດງເຖິງຄວາມຫມາຍ ຂອງພຣະຄຳພີພາກພັນທະສັນຍາໃຫມ່ ທີ່ອະທິບາຍເຖີງການຊົງເປັນຢູ່ຂອງພຣະເຈົ້າວ່າມີຢູ່ໃນຮູບແບບຂອງອົງພຣະວິນຍານບໍລິສຸດ ອົງດຽວແຕ່ເປັນສາມພຣະພາກ. ບາງຄົນແປວ່າ "ຂໍໃຫ້ຂ້ອຍເຮັດ" ຫລື "ຂ້ອຍຈະເຮັດ." ຖ້າທ່ານແປແບບນີ້, ຂໍໃຫ້ພິຈາລະນາເພີ່ມ ຫມາຍເຫດ ເພື່ອອະທິບາຍ ຄຳສັບເປັນຄຳຈຳນວນຫລາຍ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-pronouns)

ມະນຸດ

"ມະນຸດ" ຫລື "ຄົນ." ຄຳນີ້ບໍ່ໄດ້ຫມາຍເຖີງສະເພາະຜູ້ຊາຍເທົ່ານັ້ນ.

ຕາມແບບຢ່າງຂອງເຮົາ, ຕາມລັກສະນະຂອງເຮົາ

ປະໂຫຍກສອງຢ່າງນີ້ມີຄວາມຫມາຍດຽວກັນ ແລະ ເນັ້ນຫນັກວ່າພຣະເຈົ້າສ້າງມະນຸດໃຫ້ເປັນຄືກັບພຣະອົງ. ຂໍ້ນີ້ບໍ່ໄດ້ບອກໃນທາງໃດແດ່ທີ່ພຣະເຈົ້າສ້າງມະນຸດໃຫ້ເປັນຄືກັບຕົວເອງ. ພຣະເຈົ້າບໍ່ມີຮ່າງກາຍ, ສະນັ້ນມັນບໍ່ໄດ້ຫມາຍຄວາມວ່າຄົນເຮົາຈະມີລັກສະນະ ຄືກັບພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ເພື່ອເປັນຄືກັບພວກເຮົາແທ້ໆ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet ແລະ /WA-Catalog/lo_tm?section=translate#figs-pronouns)

ໃຫ້ພວກເຂົາຄອບຄອງ

"ຄອບຄອງ" ຫລື "ມີອຳນາດປົກຄອງເຫນືອ"

ພຣະເຈົ້າຊົງສ້າງມະນຸດ...... ພຣະອົງຊົງສ້າງພວກເຂົາ

ສອງປະໂຫຍກນີ້ແມ່ນມີຄວາມຫມາຍອັນດຽວກັນ ແລະ ເປັນການເນັ້ນວ່າພຣະເຈົ້າໄດ້ສ້າງມະນຸດຕາມລັກສະນະຂອງພຣະອົງເອງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism)

ພຣະເຈົ້າຊົງສ້າງມະນຸດ

ວິທີທີ່ພະເຈົ້າສ້າງມະນຸດແຕກຕ່າງຈາກວິທີທີ່ພຣະອົງສ້າງທຸກສິ່ງ. ບໍ່ໄດ້ລະບຸວ່າພຣະອົງສ້າງມະນຸດໂດຍການເວົ້າເທົ່ານັ້ນ, ຄືກັບໃນຂໍ້ກ່ອນໆ.

Genesis 1:28

ພຣະເຈົ້າຊົງອວຍພອນພວກເຂົາ

ຄຳວ່າ "ພວກເຂົາ" ຫມາຍເຖີງຜູ້ຊາຍ ແລະ ຜູ້ຍິງ ທີ່ພຣະເຈົ້າຊົງໄດ້ສ້າງ.

ຈົ່ງແຜ່ພັນ, ແລະ ຂະຫຍາຍຫລາຍຂຶ້ນ

ພຣະເຈົ້າບອກຜູ້ຊາຍ ແລະ ຜູ້ຍິງໃຫ້ສ້າງແຜ່ຂະຫຍາຍທະວີຄູນຂຶ້ນ ເພື່ອຈະມີຄົນຈຳນວນຫລວງຫຼາຍ. ຄຳວ່າ “ ທະວີຄູນ” ອະທິບາຍເຖິງວິທີທີ່ພວກເຂົາຈະ “ແຜ່ພັນ”. ເບິ່ງວິທີທີ່ທ່ານແປຄຳນີ້ໃນ 1:22. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet ແລະ /WA-Catalog/lo_tm?section=translate#figs-idiom)

ເຕັມແຜ່ນດິນ

ໃຫ້ມີຄົນເຕັມແຜ່ນດິນ.

Genesis 1:30

ຂໍ້ມູນທົ່ວໄປ:

ພຣະເຈົ້າຊົງສືບຕໍ່ກ່າວ.

ນົກທຸກຕົວຂອງທ້ອງຟ້າ

"ນົກທຸກໂຕທີ່ບິນຢູ່ໃນທ້ອງຟ້າ"

ຊຶ່ງຊົງສ້າງທີ່ມີລົມຫາຍໃຈ

"ຊຶ່ງຫາຍໃຈ" . ປະໂຫຍກນີ້ເນັ້ນຫນັກວ່າສັດເຫລົ່ານີ້ເປັນສິ່ງທີ່ມີຊີວິດຊະນິດຫນຶ່ງ ເຊິ່ງແຕກຕ່າງຈາກພືດ. ພືດບໍ່ມີການຫາຍໃຈ, ແລະ ໄດ້ຖືກນໍາໃຊ້ເປັນອາຫານສໍາລັບສັດ. ໃນນີ້ "ຊີວິດ" ຫມາຍເຖິງຊີວິດທາງກາຍະພາບ.

ກໍເປັນຢ່າງນັ້ນ

"ມັນກໍ່ເປັນດັ່ງນັ້ນ" ຫລື "ນັ້ນແມ່ນສິ່ງທີ່ເກີດຂຶ້ນ." ສິ່ງທີ່ພຣະເຈົ້າສັ່ງກໍ່ໄດ້ເກີດຂຶ້ນຕາມທີ່ພຣະອົງຊົງກ່າວ. ປະໂຫຍກນີ້ປາກົດຢູ່ທົ່ວບົດ ແລະ ມີຄວາມຫມາຍດຽວກັນຢູ່ທຸກບ່ອນທີ່ມັນປາກົດ. ເບິ່ງທ່ານແປຂໍ້ນີ້ຢູ່ໃນ 1:6

ເບິ່ງແມ

"ແທ້ຈິງແລ້ວ" ຄຳວ່າ "ເບິ່ງແມ" ເປັນຄຳທີ່ເນັ້ນສິ່ງທີ່ຈະກ່າວຕໍ່ໄປ.

ຊົງເຫັນວ່າມັນດີຫລາຍ

ບັດນີ້ເມື່ອພຣະເຈົ້າເບິ່ງທຸກສິ່ງທີ່ລາວໄດ້ສ້າງ, ມັນເປັນສິ່ງທີ່ "ດີຫຼາຍ." ເບິ່ງວິທີທີ່ທ່ານແປວ່າ "ມັນດີ" ໃນຂໍ້ 1: 9.

ເວລາຄ່ຳ ແລະ ເວລາເຊົ້າ

ນີ້ຫມາຍເຖິງຫມົດມື້. ນັກຂຽນເວົ້າເຖີງເວລາຫມົດມື້ຄືກັບວ່າມັນຖືກແບ່ງອອກເປັນສອງສ່ວນ. ໃນວັດທະນະທຳຢິວ, ມື້ຫນຶ່ງເລີ່ມຕົ້ນເມື່ອຕາເວັນຕົກດິນ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1: 3. (ເບິ່ງເພີ່ມເຕີມ: Merism)

ເປັນວັນທີຫົກ

ນີ້ຫມາຍເຖິງມື້ທີຫົກທີ່ຈັກກະວານມີຢູ່. ເບິ່ງວິທີທີ່ທ່ານແປ "ມື້ທຳອິດ" ໃນຂໍ້ 1: 3 ແລະ ຕັດສິນໃຈວ່າທ່ານຄວນແປແບບນີ້ຄືກັນບໍ.